ເສດຖະກິດ

ອັດຕາເງິນເຟີ້ ເດືອນມັງກອນ 2023 ພຸ່ງສູງຂຶ້ນເປັນ 40,30%

ທະນາຄານ ແຫ່ງ ສປປ ລາວ ເປີດເຜີຍ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ໃນ ສປປ ລາວ ປະຈໍາເດືອນມັງກອນ 2023 ເພີ່ມຂຶ້ນຢູ່ທີ່ 40,30% ຖືວ່າເປັນການຂະຫຍັບຂຶ້ນຢ່າງຕໍ່ເນື່ອງ ຫາກທຽບໃສ່ທຽບເດືອນດຽວກັນໃນປີ 2022 ຜ່ານມາ ອັດຕາເງິນເຟີ້ຈະຢູ່ທີ່ 6,25%.ຖ້າທຽບໃສ່ ອັດຕາເງິນເຟີ້ພາຍໃນ 12 ເດືອນ ປີ 2022, ໂດຍນັບຕັ້ງແຕ່ ເດືອນມັງກອນ ຫາ ທັນວາ 2022 ແມ່ນໄດ້ເພີ່ມຂຶ້ນ ຫຼ້າສຸດໃນເດືອນທັນວາ ຢູ່ທີ່ 39,27%. ປັດໄຈ ແລະ ສາຍເຫດຕົ້ນຕໍ ຍັງແມ່ນປັດໄຈການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນເຊັ່ນ: ເງິນໂດລາ, ບາດ ແລະ ຢວນ ທີ່ກະທົບໃສ່ສິນຄ້ານໍາເຂົ້າລວມ ທັງສິນຄ້ານໍາເຂົ້າທີ່ເປັນປັດໄຈການຜະລິດ ຈິ່ງເຮັດໃຫ້ສິນຄ້າມີລາຄາສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ພ້ອມການນັ້ນ, ກໍ່ແມ່ນການປ່ຽນແປງລາຄານໍ້າມັນເຊື້ອໄຟ ແລະ ປັດໃຈການຜະລິດອື່ນໆ ໃນໄລຍະຜ່ານມາສົ່ງຜົນໃຫ້ຕົ້ນທືນການຜະລິດ ແລະ ການບໍລິການເພີ່ມຂຶ້ນ ຂໍ້ມູນຈາກ: ທະນາຄານແຫ່ງ ສປປ ລາວ #TargetMagazine

Read More »

ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ. ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຊີ້ນຳວຽກງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ.ໃນວັນທີ 28 ມັງກອນ 2023 ຜ່ານມາ, ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍການຕ້ອນ ຮັບຂອງ ທ່ານ ຈ້າວ ເຫີວຍ ປະທານສະພາຜູ້ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫລັກໃນການຄຸ້ມຄອງບໍລິຫານ ເພື່ອຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ຜູ້ປະກອບການເພື່ອດຶງດູດການລົງທຶນເຂົ້າໃນການ ພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ສ່ວນຜົນສໍາເລັດ ແລະ ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດຳເນີນ 27 ເລື່ອງ ແລະ ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ. ທ່ານ ...

Read More »

ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ

ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ. ຜົນຕອບຮັບດີເກີນຄາດ ສາຍການບິນລາວ-ຣັດເຊຍ ທີ່ຫາກໍເປີດໃຫ້ບໍລິການໃນຊ່ວງເດືອນຕຸລາທີ່ຜ່ານມາ ຫຼ້າສຸດໄດ້ມີແຈ້ງການໃຫ້ເພີ່ມຖ້ຽວບິນເປັນ 2 ຖ້ຽວ/ອາທິດ ຍ້ອນມີຜູ້ໂດຍສານຫຼາຍ ແລະ ເພື່ອຕອບສະໜອງໃຫ້ພຽງພໍ. ສາຍ​ການ​ບິນ​ຂອງ​ຣັດເຊຍ​ເບິ່ງ​ປະ​ເທດ​ລາວ​ເປັນ​ສູນ​ກາງ​ພາກ​ພື້ນ​ທີ່​ມີ​ທ່າ​ແຮງ​ໃໝ່, ຍ້ອນ​ການ​ພັດ​ທະ​ນາ​ສາ​ກົນ​ມີຈັງຫວະຢ່າງ​ຕໍ່​ເນື່ອງ, ອີງ​ຕາມ​ເຈົ້າ​ໜ້າ​​ທີ່ບໍ​ລິ​ສັດ​ກ່າວ​ວ່າ.“ ປະເທດລາວໃນປັດຈຸບັນແມ່ນສູນກາງທ່າແຮງໃໝ່ຂອງສາຍການບິນ, ຜູ້ຈັດການລະດັບສູງຂອງບໍລິສັດສາຍການບິນ Ural ໄດ້ກ່າວໃຫ້ສໍາພາດກັບວຽງຈັນທາມໃນວັນທີ 19 ທັນວານີ້ວ່າ “ທ່ານໄດ້ສົນທະນາກ່ຽວກັບຍຸດທະສາດທຸລະກິດ ແລະ ປະສິດທິພາບຂອງຖ້ຽວບິນ Vladivostok-Vientiane ຄັ້ງທໍາອິດຂອງລາວ, ນະໂຍບາຍຂອງລັດຖະບານລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລນີ້ ກາຍເປັນປະເທດເຊື່ອມຕໍ່ທາງບົກ ແລະ ການຈຳກັດຖ້ຽວບິນຈາກຣັດເຊຍ ໄປຍັງອາຊຽນ ໄດ້ເປີດໂອກາດອັນດີໃຫ້ແກ່ບໍລິສັດດັ່ງກ່າວ ໃນການເປີດເສັ້ນທາງເຊື່ອມຕໍ່ຣັດເຊຍ-ລາວ…” ນອກຈາກ​ການ​ສົ່ງ​ເສີມ​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ລາວ-ຣັດ​ເຊຍ​ ແລ້ວ, ​ຄາດ​ວ່າ​ຈະ​ມີ​ຜູ້​ໂດຍສານ​ສາກົນ​ທີ່​ຕ້ອງການ​ເດີນທາງ​ຈາກ​ປະ​ເທດ​ອາ​ຊຽນ​ໄປ​ຣັດ​ເຊຍ​ ແລະ ​ທາງ​ກົງ​ກັນ​ຂ້າມມີຜູ້​ໂດຍສານ​ຈາກ​ຫວຽດນາມ, ​ໄທ​ແລະ​ ປະ​ເທດ​ອື່ນໆ​ສາມາດຂຶ້ນຍົນທີ່ ນະຄອນຫຼວງວຽງຈັນໄດ້. ທີ່ມາ: ແອໂຣລາວ AEROLAOS #TargetMagazine

Read More »

ອະນຸມັດເອກະຊົນສໍາປະທານດິນລັດ 30 ເຮັກຕາ ສ້າງໂຮງງານປຸງແຕ່ງຫີນອ່ອນຢູ່ຫຼວງພະບາງ.

​ແຂວງຫຼວງ​ພະ​ບາງ​ໄດ້​ອະ​ນຸ​ມັດ​ໃຫ້​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ເຂົ້າ​ສຳ​ປະ​ທານ​ທີ່​ດິນ​ລັດ​ຈຳ​ນວນ 30 ກວ່າເຮັກ​ຕາ ເພື່ອ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ຫີນ​ອ່ອນ. ໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ຕັ້ງຢູ່ເຂດບ້ານນູນສະຫວາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ມີເນື້ອທີ່ສຳປະທານ ທັງໝົດ 30,37 ເຮັກຕາ, ສັນຍາມີອາຍຸ 30 ປີ, ເລີ່ມແຕ່ 15ທັນ​ວາ2022 ເຖິງ 15 ທັນ​ວາ 2052. ໂຄງການດັ່ງກ່າວ ເປັນການລົງທຶນເອກະຊົນພາຍໃນ 100% ໂດຍ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC), ມູນຄ່າການລົງທຶນທັງໝົດ 3 ລ້ານໂດລາ, ທຶນຈົດທະບຽນ 1 ລ້ານໂດລາ. ທີ່ມາ: ຂ່າວສານຫຼວງພະບາງ #TargetMagazine

Read More »

ກອງປະຊຸມສະຫລຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ຂອງ ທະນາຄານ ພັດທະນາລາວ ຈໍາກັດໃນວັນທີ 22 ຕຸລາ 2022 ທະນາຄານ ພັດທະນາລາວ ຈໍາກັດ

(ທພລ) ໄດ້ເປີດກອງປະຊຸມ ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດທີ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ທີ່ ສຳນັກງານ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທພລ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທພລ ໂດຍມີ ບັນດາຄະນະທີ່ປຶກສາ, ຄະນະຜູ້ອຳນວຍການຝ່າຍ, ຄະນະຝ່າຍ, ຄະນະສາຂາພາກ, ສາຂານ້ອຍ ແລະ ພະນັກງານຂອງ ທະນາຄານ ພັດທະນາລາວ ຈໍາກັດ ທົ່ວລະບົບ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ໄດ້ມີການປະກາດການຈັດຕັ້ງ ຂັ້ນຄະນະຜູ້ບໍລິຫານ ເຊັ່ນ: ຄະນະອໍານວຍການຝ່າຍ, ຄະນະຝ່າຍ ແລະ ຄະນະສາຂາ; ພ້ອມດຽວກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ປະເມີນຕີລາຄາ ຜົນການຈັດຕັ້ງປະຕິບັດ ແຜນການດໍາເນີນທຸລະກິດຂອງ ທພລ ປະຈໍາໄຕມາດທີ III ...

Read More »

ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້!

ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້! ທີ່ສູນການຄ້າລາວ-ໄອເຕັກ ວັນທີ 17-23/10ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ໄດ້ໄຂຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 17-23 ຕຸລາ 2022 ເພື່ອສະເຫລີມສະຫລອງ ວັນຫັດຖະກໍາລາວ (1 ພະຈິກ) ທີ່ຈະມາເຖິງນີ້ ແລະ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ອີກຫຼາຍພາກສ່ວນ. ງານມະຫາກຳສີມືຫັດຖະກຳລາວຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ສືໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ສະເໜ່ຜ້າບ່ຽງລາວ” ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳລາວ, ພ້ອມນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະ ກຳ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ ແລະ ສົ່ງເສີມພູມປັນຍາຫັດຖະກໍາຂອງທຸກທ້ອງຖິ່ນໃນຂອບເຂດທົ່ວປະເທດ .ຂ່າວ-ພາບ: ຂປລ ພາບ: Boutsaya Saya #TargetMagazine

Read More »

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ!

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ! ຍ້ອນເນັ້ນການສຶກສາ ຄຸນນະພາບແຮງງານພາຍໃນ ສຳຄັນ “ການບໍລິຫານທີ່ດີ” ລັກເຊມເບີກ (Luxembourg) ເປັນປະເທດນ້ອຍ ມີເນື້ອທີ່ປະມານ 2,600 ກມ2 ແຕ່ວ່າເປັນປະເທດທີ່ມີ GDP ຕໍ່ປະຊາກອນສູງສຸດໃນໂລກ! ມີປະຊາກອນປະມານ 650,000 ຄົນ ແຕ່ມີຂະໜາດເສດຖະກິດ ຫຼື GDP ໃຫຍ່ເປັນອັນດັບທີ 67 ຂອງໂລກ ສະຫຼຸບ ສາເຫດທີ່ເຮັດໃຫ້ປະຊາຊົນລັກເຊມເບີກ ລວຍຂະໜາດນີ້ ເວົ້າສັ້ນໆຄື “ລະບົບການບໍລິຫານທີ່ດີ” ແຕ່ກ່ອນອາໄສອຸດສະຫະກຳຂະໜາດນ້ອຍ ແລະ ການກະເສດ ແຕ່ປັດຈຸບັນຫັນມາປ່ຽນທິດທາງ ເນັ້ນອຸດສະຫະກຳການເງິນ ແລະ ການທະນາຄານແທນ ປັດຈຸບັນເປັນສູນກາງທາງການເງິນໃຫຍ່ເປັນອັນດັບ 3 ຂອງໂລກ ຮອງຈາກ ຊູລິກ ແລະ ລອນດອນ. ເປັນປະເທດຂະໜາດນ້ອຍ ບໍ່ຕິດທະເລ ສ່ວນໃຫຍ່ຈະເຮັດການຄ້າກັບປະເທດທີ່ມີຊາຍແດນຕິດກັນເທົ່ານັ້ນ! ແລະ ຍັງໃຫ້ຄວາມສຳຄັນກັບການພັດທະນາແຮງງານພາຍໃນ ໃຫ້ມີທັກສະສູງຜ່ານລະບົບການສຶກສາ ປັດຈຸບັນ ຖືວ່າເປັນປະເທດທີ່ມີແຮງງານ ມີການສຶກສາດີທີ່ສຸດໃນໂລກ. ເມື່ອການສຶກສາຂັ້ນພື້ນຖານດີ ແລະ ເປັນລະບົບ ຄວາມຫຍໍ້ທໍ້ໃນປະເທດ ຈຶ່ງຢູ່ໃນລະດັບຕໍ່າ ແລະ ຄວາມມັ່ງຄັ່ງຮັ່ງມີກໍກະຈາຍໂຕດີ! ...

