ການປະຕິບັດແຜນງົບປະມານຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຮອງຫົວໜ້າພະແນກການເງິນປະຈຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບການປະຕິບັດແຜນງົບປະມານໃນ 11 ເດືອນຜ່ານມາ ຊຶ່ງທົ່ວແຂວງສາມາດເກັບລາຍຮັບໄດ້ 1.182,7 ຕື້ກວ່າກີບ, ເທົ່າກັບ 76.83% ຂອງແຜນການປິ

ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 8,90% ແຍກໃຫ້ເຫັນ: ລາຍຮັບພູດສູນກາງປະຕິບັດຢູ່ແຂວງປະຕິບັດໄດ້ 629,1 ຕື້ກີບ, ເທົ່າ ກັບ 78,35% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,02% (ໃນນີ້ ລາຍ ຮັບພາສີປະຕິບັດໄດ້ 624,984 ຕື້ກີບ, ເທົ່າກັບ 78,16% ຂອງ ແຜນການປີ), ລາຍຮັບພູດ ທ້ອງຖິ່ນປະຕິບັດໄດ້ 553,613 ຕື້ກີບ, ເທົ່າກັບ 75,17% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19,49%,

ໃນນີ້ ລາຍຮັບສວຍສາອາກອນ ປະຕິບັດໄດ້ 530,761 ຕື້ກີບ, ລາຍຮັບຈາກຊັບສິນລັດປະຕິບັດໄດ້ 22,851 ຕື້ກີບ, ເທົ່າກັບ 86,67% ຂອງແຜນການປີ, ໃນນີ້ ມີລາຍຮັບຈາກບັນດາເມືອງ 60,528 ຕື້ກີບ, ເທົ່າກັບ 63,66% ຂອງແຜນການປີ

ເມືອງທີ່ເກັບລາຍຮັບໄດ້ລື່ນ 70% ຂຶ້ນໄປ ປະກອບມີ 3 ເມືອງຄື: ເຊໂປນ, ສອງຄອນ ແລະ ເມືອງພະລານໄຊ.

ມາຮອດວັນທີ 17 ທັນວາ 2018 ທົ່ວແຂວງປະຕິບັດໄດ້ 1.227 ຕື້ກີບ, ເທົ່າກັບ 79,70% ຂອງ ແຜນການປີ, ແຍກໃຫ້ເຫັນພູດສູນກາງຈຳນວນ 652,719 ຕື້ກີບ, ພູດທ້ອງຖິ່ນຈຳນວນ 574,28 ຕື້ກີບ, ເທົ່າກັບ 77,97% ຂອງແຜນການປີ.

ດ້ານລາຍຈ່າຍ ໃນ 11 ເດືອນ ຜ່ານມາສາມາດປະຕິບັດແຜນ ລາຍຈ່າຍໄດ້ 749,930 ຕື້ກີບ ເທົ່າກັບ 82,19% ຂອງແຜນ ການປີ.

ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດໃນໂອກາດທີ່ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງມາເຄື່ອນໄຫວວຽກງານ ກ່ຽວກັບການຊຸກຍູ້ເກັບລາຍຮັບເຂົ້າງົບປະມານຂອງແຂວງ ສະຫວັນນະເຂດ ໃນອາທິດທີ່ມາ, ຊຶ່ງໃນໂອກາດນີ້, ທ່ານໄດ້ເຂົ້າຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້ດ້ວຍ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments