ກະແສສັງຄົມ

ໄທ ສີດນໍ້າລຸດຜ່ອນໝອກຄວັນ ແລະ ແຈກຜ້າອັດປາກຟຣີ ໃຫ້ກັບປະຊາຊົນ

ແຂວງຊຽງລາຍ, ລາຊະອານາຈັກໄທ ສີດນໍ້າ ເພີ່ມຄວາມຊຸ່ມຊື່ນໃນອາກາດ ບໍລິເວນເຂດເທດສະບານຊຽງລາຍທີ່ມີປະຊາກອນຢູ່ໜາແໜ້ນ ແລະ ໄດ້ແຈກໜ້າກາກ N95 ຊະນິດດີ ໃຫ້ປະຊາຊົນຟຣີ ເພື່ອໃຊ້ປ້ອງກັນຝຸ່ນ ແລະ ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ. cr. ท้องถิ่นนิว #TargetMagazine

Read More »

ຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ

ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ໃນວັນທີ 31 ມັງກອນ 2023 ນີ້ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງທະນາຄານທຸລະກິດ ຈໍານວນ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ ເຊິ່ງເນື້ອໃນສໍາຄັນຂອງແຈ້ງການໄດ້ລະບຸດັ່ງນີ້: 1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ. 2.ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະຍົກເລີກສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ດໍາເນີນການປິດບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາຕົວແທນ ພ້ອມທັງຫນັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງີນຕາຕົວແທນທີ່ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023. 3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.ຕາມແຈ້ງການຍັງໃຫ້ຮູ້ອີກວ່າ, ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ໃນວັນທີ 31 ...

Read More »

ທະນາຄານ ແຫ່ງ ສປປ ລາວ ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50000 ກີບ

ຕໍ່ກະແສສັງຄົມຈໍານວນໜຶ່ງກ່ຽວກັບການເບິ່ງໂຕໜັງສືໃນທະນະບັດປະເພດໃບ 50.000 ກີບ “ຫ້າສິບພັນກີບ” (ລຸ້ນປີ 2020) ທີ່ຖ່າຍພາບຈາກກ້ອງຂອງຕົນເອງແລ້ວໂພສລົງ Facebook, ເຊິ່ງເບິ່ງຜິວເຜີນແລ້ວເຫັນເງົາໂຕໜັງສືຄ້າຍຄືເປັນຄຳວ່າ “ຫ້າສຶບພັນກືບ” ນັ້ນເປັນການສ້າງປະເດັນໃນສື່ສັງຄົມອອນລາຍ. ສຳລັບໂຕໜັງສື “ຫ້າສິບພັນກີບ” ແມ່ນໄດ້ຂຽນຖືກຕ້ອງຕາມຫຼັກການທັງໝົດ ແລະ ໄດ້ຜ່ານການອອກແບບທີ່ໄດ້ມາດຕະຖານທາງວິຊາການຄົບຖ້ວນ, ຖ້າພວກເຮົາເບິ່ງຕາມໂທນສີຂອງໂຕໜັງສືກໍຈະເຫັນເປັນສະຫຼະຢ່າງຊັດເຈນ ແລະ ການອອກແບບແມ່ນໄດ້ໃຊ້ຂອບສີຂາວໃສ່ໂຕໜັງສື ເປັນການອອກແບບໂດຍໃຊ້ເອັບເຟັກ (effect) ເງົາຂອງຟ້ອນ (Font) ໂຕໜັງສື, ເຮັດໃຫ້ຕົວໜັງສືໜາ ແລະ ໂດດເດັ່ນຂຶ້ນຈາກອົງປະກອບອື່ນໆຈາກສີພື້ນຫຼັງ, ນັ້ນແມ່ນເຕັກນິກການອອກແບບເພື່ອເຮັດໃຫ້ແຕ່ລະອົງປະກອບຂອງທະນະບັດມີຄວາມຈະແຈ້ງຊັດເຈນ. ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜມັນ. ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ. ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ. ທີ່ມາ: ທະນາຄານແຫ່ງ ສປປ ລາວ #TargetMagazin

Read More »

