ໃນວັນທີ 2 ເມສາ 2019 ຜ່ານມານີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະການບິນກອງ ທັບເຮືອແຫ່ງ ສ.ຣັດເຊຍ ເຊິ່ງ ນໍາໂດຍ ທ່ານ ພົນຈັດຕະວາ ໂກຊິນ ອີໂກຣີ ຫົວໜ້າການ ບິນກອງທັບເຮືອ ແຫ່ງ ສ.ຣັດ ເຊຍ ພ້ອມດ້ວຍຄະນະຢູ່ສະໂມສອນຫ້ອງວ່າການກະຊວງປ້ອງ ກັນປະເທດ ເນື່ອງໃນໂອກາດ ທີ່ຄະນະເດີນທາງມາເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 1-5 ເມສາ. ໂອກາດນີ້ ທ່ານ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມ້ຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ ທ່ານ ພົນຈັດ ຕະວາ ໂກຊິນ ອີໂກຣີ ພ້ອມດ້ວຍ ຄະນະທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະ ...
Read More »News
ທະນາຄານເອີຣົບ ໃຫ້ທຶນຊ່ວຍເຫຼືອລ້າແກ່ ສປປ ລາວ 48 ຕື້ກີບ ເພື່ອບູລະນະເສັ້ນທາງ
ທະນາຄານເອີຣົບ (ຢູໂຣບ) ເພື່ອການລົງທຶນ ອະນຸມັດເງິນຊ່ວຍເຫຼືອລ້າແກ່ ສປປ ລາວ ມູນຄ່າ 5 ລ້ານເອີໂຣ ຫຼື ປະມານ 48 ຕື້ກີບ ໃນການຈັດຕັ້ງປະຕິບັດວຽກງານບູລະນະສ້ອມແປງເສັ້ນທາງຫຼວງໃນເຂດຊົນນະບົດ ໂດຍສະເພາະ ພື້ນທີ່ແຂວງເປົ້າໝາຍຂອງແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງບໍລິຄຳໄຊ ເຊິ່ງມີລະໄຍທາງປະມານ 1.400 ກິໂລແມັດ ເພື່ອເຮັດໃຫ້ການພັດທະນາພື້ນຖານໂຄງລ່າງຂອງລາວ ໄດ້ຮັບການຍົກລະດັບດີຂຶ້ນ. ພິທີລົງນາມສັນຍາຮັບເອົາທຶນຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 1 ເມສາ 2019 ຢູ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Luca Lazzarolli ຜູ້ອຳນວຍການທະນາຄານເອີຣົບເພື່ອການລົງທຶນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທຶນຊ່ວຍເຫຼືອດັ່ງກ່າວ ຈະນຳໃຊ້ຮ່ວມກັບທຶນ 20 ລ້ານເອີໂຣ ຫຼື ປະມານ 193 ຕື້ກີບ ທີ່ລັດຖະບານ ໄດ້ກູ້ຢືມມານຳໃຊ້ໃນໂຄງການບູລະນະສ້ອມແປງເສັ້ນທາງ ໃນຂອບເຂດທົ່ວປະເທດ ເມື່ອໂຄງການສຳເລັດ ຈະຊ່ວຍຍົກລະດັບພື້ນຖານໂຄງລ່າງ ...
