News

ສະຖານທູດ ສປ ຈີນ ມອບລົດເມ ໃຫ້ກັບມະຫາວິທະຍາໄລແຫ່ງຊາດລາວ

ໃນຕອນເຊົ້າຂອງວັນທີ 27 ທັນວາ 2018,  ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບລົດເມໃຫຍ່ ຈໍານວນ 2 ຄັນ ໃຫ້ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະກ່າວຮັບໂດຍທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍມີ ຕາງໜ້າຈາກກໍາມາທິການ ຮ່ວມມືລາວ-ຈີນ, ທີ່ປຶກສາດ້ານການເມືອງ ສປ ຈີນ, ຕາງໜ້າຈາກກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະກິລາ, ຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ. ການມອບລົດເມ ຍີ່ຫໍ້ ໂຟຕອນ 25 ບ່ອນນັ່ງ ຈໍານວນ 2 ຄັນ ຈາກເອກອັກຄະລັດຖະທູດແຫ່ງ ສປ ຈີນ ໃຫ້ແກ່ ມຊ ໃນຄັ້ງນີ້ ກໍເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ຄູອາຈານ ລວມທັງນັກສຶກສາ ມຊ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ລວມທັງການປະຕິບັດກິດຈະກໍານອກຫຼັກສູດ ກໍຄືການນໍາໃຊ້ເພື່ອໄປທັດສະນະສຶກສາ ແລະຍັງເປັນການຮັດແໜ້ນສາຍພົວພັນອັນດີງາມລະຫວ່າງ ...

Read More »

ນັກຮຽນດີ ຄະນະສັງຄົມສາດ-ສະຖາປັດ-ອັກສອນສາດ ໄດ້ຮັບທຶນການສຶກສາ.

ເພື່ອ​ປະ­ກອບ­ສ່ວນ​ໃຫ້​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃນ​ຂະ­ແໜງ­ການ​ສຶກ​ສາ​ຂອງ ມຊ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະນັກ​ສຶກ​ສາ​ທີ່​ຮຽນ​ດີ ແຕ່​ຂາດ­ທຶນ​ສົ່ງ­ເສີມ, ທ່ານ ຄິມ ໂຮ ກອງ ປະ­ທານ​ກວດ​ສອບ​ການ​ບັນ­ຊີ​ມະ­ຫາ­ຊົນ ສ ເກົາ­ຫຼີ ມອບ​ທຶນ​ການ​ສຶກ​ສາ ສົກ­ຮຽນ 2018-2019 ໃຫ້​ນັກ​ສຶກ​ສາ​ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ລາວ (ມຊ) 75 ຄົນ ລວມ​ມູນ​ຄ່າ 180 ລ້ານ​ກີບ ໃນ​ນີ້ ຄະ­ນະ​ສັງ­ຄົມ​ສາດ 45 ຄົນ ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ 20 ຄົນ ແລະ ຄະ­ນະ​ອັກ­ສອນ­ສາດ 10 ຄົນ. ພິ​ທີ​ລົງ​ນາມ​ຂໍ້​ຕົກ­ລົງ​ການ​ຮ່ວມ​ມື ແລະ ມອບ​ທຶນ​ການ​ສຶກ​ສາ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 25 ທັນ­ວາ 2018 ຢູ່​ສະ­ໂມ­ສອນ ມຊ ລະ­ຫວ່າງ​ທ່ານ ເດ​ຊາ­ນຸ​ລາດ ແສນ​ດວງ​ເດດ ຄະ­ນະ­ບໍ­ດີ​ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ທ່ານ ສິນ​ທະ​ວອນ ດາ­ລາ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ ທ່ານ ເກດ​ແກ້ວ ພັນ­ທະ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ອັກ­ສອນ­ສາດ ແລະ ທ່ານ ຄິມ ໂຮ ກອງ ...

