ງານກ໋ອບ

ຍອດຜູ້ຕິດເຊື້ອໂຄວິດ-19 ຣັດເຊຍ ເພີ່ມຂຶ້ນມື້ລະ 10.000 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 10 ພຶດສະພາ 2020 ວ່າ ສູນຕອບໂຕ້ເຊື້ອໄວຣັດໂຄ-19 ຂອງຣັດເຊຍ ອອກລາຍງານເມື່ອວັນອາທິດ ກ່ຽວກັບສະຖານະການພະຍາດໂຄວິດ-19 ໃນປະເທດວ່າມີການຢືນຢັນຜູ້ຕິດເຊື້ອລາຍໃຫ່ມອີກ 11,012 ຄົນ ເພີ່ມສະຖິຕິຜູ້ປ່ວຍສະສົມເປັນຢ່າງນ້ອຍ 209,688 ຄົນ ທັງນີ້ ຣັດເຊຍລາຍງານການພົບຜູ້ຕິດພະຍາດໂຄວິດ-19 ເພີ່ມຂື້ນຫລາຍກວ່າວັນລະ 10,000 ຄົນ ຕັ້ງແຕ່ວັນທີ່ 3 ພຶດສະພາທີ່ຜ່ານມາ ຂະນະທີ່ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີສະສົມເພີ່ມເປັນຢ່າງນ້ອຍ 34,306 ຄົນ ດ້ານຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງນ້ອຍ 1,915 ຄົນ ເພີ່ມຂື້ນ 88 ຄົນ ທັງນີ້ ພື້ນທີ່ວິກິດທີ່ສຸດຂອງໂລກໂຄວິດ-19 ໃນຣັດເຊຍ ຄືນະຄອນມອສໂກ ມີຜູ້ປ່ວຍສະສົມຢ່າງນ້ອຍ 104,189 ຄົນ ຮັກສາຫາຍຢ່າງນ້ອຍ 12,779 ຄົນ ແຕ່ເສຍຊີວິດແລ້ວ 1,010 ຄົນ ທັງນີ້ ທ່ານເຊີຣເກ ຊອບຍານິນ ນາຍົກນະຄອນມອສໂກ ກ່າວວ່າ ການຂະຫຍາຍໄລຍະເວລາມາດຕະການລ໊ອກດາວໃນເມືອງຫຼວງຂອງຣັດເຊຍ ຊື່ງມີຜົນຕັ້ງແຕ່ວັນທີ່ 30 ມີນາ ທີ່ຜ່ານມາ ໃຫ້ຄອບຄຸມຕໍ່ໄປເຖິງວັນທີ 31 ພຶດສະພານີ້ ຢ່າງໃດກໍຕາມໂຮງງານອຸດສະຫະກຳຂະຫນາດໃຫ່ຍ ...

Read More »