ປີ 2019 ລັດເນັ້ນ ຫ້າມຕັດເງິນເດືອນລັດຖະກອນ ແລະ ລະດົມປະຊາຊົນສະຫຼອງວັນສໍາຄັນຕ່າງໆ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນເປັນເວລາສອງວັນເຕັມຄື:ວັນທີ 24-25 ທັນວາ 2018, ພາຍໃຕ້ການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

ກ່ຽວກັບບົດລາຍງານກ່ຽວກັບຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດປະຈໍາປີ 2019 ຊຶ່ງເປັນປີທີ 4 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020) ກໍຄືມິຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ໄດ້ຮັບຜົນສໍາເລັດຕາມທິດທາງ,ຄາດໝາຍແລະມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ,ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນ

1). ເອົາໃຈໃສ່ປັບປຸ່ງຮ່າງດໍາລັດດັ່ງກ່າວໃຫ້ເປັນລະບົບໃຫ້ໄປຕາມໂລຈິກ, ເປັນໂຕ່ງໂສ້ ແລະ ເພີ່ມອີກໝວດໜຶ່ງໃຫ້ກໍານົດມາດຕະການ ແລະ ກົນໄກການຈັດຕັ້ງປະຕິບັດ;

2). ໃຫ້ຂະແໜງການ ທີ່ກ່ຽວຂ້ອງເອົາໃຈໃສ່ໃນການສໍາຫຼວດ ແລະ ກະກຽມໃຫ້ແກ່ການສ້າງແຜນພັດທະເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9;

3). ເອົາໃຈໃສ່ສູ້ຊົນ ໃນປີ 2019 ໃຫ້ບັນລຸຕາມຕົວເລກຄາດໝາຍຕາມມະຕິຂອງກອງປະຊຸມສະພາແຫ່ງຊາດໄດ້ພິຮັບຮອງ;

4). ເອົາໃຈໃສ່ສ້າງແຜນຍຸດທະສາດດ້ານພະລັງງານໃຫ້ສໍາເລັດຕາມແຜນ, ເອົາໃຈໃສ່ສ້າງແຜນການຂະຫຍາຍອຸດສາຫະກໍາການຄ້າໃຫ້ສໍາເລັດ, ປັບປຸງລາຄາໄຟຟ້າເພື່ອນໍາໃຊ້ເຂົ້າໃນການຂະແໜງການອຸດສາຫະກໍາ,ພ້ອມທັງເອົາໃຈໃສ່ໃນການຄຸ້ມຄອງລາ ຄານໍ້າມັນ;

5). ເອົາໃຈໃສ່ລົບລ້າງບັນດາສິ່ງກີດຂວາງທີ່ເປັນອຸປະສັກໃຫ້ແກ່ການທ່ອງທ່ຽວແລະການດຶງດູດການລົງທຶນໃຫ້ຂະແໜງການພິຈາລະນາລົບລ້າງການເກັບຄ່າທໍານຽມຕ່າງໆ;

6). ເອົາໃຈໃສ່ເຄັ່ງຄັດ ແລະ ເຂັ້ມງວດໃນການຈັດເກັບລາຍຮັບແລະຄຸ້ມຄອງລາຍຈ່າຍໃຫ້ດີ;

7). ເອົາໃຈໃສ່ຈັດລຽງບູລິມະສິດໃນການລົງທຶນຂອງລັດຖະບານໃນປີ 2019;

8). ເອົາໃຈໃສ່ປັບປຸງເຮັດໃຫ້ຕົວຊີ້ວັດການລົງທຶນໃຫ້ຕົວເລກເຫຼືອໜ້ອຍລົງ;

ພ້ອມດຽວກັນນັ້ນ,ກອງປະຊຸມຍັງໄດ້ເນັ້ນໜັກເດັດຂາດບໍ່ໃຫ້ບັນດາກະຊວງ, ອົງການແລະທ້ອງຖິ່ນລະດົມທຶນດ້ວຍການຕັດເອົາເງິນເດືອນຂອງພະນັກງານລັດຖະກອນ,ທະຫານ-ຕໍາຫຼວດແລະປະຊາຊົນເພື່ອນໍາໃຊ້ເຂົ້າໃນການສະເຫຼີມວັນບຸນສໍາຄັນຕ່າງໆ ແລະ ເລີ່ມ ປີ 2019 ຕໍ່ໄປຫ້າມບໍ່ໃຫ້ອົງການໃດ ແລະ ທ້ອງຖິ່ນໃດຂອງລັດຈັດການແຜ່, ລະດົມເງິນຈາກສັງຄົມເພື່ອເອົາໄປໃຊ້ໃນກິດຈະກຳຂອງພັກຂອງລັດ ແລະ ການເຮັດບຸນ, ເຮັດທານຕ່າງໆຕື່ມອີກຖ້າມີການລະເມີດຈະຖືວ່າເປັນການກະທໍາຜິດລະບຽບວິໄນ.

ນອກຈາກເນື້ອໃນດັ່ງກ່າວ, ກອງປະຊຸມໄດ້ເປັນເອກະພາບ ແລະຕັດສິນໃຈສູງເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມຫຼາຍວຽກງານຕື່ມອີກໃນເດືອນມັງກອນ 2019

ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ

Comments