Read More »ເປັນຫຍັງ? ຕ້ອງສົງນໍ້່າພຣະໃນບຸນປີໃໝ່ລາວ…(ອ່ານເລີຍ)
ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ທາງເວັບໄຊທາເກັດຂອງພວກເຮົາ ຈະມານໍາສະເໜີບັນດາທ່ານກ່ຽວກັບ “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ. ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ) ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ ແມ່ນຈະບໍ່ໄດ້ນໍາໄປແຫ່ອ້ອມວັດ) ຈາກນັ້ນ ຊາວບ້ານກໍພາກັນມານັ່ງໂຮມກັນຢູ່ດ້ານໃດດ້ານໜຶ່ງຂອງຫໍ ເພື່ອຂໍຂະມາ ແລະ ບອກກ່າວໃຫ້ພຣະພຸດທະຮູບຮູ້ວ່າ: ຮອດຍາມປີໃໝ່ສົງການແລ້ວ ຈະໄດ້ມີການຫົດສົງພຣະພຸດທະຮູບ (ອາດຈະຕັ້ງເປັນກັນເທດ) ໂດຍແມ່ນພຣະສົງເປັນຜູ້ນໍາພາ ຫຼັງຈາກທີ່ຂໍຂະມາສໍາເລັດແລ້ວ ມາຮອດຂັ້ນຕອນການສົງນໍ້າແມ່ນຈະໃຫ້ພຣະສົງ ສໍາມະເນນເປັນຜູ້ສົງກ່ອນຕາມລໍາດັບ ເມື່ອພຣະສົງ ສໍາມະເນນສົງແລ້ວໆ ຊາວບ້ານຈຶ່ງລຽນແຖວກັນເຂົ້າໄປສົງນໍ້າພຣະພຸດທະຮູບ ໂດຍຈະໃຫ້ຜູ້ຊາຍເປັນຄົນສົງກ່ອນ ແມ່ຍິງຈຶ່ງສົງຕາມຫຼັງ, ປະເພນີການສົງນໍ້າພຣະນີ້ ຈະຈັດຂຶ້ນທັງ 3 ມື້ຂອງບຸນປີໃໝ່ ເມື່ອຮອດມື້ທີ 3 ມື້ສຸດທ້າຍຂອງບຸນປີໃໝ່ລາວຫຼືເພິ່ນເອີ້ນວ່າ: ມື້ສັງຂານຂຶ້ນ (ແຮມຫ້າຄໍ່າເດືອນຫ້າ) ...
Read More »ຄຳສັ່ງ ແລະ ຂໍ້ຫ້າມ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ
ຄຳສັ່ງ ເລກທີ 002/ຈນວ, ລົງວັນທີ 2 ເມສາ 2019 ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານສົ່ງທ້າຍປີເກົ່າ ພສ 2561 ແລະ ຕ້ອນຮັບປີໃໝ່ ພສ 2562 ຢູ່ນະຄອນຫຼວງວຽງຈັນ.
Read More »ຊົມເຊີຍ!! ຊາວຫລວງພະບາງ ປະກາດໂຮມເງິນແປງຂົວນໍ້າຄານເກົ່າທີ່ຊຸດໂຊມ
ຂົວນໍ້າຄານເກົ່າ ນະຄອນຫຼວງພະບາງ ກໍາລັງຈະໄດ້ຮັບການບູລະນະສ້ອມແປງຄືນ ຄາດຄະເນສ້ອມແປງໃນວັນ ພຸດ ວັນທີ 10 ເມສາ 2019 ດ້ວຍການສ້າງຂະບວນອອກແຮງງານ ຂອງ ຊາວໜຸ່ມພະແນກ ໂຍທາທິການ ຂົນສົ່ງ ສົມທົບ ຊາວໜຸ່ມແຂວງ ແລະ ໂຍທານະຄອນຫຼວງພະບາງ ໂດຍໄດ້ຮັບການຊຸກຍູ້ອຸປະຖໍາຊ່ວຍເຫຼືອຈາກໝູ່ເພື່ອນຍາດມິດສະຫາຍ ແລະ ນັກທຸລະກິດ ຊາວຫຼວງພະບາງ ຜູ້ມີຈິດໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອສັງຄົມ ລວມມູນຄ່າການສ້ອມແປງໃນຄັ້ງນີ ປະມານ 30 ລ້ານ ກີບ ປັດຈຸບັນມີຜູ້ອຸປະຖໍາສົມທົບທຶນແລ້ວ ຈໍານວນໜຶ່ງ ທ່ານໃດຕ້ອງການຊຸກຍູ້ອຸປະຖໍາຕື່ມ ຕິດຕໍ່ຫາ 020 99666666 ຊື່ ສາລິກາ ພົນປະເສີດ ຫຼື ໂອນເງີນເຂົ້າບັນຊີ 050120000035565001 ຈະປິດຮັບເງີນຊຸກຍູ້ໃນຄັ້ງນີ້ 8 ເມສາ 2019 ຫຼື ໄດ້ເງີນຄົບຕາມແຜນທີ່ວາງໄວ້
Read More »ຍີ່ປຸ່ນ ກຳນົດໃຫ້ວິຊາການຂຽນໂປຣແກຣມ ເປັນວິຊາພື້ນຖານຂອງນັກຮຽນຊັ້ນປະຖົມ.