Read More »

ປີ 2019 ລັດເນັ້ນ ຫ້າມຕັດເງິນເດືອນລັດຖະກອນ ແລະ ລະດົມປະຊາຊົນສະຫຼອງວັນສໍາຄັນຕ່າງໆ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນເປັນເວລາສອງວັນເຕັມຄື:ວັນທີ 24-25 ທັນວາ 2018, ພາຍໃຕ້ການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ. ກ່ຽວກັບບົດລາຍງານກ່ຽວກັບຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດປະຈໍາປີ 2019 ຊຶ່ງເປັນປີທີ 4 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020) ກໍຄືມິຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ໄດ້ຮັບຜົນສໍາເລັດຕາມທິດທາງ,ຄາດໝາຍແລະມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ,ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນ 1). ເອົາໃຈໃສ່ປັບປຸ່ງຮ່າງດໍາລັດດັ່ງກ່າວໃຫ້ເປັນລະບົບໃຫ້ໄປຕາມໂລຈິກ, ເປັນໂຕ່ງໂສ້ ແລະ ເພີ່ມອີກໝວດໜຶ່ງໃຫ້ກໍານົດມາດຕະການ ແລະ ກົນໄກການຈັດຕັ້ງປະຕິບັດ; 2). ໃຫ້ຂະແໜງການ ທີ່ກ່ຽວຂ້ອງເອົາໃຈໃສ່ໃນການສໍາຫຼວດ ແລະ ກະກຽມໃຫ້ແກ່ການສ້າງແຜນພັດທະເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9; 3). ເອົາໃຈໃສ່ສູ້ຊົນ ໃນປີ 2019 ໃຫ້ບັນລຸຕາມຕົວເລກຄາດໝາຍຕາມມະຕິຂອງກອງປະຊຸມສະພາແຫ່ງຊາດໄດ້ພິຮັບຮອງ; 4). ເອົາໃຈໃສ່ສ້າງແຜນຍຸດທະສາດດ້ານພະລັງງານໃຫ້ສໍາເລັດຕາມແຜນ, ເອົາໃຈໃສ່ສ້າງແຜນການຂະຫຍາຍອຸດສາຫະກໍາການຄ້າໃຫ້ສໍາເລັດ, ປັບປຸງລາຄາໄຟຟ້າເພື່ອນໍາໃຊ້ເຂົ້າໃນການຂະແໜງການອຸດສາຫະກໍາ,ພ້ອມທັງເອົາໃຈໃສ່ໃນການຄຸ້ມຄອງລາ ຄານໍ້າມັນ; 5). ເອົາໃຈໃສ່ລົບລ້າງບັນດາສິ່ງກີດຂວາງທີ່ເປັນອຸປະສັກໃຫ້ແກ່ການທ່ອງທ່ຽວແລະການດຶງດູດການລົງທຶນໃຫ້ຂະແໜງການພິຈາລະນາລົບລ້າງການເກັບຄ່າທໍານຽມຕ່າງໆ; 6). ເອົາໃຈໃສ່ເຄັ່ງຄັດ ແລະ ເຂັ້ມງວດໃນການຈັດເກັບລາຍຮັບແລະຄຸ້ມຄອງລາຍຈ່າຍໃຫ້ດີ; 7). ເອົາໃຈໃສ່ຈັດລຽງບູລິມະສິດໃນການລົງທຶນຂອງລັດຖະບານໃນປີ 2019; 8). ເອົາໃຈໃສ່ປັບປຸງເຮັດໃຫ້ຕົວຊີ້ວັດການລົງທຶນໃຫ້ຕົວເລກເຫຼືອໜ້ອຍລົງ; ພ້ອມດຽວກັນນັ້ນ,ກອງປະຊຸມຍັງໄດ້ເນັ້ນໜັກເດັດຂາດບໍ່ໃຫ້ບັນດາກະຊວງ, ອົງການແລະທ້ອງຖິ່ນລະດົມທຶນດ້ວຍການຕັດເອົາເງິນເດືອນຂອງພະນັກງານລັດຖະກອນ,ທະຫານ-ຕໍາຫຼວດແລະປະຊາຊົນເພື່ອນໍາໃຊ້ເຂົ້າໃນການສະເຫຼີມວັນບຸນສໍາຄັນຕ່າງໆ ...

Read More »

ທະນາຄານກາງ ອອກແຈ້ງການດ່ວນ!!! ໃຫ້ລະວັງເງິນປອມ ກຳລັງລະບາດຢູ່.

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງພໍ່ແມ່ປະຊາຊົນ ຊາວຄ້າ ຊາວຂາຍ ທົ່ວປະເທດ ລົງໃນວັນທີ 17  ກຸມພາ 2020 ໃຫ້ເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50.000 ກີບ  ໃນທົ່ວປະເທດ ເນື່ອງຈາກມີການລະບາດ ຂອງເງິນກີບປອມ !!! ແຊຣ໌ຕໍ່ ໃຫ້ຄົນທີ່ທ່ານຫ່ວງໃຍ ດ້ວຍ !      

Read More »

ປີ 2018 ນະຄອນຫຼວງ ຍັງເປັນອີກບ່ອນໜຶ່ງທີ່ມີການລົງທຶນຢ່າງຄຶກຄື້ນ.

ປີ 2018 ນະ­ຄອນ­ຫຼວງ​ຍັງ​ເປັນ​ອີກ​ບ່ອນ​ໜຶ່ງ​ທີ່​ມີ​ການ​ລົງ­ທຶນ​ຢ່າງ​ຄຶກ­ຄື້ນ ຕົວ​ເລກ​ການ​ອະ­ນຸ­ມັດ​ການ​ລົງ­ທຶນ (ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ) ບັນ­ລຸ​ເຖິງ 18.000 ຕື້​ກີບ GDP ເຕີບ​ໂຕ 9,3% ສະ­ເລ່ຍ​ຫົວ​ຄົນ​ບັນ­ລຸ 5.300 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 45.261.311 ກີບ ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ບັນ­ລຸ​ຄາດ­ໝາຍ​ຂອງ​ແຜນ­ການ​ປີ 1.222,71 ຕື້​ກີບ. ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ພັດ­ທະ­ນາ​ວຽກ​ງານ​ຈຸດ​ສຸມ​ພົ້ນ​ເດັ່ນ ຂອງ​ອົງ­ການ​ປົກ­ຄອງ ​ນະ​ຄອງ​ຫຼວງ​ວຽງ​ຈັນ ປີ 2018 ແລະ ສະ­ເໜີ​ແຜນ​ວຽກ​ຈຸດ​ສຸມ ປີ 2019 ໄດ້​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ 6 ຂອງ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I ບັນ­ດາ​ຂະ­ແໜງ­ການ​ຜະ­ລິດ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ ເຖິງ​ວ່າ​ຈະ​ປະ​ເຊີນ​ກັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ທຳ​ມະ​ຊາດ ຫົວ­ໜ່ວຍ​ຈຳ­ນວນ​ໜຶ່ງ​ຢຸດ​ຈຶ້ງ​ແຕ່​ສ່ວນ​ໃຫຍ່​ຄົງ​ຕົວ​ຢູ່​ໄດ້ ແລະ ມີ​ຫຼາຍ​ຫົວ­ໜ່ວຍ​ໃໝ່​ເກີດ​ຂຶ້ນ ພວກ​ເຮົາ​ໄດ້​ປະ­ຕິ­ບັດ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ໃນ​ການ​ສົ່ງ­ເສີມ​ສິນ­ຄ້າ ODOP SMEs ເສດ­ຖະ­ກິດ​ຄອບ­ຄົວ ປະ­ຕິ­ບັດ 8 ມາດ​ຕະ­ການ​ຊຸກ­ຍູ້​ເສດ­ຖະ­ກິດ​ແຫ່ງ​ຊາດ ເປັນ­ຕົ້ນ​ແມ່ນ ...

Read More »

ການເຮັດທຸລະກໍາຊື້-ຂາຍ ຫຼືໃຫ້ບໍລິການ Online ມີຫຼາຍໆຄວາມສ່ຽງທີ່ກ່ຽວຂ້ອງ ຊຶ່ງອາດຈະນໍາມາເຊິ່ງຂໍ້ໂຕ້ແຍ່ງ, ຂໍ້ຜິດພາດ ຫຼືການຖືກຮ້ອງຝ້ອງໄດ້!!!

