Entrepreneurship

ບົດສຳພາດແບບ Exclusive! ກັບເຈົ້າຂອງແບຣນ VANNALY, ແບຣນ LT Sole Co.,Ltd ແລະ ແບຣນ Beyond 693 Hospital Laos. ພົບກັນທີ່ 1 ກັນຍາ 9ໂມງ.

Read More »

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service)

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service) ໃນວັນສຸກທີ 1 ກໍລະກົດ 2022 ທີ່ຜ່ານມາ ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວແມ່ນມີການເປີດໂຕ ລະບົບບໍລິຫານ & ຄຸ້ມຄອງບຸກຄະລາກອນ (HR SYSTEMS) ແລະ ການເປີດໂຕແອັບພິເຄຊັ່ນ ຊີເນີຈີ (SYNERGY APPLICATION) ເປັນແອັບພິເຄຊັ່ນບໍລິຫານບຸກຄະລາກອນ (HR Management) ແອັບທຳອິດທີ່ເປັນຝີມືຂອງຄົນລາວ ແລະ ພັດທະນາໂດຍຄົນລາວທີ່ ເຂົ້າໃຈລະບົບ ພ້ອມ ປະສົບການ ຫລາຍກວ່າ 15 ປີ. ລະບົບດັ່ງກ່າວນີ້ ຈະຊ່ວຍໃຫ້ການບໍລິຫານ & ຄຸ້ມຄອງບຸກຄະລາກອນຂອງອົງກອນຕ່າງໆໃນລາວໄດ້ດີແລະມີປະສິດທິພາບຍິ່ງຂື້ນ ເຊິ່ງ ເໝາະສຳລັບທຸກໆປະເພດຂອງບໍລິສັດ/ອົງກອນ/ພາກລັດ/ເອກະຊົນ ບໍ່ວ່າຈະມີຂະຫນາດນ້ອຍ, ກາງ ຫຼືໃຫຍ່ກໍສາມາດຈັບຕ້ອງໄດ້. ພາຍໃນງານໄດ້ມີພິທີເຊັນສັນຍາເພື່ອນໍາໃຊ້ SYNERGY APPLICATION ກັບ 11 ບໍລິສັດທັງລາວ ແລະ ສາຂາຂອງບໍລິສັດຕ່າງປະເທດ ທີ່ມີອຸດສາຫະກຳທຸລະກິດທີ່ແຕກຕ່າງກັນ ແຕ່ມີຄວາມຕ້ອງການເຄື່ອງມື ...

Read More »

ກຳປູເຈຍ ສົ່ງອອກສິນຄ້າກະສິກຳ ເພີ່ມຂຶ້ນ 87%

ກຳປູເຈຍ ສົ່ງອອກສິນຄ້າກະສິກຳ ເພີ່ມຂຶ້ນ 87% ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ໃນວັນທີ 1 ທັນວາ ທີ່ຜ່ານມາ, ທ່ານ ແວງ ສາຄອນ ລັດຖະມົນຕີ ກະຊວງ ກະສິກຳປ່າໄມ້ ແລະ ການປະມົງຂອງ ກຳປູເຈຍ ເປີດເຜີຍວ່າ: ໃນໄລຍະ 11 ເດືອນຜ່ານມາ, ກຳປູເຈຍ ສົ່ງອອກ ສິນຄ້າ ກະສິກຳ ໄປໄດ້ 68 ປະເທດ ແລະ ເກືອບ ທົ່ວໂລກກໍ່ວ່າໄດ້. ລວມສິນຄ້າ ກະສິກຳ ທັງໝົດໄດ້ 7,13 ລ້ານໂຕນ, ເພີ່ມຂຶ້ນ 87% ເມື່ອທຽບປີຕໍ່ປີ ສ້າງລາຍຮັບໃຫ່ປະເທດ ກໍ່ຄືປະຊາຊົນຊາວກະສິກຳ ບັນລຸໄດ້ເຖິງ 4,43 ຕື້ໂດລາ. ຂໍ້ມູນ ຂປລ. ກຳປູເຈຍ ສົ່ງອອກສິນຄ້າກະສິກຳ ເພີ່ມຂຶ້ນ 87%