ໃນຍຸກນີ້ ເປັນຍຸກທີ່ທຸກຢ່າງຜ່ານຄອມພິວເຕີ້, ໂທລະສັບ ຫຼື ເຕັກໂນໂລຊີຕ່າງໆ ໄດ້ຢ່າງງ່າຍດາຍ, ການເຕີບໂຕເຕັກໂນໂລຊີໃນອົງກອນຕ່າງໆ ເພີ່ມຂຶ້ນຢ່າງວ່ອງໄວ ດັ່ງນັ້ນ, ເລື່ອງການຂຽນໂປຣແກຣມ ຈຶ່ງຖືວ່າເປັນເລື່ອງຈຳເປັນຫຼາຍ. ເຊິ່ງປະເທດເຈົ້າພໍ່ເຕັກໂນໂລຊີ ຄືກັບປະເທດຍີ່ປຸ່ນກໍເລັ່ງເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ລ່າສຸດກະຊວງສຶກສາ ຂອງປະເທດຍີ່ປຸ່ນໄດ້ມີການປະກາດໃຫ້ ການຂຽນໂປຣແກຣມ ເປັນວິຊາພື້ນຖານທີ່ຕ້ອງມີສອນໃນໂຮງຮຽນຊັ້ນປະຖົມສຶກສາ ຈະມີການສອນຕັ້ງແຕ່ປະຖົມ ປ 5 ແລະ ເລີ່ມໃຊ້ຫຼັກສູດໃໝ່ນີ້ໃນເດືອນເມສາ 2020 ແຕ່ກ່ອນນັ້ນ ຫຼັກສູດນັກຮຽນຊັ້ນປະຖົມຍີ່ປຸ່ນມີວິຊາໂປຣແກຣມມິ່ງພື້ນຖານຢູ່ແລ້ວ ເຊັ່ນ: ການຂຽນໂປຣແກຣມແຕ້ມຮູບສີ່ຫຼຽມຕ່າງໆໃນໜ້າຈໍ ແລະ ຂຽນໂປຣແກຣມສັ່ງໃຫ້ຫຼອດໄຟ LED ຮຸ່ງໄດ້. ການປ່ຽນແປງນີ້ກໍເພື່ອໃຫ້ຄົນລຸ້ນໃໝ່ມີທັກສະດ້ານໄອທີ ຮອງຮັບການຂາດແຮງງານດ້ານນີ້ໃນອະນາຄົດ ແລະ ສອນວິທີຄິດແບບຕັກກະໃຫ້ກັບເດັກນ້ອຍເຖິງວ່າໃຫຍ່ມາຈະບໍ່ໄດ້ໄປເຮັດວຽກດ້ານສາຍໄອທີ. ໂດຍເປົ້າໝາຍຂອງຫຼັກສູດໃໝ່ນີ້ ກໍຄືຕ້ອງເປັນການປູພື້ນຖານ ແລະ ກຽມຄົນລຸ້ນໃໝ່ມີທັກສະດ້່ານໄອທີ ເພື່ອແກ້ໄຂບັນຫາການຂາດແຮງງານດ້ານໄອທີ ທີ່ຄາດວ່າຈະຂາດແຮງກວ່າ 290.000 ຄົນໃນປີ 2020 ແລະ ເພີ່ມເປັນ 590.000 ຄົນໃນປີ 2030. ທີ່ມາ: asia.nikkei.com/Economy/Coding-will-be-mandatory-in-Japan-s-primary-schools-from-2020
Read More »ສະພາແຫ່ງຊາດ ຕ້ອງການລັດຖະກອນໃໝ່ 10 ຕໍາແໜ່ງດັ່ງນີ້….
ຄະນະເລຂາທິການສະພາແຫ່ງຊາດ ກົມຈັດຕັ້ງ-ພະນັກງານ ອອກແຈ້ງການໃນວັນທີ 2 ເມສາ 2019 ເລື່ອງ: ການເປີດຂາຍແບບຟອມສະໝັກ ເຂົ້າເປັນລັດຖະກອນ ປະຈໍາປີ 2019. ແຈ້ງເຖິງບັນການັກສຶກສາ ຫຼື ບຸກຄົນທີ່ຕ້ອງການສະໝັກເຂົ້າເປັນລັດຖະກອນຂອງ ສະພາແຫ່ງຊາດ ຮັບຊາບວ່າ ສະພາແຫ່ງຊາດ ຈະເປີດຂາຍແບບຟອມສະໝັກ ເພື່ອສອບເສັງເຂົ້າເປັນລັດຖະກອນ ຂອງສະພາແຫ່ງຊາດ ປະຈໍາປີ 2019 ໃນວັນສຸກທີ 5 ເມສາ 2019 ທີ່ສະພາແຫ່ງຊາດ ຕາມຕໍາແໜ່ງດັ່ງນີ້: 1.ເສດຖະສາດທົ່ວໄປ 2.ການບໍລິຫານໂຮງແຮມ-ການທ່ອງທ່ຽວ 3.ຊ້າງເຕັກນິກໄຟຟ້າ 4.ບໍລິຫານຫ້ອງການ ຫຼື ເລຂານຸການ 5.ອັກສອນສາດ ( ອັງກິດ, ຈີນ, ຫວຽດນາມ ) 6.ກົດໝາຍຍຸຕິທໍາ 7.ກໍ່ສ້າງ-ຂົວທາງ 8.ການຈັດຕັ້ງສິ່ງແວດລ້ອມ 9.ບັນຊີແຫ່ງຊາດ 10.ຊົນເຜົ່າວິທະຍາ ຫຼື ປະຫວັດສາດມະນຸດວິທະຍາ.
Read More »ຢາກໄດ້ທຶນ 100% ໄປຮຽນຕໍ່ ຢູ່ອັງກິດ, ອາເມລິກາ, ເອີຣົບ ສະໝັກດ່ວນ….
ມີທຶນດີດີ ມາແນະນໍາ ! ເປັນທຶນເຕັມ 100% ! ສາມາດສະໝັກເລືອກໄປຮຽນໄດ້ ຢູ່ປະເທດອັງກິດ, ອາເມລິກາ, ເອີຣົບ, ອື່ນໆ ! ແຕ່ລະປີ ເຄີຍມີຄົນລາວສະໝັກໄດ້ 4-5 ຄົນ ! ປິດຮັບສະໝັກ: 15/05/2019 ລາຍລະອຽດການສະໝັກທີ່: www.opensocietyfoundations.org/…/civil-society-leadership-a… Civil Society Leadership Awards Deadline: May 15 Visit: www.opensocietyfoundations.org/…/civil-society-leadership-a… The Civil Society Leadership Awards (CSLA) is now open for application from candidates who want to carry out post-graduate studies. Exceptional students who have strong commitment to make positive social changes in ...
Read More »ເປີດຕົວ!!! ສາຍການບິນໃໝ່ລາຄາປະຢັດ ສະກູ໊ດ ບິນກົງຈາກລາວ-ສິງກະໂປ
ສະກູ໊ດ(Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວໃນມື້ວານນີ້ ວັນທີ 1 ເມສາ 2019 ແລະ ໄດ້ຈັດພິທີການຖະແຫຼງຂ່າວເປີດຖ້ຽວບິນປະຖົມມະເລິກຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂດມິນິກໂກ, ເອກອັກຄະລັດຖະທູດປະເທດສິງກະໂປປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ທ່ານ ວິນັອດຄານັນ, ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ. ສາຍການບິນ ສະກູ໊ດ(Scoot) ແມ່ນມີການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄືສາຍການບິນຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ, ສະກູ໊ດແມ່ນສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ. ສະກູ໊ດໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ເປັນເວລາ 7 ປີມາແລ້ວ ແລະໄດ້ຮັບລາງວັນຊະນະເລີດຫຼາຍລາງວັນເຊັ່ນ: ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax). ໃນມື້ວານນີ້ ເຮືອບິນລຸ້ນ A320 ທີ່ມີຊື່ວ່າເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ...
Read More »ຍ້ອນເປັນມືໃໝ່ທີ່ຫາກໍເລີ່ມຕົ້ນເປັນເຈົ້າຂອງທຸລະກິດ ເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງພົບກັບບັນຫາຈົນຕ້ອງສະຢຸດລະຫວ່າງທາງ! ມາເບິ່ງນໍາກັນວ່າ! ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໄດ້ຕ້ອງເຮັດແນວໃດແດ່?
