ຂ່າວ ຕ່າງປະເທດ

ທຸບສະຖິຕິ! ໂຕເລກການຄ້າຂອງ ລັດເຊຍ-ຈີນ ສູງສຸດເປັນປະຫວັດສາດ ຄາດປີນີ້ທະລຸ 2 ແສນລ້ານໂດລາ

ວັນທີ 23 ພຶດສະພານີ້ ທ່ານ Mikhail Mishustin ນາຍົກລັດຖະມົນຕີລັດເຊຍ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຈີນ-ຣັດ​ເຊຍ ໃນຊຽງໄຮ້ໂດຍ​ການ​ຄາດ​ວ່າ ໂຕເລກການຄ້າລະຫວ່າງລັດເຊຍ ແລະ ຈີນ ຈະຮອດລະດັບສູງສຸດ ເປັນປະຫວັດສາດ ທີ່ລະດັບ 2 ແສນລ້ານໂດລາ.​.ຄວາມສໍາພັນລະຫວ່າງສອງປະເທດ ລັດເຊຍ-ຈີນ ຖືກຈັບຕາເປັນພິເສດຫຼັງຈາກ ລັດເຊຍຖືກຍູ້ອອກຈາກລະບົບການເງິນ ແລະ ຖືກປິດກັ້ນຈາກເສດຖະກິດສ່ວນໃຫຍ່ຂອງໂລກ ເນື່ອງຈາກເກີດຄວາມຂັດແຍ່ງກັບ ອາເມລິກາ. ໃນ​ໄລຍະ​ຜ່ານ​ມາ, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ມິດຕະພາບ​ທີ່​ບໍ່​ມີ​ຂອບ​ເຂດ ​ໂດຍ​ການ​ຊ່ວຍ​ຫລຸດຜ່ອນ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ​ຂອງຣັດ​ເຊຍ. ຂໍ້ມູນຈາກກົມພາສີຈີນພົບວ່າ ຕົວ​ເລກ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ເກືອບ 30% ​ໃນ​ປີ​ກາຍ​ນີ້ ແລະ ມູນຄ່າການຄ້າສູງສຸດທຸບສະຖິຕິທີ່ 1,9 ແສນລ້ານໂດລາ ຕົ້ນຕໍແມ່ນຍ້ອນການຊື້ພະລັງງານຈາກລັດເຊຍ. ປີນີ້, ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ 41% ໃນ 4 ເດືອນ​ຕົ້ນ​ປີ. ລັດຖະມົນຕີຂອງລັດເຊຍກ່າວຕື່ມວ່າ ການຮ່ວມມືດ້ານພະລັງງານກັບຈີນຍັງເປັນສິ່ງສໍາຄັນທີ່ສຸດຂອງລັດເຊຍ ປັດຈຸບັນ ລັດເຊຍ ເປັນຜູ້ຈັດຫານໍ້າມັນລາຍໃຫຍ່ທີ່ສຸດຂອງຈີນແຊງ ຊາອຸດິ ອາຣະເບຍ. ທີ່ມາ: https://business.facebook.com/latest/composer?#TargetMagazine

Read More »

ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ

ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ ປະມານ 0,3% ຂອງການນໍາເຂົ້າຖົ່ວລຽນປີ 2022. ເວັບໄຊ້ Say ປະເທດ ມາເລເຊຍ ລາຍງານວ່າ: ສປ ຈີນ ສາມາດປູກຖົ່ວລຽນເອງໄດ້ແລ້ວ ແລະ ຄາດວ່າ ຈະເກັບກ່ຽວປະມານ 2.450 ໂຕນ ໃນເດືອນ ມິຖຸນານີ້ ເນື່ອງຈາກຖົ່ວລຽນເປັນໝາກໄມ້ທີ່ຄົນຈີນນິຍົມ ຈົນຕະຫຼາດຖົ່ວລຽນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ເຕີບໂຕ ຈາກການສົ່ງອອກຖົ່ວລຽນໄປ ສປ ຈີນ. ແຕ່ຜົນສໍາເລັດໃນການປູກຖົ່ວລຽນຂອງ ສປ ຈີນຄັ້ງນີ້ ອາດກະທົບການສົ່ງອອກຖົ່ວລຽນ “ໄທ” ເນື່ອງຈາກປີຜ່ານມາ ໄທ ສົ່ງອອກຖົ່ວລຽນໄປຈີນສູງເປັນອັນດັບຕົ້ນໆ ເຖິງ 90%. ມີຂໍ້ມູນຈາກໂລກອອນລາຍ ທີ່ເຜີຍແຜ່ຄຣິບຂອງຊາຍຈີນ ກຳລັງຖ່າຍວິດີໂອໃຫ້ເບິ່ງສວນຖົ່ວລຽນທີ່ມີຕົ້ນຖົ່ວລຽນຈໍານວນຫຼາຍ ໂດຍລະບຸວ່າ “ທີ່ນີ້ບໍ່ແມ່ນມາເລເຊຍ ຫຼື ໄທ ແຕ່ເປັນ ຈີນ ຊາວສວນຢູ່ນີ້ກໍແມ່ນຄົນຈີນ”.ໂດຍໃຫ້ຂໍ້ມູນວ່າສວນຖົ່ວລຽນແຫ່ງນີ້ຈະເກັບກ່ຽວຜົນຜະລິດປະມານ 93 ເຮັກຕາ ໃນເດືອນມມິຖຸນານີ້ ຄາດວ່າຜົນຜະລິດທັງໝົດຈະໄດ້ປະມານ 2.450 ໂຕນ ຫຼືປະມານ 0,3% ຂອງການນໍາເຂົ້າຖົ່ວລຽນຂອງຈີນໃນປີ 2022 ...

Read More »

ທົ່ວໂລກກັງວົນ! ອາເມຣິກາ ປິດທະນາຄານ 3 ແຫ່ງ ສັນຍານເຕືອນເງິນເຟີ້ອີກຄັ້ງ

ເປັນຂ່າວດັງຮືຮາຢ່າງຕໍ່ເນື່ອງ, ທີ່ທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ກັບການປິດຕົວລົງຂອງທະນາຄານທຸລະກິດໃນສະຫະລັດອາເມຣິກາ, ຊຶ່ງອາທິດດຽວ ຢຸດຕິການດຳເນີນທຸລະກິດແລ້ວ 3 ແຫ່ງ ເຊັ່ນ: ທະນາຄານ ຊິວເວີເກດ (Silvergate) ທະນາຄານ ເອັສວີບີ (SVB) ແລະ ຊິກເນເຈີແບັງ (SIGNATURE BANK). ສິ່ງດັ່ງກ່າວໄດ້ກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ ແລະ ກັງວົນວ່າຈະເກີດວິກິດການເງິນອີກຮອບໃໝ່. ເຖິງຢ່າງໃດກໍ່ຕາມ, ນັກເສດຖະສາດໃຫ້ທັດສະນະວ່າ: ເຫດການດັ່ງກ່າວແຕກຕ່າງຈາກຫຼາຍປີຜ່ານມາ ທີ່ໂລກຜະເຊີນກັບວິກິດຄັ້ງກ່ອນໆ; ເຖິງຈະເປັນວິກິດຂັ້ນເລີ່ມຕົ້ນ ແຕ່ບໍ່ຄວນປະໝາດ ເພາະນີ້ອາດເປັນສັນຍານເຕືອນຈຸດເລີ່ມຕົ້ນຂອງເສດຖະກິດໂລກຖົດຖອຍ. ເຫດຜົນທີ່ເກີດເຫດການດັ່ງກ່າວ: ບັນຫາຂອງທະນາຄານທຸລະກິດທັງ 3 ແຫ່ງເກີດມາຈາກ ການບໍລິຫານຊັບສິນ ແລະ ໜີ້ສິນທີ່ຜິດພາດເທົ່ານັ້ນ, ບໍ່ເຖິງຂັ້ນເປັນວິກິດການເງິນທົ່ວໂລກແຕ່ຢ່າງໃດ?. ແນວໃດກໍ່ດີ, ສະຫະລັດອາເມຣິກາ ໄດ້ມີມາດຕະການເພື່ອດູແລເງິນຝາກຂອງລູກຄ້າ, ການປົກປ້ອງລູກຄ້າ ແລະ ມີນະໂຍບາຍຫຼາຍຢ່າງ ເພື່ອດຶດຄວາມເຊື່ອໝັ້ນໄດ້ໃນລະດັບໃດໜຶ່ງ. ນັດເສດຖະສາດທ່ານໜຶ່ງ ກ່າວວ່າ: ເມື່ອໃດກໍ່ຕາມທີ່ທະນາຄານກາງສະຫະລັດ ມີການຂຶ້ນດອກເບ້ຍສູງໆ ເພື່ອສູ້ກັບເງິນເຟີ້ ກໍ່ມັກຈະມີບັນຫາຕາມມາ, ສິ່ງທີ່ຫຼີກລຽງບໍ່ໄດ້ກໍ່ຄືພາວະເສດຖະກິດຖົດຖອຍ ແລະ ນີ້ຄືຕົວຢ່າງທີ່ຕ້ອງເອົາເປັນບົດຮຽນ. ສໍາລັບຜົນກະທົບ ຕໍ່ສະຖຽນລະພາບດ້ານເງິນໃນອາຊຽນຍັງບໍ່ມີ ເພາະວ່າທະນາຄານທຸລະກິດໂດຍສ່ວນໃຫຍ່ ບໍ່ໄດ້ມີການເຮັດທຸລະກໍາໂດຍກົງກັບ 3 ທະນາຄານດັ່ງກ່າວ ແລະ ປະລິມານທຸລະກຳໃນຟິນເທັກ ...

Read More »

Fed ຂຶ້ນດອກເບ້ຍເພີ່ມ 0,25% ພ້ອມກ່າວວ່າປີນີ້ຍັງບໍ່ເໝາະສົມທີ່ຈະຫຼຸດດອກເບ້ຍລົງ

ທະນາຄານກາງສະຫະລັດ (Fed) ຫຼື Federal Reserve System ປະກາດຂຶ້ນດອກເບ້ຍເພີ່ມ 0,25% ສູ່ລະດັບ 4,50-4,75% ໃນກອງປະຊຸມຄັ້ງທໍາອິດຂອງຄະນະກໍາມະການນະໂຍບາຍການເງິນ (FOMC). ທ່ານ Jerome Powell ປະທານ Fed ຖະແຫຼງຫຼັງປະຊຸມວ່າ ຍັງຄົງຍຶດໝັ້ນສູ່ເປົ້າໝາຍກົດເງິນເຟີ້ໃຫ້ລົງສູ່ລະດັບ 2% .ແລະ ປະທານ Fed ຍັງເຊີໄພຕະຫຼາດດ້ວຍການກ່າວວ່າ ຄະນະກຳມະການບໍ່ໄດ້ເຈາະຈົງຂຶ້ນດອກເບ້ຍໃຫ້ຮອດລະດັບ 5% ແຕ່ຍັງມີສັນຍານວ່າຈະຂຶ້ນອີກໃນການປະຊຸມເທື່ອຕໍ່ໄປ ແລະ ປີນີ້ຍັງບໍ່ເໝາະສົມທີ່ຈະຫຼຸດດອກເບ້ຍລົງ. ສໍາລັບການຄາດເດົາອັດຕາເງິນເຟີ້ຂອງສະຫະລັດໃນອະນາຄົດ ຄາດວ່າເງິນເຟີ້ພື້ນຖານ (Core PCE) ຈະປັບໂຕລົງສູ່ລະດັບ 4% ໃນຊ່ວງກາງປີ 2023. ທີ່ມາ: TODAY Bizview #TargetMagazine

Read More »

