News

ກຸ່ມພັດທະນາເດັກໃນຊຸມຊົນແຂວງ ອຸດົມໄຊ ແລະ ຜົ້ງສາລີ ໄດ້ຮັບການເຝິກອົບຮົມ.

ກຸ່ມພັດທະນາເດັກໃນຊຸມຊົນ ຫຼື CCDG  2 ແຂວງຄື: ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ, ໄດ້ຮັບການເຝິກອົບຮົມກ່ຽວກັບການຈັດກິດຈະກຳການຮຽນ-ການສອນ, ການຈັດສະພາບແວດລ້ອມ ແລະ ການສອນ ແບບເອົາເດັກເປັນໃຈກາງ. ກອງປະຊຸມໄດ້ຈັດຂື້ນຢູ່ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ເຊິ່ງແບ່ງອອກເປັນ 2 ຊຸດ; ຊຸດທີ 1 ໄດ້ຈັດຂື້ນລະຫວ່າງວັນທີ 14-18 ທັນວາ 2018 ມີຜູ້ເຂົ້າຮ່ວມ 72 ຄົນ, ຍິງ 64 ຄົນ; ສ່ວນຊຸດທີ 2 ຈັດຂື້ນໃນວັນທີ 19-23 ທັນວາ 2018 ນີ້ໄດ້ສຳເລັດ ແລະ ປິດລົງ ສຳລັບເມືອງເປົ້າໝາຍແຂວງ ອຸດົມໄຊ ເຂົ້າຮ່ວມມີ 3 ເມືອງຄື ເມືອງຫຼາ, ນາໝໍ້ ແລະ ເມືອງແບງ, ສຳລັບເມືອງເປົ້າໝາຍແຂວງ ຜົ້ງສາລີ ເຂົ້າຮ່ວມມີເມືອງຂວາ, ເຊິ່ງມີຜູ້ດູແລເດັກຈາກການຄັດເລືອກ ຂອງຄະນະພັດທະນາ ການສຶກສາຂັ້ນບ້ານເຂົ້າຮ່ວມລວມຈຳນວນທັງໝົດ 105 ຄົນ, ຍິງ 93 ...

Read More »

ຢາກເຂົ້າຮ່ວມເຝີກອົບຮົມ ພັດທະນາທັກສະການເປັນຜູ້ນຳ ອ່ານດ່ວນ.

ທ່ານຮູ້ບໍ່ວ່າການເປັນຜູ້ນຳທີ່ດີຕ້ອງເຮັດແນວໃດ? ໂອກາດດີໆມາແລ້ວໃນການເຂົ້າມາຮ່ວມເຝິກອົບຮົມ ແລະ ຮັບຟັງການເປັນຜູ້ນຳກັບອະດີດຜູ້ເຂົ້າຮ່ວມໂຄງການແລກປ່ຽນ YSEALI ພາຍໃຕ້ຫົວຂໍ້ “ການເປັນຜູ້ນຳທີ່ດີ”. ສຳລັບຜູ້ທີ່ມີອາຍຸແຕ່ 18-35 ປີ ທີ່ຢາກພັດທະນາທັກສະການເປັນຜູ້ນຳ ແລະຮຽນຮູ້ການສ້າງຄວາມສຳພັນກັບຜູ້ຄົນໃນກຸ່ມ ຫຼື ສັງຄົມທີ່ຢູ່ຮ່ວມກັນ. ລາຍລະອຽດ http://bit.ly/YSEALI-Leadership-Workshop ສາມາດລົງທະບຽນທີ່ https://bit.ly/2Aap9ks ປລ. ດ່ວນມີຈຳນວນບ່ອນນັ່ງຈຳກັດ ແລະ ໝົດເຂດຮັບສະໝັກວັນທີ 10 ມັງກອນ 2019 ເພາະພວກເຮົາເຊື່ອວ່າທ່ານກໍ່ສາມາດເປັນຜູ້ນຳທີ່ດີໄດ້. ສະນັ້ນ, ເຂົ້າມາຮ່ວມກັນຄົ້ນຫາການເປັນຜູ້ນຳທີ່ດີໃນຕົວເອງນຳກັນ! ສອບຖາມເພີ່ມເຕີມ : +8562077627272 ສົມສຸກ ວ່າງຊື່ຊ້າ (ອັງເປົາ) Do you know how to be a good leader? Application is now opened for “YSEALI leadership workshop” where you can hear from our outstanding YSEALI alumni ...

Read More »

ກະຊວງການຕ່າງປະເທດ ຈັດປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ.

