News

ຊາວໜຸມ ຮສສ ຈໍາປາສັກ ອອກແຮງງານຕ້ອນຮັບວັນຊາດ

ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນຮັບວັນຊາດທີ 2 ທັນວາ,ຄົບຮອບ 43 ປີ. ໃນຕອນເຊົ້າຂອງວັນທີ 29 ພະຈິກ 2018 ຊາວໜຸ່ມຮາກຖານພະແນກ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຈຳປາສັກ ໄດ້ເຕົ້າໂຮມກັນອອກແຮງງານສາມັກຄີ ດ້ວຍການເຮັດອະນາໄມ ຕາມຂອບເຂດຄວາມຮັບຜິດຊອບ ຢ່າງເປັນຂະບວນຟົດຟື້ນ.   ຂໍ້ມູນຈາກ: ຮສສ ຈໍາປາສັກ.

Read More »

ສື່ມວນຊົນອາຊຽນ ຢ້ຽມຢາມສະຖານທີ່ທ່ອງທ່ຽວຂອງລາວ.

ໂອກາດເຂົ້າຮ່ວມສຳມະນາສື່ສິ່ງພິມອາຊຽນ ໃນຍຸກການນໍາໃຊ້ “ດີຈີຕອນ” ໃນວັນທີ 28 ພະຈິກ 2018 ບັນດາຕົວແທນສື່ມວນຊົນ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງລາວ, ໂດຍສະເພາະແມ່ນສວນພຶກສາ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມເດີນທາງ. ໂອກາດນີ້, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ເຖິງຈຸດປະສົງໃນການສ້າງຕັ້ງ ເຊິ່ງເລີ່ມເປີດບໍລິການໃນປີ 2016 ຕັ້ງເປົ້າໄວ້ເພື່ອສ້າງເປັນແຫຼ່ງທ່ອງທ່ຽວ ເປັນສວນອາຫານ ເປັນສວນຊົນເຜົ່າມົ້ງ, ຮຽນຮູ້ວິຖີຊີວິດວັດທະນະທຳ ບັນດາເຜົ່າຂອງລາວ ແລະ ກິດຈະກໍາທາງດ້ານວັດທະນະທໍາ ແລະ ກິລາ ເປັນບ່ອນພັກຜ່ອນຂອງມວນຊົນ ເປັນບ່ອນທັດສະນະສຶກສາ ພັນໄມ້ຕ່າງໆ. ມາຮອດປັດຈຸບັນ ກະແສຕອບຮັບຈາກສັງຄົມແມ່ນດີສົມຄວນ ພວກເຮົາຄາດຫວັງວ່າໃນອະນາຄົດ ສະຖານທີ່ແຫ່ງນີ້ຈະກາຍເປັນ “ແລນມາກ” ຂອງນະຄອນຫຼວງວຽງຈັນ. ສວນພຶກສາ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 47 ເຮັກຕາ, ສັນຍາລັກຂອງສວນແມ່ນຮູບປັ້ນ “ໄດໂນເສົາຄູ່” . ການບໍລິການພາຍໃນສວນ ມີ ບໍລິການລົດໄຟຟ້ານໍາທ່ຽວ, ...

Read More »