ຜູ້ນໍາຫວຽດນາມເຮັດໄດ້ແນວໃດ? ນໍາພາປະເທດເຕີບໂຕສວນທາງກັບວິກິດໂລກ

ນາຍົກ ຟ້າມ ມິງ ຈິງ ຜູ້ນໍາຫວຽດນາມ ມີແນວທາງບໍລິຫານປະເທດແນວໃດ ຈຶ່ງເຮັດໃຫ້ປະເທດເຕີບໂຕໄດ້ພາຍໃຕ້ວິກິດ? ເວົ້າໄດ້ວ່າ ອີກປະເທດໜຶ່ງທີ່ທົ່ວໂລກກໍາລັງຈັບຕາຄື “ຫວຽດນາມ” ເຊິ່ງປະເທດໄດ້ຮັບການຟື້ນຟູໄດ້ໄວຫຼາຍທັງດ້ານການທ່ອງທ່ຽວ, ການດຶງດູດການລົງທຶນເຊິ່ງຖືໄດ້ວ່າເປັນໂຕເລືອກອັນດັບຕົ້ນໆຂອງບັນດານັກລົງທຶນທົ່ວໂລກ ແລະ ໃນອະນາຄົດ ຫວຽດນາມ ໄດ້ຖືກເລັງເປົ້າ “ຈະກາຍເປັນໂຮງງານຜະລິດຂອງໂລກ” ທ່ານ ຟ້າມ ມິງ ຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນວັນທີ 4 ເມສາ 2021 ການເລືອກຕັ້ງຄັ້ງນີ້ກໍເປັນກໍລະນີທີ່ໜ້າສົນໃຈຢ່າງຍິ່ງ ເນື່ອງຈາກວ່າເປັນຄັ້ງທໍາອິດທີ່ບໍ່ໄດ້ມາຈາກການສືບທອດຕໍາແໜ່ງ ເຊິ່ງປົກກະຕິແລ້ວຫວຽດນາມຈະເລືອກແບບການໄຕ່ເຕົ້າເຊັ່ນ ຜູ້ທີ່ຈະມາເປັນນາຍົກລັດຖະມົນຕີແມ່ນຕ້ອງໄດ້ເປັນຮອງນາຍົກລັດຖະມົນຕີມາກ່ອນ ຍົກເວັ້ນທ່ານ ທ່ານ ຟ້າມ ມິງ ຈິງ ແຕ່ທ່ານເຄີຍດຳລົງຕໍາແໜ່ງເປັນອະດີດປະທານຄະນະກຳມະການກາງພັກກອມມູນິດ, ອະດີດລັດຖະມົນຕີຜູ້ຊ່ວຍວ່າການກະຊວງຄວາມໝັ້ນຄົງສາທາລະນະ. ສໍາລັບແຜນພັດທະນາປະເທດທີ່ລັດຖະບານຫວຽດນາມໄດ້ເນັ້ນແມ່ນ ແຜນລົງທຶນດ້ານພັດທະນາໂຄງສ້າງພື້ນຖານເສດຖະກິດ ແລະ ຊັບພະຍາກອນມະນຸດຢ່າງຈິງຈັງ ເພື່ອໃຫ້ສອດຄ່ອງຮັບການເຕີບໂຕຂອງປະເທດທີ່ກ້າວໜ້າຢ່າງໄວວາ ໂດຍເນັ້ນບໍລິຫານການລະດົມ ແລະ ໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິພາບເພື່ອການພັດທະນາປະເທດ ເນັ້ນການສົ່ງເສີມພັດທະນາໂຄງສ້າງທາງກົນລະຍຸດ ໃຫ້ຄວາມສໍາຄັນກັບການປ່ຽນແປງທາງດິຈິຕອລ, ທຸ້ມພັດທະນາຊັບພະຍາກອນມະນຸດໃຫ້ເປັນຊັບພະຍາກອນທີ່ສໍາຄັນ ແລະ ເປັນແຮງຍູ້ໃນການສ້າງສາພັດທະນາປະເທດ ໂດຍເນັ້ນການປັບປຸງຄຸນນະພາບການເບິ່ງແຍງດ້ານສາທາລະນະສຸກ, ການສຶກສາ ແລະ ການເຝິກອົບຮົມ ໃຫ້ຄວາມສໍາຄັນກັບການພັດທະນາທັກສະຂອງຄົນໃນປະເທດໃຫ້ມີສັກກະຍາພາບສູງ ແລະ ມີຄວາມສາມາດ ແທນການເປັນແຮງງານດ້ອຍຝີມືທີ່ເນັ້ນຄ່າແຮງຖືກ ຂໍ້ມູນ: Reporter ...

Read More »

HAPPY LUNAR NEW YEAR 2023

We wish you a year full of love and joy! We’re always ready to accompany you on the many incredible journeys ahead!

Read More »

Easy booking with the Vietnam Airlines app

🎉 Download the Vietnam Airlines app now for a more convenient journey! There are thousands of features and promotions waiting for you:🔹 Find flights and easily buy tickets with handy color-coded cards🔹 Compare ticket prices with simple horizontal and vertical swipes🔹 High security with face and fingerprint identification features🔹 View and update Lotusmiles account information🔹 Successful payments in seconds🔹 Exclusive ...