ຕອນເຊົ້າຂອງ ວັນທີ 26 ທັນວາ 2018, ກະຊວງການຕ່າງປະເທດ ໄດ້ຈັດພິທີ ປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ ຄື: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ(30/11/1968–30/11/2018), ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2/12/1975-2/12/2018) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ (13/12/1920-13/12/ 2018), ໂດຍການເປັນປະທານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດ ຮອງນາຍົກລັດຖະມົນຕີ, ມີຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກ ງານ-ລັດຖະກອນ ອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າປະຫວັດມູນເຊື້ອເມືອງວຽງໄຊ- ຖານທີ່ໝັ້ນຂອງການປະຕິວັດລາວ ໂດຍຍົກໃຫ້ເຫັນວ່າ: ເມືອງວຽງໄຊ ແມ່ນບ່ອນກໍາເນີດອົງການແນວລາວຮັກຊາດ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ ເພື່ອສ້າງກໍາແຮງສັງລວມ ຕີເອົາຊະນະສັດຕູຢ່າງເຂັ້ມແຂງ, ທັງເປັນບ່ອນກໍ່ສ້າງ ...

Read More »

ທ່ານບຸນຖອງ ດີວິໄຊ ຕ້ອນຮັບຄະນະຜູ້ແທນສັນຕິພາບຫວຽດນາມ

ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ເຂົ້າຢ້ຽມຢາມທ່ານ ບຸນຖອງ ດີວິໄຊ ເລຂາພັກແຂວງ,ເຈົ້າແຂວງໆຈໍາປາສັກ ໃນວັນທີ 26 ທັນວາ 2018 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.   ຂອບໃຈພາບຈາກ: ເຟສບຸກທ່ານ ສົມສະໜຸກ ມີໄຊ.

Read More »

ນາຍົກ ເນັ້ນພັກ-ລັດ ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການລຶບລ້າງຄວາມທຸກຍາກ.

15 ປີຜ່ານມາ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໄດ້ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຂອງ 43 ເມືອງທຸກຍາກ ໃນ 10 ແຂວງ ຂອງ ສປປ ລາວ ເຊິ່ງຜູ້ໄດ້ຮັບຜົນປະໂຫຍດກວມເອົາ 1,2 ລ້ານກວ່າຄົນ ມີຊີວິການເປັນຢູ່ທີ່ດີຂຶ້ນ. ໃນວັນທີ 26 ທັນວາ 2018 ທີ່ສຳນັກງານຍາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໃນນາມເຄີຍເປັນຜູ້ຊີ້ນຳ ກອງທຶນລຶບລ້າງຄວາມທຸກຍາກ ແຕ່ປີ 2003-2006 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນໂອກາດວັນສ້າງຕັ້ງກອງທຶນລຶບລ້າງຄວາມທຸກຍາກ, ຄົບຮອບ 15 ປີ ວ່າ: ພັກ ແລະ ລັດຖະບານ ໄດ້ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການພັດທະນາປະເທດ ແລະ ທຸກສິ່ງທຸກຢ່າງຕ້ອງເຮັດໃຫ້ປະຊາຊົນ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພະຍາຍາມເອົາປະເທດເຮົາຄ່ອຍໆ ກ້າວຂຶ້ນໃຫ້ເປັນປະເທດທີ່ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ທ່ານ ນາຍົກໄດ້ເນັ້ນຕື່ມວ່າ: ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ເຊິ່ງ​ລັດ​ຖະ​ບານ​ ໄດ້ລົງທຶນຢ່າງມະຫານສານ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເປັນ​ຕົ້​ນ​ ...

Read More »

ສະມາຄົມຈີນ ນະຄອນຫຼວງວຽງຈັນ ຄັດເລືອກເອົາຄະນະບໍລິຫານງານ ຊຸດ ທີ 21

ໃນວັນທີ 24 ທັນວາ 2018 ຜ່ານມາ ທີ່ຫ້ອງການສະມາຄົມຈີນ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມແຈ້ງຜົນ ຂອງການປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ຊຸດທີ 21 ຂອງສະມາຄົມຈີນນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ລັດຖະບານ ຕ້ອງການງົບ 1.200 ຕື້ກີບ ເພື່ອສ້ອມແປງທາງທົ່ວປະເທດ

