ນັກຮຽນດີ ຄະນະສັງຄົມສາດ-ສະຖາປັດ-ອັກສອນສາດ ໄດ້ຮັບທຶນການສຶກສາ.

ເພື່ອ​ປະ­ກອບ­ສ່ວນ​ໃຫ້​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃນ​ຂະ­ແໜງ­ການ​ສຶກ​ສາ​ຂອງ ມຊ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະນັກ​ສຶກ​ສາ​ທີ່​ຮຽນ​ດີ ແຕ່​ຂາດ­ທຶນ​ສົ່ງ­ເສີມ,

ທ່ານ ຄິມ ໂຮ ກອງ ປະ­ທານ​ກວດ​ສອບ​ການ​ບັນ­ຊີ​ມະ­ຫາ­ຊົນ ສ ເກົາ­ຫຼີ ມອບ​ທຶນ​ການ​ສຶກ​ສາ ສົກ­ຮຽນ 2018-2019 ໃຫ້​ນັກ​ສຶກ​ສາ​ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ລາວ (ມຊ) 75 ຄົນ ລວມ​ມູນ​ຄ່າ 180 ລ້ານ​ກີບ ໃນ​ນີ້ ຄະ­ນະ​ສັງ­ຄົມ​ສາດ 45 ຄົນ ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ 20 ຄົນ ແລະ ຄະ­ນະ​ອັກ­ສອນ­ສາດ 10 ຄົນ.

ພິ​ທີ​ລົງ​ນາມ​ຂໍ້​ຕົກ­ລົງ​ການ​ຮ່ວມ​ມື ແລະ ມອບ​ທຶນ​ການ​ສຶກ​ສາ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 25 ທັນ­ວາ 2018 ຢູ່​ສະ­ໂມ­ສອນ ມຊ ລະ­ຫວ່າງ​ທ່ານ ເດ​ຊາ­ນຸ​ລາດ ແສນ​ດວງ​ເດດ ຄະ­ນະ­ບໍ­ດີ​ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ທ່ານ ສິນ​ທະ​ວອນ ດາ­ລາ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ ທ່ານ ເກດ​ແກ້ວ ພັນ­ທະ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ອັກ­ສອນ­ສາດ ແລະ ທ່ານ ຄິມ ໂຮ ກອງ ໂດຍ​ມີ​ທ່ານ​ນາງ ສົມ​ຈັນ ບຸນ​ພັນ​ມີ ຮອງ​ອະ­ທິ­ການ​ບໍ­ດີ ມຊ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຂໍ້ມູນຈາກ: ເວບໄຊ໌ ວຽງຈັນໃໝ່.

Comments