ປີ 2019 ລັດຖະບານຈະຫຼຸດການຂາດດຸນງົບປະມານ

ອີງຕາມບົດສະຫຼຸບຂາດຕົວຂອງແຜນງົບປະມານແຫ່ງລັດ ປະຈຳປີ 2017 ລັດຖະບານມີລາຍຮັບຕົວຈິງຢູ່ທີ່ຕົວເລກ 23 ພັນຕື້ກີບ, ລາຍຈ່າຍ 31 ພັນຕື້ກີບ, ຂາດດຸນງົບປະມານຕົວຈິງເກືອບ 8 ພັນຕື້ກີບ, ດຸນງົບປະມານຕົວຈິງເກືອບ 14 ພັນຕື້ກີບ. ໃນນັ້ນ, ທົດແທນເງິນກູ້ ແລະ ພັນທະບັດຕ່າງປະເທດ ຈຳນວນເກືອບ 3 ພັນຕື້ກີບ, ທົດແທນພັນທະບັດລະດົມທຶນ ແລະ ພັນທະບັດລົງທຶນເກືອບ 3 ພັນຕື້ກີບ ແລະ ຍັງເຫຼືອເງິນດຸນດ່ຽງຕົວຈິງປະມານ 8 ພັນຕື້ກວ່າກີບ. ດັ່ງນັ້ນໃນປີ 2019 ລັດຖະບານຈະຫຼຸດການຂາດດຸນລົງມາຢູ່ທີ່ 4,28% ຂອງ GDP.ໃນຂະນະທີ່ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດຄະເນປີ 2018 ຈະຢູ່ທີ່ 4,72%. ຂໍ້ມູນດັ່ງກ່າວແມ່ນການລາຍງານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ ...

Read More »

ປີນິ້ອາດບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ 5 ລ້ານເທື່ອຄົນ.

ໃນ 6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານກວ່າເທື່ອຄົນ ແຕ່ມາໃນໄລຍະໜຶ່ງ ໄດ້ເກີດມີໄພພິບັດທາງທຳມະຊາດ ຢ່າງຮຸນແຮງຢູ່ຫຼາຍແຂວງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ມາຮອດເດືອນ ກັນຍາ ປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,9 ລ້ານກວ່າເທື່ອຄົນ ແລະ ອີກ 3 ເດືອນທ້າຍປີ 2018 ຄາດວ່າຈະມີນັກທ່ອງທ່ຽວເພີ່ມຂຶ້ນ ລວມໝົດປີ ຄາດວ່າຈະບໍ່ຕໍ່າກວ່າ 4 ລ້ານເທື່ອຄົນ,ຊຶ່ງຕ່ຳກວ່າເປົ້າໝາຍທີ່ຕັ້ງໄວ້ຄື 5 ລ້ານເທື່ອຄົນ. ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 27 ພະຈິກ ພາຍ ໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ວ່າ: ປີ 2019 ຈະເປີດປີທ່ອງທ່ຽວ ລາວ-ຈີນ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວເພີ່ມຂຶ້ນຈາກ 4 ແສນກວ່າເທື່ອຄົນໃນປີນີ້ ເພີ່ມຂຶ້ນເປັນ 1 ລ້ານເທື່ອຄົນ ...

Read More »

ຄູ-ແພດ-ວິຊາການສົ່ງເສີມການຜະລິດ ຍີ້ມແຍ້ມເມື່ອລັດຖະບານໃຫ້ບູລິມະສິດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 28 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍມີເນືອໃນສໍາຄັນບາງຕອນວ່າ: ລັດຖະບານ ໄດ້ເປັນເອກະພາບ ແລະ ຕັດສິນໃຈຈັດສັນໂກຕ້າພະນັກງານ ລັດຖະກອນໃໝ່ປະຈຳປີ 2019 ລົງມາເຫຼືອພຽງ 1.500 ຄົນ, ຊຶ່ງມີຕົວເລກໜ້ອຍກວ່າປີຜ່ານມາ, ໂດຍຈະໃຫ້ບູລິມະສິດແກ່ແພດໝໍ, ຄູ-ອາຈານ, ວິຊາການສົ່ງເສີມການຜະລິດ ແລະ ອື່ນໆ. ແຕ່ຍັງຈະໄດ້ຕິດຕາມກວດກາຕື່ມ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດແບ່ງໂກຕ້າທີ່ມີຈຳກັດ ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້. ໂດຍລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫຼືອບໍ່ພໍ, ຄົ້ນຄວ້າດຸ່ນດ່ຽງ ຈາກບ່ອນເຫຼືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫຼາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກງານທີ່ມີຄຸນນະພາບ ແລະ ສາມາດເຮັດວຽກຮັບໃຊ້ປະຊາຊົນຢ່າງແທ້ຈິງ. ...

