News

ຂ່າວດີ!!! ສຳລັບນັກທຸລະກິດແຂວງຫຼວງພະບາງ ທີ່ຈະໄດ້ ສຳມະນາຟຣີ ໃນຫົວຂໍ້…..

ຂ່າວດີ…….❗❗❗❗ ?ສຳລັບແຂວງຫຼວງພະບາງ ຈະໄດ້ມີການຈັດສຳມະນາໃນຫົວຂໍ້ “ການເຂົ້າຫາແຫຼ່ງທຶນ” ??? ?ວັນທີ: 5 ກຸມພາ 2019 ?ສະຖານທີ່: ພະແນກກະສິກຳ ແລະ ປ່າໄມ້, ແຂວງຫຼວງພະບາງ. ⚠⚠ໝາຍເຫດ: ເຂົ້າຮ່ວມໂດຍບໍ່ເສຍຄ່າ ???ແລະ ຮັບຈຳນວນຈຳກັດ ນອກຈາກນີ້ຍັງຈະມີການຕັ້ງໂຕະໃຫ້ຄຳປຶກສາໂຕຕໍ່ໂຕໃຫ້ແກ່ພາກທຸລະກິດເປັນໄລຍະເວລາ 3 ຄັ້ງ, ຄັ້ງລະ 8 ທ່ານ: 1⃣ຄັ້ງທີ 1 ວັນທີ 06/2/2019 2⃣ຄັ້ງທີ 2 ວັນທີ 14/3/2019 3⃣ຄັ້ງທີ 3 ວັນທີ 09/4/2019 ເຊິ່ງຈະໄດ້ຈັດຂຶ້ນທີ່? ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ ☎☎ສົນໃຈຕິດຕໍ່ສອບຖາມໄດ້ທີ່ເບີ 071 252383 ທີ່ມາ: Laos SME Service Center

Read More »

ລັດຖະບານ ຈະຕິດກ້ອງວົງຈອນປິດ 2.800 ໜ່ວຍ ຢູ່ທາງພາກໃຕ້

ກະຊວງປ້ອງກັນຄວາມສະຫງົບມີແຜນຕິດຕັ້ງກ້ອງວົງຈອນປິດ 2.800 ໜ່ວຍຢູ່ 4 ແຂວງພາກໃຕ້ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ, ທັງນີ້ ກໍເພື່ອຊ່ວຍເຈົ້າໜ້າທີ່ໃນການຕິດຕາມແກ້ໄຂຄະດີອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ມາຮອດປັດຈຸບັນ, ເຈົ້າໜ້າທີ່ກົມສື່ສານໄດ້ສໍາເລັດການສໍາຫຼວດອອກແບບເປັນທີ່ຮຽບຮ້ອຍແລ້ວ. ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້ວ່າ: ການຕິດຕັ້ງກ້ອງວົງຈອນປິດດັ່ງກ່າວຄາດວ່າແຂວງໜຶ່ງຈະມີປະມານ 500-700 ໜ່ວຍ, ເຊິ່ງປັດຈຸບັນກຳລັງສະເໜີຂັ້ນເທິງເພື່ອຂໍອະນຸມັດ, ຄາດວ່າຈະໃຊ້ເວລາຕິດຕັ້ງພາຍໃນເວລາ 4-5 ເດືອນ. ຖ້າການຕິດຕັ້ງສໍາເລັດແລ້ວຈະເປັນປະໂຫຍດຢ່າງຫຼວງຫຼາຍໃນການແກ້ໄຂຄະດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໂດຍສະເພາະ ແມ່ນການແກ້ໄຂຄະດີອຸປະຕິເຫດຂອງຜູ້ນຳໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ. ໃນ​ປີຜ່ານມາ, ທົ່ວ​ປະ​ເທດມີ​ອຸປະຕິ​ເຫດ​ເກີດຂຶ້ນກ່ວາ 5 ພັນກໍລະນີ, ມີຄົນເສຍຊີວິດຫຼາຍກວ່າ 1 ພັນຄົນ, ພົ້ນ​ເດັ່ນ​ແມ່ນ​ຢູ່ນະຄອນຫຼວງ​ວຽງຈັນມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ ກ່ວາ 1.500 ກໍລະນີ, ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກ່ວາ 200 ​ຄົນ ແລະ ກ້ອງວົງຈອນປິດກໍມີສ່ວນສໍາຄັນໃນການແກ້ໄຂຄະດີດັ່ງກ່າວ. ຂໍຂອບໃຈຂໍ້ມູນຈາກ : ໜັງສືພິມເສດຖະກິດ-ສັງຄົມ

Read More »

ໃຊ້ Facebook ຢ່າງດຽວຄົງບໍ່ພໍ!!! ຢາກມີຍອດຂາຍຫຼາຍຂຶ້ນ ຕ້ອງໃຊ້ App ເພີ່ມ…

ໃຫ້ Application ເພີ່ມຍອດຂາຍ!!! ແມ່ນຢູ່ວ່າ Facebook ເປັນຊ່ອງທາງສໍາຄັນທີ່ເຮັດໃຫ້ແບຣນເປັນທີ່ຮູ້ຈັກ, ລູກຄ້າເຂົ້າເຖິງແບຣນໄດ້ງ່າຍຂຶ້ນ. ແຕ່ເມື່ອເວົ້າເຖິງເລື່ອງຍອດຂາຍຕ້ອງບອກເລີຍວ່າ Facebook ສ້າງຍອດຂາຍອອນລາຍໄດ້ພຽງໜ້ອຍດຽວເທົ່ານັ້ນ ຖ້າທຽບກັບ Application. ເພາະລູກຄ້ານິຍົມສັ່ງສິນຄ້າຜ່ານ Application ຂອງແບຣນຫຼາຍກວ່າ Facebook ຫຼື Website. ຈາກການລາຍງານຫຼ້າສຸດຂອງ Criteo ຜູ້ໃຫ້ບໍລິການໂຄສະນາອອນລາຍ ລະບຸເຖິງຄວາມສໍາເລັດຂອງການຂາຍອອນລາຍຜ່ານ Application ວ່າ Application ເທິງມືຖືກະຕຸ້ນໃຫ້ເກີດການຊື້ເຄື່ອງອອນລາຍໄດ້ 54% ແລະດຶງໃຫ້ຜູ້ໃຊ້ໃໝ່ກັບມາໃຊ້ Application ພາຍໃນ 30 ມື້ ໃນຂະນະທີ່ Website ແລະ Facebook ຕ້ອງໃຊ້ເວລາຫຼາຍກວ່າ. ສໍາລັບເຫດຜົນທີ່ຄົນນິຍົມຊື້ເຄື່ອງຜ່ານ Application ເພາະ Application ສະແດງຂໍ້ມູນການຊື້ສັ່ງ ແລະຍອດການຊໍາລະຊັດເຈນ ແລະເຂົ້າໃຈງ່າຍກວ່າເທິງ Website ແລະ Facebook, ຕິດຕາມການຊື້ໄດ້ງ່າຍໃນຄິກດຽວ ແລະມີຄວາມງ່າຍດາຍໃນການລົງຊື່ເຂົ້າໃຊ້ ເພາະພຽງ Login ຜ່ານ Social ກໍສາມາດໃຊ້ງານໄດ້ແລ້ວ ບໍ່ຕ້ອງຈື່ຊື່ຜູ້ໃຊ້ ແລະລະຫັດຜ່ານໃຫ້ຫຍຸ້ງຍາກ. ຂອບໃຈທີ່ມາ: www.smethailandclub.com

Read More »

ເມື່ອໂລກປ່ຽນ ນັກການຕະຫຼາດ ກໍຕ້ອງປ່ຽນວິທີຄິດ

ປະຕິເສດບໍ່ໄດ້ວ່າ ໃນຍຸກທີ່ບ້ານເມືອງເຮົາກຳລັງຫັນປ່ຽນເປັນຍຸກ”ດີຈີຕອນ” ຫຼື Digital Age Transformation ນີ້ ມັນກະທົບຢ່າງຮຸນແຮງກັບການວາງຍຸດທະສາດການຕະຫຼາດ ຂອງບັນດາພາກສ່ວນທຸລະກິດ ເຊິ່ງເປັນຜູ້ທີ່ຕ້ອງເຈັບຫົວໜັກ ນອກຈາກບັນດາເຈົ້າຂອງທຸລະກິດແລ້ວ ກໍຍັງແມ່ນນັກການຕະຫຼາດ (CMO- Chief Marketing Officer) ທີ່ແບກຮັບພາລະຍອດຂາຍຂອງບໍລິສັດ ໃຫ້ເປັນໄປຕາມເປົ້າໝາຍນັ້ນເອງ, ໃນຂະນະທີ່ເຄື່ອງມືທາງການຕະຫຼາດເກົ່າໆມັນໃຊ້ບໍ່ໄດ້ຜົນກັບລູກຄ້າອີກຕໍ່ໄປ. ສະນັ້ນ, ມື້ນີ້ ວາລະສານທາເກັດຈຶ່ງຂໍນໍາເອົາ 3 ວິທີການໃໝ່ໆ ຈາກປຶ້ມ Global CMO ທີ່ລວມບົດສຳພາດບັນດາ CMO ຈາກ 18 ບໍລິສັດລະດັບໂລກເຊັ່ນ: Master card, Samsung, GE, Coca-Cola, Colgate, Four Seasons, Burger King ແລະ ອື່ນໆ ເພື່ອມາຊ່ວຍໃຫ້ນັກການຕະຫຼາດບ້ານເຮົາ ໄດ້ນຳໄປໃຊ້ປັບປ່ຽນຍຸດທະສາດໃຫ້ທັນເວລາ. Fight for Talent ຕ້ອງໃຫ້ຄວາມສຳຄັນກັບການລົງທຶນຊອກຫາຜູ້ທີ່ມີພອນສະຫວັນເຂົ້າມາຮ່ວມວຽກໃນອົງກອນ ພ້ອມທັງພັດທະນາຄວາມຮູ້ໃໝ່ໆໃຫ້ກັບພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນດ້ານເຕັກໂນໂລຊີ ທ່າມກາງຕະຫຼາດທີ່ເຕັມໄປດ້ວຍຄູ່ແຂ່ງທັງພາຍໃນ ແລະ ຕ່າງປະເທດ ແລ້ວຍັງມີກຸ່ມທີ່ລົງທຶນຕ່ຳທີ່ເອີ້ນວ່າ Startup ນຳອີກ. ສະນັ້ນ, ຄົນເກັ່ງໆຈະຖືກບັນດາບໍລິສັດຕ່າງໆຍາດແຍ່ງກັນ. ...