Startup ກັບບັນຫາການຊື້-ຂາຍ ຜ່ານທາງ Online ທີ່ຕ້ອງລະວັງ!!! ການເຮັດທຸລະກິດນັ້ນຄວາມຮູ້ທາງດ້ານກົດໝາຍຖືເປັນສິ່ງສໍາຄັນ ໂດຍສະເພາະ Startup ທີ່ກ່ຽວຂ້ອງກັບເຕັກໂນໂລຊີ ທີ່ມີບໍລິການຊື້-ຂາຍຜ່ານຊ່ອງທາງ Online ເນື່ອງຈາກການເຮັດທຸລະກໍາຊື້-ຂາຍ ຫຼືໃຫ້ບໍລິການ Online ມີຫຼາຍໆຄວາມສ່ຽງທີ່ກ່ຽວຂ້ອງ ຊຶ່ງອາດຈະນໍາມາເຊິ່ງຂໍ້ໂຕ້ແຍ່ງ, ຂໍ້ຜິດພາດ ຫຼືການຖືກຮ້ອງຝ້ອງດັ່ງຕໍ່ໄປນີ້: ການນໍາຂໍ້ມູນຜູ້ໃຊ້ສົ່ງຕໍ່ໄປຍັງຜູ້ໃຫ້ບໍລິການອື່ນ: ທີ່ເປັນພັນທະມິດ ຫຼືບໍລິການໃນເຄືອດຽວກັນ ເຖິງວ່າຂໍ້ຕົກລົງຜູ້ໃຊ້ຈະລະບຸໄວ້ແລ້ວວ່າ ຜູ້ໃຊ້ຍິນຍອມທີ່ຈະໃຫ້ຜູ້ບໍລິການສົ່ງຕໍ່ຂໍ້ມູນສ່ວນບຸກຄົນ ໃຫ້ກັບບໍລິການອື່ນ ພາຍໃຕ້ຜູ້ໃຫ້ບໍລິການດຽວກັນ. ແຕ່ຜູ້ໃຊ້ໜ້ອຍຄົນທີ່ຈະອ່ານລະອຽດຮອບຄອບ ກ່ອນຍອມຮັບຂໍ້ຕົກລົງຜູ້ໃຊ້ ເຮັດໃຫ້ເກີດບັນຫາເຫຼົ່ານີ້ຕາມມາໃນທີ່ສຸດ. ການຮັບຈົດໝາຍຂ່າວສານອີເລັກໂທນິກ: ທຸກເວັບໄຊ້ມັກຈະໃຫ້ຜູ້ໃຊ້ ກົດຍອມຮັບ ການຮັບຂໍ້ມູນຂ່າວສານທາງອີເລັກໂທນິກໃນຮູບແບບ e-mail Newsletter ຫຼືຊ່ອງທາງ SMS ແລະອື່ນໆ ທີ່ຈໍາເປັນຕ້ອງໃຫ້ຜູ້ໃຊ້ເລືອກ ຍອມຮັບກ່ອນ ເນື່ອງຈາກມີກົດໝາຍຄຸ້ມຄອງການໃຫ້ຂໍ້ມູນຂ່າວສານ ໃນລັກສະນະຍັດໃສ່ໃຫ້ກັບຜູ້ໃຊ້ຈົນເກີດຄວາມເບື່ອໜ່າຍ ເຊິ່ງຈາກບັນຫາຂອງການບໍ່ອ່ານລາຍລະອຽດ ແລະເງື່ອນໄຂການຍອມຮັບຂໍ້ມູນຂ່າວສານ ເຮັດໃຫ້ເວລາທີ່ໄດ້ຮັບການແຈ້ງເຕືອນຂໍ້ມູນຂ່າວສານເຫຼົ່ານັ້ນ ຈຶ່ງເກີດການບໍ່ພໍໃຈ ເຖິງວ່າຜູ້ໃຫ້ບໍລິການມີການແຈ້ງໃຫ້ຜູ້ໃຊ້ຮູ້ຢູ່ສະເໝີວ່າ ສາມາດຍົກເລີກບໍລິການໄດ້ຕະຫຼອດເວລາກໍຕາມ.   ການສົ່ງເງິນຄືນ: ໃນກໍລະນີທີ່ມີນະໂຍບາຍການສົ່ງເງິນຄືນໃຫ້ຜູ້ໃຊ້ ຄວນຈັດການຂໍ້ຕົກລົງ ແລະລາຍລະອຽດໃຫ້ຊັດເຈນ ໃນລັກສະນະຂອງລາຍການທີ່ສາມາດສົ່ງເງິນໄດ້ ຫຼືບໍ່ໄດ້ ຈໍານວນເງິນທີ່ສົ່ງຄືນເຕັມຈໍານວນ ຫຼືຫັກຄ້າຫຍັງແດ່ ແລະທີ່ສໍາຄັນກໍານົດໄລຍະເວລາການສົ່ງເງິນຄືນທີ່ແນ່ນອນ. ການປະຕິເສດການຈ່າຍເງິນ: ບາງຄັ້ງຜູ້ໃຊ້ກໍມາໃນຮູບແບບຂອງມິດສາຊີບ ທີ່ລັກຂໍ້ມູນບັດເຄຣດິດຄົນອື່ນມາໃຊ້ຊໍາລະເງິນ, ...

