News

ຍີ່ປຸ່ນ ຊ່ວຍເຫຼືອ 2,4 ຕື້ກວ່າກີບ ສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອລ້າ ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບສຳລັບຄົນພິການ ສະເພາະແມ່ນແມ່ຍິງພິການ ຢູ່ສປປ ລາວ ໂດຍການເຊັນສັນຍາລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຊຸມິ ຄຸໂບຕະ ຕາງໜ້າຈາກສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ. ໂຄງການດັ່ງກ່າວ, ເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 292.195 ໂດລາສະຫະລັດ ຫຼື 2,4 ຕື້ກວ່າກີບ ເພື່ອສະໜັບສະໜູນການສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ, ເຊິ່ງໄລ ຍະໂຄງການແມ່ນ 2 ປີ ແລະ ການເຊັນສັນຍາຄັ້ງນີ້ ແມ່ນການສະໜັບສະໜູນທຶນປີທຳອິດ. ໂຄງການນີ້,ໄດ້ເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມພິການໃຫ້ຊຸມຊົນ ຜ່ານການຈັດກິດຈະກຳເສີມສ້າງ ຄວາມຮູ້ໃຫ້ປະຊາຊົນ ເພື່ອສ້າງໂອກາດໃຫ້ຜູ້ພິການ ໄດ້ຮ່ວມມືກັນສ້າງສະພາບແວດລ້ອມ ທີ່ທຸກຄົນເຂົ້າຮ່ວມໄດ້ ໂດຍບໍ່ມີການຈຳແນກ. ທີ່ມາ: ຂ່າວສານປະເທດລາວ

Read More »

ທ່ານ ລຽນ ທິແກ້ວ ລົງຊຸກຍູ້ພື້ນຖານການຜະລິດເປັນສິນຄ້າ ທີ່ເມືອງປາກຊ່ອງ

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ຢ້ຽມຢາມພື້ນຖານການຜະລິດເປັນສິນຄ້າ ທີ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ແລະ ຢ້ຽມຊົມໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າຫ້ວຍເຫ ເພື່ອສະໜອງນໍ້າໃຫ້ເນື້ອທີ່ການຜະລິດປະມານ 2.500 ເຮັກຕາ ໃນ 10 ບ້ານ ຈໍານວນ 1.200 ຄອບຄົວ. (ຄຣິບຂ່າວ) ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລົງຢ້ຽມຢາມພື້ນຖານການຜະລິດ ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລົງຢ້ຽມຢາມພື້ນຖານການຜະລິດເປັນສິນຄ້າທີ່ເມືອງປາກຊ່ອງ Posted by ສະຖານິໂທລະພາບແຂວງຈຳປາສັກ on Tuesday, December 25, 2018   ຂອບໃຈຂໍ້ມູນຈາກ: ໂທລະພາບຈໍາປາສັກ.

Read More »

ຄະນະສິລະປະກອນ ກອງທັບປົດປ່ອຍປະຊາຊົນຈີນ ຈັດການສະແດງ

ຕອນຄໍ່າຂອງວັນທີ 24 ທັນວາ 2018 ຜ່ານມານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ຄະນະສິລະປະກອນ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດການສະແດງເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາແຂກທີ່ເຊີນ, ພ້ອມດ້ວຍພະນັກງານທະຫານຕໍາຫຼວດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຈີນຕ່າງດ້າວ ແລະ ຊາວຈີນພົ້ນທະເລ ຢູ່ນະຄອນຫຼວງວຽງຈັນ 1.000 ກວ່າຄົນເຂົ້າຮ່ວມຊົມການສະແດງ.  ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້ານາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ ສະແດງຄວາມຮູ້ສຶກພາກພູມໃຈ ...

Read More »

ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການເຮັດອະນາໄມ ອ້ອມຂ້າງຫໍຫຼັກເມືອງ.

