ການເຮັດທຸລະກໍາຊື້-ຂາຍ ຫຼືໃຫ້ບໍລິການ Online ມີຫຼາຍໆຄວາມສ່ຽງທີ່ກ່ຽວຂ້ອງ ຊຶ່ງອາດຈະນໍາມາເຊິ່ງຂໍ້ໂຕ້ແຍ່ງ, ຂໍ້ຜິດພາດ ຫຼືການຖືກຮ້ອງຝ້ອງໄດ້!!!

Startup ກັບບັນຫາການຊື້-ຂາຍ ຜ່ານທາງ Online ທີ່ຕ້ອງລະວັງ!!!

ການເຮັດທຸລະກິດນັ້ນຄວາມຮູ້ທາງດ້ານກົດໝາຍຖືເປັນສິ່ງສໍາຄັນ ໂດຍສະເພາະ Startup ທີ່ກ່ຽວຂ້ອງກັບເຕັກໂນໂລຊີ ທີ່ມີບໍລິການຊື້-ຂາຍຜ່ານຊ່ອງທາງ Online ເນື່ອງຈາກການເຮັດທຸລະກໍາຊື້-ຂາຍ ຫຼືໃຫ້ບໍລິການ Online ມີຫຼາຍໆຄວາມສ່ຽງທີ່ກ່ຽວຂ້ອງ ຊຶ່ງອາດຈະນໍາມາເຊິ່ງຂໍ້ໂຕ້ແຍ່ງ, ຂໍ້ຜິດພາດ ຫຼືການຖືກຮ້ອງຝ້ອງດັ່ງຕໍ່ໄປນີ້:

    1. ການນໍາຂໍ້ມູນຜູ້ໃຊ້ສົ່ງຕໍ່ໄປຍັງຜູ້ໃຫ້ບໍລິການອື່ນ: ທີ່ເປັນພັນທະມິດ ຫຼືບໍລິການໃນເຄືອດຽວກັນ ເຖິງວ່າຂໍ້ຕົກລົງຜູ້ໃຊ້ຈະລະບຸໄວ້ແລ້ວວ່າ ຜູ້ໃຊ້ຍິນຍອມທີ່ຈະໃຫ້ຜູ້ບໍລິການສົ່ງຕໍ່ຂໍ້ມູນສ່ວນບຸກຄົນ ໃຫ້ກັບບໍລິການອື່ນ ພາຍໃຕ້ຜູ້ໃຫ້ບໍລິການດຽວກັນ. ແຕ່ຜູ້ໃຊ້ໜ້ອຍຄົນທີ່ຈະອ່ານລະອຽດຮອບຄອບ ກ່ອນຍອມຮັບຂໍ້ຕົກລົງຜູ້ໃຊ້ ເຮັດໃຫ້ເກີດບັນຫາເຫຼົ່ານີ້ຕາມມາໃນທີ່ສຸດ.

    1. ການຮັບຈົດໝາຍຂ່າວສານອີເລັກໂທນິກ: ທຸກເວັບໄຊ້ມັກຈະໃຫ້ຜູ້ໃຊ້ ກົດຍອມຮັບ ການຮັບຂໍ້ມູນຂ່າວສານທາງອີເລັກໂທນິກໃນຮູບແບບ e-mail Newsletter ຫຼືຊ່ອງທາງ SMS ແລະອື່ນໆ ທີ່ຈໍາເປັນຕ້ອງໃຫ້ຜູ້ໃຊ້ເລືອກ ຍອມຮັບກ່ອນ ເນື່ອງຈາກມີກົດໝາຍຄຸ້ມຄອງການໃຫ້ຂໍ້ມູນຂ່າວສານ ໃນລັກສະນະຍັດໃສ່ໃຫ້ກັບຜູ້ໃຊ້ຈົນເກີດຄວາມເບື່ອໜ່າຍ ເຊິ່ງຈາກບັນຫາຂອງການບໍ່ອ່ານລາຍລະອຽດ ແລະເງື່ອນໄຂການຍອມຮັບຂໍ້ມູນຂ່າວສານ ເຮັດໃຫ້ເວລາທີ່ໄດ້ຮັບການແຈ້ງເຕືອນຂໍ້ມູນຂ່າວສານເຫຼົ່ານັ້ນ ຈຶ່ງເກີດການບໍ່ພໍໃຈ ເຖິງວ່າຜູ້ໃຫ້ບໍລິການມີການແຈ້ງໃຫ້ຜູ້ໃຊ້ຮູ້ຢູ່ສະເໝີວ່າ ສາມາດຍົກເລີກບໍລິການໄດ້ຕະຫຼອດເວລາກໍຕາມ.

