News

ມີທຶນການສຶກສາ UWC 2019-2021 ໃຫ້ນັກສຶກສາລາວ !!! ສະ​ໝັກດ່ວນ

ທຶນການສຶກສາ UWC 2019-2021 ສະເພາະ ນັກສຶກສາລາວ !!! ອ່ານລາຍລະອຽດ ແລະ ວິທີການສະໝັກ ຕາມລິ້ງ ຕໍ່ໄປນີ້ !!! ປິດຮັບສະໝັກ: 1 ກຸມພາ 2019 ສາມາດເລືອກໄປຮຽນໄດ້ ປະເທດໃດປະເທດໜຶ່ງ ໃນ 4 ປະເທດນີ້: Norway ,  Netherlands ,  Thailand ,  China ທຶນການສຶກສາ UWC 2019 – 2021 ທີ່ພວກນ້ອງລໍຖ້າໄດ້ເປີດຮັບສະໝັກຢ່າງເປັນທາງການແລ້ວ. ຫາກນ້ອງນັກຮຽນຜູ້ໃດມີຄວາມສົນໃຈ, ກໍສາມາດສະໝັກໄດ້ຜ່ານທາງ la.uwc.org/application. ປິດຮັບສະໝັກວັນທີ 1 ກຸມພາ ປີ 2019. ກະລຸນາອ່ານລາຍລະອຽດການສະໝັກໃຫ້ຄົບຖ້ວນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງໄດ້ທີ່ facebook.com/uwclaos ຫຼື la.uwc.org ສອບຖາມໄດ້ທີ່ [email protected] Sabaidee students! UWC scholarship 2019 – 2021 is now opened. ...

Read More »

ສໍາລັບຜູ້ປະກອບການ ຫຼືບໍລິສັດໃຫຍ່ໆ ການທຸ່ມເທເງິນເພື່ອເຮັດການຕະຫຼາດບໍ່ແມ່ນເລື່ອງໃຫຍ່ ແຕ່ສໍາລັບຜູ້ປະກອບການໃໝ່ໆ ທີ່ຫາກະເຂົ້າມາສູ່ໂລກທຸລະກິດ ອາດຈະຕ້ອງມາຮຽນຮູ້ກັບຍຸດທະສາດທີ່ມີປະສິດທິພາບ ເພື່ອໃຫ້ປະສົບຄວາມສໍາເລັດໂດຍບໍ່ຕ້ອງສິ້ນເປືອງຫຼາຍ…

ຍຸດທະສາດທາງການຕະຫຼາດສໍາລັບ Startup ສໍາລັບຜູ້ທີ່ປະກອບທຸລະກິດ Startup ຖ້າລອງຖາມຕົວເອງເບິ່ງວ່າ ທຸກມື້ນີ້ສິນຄ້າຂອງເຮົາສາມາດສ້າງຍອດຂາຍໄດ້ດ້ວຍຕົນເອງແລ້ວບໍ່? ຄົງຕ້ອງບອກວ່່າ ຍັງ ເພາະເຖິງວ່າສິນຄ້າດີເດັ່ນຂະໜາດໃດ ແຕ່ຖ້າຂາດຊ່ອງທາງການຈໍາໜ່າຍ ແລະຕະຫຼາດທີ່ດີ ທຸລະກິດຍ່ອມບໍ່ປະສົບຄວາມສໍາເລັດຢ່າງແນ່ນອນ. ສໍາລັບຜູ້ປະກອບການ ຫຼືບໍລິສັດໃຫຍ່ໆ ການທຸ່ມເທເງິນເພື່ອເຮັດການຕະຫຼາດບໍ່ແມ່ນເລື່ອງໃຫຍ່ ແຕ່ສໍາລັບຜູ້ປະກອບການໃໝ່ໆ ທີ່ຫາກະເຂົ້າມາສູ່ໂລກທຸລະກິດ ອາດຈະຕ້ອງມາຮຽນຮູ້ກັບຍຸດທະສາດທີ່ມີປະສິດທິພາບ ແລະຊ່ວຍສ້າງຄວາມສໍາເລັດໃນໄລຍະທໍາອິດແບບບໍ່ຕ້ອງເປືອງເງິນຫຼາຍເຊັ່ນ: ການໃຊ້ Affiliate Marketing Affiliate Marketing ຄືຍຸດທະສາດການຕະຫຼາດທີ່ເຮົາໄດ້ຮັບ Commission ຈາກການນໍາສິນຄ້າ ຫຼືບໍລິການໄປPromote ໃຫ້້ Website ຫຼື Social media ແລະເຮົາໄດ້ສ່ວນແບ່ງກໍາໄລຈາກຍອດຂາຍນັ້ນໆ. ເບິ່ງອີກແງ່ໜຶ່ງ ເມື່ອເຮົາເປັນນ້ອງໃໝ່ໃນວົງການທຸລະກິດ ເຮົາສາມາດໃຊ້ Affiliate Marketing ໂດຍການໄປຝາກຂາຍສິນຄ້າຕາມ Website ທີ່ມີຄົນຮູ້ຈັກຫຼາຍໆ ເພື່ອເພີ່ມຍອດຂາຍໄດ້ຢ່າງສົມເຫດສົມຜົນ ດັ່ງນັ້ນ ພະຍາຍາມບອກຈຸດເດັ່ນຂອງສິນຄ້າໃຫ້ໄດ້ ເພື່ອກະຕຸ້ນໃຫ້ຜູ້ທີ່ໄດ້ຮັບສິນຄ້າໄປ Promote ຫຼືຈໍາໜ່າຍຕໍ່ ສາມາດກະຕຸ້ນລູກຄ້າໃຫ້ຕ້ອງການຊື້ສິນຄ້າຂອງເຮົາ. ພັດທະນາ Content Marketing ໃນປັດຈຸບັນທຸລະກິດ 100 ລະ 90 ລ້ວນແຕ່ໃຊ້ Content Marketing ເພື່ອພັດທະນາ ...

Read More »

ມອບໃບຍ້ອງຍໍໃຫ້ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ

ຕົວແທນນັກຮຽນເກັ່ງລະດັບມັດທະຍົມຕອນປາຍ ທີ່ສາມາດຍາດໄດ້ຕໍາແໜ່ງຮອງຊະນະເລີດໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8, ASEAN Quiz ທີ່ເມືອງບາຫລີ, ປະເທດອິນໂດເນເຊຍ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-7 ທັນວາ 2018 ຜ່ານມາ ໄດ້ຮັບການຍ້ອງຍໍຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊຶ່ງໃຫ້ກຽດນມອບໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ (ຖວທ). ພິທີຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມາທີ່ໂທລະພາບແຫ່ງຊາດລາວ, ໃນໂອກາດຈັດພິທີມອບລາງວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ ໃນຫົວຂໍ້ “ ປີທ່ອງທ່ຽວລາວ 2018 ” ໃຫ້ບັນດານັກຂຽນ ແລະ ນັກຂ່າວ ຢູ່ອົງການສື່ ແລະ ສຳນັກພິມຕ່າງໆ. ນັກຮຽນດີເດັ່ນທີ່ເຂົ້າແຂ່ງຂັນ ASEAN Quiz ຂອງ ສປປ ລາວ ໃນຄັ້ງນີ້ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນມັດທະຍົມສົມບູນ ປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ ...

Read More »

ສູນ ICT ອຸດົມໄຊ ຕ້ອນຮັບການຢ້ຽມຢາມຖອດຖອນບົດຮຽນຂອງສູນ ICT 3 ແຂວງ ພາກເໜືອ

ໃນທ້າຍເດືອນທັນວາ 2018 ຜ່ານມານີ້ຢູ່ທີ່ ໂຮງຮຽນ ມ.ສ ເມືອງໄຊ ແຂວງອຸດົມໄຊ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶກສາ ( ICT ) ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມຂອງຄະນະນໍາສູນ ICT ຈາກ 3 ແຂວງ ພາກເໜືອ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ສີລາທອດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ແລະ ທ່ານ ຈັນເພັງ ປັນຍາສັກ ຜູ້ອຳນວຍການສູນ ICT ແຂວງ ອຸດົມໄຊ, ທ່ານ ໄມ່ສີທອງ ທັນຂັນຕິ ຜູ້ອຳນວຍການໂຮງ ຮຽນມ.ສ ເມືອງໄຊ ພ້ອມດ້ວຍວິຊາການທີ່ມາຈາກບັນດາຂະແໜງຢູ່ພະແນກສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານພາຍໃນສູນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ຄະນະທິມງານທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນຄັ້ງນີ້ໂດຍມີ ທ່ານ ຖະໜອມສັກ ແກ້ວວັນຕັນຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ ບຸນຮັກ ລໍວັນຈິດ ອໍານວຍການສູນ ICT ...