Read More »

ມາຮູ້ຈັກກັບ PESTEL, ຮູບແບບການວິເຄາະຂອງ 6 ປັດໃຈພາຍນອກທີ່ຊ່ວຍໃຫ້ທ່ານວາງແຜນທຸລະກິດຢ່າງຖືກຕ້ອງ

ມາຮູ້ຈັກກັບ PESTEL, ຮູບແບບການວິເຄາະຂອງ 6 ປັດໃຈພາຍນອກທີ່ຊ່ວຍໃຫ້ທ່ານວາງແຜນທຸລະກິດຢ່າງຖືກຕ້ອງ ເຄື່ອງມືທໍາອິດທີ່ຫຼາຍຄົນຄິດແມ່ນ SWOT Analysis, ເຊິ່ງໃຊ້ໃນການວິເຄາະຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກເພື່ອໃຫ້ເຂົ້າໃຈເຖິງຕໍາແຫນ່ງທຸລະກິດຂອງເຂົາເຈົ້າດີຂຶ້ນ. ແຕ່ສໍາລັບນັກກາລະຕະຫຼາດ ຜູ້ທີ່ກໍາລັງວາງແຜນທີ່ຈະມາກັບຍຸດທະສາດການເປີດຕົວ ຫຼື ແນະນໍາຜະລິດຕະພັນໃຫມ່ອີກວິທີໜຶ່ງທີ່ຫຼາຍຄົນໃຊ້ ແມ່ນການວິເຄາະ PESTEL. PESTELມັນເປັນເຄື່ອງມືທີ່ໃຊ້ໃນການວິເຄາະສະພາບແວດລ້ອມຫຼືມະຫາພາກພາຍນອກ. ໂດຍພິຈາລະນາທັງໝົດ 6 ປັດໃຈພາຍນອກຄື: – ການເມືອງ (Politics) – ເສດຖະສາດ (Economics) – ສັງຄົມ (Social) – ເຕັກໂນໂລຢີ (Technological) – ສະພາບແວດລ້ອມ (Environmental) ທາງດ້ານກົດໝາຍ (Legal) ດັ່ງນັ້ນ PESTEL ຊ່ວຍແນວໃດໃນການວາງແຜນທຸລະກິດ? ຂໍໃຫ້ພິຈາລະນາວິທີການວິເຄາະໂດຍຫຼັກການຂອງ PESTEL. 1. ການເມືອງ (Politics) ການເມືອງຢູ່ທີ່ນີ້ຫມາຍຄວາມວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ, ​ເຊັ່ນ​ການ​ອອກ​ນະ​ໂຍບາຍ​ຕ່າງໆ ເຊິ່ງນະໂຍບາຍເຫຼົ່ານີ້ ຈະສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດເຊັ່ນ: ການອອກເງື່ອນໄຂພາສີຂອງລັດຖະບານໃຫມ່. ນີ້ມີຜົນກະທົບຕໍ່ໂຄງສ້າງລາຍຮັບ ແລະ ກໍາໄລຂອງບໍລິສັດ. ດັ່ງນັ້ນ, ໃນການວິເຄາະປັດໄຈທາງດ້ານການເມືອງ ຄໍາຖາມທີ່ສໍາຄັນທີ່ພວກເຮົາຕ້ອງຖາມຢູ່ໃນສະຖານທີ່ທີ່ເຫມາະສົມແມ່ນ ...

Read More »

“ຕົ້ນທຶນອາຫານສັດຂອງໄທຂຶ້ນ ຫວັ່ນ ລາຄາຢູ່ລາວ ຈະຂຶ້ນຕາມຫຼືບໍ”.