     

    1. ການສົ່ງເງິນຄືນ: ໃນກໍລະນີທີ່ມີນະໂຍບາຍການສົ່ງເງິນຄືນໃຫ້ຜູ້ໃຊ້ ຄວນຈັດການຂໍ້ຕົກລົງ ແລະລາຍລະອຽດໃຫ້ຊັດເຈນ ໃນລັກສະນະຂອງລາຍການທີ່ສາມາດສົ່ງເງິນໄດ້ ຫຼືບໍ່ໄດ້ ຈໍານວນເງິນທີ່ສົ່ງຄືນເຕັມຈໍານວນ ຫຼືຫັກຄ້າຫຍັງແດ່ ແລະທີ່ສໍາຄັນກໍານົດໄລຍະເວລາການສົ່ງເງິນຄືນທີ່ແນ່ນອນ.
    2. ການປະຕິເສດການຈ່າຍເງິນ: ບາງຄັ້ງຜູ້ໃຊ້ກໍມາໃນຮູບແບບຂອງມິດສາຊີບ ທີ່ລັກຂໍ້ມູນບັດເຄຣດິດຄົນອື່ນມາໃຊ້ຊໍາລະເງິນ, ກໍລະນີທີ່ໃຫ້ບໍລິການ ຫຼືຂາຍສິນຄ້າແລ້ວເກີດການປະຕິເສດຈາກເຈົ້າຂອງບັດທີ່ຖືກເອີ້ນເກັບເງິນ ກໍຈະເຮັດໃຫ້ເກີດຂໍ້ຜິດພາດທີ່ຕ້ອງຊອກຫາທາງອອກຮ່ວມກັນເຖິງ 3 ຝ່າຍ ຕັ້ງແຕ່ຜູ້ໃຫ້ບໍລິການ, ຜູ້ໃຊ້ ແລະຜູ້ໃຫ້ບໍລິການຊໍາລະເງິນ ເຊິ່ງສັນຍາ ແລະຂໍ້ຕົກລົງທີ່ຮັດກຸມຈະຊ່ວຍຈໍາກັດຄວາມຮັບຜິດຊອບໃຫ້ດີຂຶ້ນ.

    1. ຂໍ້ຮ້ອງຝ້ອງກ່ຽວກັບການໄດ້ຮັບສິນຄ້າ ແລະບໍລິການ: ທີ່ບໍ່ກົງຕາມເວລາທີ່ສະແດງໄວ້ໃນໜ້າເວັບໄຊ້ ກໍລະນີນີ້ອາດຈະເປັນເລື່ອງຂອງການປຽບທຽບຮູບພາບ ທີ່ໃຊ້ໃນການໂຄສະນາກັບສິນຄ້າ ຫຼືສະຖານທີ່ແທ້ ທີ່ເຖິງວ່າຈະມີການແຈ້ງໄວ້ແລ້ວວ່າ ຮູບຖ່າຍທີ່ສະແດງໃຊ້ເພື່ອໂຄສະນາເທົ່ານັ້ນ ແຕ່ໃນຫຼາຍຄັ້ງກໍນໍາມາເຊິ່ງການຮ້ອງຝ້ອງໃນສິດຜູ້ບໍລິໂພກໄດ້.

ທີ່ມາ: www.smethailandclub.com

Comments