Read More »

ທ່ານ ພັນຄຳ ວິພາວັນ ຕ້ອນຮັບປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ

ໃນວັນທີ 27 ທັນວາ 2018, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຕາເກໂອະ ຄາວາມຸຣະ ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ, ປະທານກຳມາທິການງົບປະມານ ສະພາຜູ້ແທນລາຊະດອນ (ສະພາຕ່ຳ) ຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 26-28 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຕາເກໂອະ ຄາວາມຸຣະ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ໃນອະນາຄົດ ...

Read More »

ການປະຕິບັດແຜນງົບປະມານຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຮອງຫົວໜ້າພະແນກການເງິນປະຈຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບການປະຕິບັດແຜນງົບປະມານໃນ 11 ເດືອນຜ່ານມາ ຊຶ່ງທົ່ວແຂວງສາມາດເກັບລາຍຮັບໄດ້ 1.182,7 ຕື້ກວ່າກີບ, ເທົ່າກັບ 76.83% ຂອງແຜນການປິ ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 8,90% ແຍກໃຫ້ເຫັນ: ລາຍຮັບພູດສູນກາງປະຕິບັດຢູ່ແຂວງປະຕິບັດໄດ້ 629,1 ຕື້ກີບ, ເທົ່າ ກັບ 78,35% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,02% (ໃນນີ້ ລາຍ ຮັບພາສີປະຕິບັດໄດ້ 624,984 ຕື້ກີບ, ເທົ່າກັບ 78,16% ຂອງ ແຜນການປີ), ລາຍຮັບພູດ ທ້ອງຖິ່ນປະຕິບັດໄດ້ 553,613 ຕື້ກີບ, ເທົ່າກັບ 75,17% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19,49%, ໃນນີ້ ລາຍຮັບສວຍສາອາກອນ ປະຕິບັດໄດ້ 530,761 ຕື້ກີບ, ລາຍຮັບຈາກຊັບສິນລັດປະຕິບັດໄດ້ 22,851 ຕື້ກີບ, ເທົ່າກັບ 86,67% ຂອງແຜນການປີ, ໃນນີ້ ມີລາຍຮັບຈາກບັນດາເມືອງ 60,528 ຕື້ກີບ, ເທົ່າກັບ ...

Read More »

ຫາລືສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ

ໃນວັນທີ 26 ທັນວາ 2018, ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີກອງປະຊຸມ ກ່ຽວກັບການສ້າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກອງປະຊຸມຄັ້ງນີ້, ເພື່ອສືບຕໍ່ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ໃນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນປີ 2013 ຜ່ານມາ ວ່າດ້ວຍການສ້າງຕັ້ງ ສະພາບັນດິວິທະຍາສາດ ແລະ ເຕັກໂນໂລຊີ. ເພື່ອໃຫ້ວຽກງານດັ່ງກ່າວ, ໄດ້ມີການຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດ ເພື່ອກ້າວເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມ ໃນຍຸກອຸດສາຫະກຳຄັ້ງທີ່ 4 ຫຼື ເອີ້ນວ່າ ຍຸກ 4.0.   ຮູບປະກອບຈາກອິນເຕີເນັດ. ...

Read More »

ເມືອງຫ້ວຍຊາຍ ປະກາດບ້ານສາມັກຄີປອງດອງ

 ພິທີປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງເປັນບ້ານທີ 4 ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ສິງທອງ ວິໄລສຸກ ກໍາມະການພັກແຂວງ,ຮອງປະທານແນວລາວສ້າງຊາດແຂວງບໍ່ແກ້ວ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງ,ຄະນະພັກຮາກຖານ,ອໍານາດການປົກຄອງບ້ານ ເຂົ້າຮ່ວມ. (ຄຣິບຂ່າວ) ປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງ ພາບ ຂ່າວ: ບຸນຈັນ ນັກຂ່າວເມືອງຫ້ວຍຊາຍ27/12/2018 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, December 26, 2018   ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »