News

ກະຊວງການເງິນອອກແຈ້ງການເລື່ອງ: ເສຍຄ່າທາງ ປີ 2019

ກະຊວງການເງິນອອກແຈ້ງການ ເລື່ອງ ເສຍຄ່າທາງ ປີ 2019  ແລະ  ນະໂຍບາຍ ສໍາລັບຜູ່ຊື້ລົດໃໝ່ທ້າຍປີ. ຖ້າຊື້ພາຍໃນເດືອນ ຕຸລາ-ທັນວາ ແມ່ນຈະຍົກເວັ້ນ ຫຼື ໃຫ້ເສຍໃນປີຖັດໄປ. ເພື່ອເຮັດໃຫ້ການເກັບຄ່າທຳນຽມປະຈຳປີ 2019 ຖືກຈັດຕັ້ງປະຕິບັດຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະດັ່ງນີ້: ໄລຍະເວລາປົກກະຕິຂອງການເສຍຄ່າທຳນຽມທາງແມ່ນແຕ່ເດືອນ ມັງກອນ ຫາເດືອນມີນາ ຂອງທຸກໆປີ, ຖ້າບໍ່ເສຍຕາມເວລາທີ່ທາງການກຳນົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ VI ຂໍ້ 2 ຄຳແນະນຳ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017. ໃນກໍລະນີຫາກຍັງບໍ່ໄດ້ເສຍຄ່າທຳນຽມຂອງປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້: ຖືກປັບໃໝ 60% ຂອງມູນຄ່າທຳນຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທາງນັບແຕ່ປີ 2017 ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ 2018 ກໍລະນີຍັງບໍ່ໄດ້ເສຍຂອງປີ 018. 3. ນັບແຕ່ປີ 2019 ເປັນຕົ້ນໄປ ສຳລັບ ບຸກຄົນ,​ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ອອກຈາກຮ້ານ) ໃນເດືອນຕຸລາ – ເດືອນທັນວາ ...

Read More »

ສຸດຍອດຄວາມລໍ້າໜ້າ!! ຫົວເຫວີຍເປີດຕົວ 5G ເປັນຄັ້ງທຳອິດຂອງໂລກ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 18 ກຸມພາ 2019 ວ່າ ບໍລິສັດຫົວເຫວີຍ ລາຍໃຫ່ຍດ້ານເຕັກໂນໂລຊີຂອງຈີນ ເປີດຕົວລະບົບ 5 ຈີ ໃນອາຄານເປັນຄັ້ງທຳອິດຂອງໂລກ ທີ່ສະຖານີລົດໄຟຫົງສຽວຂອງນະຄອນຊຽງໄຮ້ ໜຶ່ງໃນອາຄານຜູ້ໂດຍສານທີ່ສຳຄັນໃນເຄືອຂ່າຍລົດໄຟຂອງຈີນ ໂດຍໄດ້ອັບເດດບໍລິການອິນເຕີເນັດພາຍໃນສະຖານີ ເຊິ່ງເຮັດໃຫ້ສະຖານີລົດໄຟແຫ່ງນີ້ ເປັນ Smart ສະຖານີທີ່ສຸດໃນໂລກ ໂຄງການດັ່ງກ່າວນັບເປັນກ້າວສຳຄັນແຫ່ງວິວັດທະນາການຂອງເຄືອຂ່າຍທາງລົດໄຟແດນມັງກອນ ເຊິ່ງລວມເອົານະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝຫຼາຍຢ່າງໄວ້ດ້ວຍກັນ ເຊັ່ນການຈື່ຈຳໃບໜ້າແທນການໃຊ້ປີ້, ການໃຊ້ແອັບໃນສະມາດໂຟນສົ່ງອາຫານ ມາສົ່ງໃນລະຫວ່າງການເດີນທາງຢູ່ລົດໄຟເປັນຕົ້ນ ຈາກຖະແຫຼງຂ່າວຢູ່ເວັບໄຊຂອງບໍລິສັດ ຈົນເຖິງທ້າຍເດືອນມັງກອນຜ່ານມາ ຫົວເຫວີຍໄດ້ເຂົ້າຮ່ວມເປັນພັນທະມິດການຄ້າກັບພາດເນີ 5 ຈີ ຫຼາຍກ່ວາ 50 ຄົນ ໃນທົ່ວໂລກ ແລະ ໄດ້ສ້າງສະຖານີ 5 ຈີ ແລ້ວຫຼາຍກ່ວາ 25.000 ແຫ່ງທົ່ວໂລກ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

Freelance ເປັນອາຊີບທີ່ນິຍົມຂອງຄົນຍຸກປັດຈຸບັນ ແລະ ກໍາລັງເປັນທີ່ຕ້ອງການຂອງຕະຫຼາດ… ແຕ່ຕ້ອງເລືອກສາຍໃຫ້ຖືກ! ຖ້າເລືອກຖືກກຽມຮັບຊັບ!!!

Freelance ທີ່ຖືກຈ້າງຫຼາຍທີ່ສຸດ… ພະນັກງານ Freelance ຍັງຄົງເປັນອາຊີບທີ່ດີທີ່ສຸດຂອງຄົນຍຸກນີ້, ເຊິ່ງຈາກສະຖິຕິລະບຸວ່າ ປັດຈຸບັນອາຊີບ Freelance ໃນບ້ານເຮົາເພີ່ມຂຶ້ນຫຼາຍ ແລະ ມີທ່າອ່ຽງວ່າຈະເພີ່ມຂຶ້ນອີກໃນອະນາຄົດ. ເຊິ່ງເຫດຜົນຫຼັກໆທີ່ເຮັດໃຫ້ອາຊີບນີ້ໄດ້ຮັບຄວາມສົນໃຈຄື ໄດ້ເປັນນາຍຕົນເອງ, ບໍ່ມີໝູ່ຮ່ວມງານຄອຍກວນໃຈ, ຫາກບໍລິຫານຈັດການເວລາໄດ້ດີ ກໍມີເວລາວ່າງຫຼາຍພໍທີ່ຈະເຮັດໃນສິ່ງທີ່ຢາກເຮັດ ແລະ ເປັນທີ່ຕ້ອງການຂອງຕະຫຼາດ. ເພາະສາມາດຊ່ວຍຜູ້ຈ້າງຫຼຸດຄ່າໃຊ້ຈ່າຍໄດ້ເຖິງ 60% ເມື່ອທຽບກັບການຈ້າງພະນັກງານປະຈໍາ. ສໍາລັບຄົນທີ່ຢາກຍ່າງຕາມເສັ້ນທາງສາຍນີ້ ຕ້ອງກຽມຕົວໃຫ້ພ້ອມທັງໃນເລື່ອງຂອງແຟ້ມຜົນງານ ເພື່ອໃຊ້ປະກອບການສະເໜີວຽກໃຫ້ລູກຄ້າ, ຕາຕະລາງການເຮັດວຽກທີ່ຕ້ອງຈັດໃຫ້ຊັດເຈນ ເພື່ອຈະໄດ້ຮັບບໍລິຫານເວລາໄດ້ຢ່າງມີປະສິດທິພາບ ແລະ ສຶກສາເລື່ອງອື່ນໆທີ່ກ່ຽວຂ້ອງ ເພື່ອຮັກສາຜົນປະໂຫຍດຂອງຕົນເອງໃຫ້ໄດ້ຫຼາຍທີ່ສຸດ ເຊັ່ນ ເງື່ນໄຂການຈ້າງວຽກ ແລະ ການກໍານົດລາຄາຄ່າຈ້າງຢ່າງເໝາະສົມ ເປັນຕົ້ນ. ນອກນັ້ນ Freelance ຍັງຈໍາເປັນຕ້ອງຮູ້ແນວໂນ້ມຂອງຜູ້ຈ້າງນໍາວ່າ ໄລຍະນີ້ນິຍົມຈ້າງວຽກປະເພດໃດ ເພື່ອຈະໄດ້ກຽມພ້ອມຮັບມືກັບປະລິມານວຽກທີ່ອາດຈະເພີ່ມຂຶ້ນ, ຫາກເປັນ Freelance ໃນປະເພດວຽກນັ້ນ ຫຼືຈະໄດ້ປ່ຽນສາຍວຽກໄດ້ທ່ວງທັນ ເພື່ອຮອງຮັບຄວາມຕ້ອງການຂອງຜູ້ຈ້າງ. ໂດຍຫຼ້າສຸດ Facebook Platform ທີ່ຮວບຮວມຂໍ້ມູນ Freelance ແລະ ມືອາຊີບດ້ານຕ່າງໆກວ່າ 30.000 ວຽກ. ໄດ້ເປີດເຜີຍ 5 ປະເພດວຽກທີ່ຖືກຈ້າງຫຼາຍທີ່ສຸດ ດັ່ງນີ້ ອັນດັບ 1: Graphic ...

Read More »

Startup ລະວັງຮັບມືບໍ່ທັນ!!! ທຸລະກິດຂະຫຍາຍໄວເກີນໄປ ອາດເປັນອັນຕະລາຍ…

ທຸລະກິດຂະຫຍາຍໄວຈົນເປັນອັນຕະລາຍ… Startup ມືໃໝ່ມັກຈະພາວະນາໃຫ້ທຸລະກິດຂອງຕົວເອງກ້າວໜ້າ ແລະ ເຕີບໃຫຍ່ຢ່າງໄວວາ. ແຕ່ບາງຄັ້ງການທີ່ເຮົາປະສົບຄວາມສໍາເລັດແບບກ້າວກະໂດດກໍຈະເປັນອັນຕະລາຍໃຫ້ກັບທຸລະກິດໄດ້ ເຊັ່ນ ບໍ່ມີຄວາມພ້ອມໃນການຮັບມືກັບຄວາມປ່ຽນແປງ, ຕັດສິນໃຈແກ້ໄຂບັນຫາບໍ່ທັນ, ບໍ່ມີແຜນຮັບມືໃນເລື່ອງຕ່າງໆ ແລະ ຫຼາຍໆເລື່ອງ ໂດຍເຮົາສາມາດສຶກສາໄດ້ຈາກບົດຮຽນຂອງຜູ້ປະກອບການທີ່ເຕີບໃຫຍ່ຢ່າງໄວວາ ຈະສົ່ງຜົນທະໃນທາງລົບຕໍ່ທຸລະກິໄດ້ ເລີ່ມຈາກ: ວັດທະນະທໍາອົງກອນໄດ້ຮັບຜົນກະທົບ ໜຶ່ງບັນຫາສໍາຄັນທີ່ບໍ່ມີໃຜຄາດຄິດກໍຄື ເມື່ອບຸກຄະລິກກະພາບ ແລະ ວັດທະນະທໍາອົງກອນຍັງບໍ່ແຂງແຮງ ຫຼືຍັງບໍ່ເປັນໄປຕາມໂຄສະນາ ຫຼືປະຊາສໍາພັນອອກໄປ. ແບຣນຍ່ອມໄດ້ຮັບຜົນກະທົບ ແລະ ຖືກກ່າວຫາວ່າສ້າງພາບໄດ້ງ່າຍໆ ຕົວຢ່າງ: ເຮົາບອກໄປເວົ້າວ່າ ທຸລະກິດຂອງເຮົາໃນຕອນນີ້ເປັນສັງຄົມແຫ່ງຄວາມສະເໝີພາບ, ຍຶດໝັ້ນຫຼັກຄວາມເທົ່າທຽມກັນ. ແຕ່ຄົນໃນບໍລິສັດກີດກັນເພດທີສາມ ຫຼືບໍ່ໃຫ້ໂອກາດຜູ້ພິການເຂົ້າເຮັດວຽກດ້ວຍອັກຄະຕິສ່ວນຕົວ ແບບນີ້ເອີ້ນວ່າຂັດກັບຄວາມເປັນຈິງ ແລະ ຈະຖືກໂຈມຕີໃນທີ່ສຸດ. ສິ່ງທີ່ຕ້ອງເຮັດ: ໃນໄລຍະທໍາອິດ ເຮົາສາມາດຫຼໍ່ຫຼອມວັດທະນະທໍາອົງກອນໄດ້ບໍ່ຍາກ ເພາະມີຈໍານວນພະນັກງານບໍ່ເທົ່າໃດຄົນ ແລະ ເມື່ອຕ້ອງຂະຫຍາຍທຸລະກິດ ພະຍາຍາມຊອກວິທີໃຫ້ແນ່ໃຈວ່າໄດ້ປູກຝັງວັດທະນະທໍາທີ່ດີ ແລະ ແບບດຽວກັນໃຫ້ພະນັກງານທຸກຄົນແລ້ວ. ຄວາມຊັບຊ້ອນທາງດ້ານການເງິນ ຫາກທຸລະກິດຂອງເຮົາເຕີບໃຫຍ່ຂຶ້ນຢ່າງໄວວາດ້ວຍເງິນຈາກນັກລົງທຶນ ເຊິ່ງຫຼາຍຄົນເບິ່ງວ່າເປັນເລື່ອງທີ່ດີ, ໃນຂະນະທີ່ບາງຄົນເບິ່ງວ່າເປັນຝັນຮ້າຍ. ຄວາມຈິງທຸລະກິດກໍມີທັງດ້ານບວກ ແລະ ດ້ານລົບ ໂດຍໃນດ້ານລົບນັ້ນຜູ້ໃຫ້ເງິນສະໜັບສະໜູນຍ່ອມຫວັງຜົນຕອບແທນ, ອາດຈະຄອຍເບິ່ງເຮົາທຸກກ້າວຍ່າງ, ຄອຍຄວບຄຸມ ແລະ ຮ້າຍແຮງໄປກວ່ານັ້ນຄືອອກຄໍາສັ່ງກັບເຮົາໂດຍກົງ. ສິ່ງທີ່ຕ້ອງເຮັດ: ກ່ອນຈະຂໍເງິນຈາກແຫຼ່ງທຶນໃດໆ ພະຍາຍາມເຮັດວຽກບ້ານໃຫ້ດີວ່າ ຜູ້ໃຫ້ເງິນຕ້ອງການຫຍັງຈາກເຮົາ ແລະ ...

Read More »

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ຄະ​ນະ ເດີນ​ທາງ​ຢ້ຽມ​ຢາມ​ ປະເທດບຣູໄນ ດາຣູຊາລາມ ຢ່າງ​ເປັນທາງ​ການ ໃນລະຫວ່າງວັນ​ທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ...

Read More »

ຫຼວງພະບາງ ໄດ້ຮັບລາງວັນ ເມືອງທ່ອງທ່ຽວຍອດນິຍົມຂອງໂລກ ອີກຄັ້ງ

ປີ 2019 ວາລະສານ ວັນເດີລັດ (Wanderlust Magazine) ຂອງອັງກິດ ໄດ້ຈັດໃຫ້ ນະຄອນຫຼວງພະບາງ ເປັນເມືອງທ່ອງທ່ຽວຍອດນິຍົມໃນໂລກ ອີກຄັ້ງ ຫຼັງຈາກທີ່ເຄີຍເປັນລຳດັບ 1 ມາແລ້ວ 8 ຄັ້ງ ແລະ ເຄີຍຕິດ 1 ໃນ 10 ລຳດັບ ເຖິງ 12 ຄັ້ງ. ວິທີການຈັດລຳດັບຂອງ ວາລະສານ ວັນເດີລັດ ແມ່ນເປີດໂອກາດໃຫ້ສະມາຊິກ ຂອງ ວາລະສານ ຈາກທົ່ວໂລກ ເລືອກເອົາເມືອງທີ່ພວກຕົນເອງມັກທີ່ສຸດ. 10 ເມືອງ ທີ່ນັກທ່ອງທ່ຽວ ໃຫ້ຄະແນນ ວ່າ ເປັນເມືອງຍອດນິຍົມໃນການທ່ອງທ່ຽວ ໃນປີ 2019 ລວມມີ: ນະຄອນຫຼວງພະບາງ 95.25%, ຮອງລົງມາແມ່ນ Granada (ສະເປນ) 94.78%, Seville (ສະເປນ) 94.62%, Cape Town (ອັບຝຣິກາໃຕ້) 94.44%, Krakow (ໂປແລນ) 94.08%, Edinburgh (ສະກອດແລນ) ...

Read More »

ແອເອເຊຍ ເຊື່ອມໂຍງປະເທດລາວສູ່ 130 ປາຍທາງທົ່ວໂລກ

ໃນວັນທີ 13 ກຸມພາ 2019 ທີ່ຜ່ານມາ, ສາຍການບິນ ແອເອເຊຍໄດ້ຈັດງານພົບປະສື່ມວນຊົນລາວ ແລະ ຖະແຫຼງຂ່າວ ກ່ຽວກັບສາຍການບິນແອເອເຊຍ ເປັນສາຍການບິນລາຄາປະຢັດ ທີ່ດີທີ່ສຸດໃນໂລກ ດ້ວຍການໄດ້ຮັບລາງວັນ 10 ປີຊ້ອນ.  ໃຫ້ກຽດເປັນປະທານໄດ້ແກ່: ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ຂອງສາຍການບິນ ແອເອເຊຍ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມງານ.  ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ໄດ້ກ່າວວ່າ: ແອເອເຊຍພ້ອມທີ່ຈະໃຫ້ບໍລິການດ້ວຍມາດຕະຖານສາກົນ ແລະ ເປີດເສັ້ນທາງບິນໃໝ່ ເພື່ອເຊື່ອມໂຍງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ ໃຫ້ຄວບຄຸມ ເພື່ອອໍານວຍຄວາມສະດວກດ້ານການເດີນທາງໃຫ້ຊາວລາວ. ປັດຈຸບັນ, ປະເທດໄທ ເປັນແຫຼ່ງທ່ອງທ່ຽວທີ່ຄົນລາວນິຍົມເດີນທາງໄປຊື້ເຄື່ອງ ແລະ ທ່ອງທ່ຽວ. ສ່ວນປະເທດ ມາເລເຊຍ ເປັນເມືອງທາງດ້ານການຄ້າ ແລະການລົງທຶນທີ່ສໍາຄັນໃນອາຊຽນ. ແອເອເຊຍ ໄດ້ເປີດໃຫ້ບໍລິການບິນກົງສູ່ປະເທດລາວຢ່າງຕໍ່ເນື່ອງ ພ້ອມນໍາສະເໜີເສັ້ນທາງບິນເຊື່ອງໂຍງລາວສູ່ 130 ປາຍທາງ ໃນທົ່ວໂລກ ຄວບຄຸມເສັ້ນທາງບິນສູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວອາຊີ. ປັດຈຸບັນ, ແອເອເຊຍ ໃຫ້ບໍລິການຢູ່ໃນປະເທດລາວ 2 ແຂວງ ຄື: ນະຄອນຫຼວງວຽງຈັນ ...

Read More »

ລາວບັບໂຟຼໂລ ເດຣີ ຕົວແບບທຸລະກິດທີ່ດີ ຈາກອາເມຣິກາ

ໃນວັນທີ 14 ກຸມພາ 2019, ຜູ້ຕາງໜ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມຣິກາ  ໄດ້ມອບອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10.000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ. The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມຣິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ. ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ:  ເນີຍແຂງ, ນົມສົ້ມ ແລະ ກະແລມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການຜະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນ ທີ່ໄດ້ສັ່ງຊື້ຜະລິດຕະພັນດັ່ງກ່າວ. ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The Laos Buffalo Dairy ໄດ້ເພີ່ມການຜະລິດໃນແຕ່ລະມື້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຳນວນເພີ່ມຂື້ນ ...

Read More »

ຜົນວິໄຈ ບອກວ່າ ຄົນເຮົາຈະມີຄວາມສຸກເພີ່ມຂຶ້ນ ຖ້າຢຸດຫຼິ້ນເຟສບຸກ 1 ເດືອນ.

ເຟສບຸກ “FaceBook” ກາຍເປັນສື່ສັງຄົມອອນໄລ໌ທີ່ຄົນເຮົາສ່ວນຫຼາຍນັບທັງແອັດມິນເອງກໍຕິດໂລກອອນໄລ໌ເປັນທີ່ສຸດ 5555 ຫຼາຍຕໍ່ຫຼາຍຄົນເຖິງຂັ້ນຕ້ອງໄດ້ເປີດໂທລະສັບມືຖືສະມາດໂຟນເລື່ອນເບິ່ງໜ້າຟີດຂ່າວເຟສບຸກຢູ່ຕະຫຼອດເວລາ ແບບວ່າປາສະຈາກໄປ ບໍ່ໄດ້ ບໍ່ວ່າຈະເຂົ້າຫ້ອງນໍ້າ, ກິນເຂົ້າ, ກ່ອນນອນ…..ຈົນມັນກາຍເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນໃນການໃຊ້ຊີວິດຂອງຄົນເຮົາໄປແລ້ວ. ມີລາຍງານວິໄຈຈາກ New York University and Stanford ຊີ້ໃຫ້ເຫັນວ່າ ຜູ້ໃຊ້ເຟສບຸກຈະມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ແລະ ມີຄວາມວິຕົກກັງວົນ,​ຄິດຫຼາຍ, ຄວາມຄຽດໜ້ອຍລົງ ຈາກການຢຸດຫຼິ້ນເຟສບຸກ ເພາະພວກເຂົາ ມີກິດຈະກຳຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດ ບໍ່ວ່າຈະເປັນການພົບປະກັບໝູ່ເພື່ອນ, ທ່ອງທ່ຽວກັບຄອບຄົວ ແລະ ເບິ່ງໂທລະພາບ ໂດຍບໍ່ຕ້ອງເສຍເວລາກັບການຕິດຕາມຂ່າວຄາວຕ່າງໆທີ່ຫຼາກຫຼາຍໃນໜ້າຟີດຂ່າວ ທີ່ມີຂ່າວດີແດ່ບໍ່ດີແດ່, ມີທັງໂຄສະນາທີ່ລໍໜ້າລໍຕາລໍໃຈເຮັດໃຫ້ເຮົາຢາກຊື້ສິນຄ້ານັ້ນນີ້ ມາໃຫ້ຄິດແບບເຈັບຫົວ. ແຕ່ຜົນວິໄຈນີ້ ກໍບໍ່ໄດ້ໂນ້ມນ້າວໃຈໃຫ້ຄົນລົບເຟສບຸກອອກຈາກມືຖື ເນື່ອງຈາກຜົນວິໄຈນີ້ຍັງມີຫຼາຍເລື່ອງທີ່ຕ້ອງພິຈາລະນະ ໂດຍ  TechCrunch ທີ່ມາ: https://www.blognone.com/node/107892

Read More »

ລັດຖະມົນຕີກະຊວງການເງິນ ເນັ້ນຄະນະນຳແກ້ໄຂແນວຄິດ ເຫັນແກ່ຜົນປະໂຫຍດສ່ວນຕົວ ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພາ 2019, ໂດຍການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານ ພາຍໃນກະຊວງການເງິນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານ. ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງ ທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫຼາຍຮູບແບບ, ຫຼາຍວິທີ ...

Read More »