ສະຫະພັນການລ້ຽງສັດເສດຖະກິດ ທັງສັດນຳ້ ແລະ ສັດບົກ ຈຳນວນ 13 ສະມາຄົມ ຂອງປະເທດໄທ ໄດ້ເຂົ້າຮຽກຮ້ອງລັດຖະບານ ຫຼຸດພາສີນໍາເຂົ້າອາຫານຖົ່ວເຫຼືອງ-DDGS ພ້ອມ​ກັບ​ການ​ຫຼຸດ​ອັດຕາ​ສ່ວນ​ການ​ບັງຄັບ​ຊື້​ສາລີ​ໃນ​ທົ່ວ​ປະ​ເທດ​ຈາກ 3 ສ່ວນ​ເປັນ 1,5 ສ່ວນ ​ເພື່ອ​ແລກປ່ຽນ​ການ​ນຳ​ເຂົ້າ​ສາລີ 1 ສ່ວນ ​ໂດຍ​ກ່າວ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ນາບ​ຂູ່​ວ່າ​ຈະ​ປັບ​ລາຄາ​ຕາມ​ລາຄາ​ສະບຽງ​ອາຫານ 20-30%.ລາຍງານຂ່າວຈາກ ສະຫະພັນ ລ້ຽງສັດນຳ້ຂອງໄທໄດ້ ກ່າວວ່າ. ສະຫະພັນ​ຈະ​ສະ​ເໜີ​ໃຫ້​ຍົກ​ເວັ້ນພາສີ​ນຳ​ເຂົ້າ 2% ສຳລັບ​ກາບໝາກ​ຖົ່ວ​ເຫຼືອງ ​ແລະ ອັດຕາ​ພາສີ​ຕໍ່​ຜົນ​ຜະລິດ​ທີ່​ຍັງ​ເຫຼືອ​ຈາກ​ການ​ຜະລິດ​ສາລີ​ເອທາ​ນອນ.ຫຼື 9% DDGS ສໍາລັບການນໍາໃຊ້ໃນການຜະລິດອາຫານສັດ ແຕ່ລະປີ, ໄທແມ່ນຜະລິດໄດ້ພຽງແຕ່ 50.000 ໂຕນ, ຕ້ອງໄດ້ນຳເຂົ້າ 2,5 ລ້ານໂຕນຕໍ່ປີ ຈາກຄວາມຕ້ອງການທັງແກ່ນ ແລະ ກາບໝາກຖົ່ວເຫຼືອງ ແມ່ນປະມານ 5 ລ້ານໂຕນຕໍ່ປີ. ນອກນັ້ນ, ຍັງສະເໜີໃຫ້ຫຼຸດອັດຕາສ່ວນການຊື້ສາລີພາຍໃນສູ່ການນໍາເຂົ້າເຂົ້າສາລີຈາກປັດຈຸບັນ 3:1 ເປັນ 1,5:1 ເນື່ອງຈາກຜົນຜະລິດສາລີປະຈໍາປີມີພຽງແຕ່ 5 ລ້ານໂຕນຈາກຄວາມຕ້ອງການ 8 ລ້ານໂຕນເທົ່ານັ້ນ.ຂໍ້ມູນຈາກ: ປະຊາຊາດທຸລະກິດ “ຕົ້ນທຶນອາຫານສັດຂອງໄທຂຶ້ນ ຫວັ່ນ ລາຄາຢູ່ລາວ ຈະຂຶ້ນຕາມຫຼືບໍ”.

Read More »