Read More »

ລັດຖະບານລາວປະດັບຫຼຽນໄຊອິດສະຫຼະ ໃຫ້ສຳນັກຂ່າວສານຫວຽດນາມ

ວັນທີ 15 ມັງກອນ 2019 ຢູ່ສຳນັກຂ່າວສານຫວຽດນາມຮ່າໂນ້ຍ ສສ ຫວຽດນາມ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ສຳນັກຂ່າວສານຫວຽດນາມ ແລະ ທ່ານ ຫງວຽນດຶກເລີ້ຍ ອຳນວຍການໃຫຍ່ຂ່າວສານຫວຽດນາມພ້ອມດ້ວຍມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ 8 ກົມກອງລວມໝູ່ຂອງສຳນັກຂ່າວສານຫວຽດນາມ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 50 ປີ(6/1/1968-6/1/2018), ທັງນີ້ກໍເພື່ອຍ້ອງຍໍຊົມເຊີຍຄະນະນຳ, ກົມກອງ ແລະ ພະນັກງານຂ່າວສານຫວຽດນາມທີ່ໄດ້ປະກອບສ່ວນເຂົ້າໃນການຮ່ວມມືຂອງສອງສຳນັກຂ່າວສານ, ພັດທະນາຍົກລະດັບດ້ານວິຊາການແລະ ຊ່ວຍເຫຼືອດ້ານວິຊາການຂ່າວ, ເຕັກນິກ, ອຸປະກອນລະບົບສື່ສານ ແລະ ອື່ນໆໃຫ້ແກ່ສຳນັກຂ່າວສານປະເທດລາວຕະຫລອດໄລຍະຜ່ານມາ. ທີ່ມາ: ຂ່າວສານປະເທດລາວ.

Read More »

ກຽມພົບກັບ!!! ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ.

 Laorealestate.la ແລະ ເວັບໄຊ Yula.la  ເຊິ່ງເປັນຜູ້ນຳດ້ານຕະຫຼາດອອນໄລ໌ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດງານຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019) ທີ່ຈະໄດ້ມີການຈັດຂຶ້ນໃນວັນທີ 1-2 ມີນາ 2019 ທີ່ຈະມາເຖິງນີ້, ຢູ່ທີ່ໂຮງແຮມດອນຈັນພາເລດ. ທຸກທ່ານສາມາດເຂົ້າຮ່ວມງານຟຣີ ແລ້ວຍັງມີສິດລຸ້ນໂຊກໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ ພ້ອມຂອງຂວັນລາງວັນອີກຫຼາກຫຼາຍຢ່າງພາຍໃນງານອີກ. *ລົງທະບຽນເພື່ອເຂົ້າຮ່ວມງານ https://realestatekh.lpages.co/lao-real-estate-expo-2019-lao-attendees/ *ລົງທະບຽນເພື່ອເປັນຜູ້ຮ່ວມຈັດສະແດງ ຫຼື ຜູ້ສະໜັບສະໜູນ https://realestatekh.lpages.co/lao-real-estate-expo-2019-exhibitors-sponsers/ ສາມາດຕິດຕໍ່ສອບຖາມໄດ້ທີເບີ: 020 55550906 ຫຼື ອີເມວ [email protected] ເວັບໄຊ www.yula.la ມີຄວາມພາກພູມໃຈທີ່ໄດ້ເປັນເຈົ້າພາບຈັດງານວາງສະແດງ Laorealestate.laທ EXPO 2019 ທີ່ໃຫຍ່ທີ່ສຸດ ເປັນຄັ້ງປະຫວັດສາດໃນ ສປປ ລາວ.  ເຊິ່ງຈະໄດ້ນຳເອົາບັນດາກຸ່ມຄົນ ແລະ ບໍລິສັດຊັ້ນນຳ, ເຈົ້າຂອງໂຄງການຕ່າງໆໃນລາວ  ແລະ ຕ່າງປະເທດ ເຂົ້າມາຮ່ວມງານວາງສະແດງນີ້ເຊັ່ນ: ນັກພັດທະນາໂຄງການ,​ ສະຖາປານິກ, ຜູ້ຮັບເໝົາກໍ່ສ້າງ,​ ນາຍໜ້າອະສັງຫາລິມະຊັບ, ຄົນຂາຍດິນ, ທະນາຄານທີ່ປ່ອຍສິນເຊື່ອ, ...