Read More »

ຊົມເຊີຍ!!! ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດອີກ.

ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານໃນໄລຍະຍາວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ ແລະ ການສະໜອງທຶນເປັນບັນຫາສຳຄັນຕົ້ນຕໍ ເພື່ອກຳນົດຂອບເພດານລາຍຈ່າຍບໍ່ໃຫ້ສູງເກີນໄປ ແລະ ຮັກສາອັດຕາການຂາດດຸນປະມານໃນລະດັບທີ່ຄຸ້ມຄອງໄດ້ ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ ເຊັ່ນ: ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດປີ 2018 ຈະຢູ່ທີ່ 4,72% ແລະ ປີ 2019 ຈະໃຫ້ຫຼຸດລົງມາຢູ່ທີ່ 4,28% ຂອງ GDP. ທ່ານຮອງນາຍົກລັດຖະມົນຕີ ຍອມຮັບວ່າ: ກະຊວງການເງິນ ຈະຕັດຮອນແຜນງົບປະມານລາຍຈ່າຍຂອງລັດຖະບານທີ່ເຫັນວ່າສູງກວ່າລາຍຮັບໃນແຕ່ລະປີລົງເພື່ອບໍ່ໃຫ້ມີການຂາດດຸນດ້ານງົບປະມານຫຼາຍຈົນເກີນໄປ ເພາະຈະກະທົບຕໍ່ໜີ້ສິນຂອງລັດໃນໄລຍະຍາວ. ແນວໃດກໍ່ຕາມ ລັດຖະບານຈະບໍ່ກູ້ຢືມເງິນຈາກຕ່າງປະເທດມາໃຊ້ຈ່າຍເຂົ້າໃນວຽກງານບໍລິຫານພາຍໃນຢ່າງເດັດຂາດ ແຕ່ບໍ່ປະຕິເສດທີ່ຈະອອກພັນທະບັດໃຫ້ຕ່າງປະເທດ ຫຼື ກູ້ຢືມເງິນຈາກຕ່າງປະເທດດອກເບ້ຍທີ່ບໍ່ສູງເກີນໄປ ແລະ ...

Read More »

ສຳມະນາ ສື່ສິ່ງພິມອາຊຽນ ຕໍ່ກັບຂໍ້ໄດ້ປຽບ ແລະ ເສຍປຽບ ໃນຍຸກດີຈີຕອນ.

ໃນວັນທີ 27 ພະຈິກ 2018, ອະນຸກຳມະການຖະແຫຼງຂ່າວອາຊຽນລາວ ໄດ້ຈັດສໍາມະນາ ສື່ສິ່ງພິມອາຊຽນ ຕໍ່ກັບຂໍ້ໄດ້ປຽບ ແລະ ເສຍປຽບ ໃນຍຸກການນຳໃຊ້ລະບົບ “ດີຈີຕອນ” ຂຶ້ນທີ່ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລື ເພື່ອເຮັດແນວໃດໃຫ້ສື່ມວນຊົນສາມາດຢູ່ໄດ້ໃນຍຸກ “ດີຈີຕອນ”. ເປັນກຽດເຂົ້າຮ່ວມກອງປະຊຸມ, ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຕົວແທນສື່ຈາກ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ກ່າວວ່າ: ລະບົບ “ດີຈີຕອນ” ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ມີອິດທິພົນຕໍ່ການປ່ຽນແປງໃນທຸກດ້ານໃນທົ່ວໂລກ. ລັດຖະບານຂອງບັນດາປະເທດໃນທົ່ວໂລກ ໄດ້ເຮັດວຽກຢ່າງໜັກ ເພື່ອຫັນປ່ຽນເສດຖະກິດຂອງພວກເຂົາຈາກລະບົບ “ອັນນາລອກ” ໄປສູ່ “ດີຈີຕອນ” ເພື່ອໃຫ້ໄດ້ຮັບປະໂຫຍດສູງສຸດ ຂອງການຂະຫຍາຍຕົວລະບົບ “ດີຈີຕອນ” ແລະ ເປັນໂຕຂັບເຄື່ອນໃນການພັດທະນາ. ລະບົບ “ດີຈີຕອນ” ໄດ້ປ່ຽນແປງຮູບແບບວິທີສື່ສານຂອງຄົນກັບຄົນໃນໂລກ. ບັນດາຂະແໜງຂໍ້ມູນຂ່າວສານ ແລະ ອົງການຈັດຕັ້ງສື່ມວນຊົນຕ່າງໆ ໄດ້ມີການພັດທະນາປ່ຽນແປງຈາກການອອກອາກາດທາງລະບົບ “ອັນນາລອກ” ...