ມາເບິ່ງມາດຕະການເປີດປະເທດ ຂອງບັນດາປະເທດ CLMV ພາຍຫຼັງ Covid-19

ເປີດກວ້າງເສດຖະກິດຂອງບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ) ດ້ວຍມາດຕະການໃໝ່ຫຼ້າສຸດ ປະເທດເພື່ອນບ້ານເປັນແນວໃດ?ວັນ​ທີ 4 ພະຈິກ 2021, ນັກ​ຂ່າວ​ລາຍ​ງານ​ວ່າ ພາຍຫຼັງ​ລັດຖະບານ​ໄທ​ປະກາດ​ເປີດ​ປະ​ເທດ​ ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ພະຈິກ​ນີ້, ດ້ວຍ​ມາດ​ຕະການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ສ້າງຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ ​ໜັງສືພິມ ປະ​ຊາ​ຊົນ​ຊາດທຸ​ລະ​ກິດ​ ໄດ້​ສັງລວມ​ຂໍ້​ມູນ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ CLMV ແລະ​ ມາດ​ຕະ​ການ​ເປີດ​ຕົວ​ເມືອງ​ຫລ້າ​ສຸດດັ່ງນີ້.ພາບ​ເສດ​ຖະ​ກິດ​ໂດຍ​ລວມ​ ມີອັດຕາການຂະຫຍາຍໂຕສູງຫຼາຍ ສ່ວນຫນຶ່ງແມ່ນເປັນ Last Frontier Markets ຫຼື ຕະຫຼາດຫຼັກຊັບຊັ້ນທີສອງ. ມີຄວາມໝັ້ນຄົງທາງດ້ານການເມືອງສູງ ຍ້ອນ​ເຫດ​ນັ້ນ, ບັນດາ​ນະ​ໂຍບາຍ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ, ພວມ​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ. ມັນໄດ້ຖືກຈັດເປັນປະເທດທີ່ມີລາຍໄດ້ຕໍ່າ-ປານກາງ (Lower Middle Income) ຕາມມາດຖານຂອງທະນາຄານໂລກ.4 ປະເທດນີ້ ມີເນື້ອທີ່ລວມ 1,43 ລ້ານກິໂລຕາແມັດ. ປະຊາກອນທັງຫມົດ 177 ລ້ານຄົນ ແລະ 60% ຂອງປະຊາກອນແມ່ນອາຍຸໃນການເຮັດວຽກ (ຂໍ້ມູນ 2019).ການພັດທະນາຂອງຂະແຫນງການເງິນ, ສໍາລັບຕົວຢ່າງ, ການເຂົ້າເຖິງການບໍລິການທາງດ້ານການເງິນໂດຍລວມຍັງຕໍ່າ. ລະບົບທຸລະກິດພະລັງງານ ມັນເປັນສ່ວນຫນຶ່ງທີ່ສໍາຄັນຂອງລະບົບການເງິນ. ໃນຂະນະທີ່ຕະຫຼາດເງິນຕາ ແລະ ຕະຫຼາດທຶນຍັງນ້ອຍຫຼາຍ.ພາບລວມການຄ້າ ...

Read More »

ນັກວິ​ເຄາະ​ເປັນ​ຫ່ວງ​ບັນດາ​ປະ​ເທດ​ອາ​ຊຽນ​ເລັ່ງ​ເປີດປະເທດແຕ່ອາດຍັງບໍ່ທັນພ້ອມ

ນັກວິ​ເຄາະ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເລັ່ງ​ເປີດ​ບໍລິການ​ຄືນ​ໃໝ່ ທ່າມກາງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານ​ວັກ​ແຊງ ​ແລະ ຈຳນວນ​ຜູ້​ຕິດ​ເຊື້ອ​ທີ່​ສູງ. ສິ່ງດັ່ງກ່າວເຮັດໃຫ້ຄວາມຈໍາເປັນໃນການຊັ່ງຊາລະຫວ່າງ ບັນຫາປາກທ້ອງຂອງຜູ້ອອກແຮງງານໃນອຸດສາຫະກໍາການທ່ອງທ່ຽວ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງໂຄວິດການແຜ່​ລະ​ບາດຂອງ​ໂຄ​ວິດ -19 ເຮັດໃຫ້ມີ ກົດລະບຽບແລະຂໍ້ບັງຄັບແກ່ ນັກທ່ອງທ່ຽວ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ. ປັດໃຈເຫຼົ່ານີ້ເຮັດໃຫ້ຜູ້ເດີນທາງ ກໍ່ຄື ນັກທ່ອງທ່ຽວ ບໍ່ສາມາດມີເສລີຄືກັບກ່ອນການລະບາດຂອງພະຍາດໂຄວິດໄດ້ອີກ.ໃນ​ນັ້ນ​ມາດ​ຕະ​ການ ​ແລະ ​ລະ​ບຽບ​ການ​ຕ່າງໆ​ ທັງໝົດນັ້ນແມ່ນປັດສະຈາກບໍ່ໄດ້ທີ່ຈະໄປຂັດຂວາງການ ວຽກງານການກະຕຸ້ນການທ່ອງທ່ຽວ. ມັນໄດ້ກະທົບ​ຕໍ່​ການ​ຕັດສິນ​ໃຈໃນການ​ເດີນທາງ​ໄປ​ຕ່າງປະ​ເທດ, ຕາມ​ຂໍ້ມູນຂອງອົງການ​ທ່ອງ​ທ່ຽວ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ມີວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ໃຊ້​ເງິນ​ໄປ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ເຖິງ 254,6 ຕື້​ໂດ​ລາ​ສະຫະລັດ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ການທ່ອງທ່ຽວ. ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ ​ໄດ້​ກ້າວ​ເຂົ້າ​ສູ່​ການ​ເປີດ​ເສດຖະກິດ​ຄືນ​ໃໝ່ ພາຍຫຼັງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ໃນ​ປີ 2019, ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ອາ​ຊຽນມີ​ມູນ​ຄ່າ 393 ຕື້​ໂດ​ລາ​ສະຫະລັດ. ລາຍຮັບການທ່ອງທ່ຽວກວມເອົາ 1 ສ່ວນ 5 ຂອງ GDP ຂອງປະເທດໄທ ແລະ 1 ສ່ວນ 3 ຂອງ GDP ຂອງກຳປູເຈຍ (ຂໍອະໄພທີ່ບໍ່ມີຂໍ່ມູນຂອງປະເທດລາວເຮົາ) ແຕ່ COVID-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ຂະ​ແໜງ​ການທ່ອງທ່ຽວ ນັກທ່ອງທ່ຽວໄດ້ຫຼຸດລົງ 81 ເປີເຊັນໃນປີກາຍນີ້. ນັກວິ​ເຄາະ​ເປັນ​ຫ່ວງ​ບັນດາ​ປະ​ເທດ​ອາ​ຊຽນ​ເລັ່ງ​ເປີດປະເທດແຕ່ອາດຍັງບໍ່ທັນພ້ອມ

Read More »

ກຳປູເຈຍ: ການສຶກສາກ່ຽວກັບແມ່ນໍ້າຂອງ ສະແດງໃຫ້ເຫັນລະບົບນິເວດພາຍໃຕ້ຄວາມກົດດັນ

ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ (MRC) ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສອງ​ສະບັບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຫາ​ປາ​ຍັງ​ຄົງ​ເປັນ​ຊີວິດ​ການ​ເປັນ​ຢູ່​ທີ່​ສຳຄັນ​ຂອງ​ກຳປູ​ເຈຍ, ລາວ, ​ໄທ ​ແລະ ຫວຽດນາມ. ການຫາປາເກີນຂະໜາດ ແລະ ການເສື່ອມສະພາບທີ່ຢູ່ອາໄສທີ່ເກີດຈາກການຂະຫຍາຍຕົວຂອງປະຊາກອນຢ່າງໄວວາ, ການພັດທະນາພື້ນຖານໂຄງລ່າງ, ແລະ ການປ່ຽນແປງຂອງດິນຟ້າອາກາດແມ່ນກຳລັງສ້າງຄວາມກົດດັນຢ່າງໜັກໃຫ້ແກ່ການປະມົງຂອງເຂດລຸ່ມແມ່ນຳ້ຂອງ. ບົດລາຍງານສອງສະບັບ — “ສະຖານະ ແລະ ທ່າອ່ຽງຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງປາໃນອ່າງລຸ່ມແມ່ນໍ້າຂອງໃນລະຫວ່າງປີ 2007-2018” (FADM) ແລະ “ການຕິດຕາມກວດກາຜົນກະທົບທາງສັງຄົມ 2018” (SIMVA) — ໄດ້ເປີດເຜີຍໃນວັນທີ 19 ຕຸລາ. ທ່ານ ອານ​ເພັດ ຮັດ​ດາ, ເລຂາທິການ​ໃຫຍ່ MRC ກ່າວ​ວ່າ: “ການ​ສຶກສາ​ເຫຼົ່າ​ນີ້ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ທີ່​ມີ​ຄວາມ​ຮັບຜິດຊອບ, ຄວາມ​ດຸ່ນດ່ຽງ​ຂອງ​ພາກ​ພື້ນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ, ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ ​ເພື່ອ​ປົກ​ປັກ​ຮັກສາ​ແຫຼ່ງນຳ້​ຂອງ​ແມ່​ນຳ້ຂອງ ​ແລະ ຊັບພະຍາກອນ​ທີ່​ກ່ຽວຂ້ອງ,”. ການສຶກສາກ່ຽວກັບແມ່ນໍ້າຂອງ ສະແດງໃຫ້ເຫັນລະບົບນິເວດພາຍໃຕ້ຄວາມກົດດັນ