ໃນວັນທີ 25 ທັນວາ 2018 ພະນັກງານພະແນກ ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການອອກແຮງງານລວມ ອະນາໄມອ້ອມຂ້າງຫໍຫຼັກເມືອງ. ເພື່ອກະກຽມໃຫ້ແກ່ການຈັດງານສະເຫຼີມສະຫຼອງຫໍຫຼັກເມືອງຄົບຮອບ 5 ປີ.ທີ່ຈະຈັດຂຶ້ນໃນທ້າຍປີນີ້ (ຄຣິບຂ່າວ) ພະນັກງານພະແນກ ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການອອກແຮງງານລວມ ອານາໄມອ້ອມຂ້າງຫໍຫຼັກເມືອງ. 25.12.2018(ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໝອນ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, December 25, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ເລີ່ມວັນທີ 26 ທັນວາ ນໍ້າມັນຂາຍຍ່ອຍທົ່ວປະເທດປັບລົງອີກ

ຖືເປັນຂ່າວດີ ຕ້ອນຮັບປີໃໝ່ສາກົນ 2019 ລາຄານໍ້າມັນຫຼຸດລົງຕື່ມອີກ…

Read More »

ນະຄອນຫຼວງວຽງຈັນ-ມົດສະກູ ລົງນາມບົດບັນທຶກການຮ່ວມມືລະຫວ່າງ ອົງຄະນະພັກ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ອົງ­ຄະ​ນະ​ພັກ ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຈັດ​ຂຶ້ນ​ວັນ​ທີ 21 ທັນ­ວາ 2018 ຢູ່​ຫ້ອງ​ວ່າ­ການ ນວ ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ອົງ­ຄະ​ນະ​ພັກ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ເດີນ­ທາງ​ມາ​ຢ້ຽມ­ຢາມ​ລາວ ວັນ​ທີ 17-22 ທັນ­ວາ 2018, ລົງ​ນາມ​ລະ­ຫວ່າງ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ ນວ ແລະ ທ່ານ ປາ​ຣ​ໂຟ​ນົບ ເດ​ນິ​ສ ອັນ​ເດ​ເຢວິດ ຄະ­ນະ​ກຳ­ມະ­ການ​ຂັ້ນ​ສູນ​ກາງ­ຂອງ​ພັກ​ກອມ​ມູ​ນິດ​ຣັດ​ເຊຍ ຮອງ​ເລ­ຂາ​ອົງ­ຄະ​ນະ​ພັກ​ກອມ​ມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຜູ້​ແທນ​ສະ­ພາ​ດູ​ມາ​ຂອງ​ສະ­ຫະ­ພັນ​ສາ­ທາ­ລະ­ນະ​ລັດ​ຣັດ​ເຊຍ ໂດຍ​ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ອົງ­ຄະ​ນະ​ພັກ ​ສອງ​ນະ­ຄອນ­ຫຼວງ ຈະສືບ­ຕໍ່​ສາຍ​ພົວ­ພັນ​ກັນ ບົນ​ພື້ນ­ຖານ​ຫຼັກ­ການ​ມິດ­ຕະ­ພາບ ຄວາມ​ສາ­ມັກ­ຄີ ຄວາມ​ສະ­ເໝີ­ພາບ ການ​ເຄົາ­ລົບ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເປົ້າ​ໝາຍ​ໃນ​ການ​ຮັດ​ແໜ້ນ ເສີມ​ຂະ­ຫຍາຍ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມູນ­ເຊື້ອ​ລະ­ຫວ່າງ​ສອງ​ພັກ​ປະ­ຊາ­ຊົນ​ຂອງ​ສອງ​ຊາດ ລາວ-ຣັດ​ເຊຍ ກໍ​ຄື ລະ­ຫວ່າງ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ແລະ ...

Read More »

ຂ່າວດີ ຕ້ອນຮັບປີໃໝ່ ນໍ້າມັນລາຄາລົງ ອີກແລ້ວ….ມື້ອື່ນຕອນເຊົ້າ

ສະມາຄົມນ້ຳມັນເຊື້ອໄຟ ໄດ້ມີການປັບລາຄານ້ຳມັນໜ້າປ້ຳລົງ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 26/12/2018 ນ້ຳມັນແອັດຊັງພິເສດ ປັບລົງ 200 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບລົງ 200 ກີບ/ລິດ ນ້ຳມັນກາຊວນ ປັບລົງ 200 ກີບ/ລິດ

Read More »

