ທ່ານ ພັນຄຳ ວິພາວັນ ຕ້ອນຮັບປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ

ໃນວັນທີ 27 ທັນວາ 2018, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຕາເກໂອະ ຄາວາມຸຣະ ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ, ປະທານກຳມາທິການງົບປະມານ ສະພາຜູ້ແທນລາຊະດອນ (ສະພາຕ່ຳ) ຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 26-28 ທັນວາ 2018.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຕາເກໂອະ ຄາວາມຸຣະ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ໃນອະນາຄົດ ແລະ ຍາວນານ.

ຂໍ້ມູນຈາກ: ຂປລ.

Comments