ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ໄດ້ຖືກເລືອກໃຫ້ເປັນປະທານອີກໜຶ່ງສະໄໝ

ອິງຕາມຂໍ້ຕົກລົງ ເລກທີ 677/ນຊ.ນວ ລົງວັນທີ 20 ທັນວາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບດໍາເນີນການປ່ອນບັດເອົາຄະນະບໍລິຫານງານ ສະມາຄົມຈີນ ນະຄອນຫຼວງວຽງຈັນ ຊຸດທີ່ 21.

ສະມາຄົມຈີນ ນວ ໄດ້ດໍາເນີນການປ່ອນບັດຄະນະຊຸດທີ 21 ຂຶ້ນຢ່າງເປັນທາງການໃນວັນທີ 23 ທັນວາ 2018 ເຊິ່ງຜູ້ມີສິດປ່ອນບັດເຂົ້າຮ່ວມ 222 ທ່ານ ຄັດເລືອກເອົາຄະນະ 15 ທ່ານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນທ່ຽງ ຂຸນສີ ຄະນະປະຈໍາພັກ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ອະວຸໂສຊາວລາວເຊື້ອສາຍຈີນ,ອໍານາດການປົກຄອງເມືອງ ແລະ ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຫຼັງຈາກນັ້ນໃນວັນທີ 24 ທັນວາ 2018 ຄະນະຊຸດໃໝ່ 15 ທ່ານ ໄດ້ເປີດກອງປະຊຸມ ເພື່ອຄັດເລືອກເອົາປະທານ ແລະ ຮອງປະທານ,ຄະນະກວດກາ ແລະ ຄະນະຈັດຕັ້ງ ຜົນປະກົດດັ່ງນີ້:

ຄະນະປະທານ ປະກອບມີ 6 ທ່ານ

ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ໄດ້ຖືກເລືອກໃຫ້ເປັນປະທານສະມາຄົມອີກໜຶ່ງສະໄໝ ແລະ ທ່ານນາງ ແສງຟ້າ ທິນນະກອນ,ທ່ານ ຄໍາເພົ້າ ວົງມີເລີດ,ທ່ານ ບຸນໂຮມ ໄຊຍະລາດ,ທ່ານ ບຸນຊ້ວຍ ຊຸມພົນພັກດີ,ທ່ານ ຄໍາກຸ່ຍ ພົນເດຊາ ເປັນຮອງປະທານ

ປະກອບມີຄະນະກວດກາ 4 ທ່ານ ແລະ ຄະນະຈັດຕັ້ງ 5 ທ່ານ.

ຂໍ້ມູນຈາກ: ສະມາຄົມຈີນ ນວ.

Comments