Read More »

VinFast ຈາກຫວຽດນາມ ຍື່ນສະເໜີຂາຍຫຸ້ນແກ່ປະຊາຊົນທົ່ວໄປ ເຂົ້າຕະຫຼາດຫຼັກຊັບອາເມລິກາ

VinFast ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ ໄດ້ຍື່ນແບບສະແດງລາຍການຂໍ້ມູນການສະເຫນີຂາຍຫລັກຊັບໃນແບບຟອມ F-1 ຕໍ່ຄະນະກໍາມະການເບິ່ງແຍງຫລັກຊັບ ແລະ ຕະຫລາດຫລັກຊັບຂອງອາເມລິກາ (SEC) ເພື່ອການສະເຫນີຂາຍຫຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດ ຫລື IPO.. ຈາກການລາຍງານຂອງ Bloomberg ຄາດວ່າ VinFast ຈະໄດ້ສະເໜີຂາຍຫຸ້ນ (ຊື່ຫຍໍ້ “VFS”) ໃຫ້ແກ່ປະຊາຊົນທົ່ວໄປເປັນຄັ້ງທໍາອິດ (IPO) ໃນປີໜ້າ ໂດຍມີທະນາຄານ ແລະ ບໍລິສັດຫຼັກຊັບ Citigroup Global Markets, Morgan Stanley, Credit Suisse และ J.P. Morgan Securities ເປັນທີ່ປຶກສາດ້ານການເງິນ ແລະ ຜູ້ດຳເນີນການສະເໜີຂາຍຫຸ້ນ. VinFast ຂຶ້ນເປັນຜູ້ຜະລິດລົດໃນປະເທດແຫ່ງທໍາອິດຂອງຫວຽດນາມ ຈາກການຜະລິດລົດສັນດາບພາຍໃນ (ICE) ໃນປີ 2019 ໂດຍປັດຈຸບັນບໍລິສັດເນັ້ນການຜະລິດລົດໄຟຟ້າຢ່າງເຕັມຮູບແບບ ໂດຍມີໂຊລູມລະດັບໂລກ ໃນອາເມລິກາ, ການາດາ ແລະ ເອີຣົບ. ສະມາຄົມຜູ້ຜະລິດລົດແຫ່ງຫວຽດນາມ ລະບຸວ່າ: ຈໍານວນຈໍາຫນ່າຍລົດຂອງຕະຫລາດຫວຽດນາມໄລຍະເດືອນ ມັງກອນ-ຕຸລາ ລວມມີ 332.963 ຄັນ ເພີ່ມຂຶ້ນ 52% ເມື່ອທຽບໃສ່ປີຕໍ່ປີ. ...

Read More »

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ!

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ! ຍ້ອນເນັ້ນການສຶກສາ ຄຸນນະພາບແຮງງານພາຍໃນ ສຳຄັນ “ການບໍລິຫານທີ່ດີ” ລັກເຊມເບີກ (Luxembourg) ເປັນປະເທດນ້ອຍ ມີເນື້ອທີ່ປະມານ 2,600 ກມ2 ແຕ່ວ່າເປັນປະເທດທີ່ມີ GDP ຕໍ່ປະຊາກອນສູງສຸດໃນໂລກ! ມີປະຊາກອນປະມານ 650,000 ຄົນ ແຕ່ມີຂະໜາດເສດຖະກິດ ຫຼື GDP ໃຫຍ່ເປັນອັນດັບທີ 67 ຂອງໂລກ ສະຫຼຸບ ສາເຫດທີ່ເຮັດໃຫ້ປະຊາຊົນລັກເຊມເບີກ ລວຍຂະໜາດນີ້ ເວົ້າສັ້ນໆຄື “ລະບົບການບໍລິຫານທີ່ດີ” ແຕ່ກ່ອນອາໄສອຸດສະຫະກຳຂະໜາດນ້ອຍ ແລະ ການກະເສດ ແຕ່ປັດຈຸບັນຫັນມາປ່ຽນທິດທາງ ເນັ້ນອຸດສະຫະກຳການເງິນ ແລະ ການທະນາຄານແທນ ປັດຈຸບັນເປັນສູນກາງທາງການເງິນໃຫຍ່ເປັນອັນດັບ 3 ຂອງໂລກ ຮອງຈາກ ຊູລິກ ແລະ ລອນດອນ. ເປັນປະເທດຂະໜາດນ້ອຍ ບໍ່ຕິດທະເລ ສ່ວນໃຫຍ່ຈະເຮັດການຄ້າກັບປະເທດທີ່ມີຊາຍແດນຕິດກັນເທົ່ານັ້ນ! ແລະ ຍັງໃຫ້ຄວາມສຳຄັນກັບການພັດທະນາແຮງງານພາຍໃນ ໃຫ້ມີທັກສະສູງຜ່ານລະບົບການສຶກສາ ປັດຈຸບັນ ຖືວ່າເປັນປະເທດທີ່ມີແຮງງານ ມີການສຶກສາດີທີ່ສຸດໃນໂລກ. ເມື່ອການສຶກສາຂັ້ນພື້ນຖານດີ ແລະ ເປັນລະບົບ ຄວາມຫຍໍ້ທໍ້ໃນປະເທດ ຈຶ່ງຢູ່ໃນລະດັບຕໍ່າ ແລະ ຄວາມມັ່ງຄັ່ງຮັ່ງມີກໍກະຈາຍໂຕດີ! ...

