ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຂໍແລກປ່ຽນບັນຫາທາງດ້ານກົດໝາຍກ່ຽວກັບເລື່ອງການເຊົ່າເຮືອນ-ອາຄານ ກັບບັນດາທ່ານ. ຂ້າພະເຈົ້າໄດ້ຮັບຄຳຖາມວ່າ ຜູ້ຊື້ເຮືອນເຊົ່າ (ເຈົ້າຂອງເຮືອນໃໝ່) ຂຶ້ນຄ່າເຊົ່າເຮືອນສູງກວ່າທີ່ສັນຍາເບື້ອງຕົ້ນກຳນົດໄວ້, ຜູ້ເຊົ່າເຮືອນຈະເຮັດແນວໃດດີ ແລະ ເຈົ້າຂອງເຮືອນໃໝ່ ຫຼື ຜູ້ໃຫ້ເຊົ່າໃໝ່ນັ້ນເຮັດແນວນັ້ນໄດ້ບໍ່? ສະນັ້ນມື້ນີ້ຈະຂໍນຳເອົາບັນຫານີ້ມາແລກປ່ຽນກັບທ່ານຜູ້ອ່ານ. ກ່ອນອື່ນໝົດ, ບັນຫາທີ່ກ່ຽວຂ້ອງກັບການເຊົ່າເຮືອນ (ຫຼື ການເຊົ່າຊັບ) ກຳນົດໄວ້ໃນປະມວນກົດໝາຍແພ່ງ ຂອງສປປລາວ ນັບແຕ່ມາດຕາ 434 – 438. ມາດຕາ 437 ຂອງປະມວນກົດໝາຍກຳນົດກ່ຽວກັບການປ່ຽນເຈົ້າກຳມະສິດໃນຊັບທີ່ເຊົ່າວ່າ “ໃນກໍລະນີ ທີ່ຜູ້ໃຫ້ເຊົ່າຫາກໄດ້ມອບ ຫຼື ຂາຍຊັບທີ່ເຊົ່ານັ້ນໃຫ້ບຸກຄົນອື່ນ, ສັນຍາເຊົ່າຊັບນັ້ນກໍຈະມີຜົນໃຊ້ໄດ້ສຳລັບຜູ້ຮັບ ຫຼື ຜູ້ຊື້ທີ່ເປັນເຈົ້າກຳມະສິດໃໝ່, ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ຜູ້ເຈົ້າກຳມະສິດໃໝ່ຊາບກ່ອນວ່າ ຊັບດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ໃຫ້ເຊົ່າຢູ່”. ຈາກມາດຕານີ້ ຈະເຫັນໄດ້ວ່າ ເຖິງແມ່ນວ່າໄດ້ມີການປ່ຽນແປງຜູ້ໃຫ້ເຊົ່າໃໝ່ ແລ້ວກໍຕາມ ສັນຍາເຊົ່າຊັບ-ເຊົ່າເຮືອນ ທີ່ໄດ້ຕົກລົງກັນກັບເຈົ້າຂອງເຮືອນຜູ້ເກົ່າໃນເບື້ອງຕົ້ນນັ້ນ ຍັງມີຜົນສັກສິດຢູ່ ຫຼື ເວົ້າອີກຄວາມໜຶ່ງວ່າ ຍັງໃຊ້ໄດ້ ແລະ ຍັງຜູກພັນເຈົ້າຂອງເຮືອນໃໝ່-ຜູ້ໃຫ້ເຊົ່າເຮືອນໃໝ່ຄືເກົ່າ. ຜູ້ໃຫ້ເຊົ່າເຮືອນໃໝ່ ຈະປ່ຽນແປງສັນຍາດັ່ງກ່າວ ເຊັ່ນ ກຳນົດຄ່າເຊົ່າໃໝ່, ກຳນົດອາຍຸຂອງສັນຍາຄືນໃໝ່ ແລະ ອື່ນໆທີ່ເປັນປ່ຽນແປງສັນຍານັ້ນບໍ່ໄດ້ ຖ້າຫາກວ່າຜູ້ເຊົ່າບໍ່ເຫັນດີນຳ. ສະນັ້ນໃນກໍລະນີນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຂຶ້ນຄ່າເຊົ່າ ແມ່ນເຮັດບໍ່ໄດ້. ...