Read More »

ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ!

ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ! ໃນລະຫວ່າງວັນທີ 10-16 ຕຸລາ 2022, ຄະນະຂອງທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ,​ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີຂອງກອງທຶນການເງິນສາກົນ (IMF)​ ແລະ ທະນາຄານໂລກ (WBG) ທີ່ຈັດຂຶ້ນຢ່າງເປັນທາງການທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສ. ອາເມລິກາ. ມີຈຸດປະສົງໃນການນໍາຜູ້ເເທນ ມາປຶກສາຫາລືກ່ຽວກັບເສດຖະກິດໂລກ, ສະຖຽນລະພາບທາງດ້ານການເງິນໂລກ ແລະ ການພັດທະນາເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ປະສິດທິພາບຂອງການຊ່ວຍເຫຼືອຕ່າງໆ.ໄດ້ເຂົ້າຮ່ວມຫຼາຍກອງປະຊຸມທີ່ມີຄວາມສໍາຄັນ ເປັນຕົ້ນເເມ່ນ: 1. ກອງປະຊຸມໂຕະມົນລະຫວ່າງຜູ້ອໍານວຍການໃຫ່ຍຂອງ IMF ແລະ ຄະນະຜູ້ວ່າການຂອງກຸ່ມປະເທດອາຊຽນ (ASEAN Roundtable) 2. ກອງປະຊຸມຄະນະກໍາມະການການເງິນສາກົນ (International Monetary Financial Committee ຫຼື IMFC) ເພື່ອຮັບຟັງການລາຍງານສະພາບເສດຖະກິດໂລກ, ເເລກປ່ຽນມຸມມອງກ່ຽວກັບຄວາມສ່ຽງ ແລະ ...

Read More »

ປີ 2022 ສປປ ລາວ ຂາດດຸນການຄ້າຕິດຕໍ່ກັນ 5 ເດືືອນ!

ເດືອນ 4 ຂາດດຸນການຄ້າປະມານ 102 ລ້ານໂດລາເ ດືອນ 5 ຂາດດຸນການຄ້າປະມານ 48 ລ້ານໂດລາ ເດືອນ 6 ຂາດດຸນການຄ້າປະມານ 133 ລ້ານໂດລາ ເດືອນ 7 ຂາດດຸນການຄ້າປະມານ 114 ລ້ານໂດລາ ເດືອນ 8 ຂາດດຸນການຄ້າ ປະມານ 166 ລ້ານໂດລາ ສໍາລັບສາມເດືອນຕົ້ນປີ ແມ່ນເກີນດຸນ ເດືອນ 1 ເກີນດຸນການຄ້າ 41 ລ້ານໂດລາ ເດືອນ 2 ເກີນດຸນການຄ້າປະມານ 48 ລ້ານໂດລາ ເດືອນ 3 ເກີນດຸນການຄ້າປະມານ 100 ລ້ານ ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #TargetMagazine

Read More »

ເດືອນ 8 ລາວ ຂາດດຸນການຄ້າ 166 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1,020 ລ້ານໂດລາສະຫະລັດ.. ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #targetmagazine

Read More »