Read More »

trend ການຕະຫຼາດທີ່ຕ້ອງຮູ້ ແລະ ສິ່ງນີ້ຈະເກີດຂຶ້ນໃນປິ 2023!

1. The Great Rejuvenation ຄືນຊີວິດໃໝ່ໃຫ້ແກ່ການເຮັດວຽກ ພະນັກງານມັກລາອອກ ຍ້ອນຜູ້ຄົນເລີ່ມຮູ້ໄດ້ວ່າການເຮັດວຽກບໍ່ແມ່ນທຸກຢ່າງຂອງຊີວິດ ໄດ້ເກີດມີການເຮັດວຽກຮູບແບບໃໝ່, ພະນັກງງານຫັນມາເນັ້ນສ້າງສົມດຸນໃນການເຮັດວຽກເຊັ່ນ ເລືອກບໍ່ເຮັດວຽກປະຈຳ, ເຮັດວຽກຊົ່ວຄາວບໍ່ເປັນຫຼັກແຫຼ່ງ ຫຼືເຮັດວຽກແບບເຂົ້າການແນ່ສະຫຼັບໄປທ່ຽວໄດ້! ສິ່ງທີ່ອົງກອນຕ້ອງມີຄືມູ່ງຮັກສາ ແລະ ສັນຫາທິມ ໃຫ້ຄວາມຍືດຍຸ່ນກັບການເຮັດວຽກ! 2. Genome Economy ເອົາຊະນະຄວາມເຈັບປ່ວຍດ້ວຍເສດຖະກິດຈີໂນມ ນັກວິໄຈໄດ້ພັດທະນາ MedTech ປ່ຽນຈາການຕັ້ງຮັບມາເປັນການປ້ອງກັນ 3. The New Romantics ບໍ່ໄດ້ຮັກກັນແບບຫຼິ້ນໆ! ປັດຈຸບັນເກີດພາວະເດັກເກີດຮັກຄັ້ງທຳອິດຊ້າລົງ ແລະ ຜູ້ໃຫຍ່ມີຄວາມຕ້ອງການທາງເພດຫຼຸດລົງ ເຮັດໃຫ້ສິນຄ້າ ແລະ ບໍລິການຕ້ອງສື່ສານກ່ຽວກັບຄວາມຮັກ ຫຼືເລື່ອງກ່ຽວກັບເພດເພື່ອດຶງດູດຄວາມຕ້ອງການໃນເລິກໆຂອງຜູ້ບໍລິໂພກອອກມາ. 4. Digital Balance ຮັກສາສົມດຸນໃຫ້ກັບຊີວິດຍຸກໃໝ່ ຫຼຸດລະບຽບຕ່າງໆ ເພື່ອຫຼຸດຜ່ອນຄວາມຄຽດ, ຄວາມກົດດັນໃຫ້ໂຕເອງ ບໍ່ບັງຄັບໂຕເອງໃຫ້ມີລະບຽບເກີນໄປ ໃຫ້ຜ່ອນຄາຍກັບການໃຊ້ຊີວິດແນ່ກໍໄດ້ເຊັ່ນ: ການເຊືອບຫຼັບຕອນບ່າຍ ຫຼືໃຫ້ໂຕເອງໄດ້ເຮັດບາງຢ່າງທີ່ຢາກເຮັດ. 5. Decoding Emotion ຖອດລະຫັດອາລົມ ຄົນເລີ່ມສົນໃຈໂຕເອງເຊັ່ນ ຄວາມເປັນ LGBTQ+ ຄວນຈະຟັງເພງແບບໃດ ເຄົາລົບຄວາມຕ້ອງການຂອງໂຕເອງເພີ່ມຂຶ້ນ. ຂໍ້ມູນ: https://www.blockdit.com/posts/634b78431ad8cc6b694a703b #TargetMagazine

Read More »