News

ສົນໃຈ!! ທຶນການສຶກສາຕໍ່ ທີ່ມະຫາວິທະຍາໄລດັງຂອງໄທ ສະໝັກດ່ວນ!!!!

ສະບາຍດີທຸກທ່ານ, ມື້ນີ້ ເວັບໄຊທາເກັດ ນຳເອົາທຶນການສຶກສາ ມາໃຫ້ທຸກທ່ານທີ່ຕ້ອງການຊອກແຫຼ່ງທຶນໄປຮຽນຕໍ່ ສົນໃຈສະໝັກເອາທຶນການສຶກສາ ເພື່ອສຶກສາຕໍ່ ທີ່ມະຫາວິທະຍາໄລ ມະຫິດົນ ປະເທດໄທ ! ?? Mahidol University Postgraduate Admissions 2018 (Second Semester 2018) 1 Aug. – 21 Sep. 2018 Scholarships and Research Funding Supports Available Online Application ສົນໃຈສະໝັກເຂົ້າຕາມລິ່ງເວັບໄຊລຸ່ມນີ້ເລີຍ. http://www.grad.mahidol.ac.th/…/prospectiv…/how-to-apply.php ທີ່ມາ: Lao Youth Radio FM 90.0 Mhz ສົນໃຈສະຫມັກເອາທຶນການສຶກສາ ເພື່ອສຶກສາຕໍ່ ທີ່ມະຫາວິທະຍາໄລ ມະຫິດົນ ປະເທດໄທ ! ?? Mahidol UniversityPostgraduate Admissions… Posted by Lao Youth Radio FM 90.0 Mhz ...

Read More »

ຊົມເຊີຍ!! ທ່ານນາຍົກ ຮ່ວມກອງປະຊຸມເວທີເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 27

ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN). ເປີດຢ່າງເປັນທາງການ ໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ. ກອງປະຊຸມຄັ້ງນີ້, ສະຫາຍ ຫງຽວນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜວຍທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວິໃສທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ ...

Read More »

ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ລວມມູນຄ່າການເສຍຫາຍ ຫຼາຍຮ້ອຍຕື້ກີບ….

ໃນວັນທີ 10-11 ກັນຍາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຕິດຕາມ ແລະ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ. ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍຕ່າງໆພາຍໃນແຂວງ ໃນລະຫວ່າງວັນທີ 16 ກໍລະກົດ ຫາທ້າຍເດືອນສິງຫາ 2018, ຊຶ່ງຜ່ານການປະເມີນຜົນກະທົບ ແລະ ຄວາມເສຍຫາຍໃນເບື້ອງຕົ້ນ ທົ່ວແຂວງ ມີບ້ານໄດ້ຮັບຜົນກະທົບທັງໝົດ 239 ບ້ານ, ມີ 11.645 ຄອບຄົວ, ພົນລະເມືອງ 68.456 ຄົນ (ບໍ່ມີຜູ້ເສຍຊີວິດ), ເຊິ່ງລວມມູນຄ່າຄວາມເສຍຫາຍທັງໝົດ 335 ຕື້ກວ່າກີບ.ມີ 25 ບ້ານ ໄດ້ຮັບຜົນກະທົບໜັກ, ຊຶ່ງມີເຮືອນຖືກຊຸໄຫຼ31 ຫຼັງ ແລະ ມີຊົນລະປະທານເປເພ 134 ແຫ່ງ,ເນື້ອທີ່ການຜະລິດກະສິກໍາເສຍຫາຍສົມຄວນ,ຈໍານວນເສັ້ນທາງທີ່ໄດ້ຮັບຜົນກະທົບ ມີທັງໝົດ 71 ເສັ້ນ ໃນນັ້ນທາງຫຼວງແຫ່ງຊາດ 3 ເສັ້ນ.

Read More »