ຊີ້ແຈງ ພ້ອມຮັບຜິດ! ບໍ່ໄດ້ມີເຈຕະນາລົບຫຼູ່ ພາບທີ່ເຫັນບໍ່ແມ່ນທັງໝົດຂອງຄວາມຈິງ

ຜູ້ຈັດກິດຈະກຳແຫ່ (ນາງອັບພະສອນ) ໄດ້ອອກມາຊີ້ແຈງ ແລະ ຂໍໂທດສັງຄົມເລື່ອງ ການວິພາກວິຈານເຖິງຄວາມບໍ່ເໝາະສົມຂອງພາບການແຫ່ເຊິ່ງໂຊຊ້ຽວໄດ້ເຜີຍແຜ່ພາບດັ່ງກ່າວ. ແຕ່ທາງຜູ້ຈັດງານໄດ້ອອກມາຊີ້ແຈງບັນຫາຜ່່ານເຟສບຸກ ເຊິ່ງມີລາຍລະອຽດດັ່ງນີ້: “ຂໍອະນຸຍາດຊີ້ແຈງ ແລະ ຂໍສົມມາລາໂທດຈາກກິດຈະກຳແຫ່ຜາສາດເຜິ້ງຂອງມື້ວານນີ້ ເຊິ່ງພວກຂ້ານ້ອຍບໍ່ມີເຈຕະນາຈະລົບລູ່ດູໝິ່ນສະຖານທີ່ແຕ່ຢ່າງໃດ ເຮັດຂຶ້ນເພື່ອຫວັງຢາກຊ່ອຍສົ່ງເສີມວຽກງານສິລະປະ ແຕ່ກໍຖືວ່າອາດເປັນສິ່ງທີ່ບໍ່ເໝາະສົມໃນສາຍຕາຂອງສັງຄົມ ເລີຍຢາກຂໍກະຈ່າງແຈ້ງຊີ້ແຈງຕື່ມ ເຊິ່ງກິດຈະກຳນີ້ແມ່ນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ ທີ່ລວມກັນສ້າງຂຶ້ນຈາກການລະດົມແນວຄວາມຄິດໂດຍອ້າງອີງຈາກປະຫວັດສາດ ແລະ ວັນນະຄະດີລາວໃນອະດີດມາເປັນຂໍ້ມູນ ເພາະເຫັນວ່າບາງອັນກໍໄດ້ຊຸດໂຊມຫາຍໄປ. ເຊິ່ງການໃຊ້ສະຫຼ່ຽງແມ່ນອ້າງອີງຈາກຂະບວນແຫ່ໃນອະດີດ ແລະ ການແຕ່ງກາຍແມ່ນອ້າງອີງຂໍ້ມູນຮູບປັ້ນຂອງນາງອັບສອນ ເຊິ່ງເປັນຮ່ອງຮອຍເສດເຫຼືອຈາກວັດຍອດແກ້ວ (ໂຮງຮຽນແພດສາດດຽວນີ້) ເຊິ່ງຖືວ່າເປັນວັດເກົ່າແກ່ທີ່ຖືກສ້າງຂຶ້ນໃນຍຸກລະຫວ່າງພຣະເຈົ້າໄຊເຊດຖາເຖິງຍຸກພຣະເຈົ້າສຸລິຍະວົງສາ ແລະ ປັດຈຸບັນນີ້ຮ່ອງຮອຍເຫຼົ່ານັ້ນຖືກເກັບໄວ້ທີ່ຫໍພຣະແກ້ວ ເພື່ອເປັນການຮື້ຟື້ນງານສິລະປະດັ່ງກ່າວຢາກໃຫ້ຄົນຮຸ່ນໃໝ່ໄດ້ເຫັນເລີຍລົມກັນຈັດກິດຈະກຳຂຶ້ນ. ສຳລັບກິດຈະກຳວານນີ້ພວກຂ້ານ້ອຍພ້ອມດ້ວຍທີມງານຂໍນ້ອມຮັບດ້ວຍຄວາມຈິງໃຈເຖິງຄວາມຜິດພາດ ເຊິ່ງຈະບໍ່ເໝາະສົມກັບສະຖານທີ່ ແລະ ເວລາ ຈາກການແຫ່ຂອງວານນີ້ ໃນເວລາແຫ່ບໍ່ຮູ້ວ່າເພິ່ນເຮັດພິທີທາງສາສະໜາຢູ່ຂ້າງໃນ ເພາະວ່າຕອນແຫ່ມາທາງເຈົ້າໜ້າທີ່ກໍປ່ອຍໃຫ້ເຂົ້າໄປ ຄິດວ່າເພິ່ນແຫ່ປົກກະຕິ ພາຍຫຼັງທີ່ແຫ່ໄປໄລຍະໜຶ່ງກໍເຫັນເພິ່ນກຳລັງເຮັດພິທີອີກຟາກໜຶ່ງກໍເລີຍໃຫ້ນາງງາມໄດ້ລົງຈາກສະຫຼ່ຽງ ແລະ ໃຫ້ຍ່າງແຫ່ ຫຼັງຈາກນັ້ນກໍພາກັນອອກມາ ເຊິ່ງພາບທີ່ເຫັນກໍເປັນພຽງບາງສ່ວນທີ່ບາງທ່ານໄດ້ບັນທຶກໄວ້ ເຊິ່ງມັນອາດບໍ່ເໝາະສົມ ອັນນີ້ຂໍນ້ອມຮັບຜິດດ້ວຍຄວາມຈິງໃຈ ນ້ອມຮັບທຸກຄຳຕຳໜິສົ່ງຂ່າວ ຈະຂໍນໍາໄປແກ້ໄຂໃນຈຸດທີ່ບົກພ່ອງ ແລະ ເປັນບົດຮຽນອັນໃຫຍ່ຫລວງໃນການເຮັດວຽກງານທາງດ້ານສິລະປະວັດທະນະທຳລາວ” ທີ່ມາ:​ FB Korviset Phaxaisombath #TargetMagazine

Read More »