ເລີ່ມຕົ້ນທຸລະກິດແນວໃດ? ໃຫ້ໄປຕໍ່ໄດ່້ ໃນການເລີ່ມຕົ້ນທຸລະກິດ ຜູ້ປະກອບການຫຼາຍຄົນມັກຈະສະດຸດ ແລະ ປະສົບບັນຫາໃນການດໍາເນີນທຸລະກິດໃນໄລຍະເລີ່ມຕົ້ນ ບໍ່ວ່າຈະເປັນເລື່ອງທຶນ, ການບໍ່ມີຄວາມຮູ້ທາງທຸລະກິດ, ການຕັດສິນໃຈທີ່ບໍ່ລະມັດລະວັງ ບໍ່ຮອບຄອບ. ເຊິ່ງບາງຄົນເມື່ອພົບບັນຫາແລ້ວ ສາມາດແກ້ໄຂບັນຫາໄດ້ຖືກຈຸດ ກໍເຮັດໃຫ້ທຸລະກິດສາມາດໄປຕໍ່ໄດ້ ຂະນະທີ່ບາງຄົນຕ້ອງສະດຸດຢຸດລະຫວ່າງທາງ… ມາເບິ່ງນໍາກັນວ່າ ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໃຫ້ໄດ້ຕ້ອງເຮັດແນວໃດ? ມີ Model ທຸລະກິດທີ່ຊັດເຈນ ງ່າຍໆເລີຍຄື ຈະສ້າງສິນຄ້າຫຍັງ, ກຸ່ມເປົ້າໝາຍຄືໃຜ, ຈະເຮັດການຕະຫຼາດທາງໃດ, ໂຄງສ້າງຕົ້ນທຶນມີຫຍັງແດ່, ຕ້ອງໃຊ້ຊັບພະຍາກອນຫຍັງແດ່ ແລະ ອື່ນໆ. ເຊິ່ງຜູ້ປະກອບການຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ກ່ອນ ເພາະນັ້ນໝາຍເຖິງທ່ານຮູ້ວ່າ ກໍາລັງເຮັດຫຍັງຢູ່ ເບິ່ງຄູ່ແຂ່ງວ່າມີໃຜແດ່ ວິເຄາະຄູ່ແຂ່ງວ່າຄ້າຍຄື ຫຼືແຕກຕ່າງຈາກເຮົາບ່ອນໃດ, ບາງຄົນອາດຈະເບິ່ງວ່າເປັນການໝົກໝຸ້ນຢູ່ກັບການແຂ່ງຂັນນັ້ນບໍ່ແມ່ນເລື່ອງທີ່ດີ, ແຕ່ການທີ່ບໍ່ສົນໃຈເລື່ອງນີ້ເລີຍຈະເປັນອີກປັດໃຈທີ່ເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້ ວາງແຜນແບບຄ່ອຍເປັນຄ່ອຍໄປ ການວາງແຜນທຸລະກິດຊ່ວຍໃຫ້ເບິ່ງເຫັນແນວທາງໃນການດໍາເນີນທຸລະກິດ ວ່າຈະຕ້ອງເຮັດຫຍັງແດ່ ແລະ ສາມາດຮັບມືກັບບັນກຫາທີ່ອາດຈະເກີດຂຶ້ນໄດ້ແນວໃດ? ນອກຈາກນີ້ ຖ້າວາງແຜນແບບຄ່ອຍໆກ້າວເທື່ອລະຂັ້ນ ກໍຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດທຸລະກິດໄດ້ ຢ່າຖອດໃຈງ່າຍ ສິ່ງນີ້ເປັນຄາຖາປະຈໍາຕົວຂອງຜູ້ປະກອບການປ້າຍແດງກໍເວົ້າໄດ້ ເພາະຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງພົບບັນຫາໃນການເຮັດທຸລະກິດ ເຊິ່ງບາງຄົນທໍ້ຖອຍ ແລະ ບໍ່ຍອມໄປຕໍ່ ເຮັດໃຫ້ທຸລະກິດທີ່ເຮັດມາຕ້ອງປິດສາກລົງ. ແນວໃດກໍຕາມ ຕາມການສໍາຫຼວດ ຜູ້ປະກອບໃໝ່ທີ່ຫາກໍເລີ່ມຕົ້ນທຸລະກິດນັ້ນ ຈະພົບບັນຫາ ແລະ ລົ້ມເຫຼວພາຍໃນ 8 ເດືອນທໍາອິດທີ່ເລີ່ມຕົ້ນ. ຖ້າຜ່ານໄລຍະນີ້ໄປໄດ້ທຸລະກິດກໍຈະຄ່ອຍໆດີຂຶ້ນ ເພາະຜູ້ປະກອບການຮູ້ຈັກວິທີຮັບມືກັບບັນຫາໃນສ່ວນໜຶ່ງແລ້ວ. ...
Read More »