“ພູມັງກອນ” ມົນທົນກວາງຕຸ້ງ ກຽມພ້ອມເປີດບໍລິການປີໃໝ່ 2019

ຮູບປັ້ນໂຕມັງກອນຂະໜາດໃຫຍ່ ບໍລິເວນເຂດພູ “ທຽນຊີ” Tianzi #Guangdong  ມູນຄ່າການກໍ່ສ້າງ 35 ລ້ານຢວນ ຫຼື ປະມານ 5 ລ້ານໂດລາສະຫະລັດ ຈະເປີດໃຫ້ບໍລິການແກ່ມວນຊົນໃນວັນປີໃໝ່ 2019 ນີ້,ຊຶ່ງນັກທ່ອງທ່ຽວສາມາດເດີນທາງໄປຕາມລໍາຕົວຂອງໂຕມັງກອນລຽບຕາມໜ່ວຍພູ “ທຽນຊີ” Tianzi Mountain ເພື່ອຂຶ້ນໄປເບິ່ງຈຸດຊົມວິວນໍ້າຕົກທີ່ສູງ 128 ແມັດ. ຂໍ້ມູນຈາກ: People’s Daily China

Read More »

ນາງ ແສງເດືອນ ໂຊກດີ ໄດ້ຮັບລາງວັນ ຄໍາ 25 ບາດ

ອີງຕາມການລາຍງານຂອງທະນາຄານ ຊາຄອມແບັງ ລາວ ສາຂາປາກເຊ ໃຫ້ຮູ້ວ່າ: ທະນາຄານ ຊາຄອມແບັງ ລາວ ໄດ້ມີກິດຈະກໍາສົ່ງເສີມລູກຄ້າ ທົ່ວລະບົບທະນາຄານດັ່ງກ່າວ ທີ່ຝາກເງິນປະຢັດມີກໍານົດ ແຕ່ 6 ເດືອນ ແລະ 12 ເດືອນ ຂຶ້ນໄປ ໃນຈໍານວນເງິນແຕ່ 1 ລ້ານກີບ ຫຼື 100 ໂດລາສະຫະລັດ ຫຼື 5 ພັນບາດ ພາຍໃຕ້ຫົວຂໍ້ “ ວັນເກີດມ່ວນຊື່ນ – ແຈກພັນລາງວັນ ” ເພື່ອສະເຫຼີມສະຫຼອງ ຄົບຮອບ 10 ປີ ກັບທະນາຄານ ຊາຄອມແບັງ ລາວ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນເມສາ 2018 ທີ່ຜ່ານມາ ເຖິງຕົ້ນເດືອນພະຈິກ 2018 ຈິ່ງໄດ້ຢຸດຕິກິດຈະກໍາ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາ ຜູ້ໂຊກດີໄດ້ຮັບລາງວັນພິເສດ ແມ່ນ ນາງ ແສງເດືອນ ແກ້ວກຸນນະວົງ ອາຍຸ 31 ປີ ຢູ່ບ້ານຄໍາແປງ ເມືອງຊະນະສົມບູນ ແຂວງຈໍາປາສັກ ເຊິ່ງພິທີມອບລາງວັນພິເສດດັ່ງກ່າວ ຈັດຂຶ້ນໃນວັນທີ ...

Read More »

ທ່ານ ຈູມມາລີ ໄຊຍະສອນ ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້

ທ່ານ ຈູມມາລີ ໄຊຍະສອນ  ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້ ຄື: ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ. ການພົບປະໂອ້ລົມຄັ້ງນີ້ ຈັດຂຶ້ນຢູ່ຫ້ອງວ່າການແຂວງຈໍາປາສັກ, ເຂົ້າຮ່ວມຮັບຟັງການໂອ້ລົມມີທ່ານ ປອ.ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາທ່ານເລຂາ-ຮອງເລຂາພັກແຂວງ ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ. ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຟັງການລາຍງານສະພາບລວມທົ່ວໄປຂອງແຂວງຈໍາປາສັກ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ວຽກງານພັກ-ພະນັກງານ ໂດຍຫຍໍ້ ເຊິ່ງລາຍງານໂດຍທ່ານ ປອ. ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງໃນ 9 ...

Read More »