Read More »

ຄວາມໝາຍຂອງ ຍອດຊໍ່ຟ້າ

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ ພວກເຮົາຈະພາບັນດາທ່ານໄປຮູ້ຈັກກັບຄວາມໝາຍຂອງ “ຍອດຊໍ່ຟ້າ” ຍອດຊໍ່ຟ້າຢູ່ທີ່ຫຼັງຄາຂອງອາຮາມ ,ສີມ ນັ້ນແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື ພຣະທັມມະຈັກກັບປະວັດຕະນະສູດ ເຊິ່ງເປັນປະຖົມມະບົດຂອງທັມມະເທດສະໜາ ກັນທຳອິດຂອງພຣະສັມມາສັມພຸດທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທດສະໜາແກ່ ປັນຈະວັກຄີທັງ 5 ອົງ ເຊິ່ງມີເນື້ອໃນກ້າວເຖິງ ຕອນທີ່ພຣະພຸດທະເຈົ້າກຳລັງປະຕິບັດຕົນເພື່ອປະຕິເສດ ທາງສອງສາຍຄື: ບໍ່ເຄັ່ງເກີນໄປ ແລະ ບໍ່ຍານເກີນໄປ (ເຄັ່ງຫຼາຍຈົນຂາດ, ຍານຫຼາຍສຽງບໍ່ມ່ວນ) ແລ້ວປະຕິບັດທາງສາຍກາງ (ບໍ່ເຄັ່ງເກີນ, ບໍ່ຍານເກີນ) ອັນເປັນແບບຢ່າງທີ່ປະຕິບັດທີ່ຖືກຕ້ອງໃຫ້ແກ່ມວນມະນຸດ ແລະ ມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັດສີ່ ເພື່ອດຳເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດໄທ ນິໂຣດ ມັກເພື່ອໄປສູ່ ພຣະນິພານ ເຊິ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຸດທະສາສະໜາ ເມື່ອພຣະຜູ້ມີພຣະພຸດທະເຈົ້າ ຕັດທັມມະຈັກກັບປະວັດຕະນະສູດ ຢູ່ນັ້ນ ດວງພຣະເນດສ່ອງເຫັນທັມ ສ່ອງເຫັນ 15 ຊັ້ນນາຮົກ 16 ຊັ້ນສະຫວັນ. ສະນັ້ນ, ບູຮານລາວຈຶ່ງນິຍົມຖືເອົາຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ...

Read More »

ນັກກິລາລາວ ສາມາດຍາດໄດ້ ອັນດັບ 6 ຂອງຕາຕະລາງແຂ່ງຂັນ

ວັນທີ 29 ທັນວາ 2018 ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີຍ້ອງຍໍຊົມເຊີຍຜົນສໍາເລັດການສົ່ງນັກກິລາ ເຂົ້າຮ່ວມງານມະຫາກຳ ກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 19 ທີ່ຈັດຂຶ້ນຢູ່ປະເທດມຽນມາ ລະຫວ່າງວັນທີ 10 ຫາ 19 ທັນວາ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 94 ຄົນໃນ 9 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ໂວວີນາມ (Vovinam), ຍິງທະນູ, ວູຊູ, ເປຕັງ, ກະຕໍ້, ດອກປີກໄກ່ ແລະ ກ໊ອຟ, ນໍາໃຊ້ງົບ ປະມານທັງໝົດ 6 ຕື້ກ່ວາກີບ ສາມາດຍາດໄດ້ 7 ຫຼຽນຄໍາ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 6 ຂອງຕາຕະລາງຈາກທັງໝົດ 11 ...

Read More »

ທ່ານ ທອງລຸນ ສີສຸລິດ ໃຫ້ກຽດປະດັບຫຼຽນໄຊແຮງງານ

ວັນທີ 28 ທັນວາ 2018 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ປະດັບຫຼຽນ ໄຊແຮງງານ ໃຫ້ນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 18, ເອຊຽນພາລາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ແລະ ການເຂົ້າຮ່ວມແຂ່ງຂັນລະດັບສາກົນ ປີ 2018. ຂໍ້ມູນຈາກ: ຂປລ.

Read More »

ແຈ້ງການ!!! ນຳໃຊ້ແບບຟອມ ການຂໍນຳເຂົ້າ-ສົ່ງອອກ ຜະລິດຕະພັນສິນຄ້າກ່ຽວກັບສັດ

ກະຊວງ ກະສິກຳ ແລະ ປ່າໄມ້ແຈ້ງການນຳໃຊ້ແບບຟອມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ອີງຕາມ ແຈ້ງການ ກ່ຽວກັບ ການນຳໃຊ້ແບບພິມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ, ລົງວັນທີ 27 ກໍລະກົດ 2018. ການນຳໃຊ້ແບບພິມສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ແມ່ນວິທີການນຶ່ງທີ່ຈະເປັນການອຳນວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນທົ່ວໄປທີ່ປະກອບທຸລະກິດນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງໃຫ້ມີຄວາມສະດວກ ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້. ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ກົດໝາຍວ່າດ້ວຍການປະມົງ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ລະບຽບການອື່ນລວມທັງລະບຽບການພາຍໃນ ...

Read More »

ທ່ານ ຜູ້ນໍາພັກ-ລັດ ຕ້ອນຮັບປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ

ທ່ານ ດຣ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ໄດ້ຕ້ອນຮັບ  ທ່ານ ຕາເກໂອະ ຄາວາມຸຣະ (HE Mr. Takeo KAWAMURA), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ໃນຕອນເຊົ້າວັນທີ 27 ທັນວາ 2018, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 26-28 ທັນວາ 2018 ນີ້. ທ່ານ ດຣ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ. ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ...

Read More »

ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ໄດ້ຖືກເລືອກໃຫ້ເປັນປະທານອີກໜຶ່ງສະໄໝ

ອິງຕາມຂໍ້ຕົກລົງ ເລກທີ 677/ນຊ.ນວ ລົງວັນທີ 20 ທັນວາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບດໍາເນີນການປ່ອນບັດເອົາຄະນະບໍລິຫານງານ ສະມາຄົມຈີນ ນະຄອນຫຼວງວຽງຈັນ ຊຸດທີ່ 21. ສະມາຄົມຈີນ ນວ ໄດ້ດໍາເນີນການປ່ອນບັດຄະນະຊຸດທີ 21 ຂຶ້ນຢ່າງເປັນທາງການໃນວັນທີ 23 ທັນວາ 2018 ເຊິ່ງຜູ້ມີສິດປ່ອນບັດເຂົ້າຮ່ວມ 222 ທ່ານ ຄັດເລືອກເອົາຄະນະ 15 ທ່ານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນທ່ຽງ ຂຸນສີ ຄະນະປະຈໍາພັກ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ອະວຸໂສຊາວລາວເຊື້ອສາຍຈີນ,ອໍານາດການປົກຄອງເມືອງ ແລະ ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ. ຫຼັງຈາກນັ້ນໃນວັນທີ 24 ທັນວາ 2018 ຄະນະຊຸດໃໝ່ 15 ທ່ານ ໄດ້ເປີດກອງປະຊຸມ ເພື່ອຄັດເລືອກເອົາປະທານ ແລະ ຮອງປະທານ,ຄະນະກວດກາ ແລະ ຄະນະຈັດຕັ້ງ ຜົນປະກົດດັ່ງນີ້: ຄະນະປະທານ ປະກອບມີ 6 ທ່ານ ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ໄດ້ຖືກເລືອກໃຫ້ເປັນປະທານສະມາຄົມອີກໜຶ່ງສະໄໝ ແລະ ...

Read More »