Read More »

ລັດຖະບານຈະເຂັ້ມງວດແກ້ໄຂປະກົດການຫຍໍ້ທໍ້ ໃນກຸ່ມພະນັກງານການເງິນ/ ພາສີ /ອາກອນ

ການເຮັດວຽກໃນຂົງເຂດການເງິນ ພາສີອາກອນແມ່ນເປັນຄວາມຄາດຫວັງຂອງໃຜຫຼາຍຄົນ ແຕ່ໃນເວລາດຽວກັນກໍເປັນທີ່ຕິດຕາມຂອງສາຍຕາມະຫາຊົນ ເບິ່ງຄວາມຮັ່ງມີຜິດປົກກະຕິ ຈິ່ງມີຄຳຖາມຕາມມາຈາກບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນວ່າ ກະຊວງການເງິນຈະມີວິທີການ, ນະໂຍບາຍ ແລະມາດຕະການໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານການເງິນແນວໃດ? ຕໍ່ຄຳຖາມດັ່ງກ່າວໃນວັນທີ 27 ພະຈິກ 2018 ນີ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງວ່າ: ກະຊວງການເງິນໄດ້ເອົາໃຈໃສ່ໃນການຄຸ້ມຄອງພະນັກງານລັດຖະກອນໃນຂະແໜງການເງິນດ້ວຍການ ປະຕິບັດລະບຽບກົດໝາຍ ແລະລົງວິໄນຕາມຄວາມເປັນຈິງ ໂດຍປະຈຸບັນໄດ້ຄົ້ນຄວ້ານິຕິກຳຈຳນວນໜຶ່ງເຊັ່ນ: ອອກຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະວິໄນຂອງພະນັກງານ-ລັດຖະກອນຂະແໜງການເງິນ, ອອກຂໍ້ຕົກລົງວ່າດ້ວຍການຫັນເອົາວຽກງານພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດຂຶ້ນກັບກະຊວງການເງິນໂດຍກົງ. ໄດ້ສະຫຼຸບຕີລາຄາຄືນການຫັນ 3 ສາຍຕັ້ງຂອງຂະແໜງການເງິນ ພາສີ, ສ່ວຍສາອາກອນ ແລະຄັງເງິນແຫ່ງຊາດຂຶ້ນກັບສາຍຕັ້ງກະຊວງການເງິນໂດຍກົງນັບແຕ່ປີ 2009ເຖິງປີ 2018 ແລະໄດ້ອອກຄຳແນະນຳກ່ຽວກັບການຮັບເອົາພະນັກງານຕາມສັນຍາ ແລະພະນັກງານອາສາສະໝັກເຂົ້າເຮັດວຽກໃນຂະແໜງການເງິນ. ປະຈຸບັນກຳລັງຮ່າງຂໍ້ຕົກລົງແບ່ງຂັ້ນຄຸ້ມຄອງລະຫວ່າງພະນັກງານ-ລັດຖະກອນຂະແໜງການເງິນລະຫວ່າງສູນກາງກັບທ້ອງຖິ່ນ. ນອກຈາກການກະກຽມບັນດານິຕິກຳເພື່ອເປັນເຄື່ອງມືໃນການຄວບຄຸມການເຄື່ອນໄຫວຂອງພະນັກງານລັດຖະກອນແລ້ວນັບແຕ່ປິ 2016-2018 ຂະແໜງການເງິນໄດ້ຈິງຈັງປະຕິບັດມາດຕະການຕໍ່ພະນັກງານ-ລັດຖະກອນຢູ່ຂັ້ນກະຊວງທີ່ເຮັດຜິດລະບຽບດ້ວຍການລົງວິໄນໃນຮູບແບບຕ່າງໆໄດ້ຈຳນວນ 15 ຄົນ, ຍິງ 5 ຄົນ. ຢູ່ຂັ້ນທ້ອງຖິ່ນ 30 ຄົນ, ຍິງ 6 ຄົນ ນອກນັ້ນຍັງມີພະນັກງານຈຳນວນໜຶ່ງທາງຄະນະສະເພາະກິດ ອົງການກວດກາລັດຖະບານໄດ້ດຳເນີນການສືບສວນ-ສອບສວນໃນຖານສໍ້ລາດບັງຫຼວງຈຳນວນ 8 ຄົນ, ຍິງ 2 ຄົນ. ບໍ່ພຽງເທົ່ານັ້ນໃນອະນາຄົດຕໍ່ຈາກນີ້ສະແໜງການເງິນຈະເພີ່ມທະວີມາດຕະການໃນການກວດກາຕິດຕາມພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະເຂັ້ມງວດກວ່າເກົ່າ, ...