Read More »

ມູນນິທິ ສອງມືນາງ ຊ່ວຍເຫຼືອການສຶກສາ ມູນຄ່າ 58 ລ້ານກວ່າກີບ

ວັນທີ 9 ມັງກອນ 2019 ທີ່ຜ່ານມາ, ມູນນິທີ ສອງມືນາງໄດ້ຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຊ່ວຍເຫຼືອດ້ານການສຶກສາໃຫ້ກັບໂຮງຮຽນ ອະນຸບານ-ປະຖົມສົມບູນ ໂຄກແຫ້ ແລະ ໂຮງຮຽນ ອະນຸບານ-ປະຖົມສົມບູນ ວັງມ້າ, ອຸປະຖໍາໂດຍ: ທ່ານ ດຣ. ແກ້ວສາຍໃຈ ໄຊຍະສອນ, ນ. ສຸລິສາ ນະວຽງຈັນ (ບໍລິຈາກເຄື່ອງກິລາ),  ນ. ເກດສະຫວັນ ປັນຍາທິບ (ບໍລິຈາກໂຕະຕັ່ງ), ລວມມູນຄ່າ: 58,098,000 ກີບ ຂໍຂອບໃຈ, ນ. ສຸລິສາ ນະວຽງຈັນ ແລະ ນ. ເກດສະຫວັນ ປັນຍາທິບ ທີ່ຮ່ວມມອບເຄື່ອງບໍລິຈາກ ມູນນິທິສອງມືນາງ  ໂທ: 021 900747

Read More »

ທ່ານ ບໍ່ແສງຄໍາ ວົງດາລາ ຕ້ອນຮັບຄະນະຜູ້ແທນ ປະເທດຍີ່ປຸ່ນ

ໃນວັນທີ 14 ມັງກອນ 2019 ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກປະເທດຍີ່ປຸ່ນນຳໂດຍ ທ່ານ katsutoshi Endo ປະທານກຸ່ມບໍລິສັດ ອີຕາລຽນ ໂທມາໂຕ ກຸ່ມທຸລະກິດແຟນຊາຍ ທາງດ້ານການບໍລິການ ແລະ ອາຫານ ໃຫ້ນັກທ່ອງທ່ຽວ ແລະ ທຸລະກິດທ່ອງທ່ຽວ ໃນຍີ່ປຸ່ນ, ຮົງກົງ ແລະ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ ທ່ານ katsutoshi Endo ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ...

Read More »

10 ແຂວງຈັດເກັບລາຍຮັບສ່ວຍສາອາກອນ ລື່ນຄາດໝາຍ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນກອງປະຊຸມວຽກງານສ່ວຍສາອາກອນ ທົ່ວປະເທດ ປະຈຳປີ 2018 ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 14 -15 ມັງກອນ 2019 ນີ້ວ່າ: ວຽກງານສ່ວຍສາອາກອນ ແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດ ເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ, ລາຍຮັບສ່ວຍສາອາກອນ ໄດ້ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີລັກສະນະເພີ່ມຂຶ້ນ , ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ສຳລັບປີ 2018 ໄດ້ບັນລຸ 93,14 % ຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ. ໃນປີ 2018 ກໍມີຫຼາຍແຂວງ ທີ່ປະຕິບັດການເກັບລາຍຮັບໄດ້ດີເດັ່ນລື່ນຕົວເລກແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%. ໃນຂະນະດຽວກັນ ແຂວງຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ...

Read More »

ອັງກິດ ໃຫ້ທຶນຊ່ວຍເຫຼືອ ການເກັບກູ້ລະເບີດຢູ່ສອງແຂວງ

ໃນວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ເຊັນບົດບັນທືກຄວາມເຂົ້າໃຈໂຄງການລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ( ຄຊກລ ) ກັບ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ. ຮ່ວມລົງນາມບົດບັນທືກຄວາມເຂົ້າໃຈໂດຍ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ນາງ ບລອດຊຳ ກີວມໍໄຊ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ Hung Evans ເອກອັກຄະລັດຖະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແຂວງຊຽງຂວາງ ແລະ ແຂວງ ...

Read More »