ປີ 2019, ກົມຂົວທາງ ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ ຕ້ອງການ​ງົບປະມານສ້ອມແປງທາງ​ຫຼາຍ​ກວ່າ 1.200 ຕື້ກີບ ​ໃສ່ຈໍານວນ 20 ໂຄງການ ແລະ 148 ສັນຍາ, ໃນນີ້, ຈະມີການສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຍົກລະດັບເສັ້ນທາງ, ກໍ່ສ້າງຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກປ້ອງກັນຄວາມສ່ຽງການເກີດອຸບັດຕິເຫດ ແລະ ອື່ນໆ. ສະເພາະ​ປີ 2018 ນີ້, ໄດ້ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ. ຮອງ​ຫົວໜ້າ​ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ມອບ​ໝາຍ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ແຕ່ລະ​ທ້ອງ​ຖິ່ນ ​ລົງ​ສຳ​ຫຼວດ​ກວດກາ​ສະພາບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ທີ່​ເປ່​ເພ ​ເພື່ອ​ກະກຽມ​ຂຶ້ນ​ແຜນ​ສ້ອມ​ແປງ​ໃນ​ປີ 2019 ນີ້, ໂດຍ​ມີ​ທັງ​ໝົດ 20 ​ໂຄງການ ແລະ 148 ສັນຍາ ​ເຊິ່ງມີຄວາມຕ້ອງການ​ງົບປະມານ​ໃນການກໍ່ສ້າງ ຫຼື ສ້ອມແປງງຫຼາຍ​ກວ່າ 1.200 ຕື້ກີບ ​ໃນ​ນີ້​, ບູລິ​ມະ​ສິດ​ປະ​ເພດ​ໜຶ່ງການ​ສ້ອມ​ແປງ ​ແລະ ...

Read More »

ໂຄງການສົ່ງເສີມການມີສວ່ນຮ່ວມຂອງສັງຄົມ ແລະ ກິດຈະກຳການສ້າງລາຍຮັບ ສຳລັບຄົນພິການ

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມລົງນາມ MOU ກັບ AAR Japan ປະເທດຍີ່ປຸ່ນ ກຽ່ວກັບໂຄງການສົ່ງເສີມການມີສວ່ນຮ່ວມຂອງສັງຄົມ ແລະ ກິດຈະກຳການສ້າງລາຍຮັບ ສຳລັບຄົນພິການໂດຍສະເພາະແມ່ນແມ່ຍິງພິການ ຢູ່ ສປປ ລາວ. ພິທີຈັດຂຶ້ນທີ່ສະມາຄົມຄົນພິການ ແຫ່ງຊາດລາວ ໃນວັນທີ 25 ທັນວາ 2018 ຜ່ານມານີ້ລະຫວ່າງ ທ່ານ ຄຳປິງ ແສງຕານນະລາກ ຫົວໜ້າກົມນະໂຍບາຍ, ພິການ ແລະ ອາຍຸສູງ ແລະ ທ່ານ ນາງ ຄາຊຶມິ ຄູໂບຕ້າ ຜູ້ບໍລິຫານອົງອົງການ AAR Japan ໂດຍມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂຄງການດັ່ງກ່າວ, ແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ດ້ວຍການສ້າງຄວາມຮູ້ຄວາມເຂົ້າໃຈ ໃນການເປັນພິການ ໃຫ້ແກ່ຊຸມຊົນລວມເຖິງການສົ່ງເສີມໃຫ້ຄົນພິການມີສ່ວນຮ່ວມໃນສົງຄົມ ແລະ ເພີ່ມລາຍຮັບໃຫ້ຄົນພິການ, ສາມາກຸ້ມຕົນເອງໄດ້, ໂຄງການຈະເລີ່ມປະຕິບັດທົດລອງຢູ່ 2 ແຂວງເປົ້າໝາຍຄື: ເມືອງປາກລາຍ, ເມືອງພຽງ ແຂວງໄຊຍະບູລີ ແລະ ເມືອງໄຊ, ເມືອງງາ ...

Read More »

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ

ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມຂໍ່ານັບ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃນວັນທີ 25 ທັນວາ 2018 ທີ່ຜ່ານມາ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 24-28 ທັນວາ 2018. ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສັນຕິພາບຫວຽດນາມ, ເຊິ່ງເປັນປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງອົງການຈັດຕັ້ງສັນຕິພາບ ໃຫ້ກ້າວເຂົ້າສູ່ລວງເລິກ, ເຊິ່ງໃນສະພາບການຂອງໂລກປັດຈຸບັນ ການພົວພັນຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງສັນຕິພາບ ຍິ່ງມີຄວາມຈຳເປັນທີ່ສຸດ ຄະນະສັນຕິພາບສອງຝ່າຍ ຈະຕ້ອງປະສານສົມທົບ ...

Read More »

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ທັນວາ 2018

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນລະຫວ່າງ 24 -25 ທັນວາ 2018, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້: 1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນ ຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການສຳລັບປີ 2019. 2. ບົດລາຍງານການຕີລາຄາກ່ຽວກັບສະພາບການເຂົ້າຮ່ວມ, ລາຍງານ ແລະ ຕອບຄຳຊັກຖາມຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII 3. ບົດລາຍງານກ່ຽວກັບການວາງແຜນ ແລະ ດໍາເນີນວຽກງານຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດປີ 2018. 4. ບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ15/ນຍ ແລະ ສະພາບການດຳເນີນທຸລະກິດໄມ້ຢູ່ ສປປ ລາວ. 5. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2018 ...

Read More »