Read More »

ສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ

ພິທີມອບ-ຮັບສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ ຈັດຂຶ້ນໃນຕອນບ່າຍວັນທີ 26 ພະຈິກ ປີ 2018 ທີ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ສູນດັ່ງກ່າວ ແມ່ນການຮ່ວມມືກັນລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ ແລະ ສູນ C-DAC ແຫ່ງປະເທດອິນເດຍ. ສູນດັ່ງກ່າວມີເປົ້າໝາຍໃນການສ້າງ ແລະ ພັດທະນາບຸກຄະລາກອນ ທີ່ມີຄວາມສາມາດໃນການພັດທະນາຊອບແວ ລະດັບສູງເພື່ອສາມາດຕອບສະໜອງຄວາມຕ້ອງການຕົວຈິງປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ ສັງຄົມຢ່າງຮອບດ້ານໄປຕາມຍຸກສະໄໝທີ່ມີຄວາມຮຽກຮ້ອງຕ້ອງການສູງ. ສູນພັດທະນາ ແລະ ເຝິກອົບຮົມຊອບແວລາວ-ອິນເດຍມີຫ້ອງ ແລະ ອຸປະກອນປະກອບດ້ວຍ: ຫ້ອງແລັບສຳລັບການຝຶກອົບຮົມ 2 ຫ້ອງ ເຊິ່ງປະກອບມີຄອມພິວເຕີ 60 ໜ່ວຍ, ຫ້ອງຮຽນບັນລະຍາຍ 1 ຫ້ອງ, ຫ້ອງບໍລິຫານ 4 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຫ້ອງເຊີເວີ (server) 1 ...

Read More »

ກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ເລີ່ມຂຶ້ນແລ້ວ.

ໃນຕອນເຊົ້າຂອງມື້ນີ້ ວັນທີ 28 ພະຈິກ 2018 ໄດ້ເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດທີ່ໜອງຜາທ້າວ ເມືອງວຽງໄຊປະຈໍາປີ 2018.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີ. ໃນຕອນເຊົ້າຂອງມື້ດຽວກັນນີ້ ກໍໄດ້ເປີດຂະບວນຄາລະວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫຼວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານຫຼາຍກວ່າ 500 ທ່ານ.

Read More »