Read More »

ໂຄງສ້າງການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນປັດຈຸບັນ

ການສ້າງຄວາມເຂົ້າໃຈຕໍ່ກັບການສົ່ງອອກ-ນຳເຂົ້າຂອງ ສປປ ລາວ ຕ້ອງກຳໄດ້ຈຸດພິເສດ ແລະ ທ່າແຮງຂອງຊາດອັນເປັນພື້ນຖານຂອງການພັດທະນາ. ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດເປັນຕົ້ນແມ່ນ ປ່າໄມ້, ແມ່ນ້ຳ ແລະ ແຮ່ທາດ, ແຕ່ວ່າ ຊັບພະຍາກອນດັ່ງກ່າວໄດ້ຖືກຂຸດຄົ້ນໄປຢ່າງຫຼວງຫຼາຍໃນເວລາຫຼາຍທົດສະວັດທີ່ຜ່ານມາ ໂດຍບໍ່ຮັບການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ (value-added) ຢ່າງແຂງແຮງເທົ່າທີ່ຄວນ. ໃນດ້ານແຮງງານກໍຍັງຂາດແຮງງານມີສີມືສະໜອງເຂົ້າໃສ່ການຜະລິດໃນຂະແໜງຕ່າງໆ, ແຕ່ເນື່ອງຈາກວ່າອັດຕາການເກີດໃນລາວຍັງສູງ ຈຶ່ງເປັນກາລະໂອກາດໃຫ້ສາມາດສະໜອງແຮງງານເພີ່ມຂຶ້ນໄປອີກ 10 ຫາ 15 ປີຕໍ່ໜ້າ. ສປປ ລາວ ຖືກຈັດເປັນປະເທດໃນກຸ່ມອຸດສາຫະກຳທີ່ການຜະລິດຍັງຈໍາກັດ, ໝາຍຄວາມວ່າ ອຸດສາຫະກຳປຸງແຕ່ງພາຍໃນປະເທດ ສ່ວນໃຫຍ່ຍັງມີລັກສະນະພື້ນຖານ, ບໍ່ໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ສ່ວນໂຮງຈັກໂຮງງານທີ່ໃຊ້ອຸປະກອນທີ່ທັນສະໄໝຍັງມີຈໍານວນໜ້ອຍ ເຊິ່ງເປັນການລົງທຶນຈາກຕ່າງປະເທດເກືອບທັງໝົດ. ສິນຄ້າທີ່ລາວເຮົາສົ່ງອອກຈຶ່ງແມ່ນ ແຮ່ທາດ, ໄຟຟ້າ ແລະ ສິນຄ້າກະສິກຳຂັ້ນຕົ້ນ. ເຖິງແມ່ນວ່າ ແຮ່ທອງ, ແຮ່ຄຳ ແລະ ແຮ່ເງິນຈະມີມູນຄ່າສູງກໍຕາມ, ສິນຄ້າເຫຼົ່ານີ້ເປັນສິນຄ້າທີ່ບໍ່ມີການສ້າງມູນຄ່າເພີ່ມ ເມື່ອທຽບກັບບັນດາສິນຄ້າທີ່ຖືກນຳເຂົ້າສຳລັບຊົມໃຊ້ ແລະ ທຳການຜະລິດຢູ່ໃນປະເທດ. ເພາະວ່າສິນຄ້າປະເພດເຄື່ອງຈັກ, ເຄືື່ອງອີເລັກໂທຣນິກ ແລະ ພາຫະນະ ລ້ວນແລ້ວແຕ່ເປັນສິນຄ້າທີ່ສ້າງມູນຄ່າເພີ່ມສູງ ແລະ ເປັນສິ່ງທີ່ລາວຍັງບໍ່ສາມາດຜະລິດເອງໄດ້ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າ. ສະນັ້ນ, ການຂາດດຸນການຄ້າຂອງ ...