ນໍາໂຕ ເຈ້ທິບ ມາດຳເນີນຄະດີ

ເວບໄຊປ້ອງກັນຄວາມສະຫງົບລາຍງານວ່າ: ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸ​ ພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກຳລັງຕ້ອງການຕົວມາດຳເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈຳນວນຫຼາຍພັນຄົນ ຫອບເງິນຈຳນວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022, ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້. ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື: ​ ເງິນກີບ 20 ຕື້ກີບ ​ ເງິນບາດ 4 ຮ້ອຍລ້ານບາດ ເງິນໂດລາ 4 ລ້ານໂດລາສະຫະລັດ ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍຈຳນວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29​ ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1; ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ. ຂໍ້ມູນ: ປ້ອງກັນຄວາມສະຫງົບ

Read More »

ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ

ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກແຈ້ງວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າ ມາຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດຫມາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າຜະລິດຕະພັນທີ່ໄດ້ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

Read More »

ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນບໍ່ຖືກຕ້ອງ

ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29ປີ, ນັກທຸລະກິດ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ. ຫຼັງກວດພົບເຈົ້າໜ້າທີ່ໄດ້ດຳເນີນການສືບສວນ-ສອບສວນ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017. ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາ ແລະ ບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ. ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງ: ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ ( ຈໍານວນ ...

Read More »

ລັດຖະບານກຽມເປີດແອລຊີມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສະໜອງນໍ້າມັນໃຫ້ພໍ

ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. (ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ) ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ລັດຖະບານ ໄດ້ມີນະໂຍບາຍຫຼຸດອາກອນຊົມໃຊ້ ລົງ 02 ຄັ້ງ. ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼືຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ...

Read More »

TPLUS ຮ່ວມກັບ Universal Studio

ຮ່ວມເປີດປະສົບການຄັ້ງທຳອິດໃນລາວ ກັບການຮ່ວມມືຂອງ 2 ບໍລິສັດລະດັບປະເທດ, ລະຫວ່າງ ບໍລິສັດ TPLUS ເຄືອຂ່າຍທີ່ເປັນທີ່ນິຍົມຂອງຕະຫລາດໄວໜຸ່ມ ແລະ ບໍລິສັດສ້າງໜັງລະດັບໂລກ Hollywood ຈາກປະເທດສະຫະລັດອາເມລິກາ Universal Studio, ທີ່ຄອງໃຈແຟນໆຕັ້ງແຕ່ລຸ້ນນ້ອຍຈົນເຖິງລຸ້ນໃຫ່ຍ. ມາລຸ້ນນຳກັນວ່າຈະມີ Surprise ສຸດພິເສດຫຍັງແດ່ໃນການຮ່ວມມືກັນໃນຄັ້ງນີ້. ພົບກັບເວລາແຫ່ງຄວາມມ່ວນຊື່ນໃນໄວໆນີ້ Time to boogie. For the first time ever, bringing you a new experience in Lao PDR, The wonderful collaboration between TPlus, a major Lao teen mobile network and Universal Studios, the leading movie and entertainment company in the USA that has ...

Read More »

ເຈົ້າໜ້າທີ່ ເມືອງໄຊເສດຖາ ປັບໃໝ ແລະສັ່ງປິດປໍ້າ ທີ່ຂາຍເກີນລາຄາ ຫາກຍັງພົບອີກເພີ່ມໂທດໜັກກວ່າເກົ່າ.

ເຈົ້າໜ້າທີ່ ເມືອງໄຊເສດຖາ ປັບໃໝ ແລະສັ່ງປິດປໍ້າ ທີ່ຂາຍເກີນລາຄາ ຫາກຍັງພົບອີກເພີ່ມໂທດໜັກກວ່າເກົ່າ. ໃນວັນທີ 24 ພຶດສະພາ 2022 ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ລົງກວດກາບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາ ພ້ອມທັງປັບໃຫມ ແລະ ສັ່ງໃຫ້ຢຸດຂາຍຊົ່ວຄາວ. ເຈົ້າຫນ້າທີ່ ເປີດເຜີຍວ່າ: ໄດ້ລົງກວດກາ ແລະ ຮັບແຈ້ງຈາກຜູ້ບໍລິໂພກວ່າ ຍັງມີປໍ້ານໍ້າມັນຈຳນວນຫນຶ່ງ ທີ່ລັກຂາຍນໍ້າມັນເກີນລາຄາ, ພາຍຫລັງໄປກວດສອບ ໄດ້ພົບເຫັນການກະທຳຜິດແທ້. ສະນັ້ນ, ເຈົ້າຫນ້າທີ່ຈຶ່ງໄດ້ສ້າງບົດບັນທຶກກັບບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາກວ່າແຈ້ງການ. ການກວດກາຄັ້ງນີ້, ເຈົ້າຫນ້າທີ່ຍັງໄດ້ໃຫ້ຢຸດຂາຍຊົ່ວຄາວ ແລະ ປັບໃຫມຕາມລະບຽບການ ປໍ້າລະ 5.000.000 ກີບ, ໃນຄັ້ງຕໍ່ໄປແມ່ນ ຫນັກກວ່ານີ້. ຂໍ້ມູນ: News Times

Read More »