Read More »Money Talks
ການບໍລິຫານເງິນສົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)
ສະພາບຄ່ອງເງິນສົດ ຖືເປັນຫົວໃຈທີ່ສຳຄັນຂອງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຊິ່ງຜູ້ປະກອບການຕ້ອງໄດ້ຄຳນຶງ ແລະ ບໍລິຫານໃຫ້ຢູ່ລອດ ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສະພາບເສດຖະກິດບໍ່ມີຄວາມແນ່ນອນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດຄວາມທີ່ຜ່ານມາໄດ້ນໍາສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສໍາຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດ, ແຕ່ສຳລັບບົດຄວາມນີ້ ຈະລົງເລິກເພີ່ມຕື່ມສະເພາະກ່ຽວກັບການບໍລິຫານເງິນສົດເພື່ອຮັກສາສະຖານະພາບໃຫ້ຢູ່ໃນລະດັບທີ່ພຽງພໍຕາມສະພາບການທີ່ມີການຜັນແປໄດ້ຕະຫຼອດເວລາ. ການບໍລິຫານເງິນສົດ: ໝາຍເຖິງການບໍລິຫານຈັດການທາງການເງິນທີ່ກ່ຽວຂ້ອງກັບປະສິດທິພາບຂອງການເກັບລວບລວມເງິນສົດ, ການເບີກຈ່າຍເງິນສົດ ແລະ ການລົງທຶນໃນຊັບສິນ ຜ່ານການສ້າງງົບປະມານເງິນສົດ (Budget Balance) ເພື່ອໃຊ້ໃນການຄາດຄະເນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດຳເນີນງານຕ່າງໆ ໃຫ້ເປັນໄປຕາມງົບປະມານ. ນອກຈາກນີ້, ໃນງົບປະມານເງິນສົດຂອງກິດຈະການນັ້ນຕ້ອງສັງລວມຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ລາຍການຄ້າຂາຍ ແລະ ບໍລິການ ທີ່ເກີດຂຶ້ນໃນແຕ່ລະເດືອນ, ຈຳນວນເງິນສົດຄົງເຫຼືອໃນບັນຊີ, ລາຍການຈ່າຍເງິນສົດ, ຍອດເງິນຄົງເຫຼືອໃນແຕ່ລະເດືອນ, ການຄາດຄະເນເງິນສົດທີ່ຕ້ອງຈ່າຍອອກໃນເດືອນຕໍ່ໆໄປ ເປັນຕົ້ນ. ໃນນີ້ ຜູ້ຂຽນ ຈະນໍາເອົາບາງແນວທາງການບໍລິຫານ ເງິນສົດທີ່ສາມາດນໍາໃຊ້ໄດ້ຈິງ ແລະ ເກີດດອກອອກຜົນແທ້ ມາໃຫ້ຜູ້ປະກອບການ ວນກ ໄດ້ນຳໄປປະຍຸກໃຊ້ໃນກິດຈະການຂອງຕົນ ເພື່ອໃຫ້ການບໍລິຫານເງິນສົດເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ດັ່ງນີ້: (1) ການເລັ່ງເງິນສົດຮັບເຂົ້າ: ຜູ້ປະກອບການ ວນກ ...
Read More »ການບໍລິຫານສະພາບຄ່ອງທາງການເງິນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)
ສະພາບຄ່ອງດ້ານການເງິນ ຖືວ່າເປັນສິ່ງທີ່ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈໃນການວິເຄາະສະພາບຄ່ອງທາງການເງິນ ເພື່ອໃຊ້ໃນການກຳນົດຍຸດທະສາດ ແລະ ການວາງແຜນດ້ານການເງິນ, ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການຂາດສະພາບຄ່ອງທາງການເງິນທີ່ອາດຈະນຳໄປສູ່ບັນຫາທີ່ບໍ່ມີທີ່ສິ້ນສຸດໃນອະນາຄົດໄດ້. ບົດຄວາມນີ້ຈະນຳສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສຳຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດສາມາດເດີນແມ່ນແລ່ນສະດວກໄດ້ໃນແຕ່ລະສະພາບການທີ່ມີການຜັນປ່ຽນໄປຕະຫຼອດເວລາ. ສະພາບຄ່ອງທາງການເງິນ ໝາຍເຖິງຄວາມຄ່ອງຕົວ ຫຼື ຄວາມສາມາດໃນການປ່ຽນສິນຄ້າ ຫຼື ຊັບສິນເປັນເງິນສົດໄດ້; ໃນນັ້ນ, ເງິນສົດ ແມ່ນຖືວ່າເປັນຊັບສິນທີ່ມີສະພາບຄ່ອງສູງ ເພາະເງິນຖືວ່າເປັນຊັບສິນທີ່ຍອມຮັບໂດຍທົ່ວໄປ ສາມາດໃຊ້ໃນການແລກປ່ຽນໄດ້ງ່າຍ, ວ່ອງໄວ ແລະ ມີຕົ້ນທຶນຕໍ່າ. ດ້ວຍເຫດນັ້ນ, ສະພາບຄ່ອງທາງການເງິນສູງ ໝາຍຄວາມວ່າຊັບສິນທີ່ວິສາຫະກິດມີສາມາດປ່ຽນເປັນເງິນໄດ້ໄວ. ຕົວຢ່າງ, ການຂາຍສິນຄ້າທີ່ມີໃນສາງເພື່ອເກັບເງິນສົດ, ການຊື້ຮຸ້ນເພື່ອລົງທຶນແລ້ວຂາຍອອກເພື່ອເກັບເງິນສົດ. ການທີ່ຈະມີສະພາບຄ່ອງທາງການເງິນສູງ ຫຼື ຕໍ່າ ນັ້ນຂຶ້ນກັບໄລຍະເວລາໃນການປ່ຽນຊັບສິນເປັນເງິນສົດ ເຊິ່ງຂຶ້ນກັບຄວາມຕ້ອງການຂອງຊັບສິນເຫຼົ່ານັ້ນທີ່ຫຼາຍ ຫຼື ໜ້ອຍໃນແຕ່ລະໄລຍະ ໂດຍທົ່ວໄປແລ້ວມັກຖືກເອີ້ນວ່າ ອຸປະສົງ (Demand) ແລະ ອຸປະທານ (Supply) ກໍຄືຄວາມສໍາພັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍໃນຕະຫຼາດ. ເມື່ອສິນຄ້າມີຄວາມຕ້ອງການສູງ ນອກຈາກສາມາດຂາຍໄດ້ໃນລາຄາທີ່ສູງແລ້ວຍັງມີຜູ້ທີ່ສົນໃຈຊື້ຫຼາຍຄົນ ກໍຈະມີສະພາບຄ່ອງສູງ ແລະ ເຮັດໃຫ້ສະພາບຄ່ອງທາງການເງິນສູງໄປຕາມກັນ; ກົງກັນຂ້າມ ເມື່ອຜະລິດຕະພັນທີ່ບໍ່ເປັນທີ່ນິຍົມໃນຕະຫຼາດ ກໍອາດຈະເຮັດໃຫ້ສະພາບຄ່ອງຂອງຊັບສິນນັ້ນຕໍ່າລົງໄດ້ ...
Read More »