Read More »

Business Model Canvas ທາງລອດຂອງທຸລະກິດທ່ານ

ທ່າມກາງການແຂ່ງຂັນທາງທຸລະກິດທີ່ເຂັ້ມຂຸ້ນ ພາຍໃຕ້ວິກິດການທາງເສດຖະກິດ ແລະພະຍາດລະບາດ ໂຄວິດ-19 ການລົງທຶນເພື່ອຫັນໄປເປັນດິຈິຕອນໃຫ້ໄວທີ່ສຸດ ກາຍເປັນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບບັນດາຜູ້ປະກອບການບ້ານເຮົາໃນປະຈຸບັນ ຂະນະດຽວກັນ ການທົບທວນແຜນທຸລະກິດ ເພື່ອວິເຄາະຈຸດແຂງ ຈຸດອ່ອນ ຊອກຫາວິທີແກ້ໄຂປັບປຸງໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ ກໍເປັນອີກສິ່ງສຳຄັນທີ່ຜູ້ປະກອບການຕ້ອງເຮັດຢ່າງເລັ່ງດ່ວນເຊັ່ນກັນ. ດັ່ງນັ້ນ ໃນມື້ນີ້ຂ້າພະເຈົ້າຈະມານຳສະເໜີເຄື່ອງມືໃນການວາງແຜນທຸລະກິດ ທີ່ງ່າຍ ມີປະສິດທິພາບ ແລະ ນິຍົມນຳໃຊ້ຢ່າງກວ້າງຂວາງທົ່ວໂລກ ນັ້ນກໍຄືການເຮັດ ຕົວແບບທຸລະກິດແຄນວາສ (Business Model Canvas – BMC) ເຊິ່ງຖືກຄຶດຄົ້ນໂດຍນັກຄິດດ້ານການບໍລິຫານຈັດການ ດຣ. ອາເລັກຊານເດີ ອອສເຕີວໍເດີ (Alexander Osterwalder) ຈາກມະຫາວິທະຍາໄລໂລຊານ (Lausanne University) ປະເທດສະວິດເຊີແລນ ທີ່ໃຊ້ເວລາກວ່າ 9 ປີ ໃນການວິໄຈພັດທະນາ ແລະ ຖືກຂຽນໄວ້ໃນປຶ້ມຊື່ວ່າ Business Model Generation ທີ່ຖືກຕີພິມໃນປີ 2010 ຄຳວ່າ ແຄນວາສ (Canvas) ໝາຍເຖິງແຜ່ນຜ້າ ສະນັ້ນ ການສ້າງຕົວແບບທຸລະກິດແຄນວາສ ຈຶ່ງໝາຍເຖິງການອະທິບາຍອົງປະກອບຂອງທຸລະກິດທ່ານແບບງ່າຍດາຍໃນໜ້າເຈ້ຍດຽວ ເພື່ອໃຫ້ທຸກຄົນທັງພາຍໃນ ແລະພາຍນອກອົງກອນສາມາດສື່ເຖິງສິ່ງດຽວກັນໄດ້ຢ່າງຖືກຕ້ອງ ເຂົ້າໃຈງ່າຍ ແລະ ນຳໄປໃຊ້ງານໄດ້ທັນທີ. ...

Read More »