ປີ 2018 ນະຄອນຫຼວງ ຍັງເປັນອີກບ່ອນໜຶ່ງທີ່ມີການລົງທຶນຢ່າງຄຶກຄື້ນ.

ປີ 2018 ນະ­ຄອນ­ຫຼວງ​ຍັງ​ເປັນ​ອີກ​ບ່ອນ​ໜຶ່ງ​ທີ່​ມີ​ການ​ລົງ­ທຶນ​ຢ່າງ​ຄຶກ­ຄື້ນ ຕົວ​ເລກ​ການ​ອະ­ນຸ­ມັດ​ການ​ລົງ­ທຶນ (ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ) ບັນ­ລຸ​ເຖິງ 18.000 ຕື້​ກີບ GDP ເຕີບ​ໂຕ 9,3% ສະ­ເລ່ຍ​ຫົວ​ຄົນ​ບັນ­ລຸ 5.300 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 45.261.311 ກີບ ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ບັນ­ລຸ​ຄາດ­ໝາຍ​ຂອງ​ແຜນ­ການ​ປີ 1.222,71 ຕື້​ກີບ.

ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ພັດ­ທະ­ນາ​ວຽກ​ງານ​ຈຸດ​ສຸມ​ພົ້ນ​ເດັ່ນ ຂອງ​ອົງ­ການ​ປົກ­ຄອງ ​ນະ​ຄອງ​ຫຼວງ​ວຽງ​ຈັນ ປີ 2018 ແລະ ສະ­ເໜີ​ແຜນ​ວຽກ​ຈຸດ​ສຸມ ປີ 2019 ໄດ້​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ 6 ຂອງ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I

ບັນ­ດາ​ຂະ­ແໜງ­ການ​ຜະ­ລິດ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ ເຖິງ​ວ່າ​ຈະ​ປະ​ເຊີນ​ກັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ທຳ​ມະ​ຊາດ ຫົວ­ໜ່ວຍ​ຈຳ­ນວນ​ໜຶ່ງ​ຢຸດ​ຈຶ້ງ​ແຕ່​ສ່ວນ​ໃຫຍ່​ຄົງ​ຕົວ​ຢູ່​ໄດ້ ແລະ ມີ​ຫຼາຍ​ຫົວ­ໜ່ວຍ​ໃໝ່​ເກີດ​ຂຶ້ນ ພວກ​ເຮົາ​ໄດ້​ປະ­ຕິ­ບັດ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ໃນ​ການ​ສົ່ງ­ເສີມ​ສິນ­ຄ້າ ODOP SMEs ເສດ­ຖະ­ກິດ​ຄອບ­ຄົວ ປະ­ຕິ­ບັດ 8 ມາດ​ຕະ­ການ​ຊຸກ­ຍູ້​ເສດ­ຖະ­ກິດ​ແຫ່ງ​ຊາດ ເປັນ­ຕົ້ນ​ແມ່ນ ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ແບບ​ປະ­ຕູ​ດຽວ ວ່ອງ­ໄວ ໂປ່ງ​ໃສ ຂຶ້ນ​ຕື່ມ.

ຜ່ານມາ (ນວ) ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ຂອງ​ສະ­ພາ ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ເຂດ​ດິນ​ກະ­ສິ­ກຳ​ຢູ່ 3 ເມືອງ: ເມືອງ​ຫາດ​ຊາຍ​ຟອງ ໄຊ​ເຊດ​ຖາ ແລະ ໄຊ​ທາ­ນີ ໄດ້​ສຳ­ເລັດ​ການ​ຍົກ​ຮ່າງ​ດຳ­ລັດ ແລະ ອອກ​ແບບ­ແຜນ​ຜັງ​ການ​ພັດ­ທະ­ນາ ແລະ ການ​ຄຸ້ມ​ຄອງ​ເຂດ​ລຸ່ມ​ບຶງ​ທາດ­ຫຼວງ-ຫ້ວຍ​ໝາກ​ຮຽວ (ຄອງ​ນ້ຳ​ວຽງ​ຈັນ)

 

ປັດ­ຈຸ­ບັນ​ພວມ​ສະ­ເໜີ​ລັດ­ຖະ­ບານ​ພິ­ຈາ­ລະ­ນາ ແລະ ພິ­ເສດ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ຟື້ນ​ຟູ​ການ​ຜະ­ລິດ​ກະ­ສິ­ກຳ ການ​ສ້ອມ­ແປງ​ເສັ້ນ­ທາງ​ຫຼັງ​ນ້ຳ​ຖ້ວມ​ຢູ່​ຫຼາຍ​ເມືອງ ໄດ້​ເຂົ້າ​ຮ່ວມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃຫຍ່​ລະ­ດັບ​ຊາດ ໂຄງ­ການ​ທາງ​ລົດ­ໄຟ ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ ແລະ ປ້ອງ​ກັນ​ຕາ​ຝັງ​ເຈື່ອນ​ວຽງ​ຈັນ​ຕອນ​ໃຕ້ ສຳ­ເລັດ​ໂດຍ​ພື້ນ­ຖານ ໂຄງ­ການ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ໂຄງ­ການ​ທາງ​ດ່ວນ​ວຽງ​ຈັນ ນອກ­ຈາກ​ນີ້ ກໍ​ໄດ້​ສະ­ເໜີ​ໃນ​ດ້ານ​ແຜນ​ວຽກ​ງານ​ສຳ­ຄັນ​ອື່ນໆ​ຕື່ມ​ອີກ​ດ້ວຍ.

ຮູບປະກອບຈາກອິນເຕີເນັດ.

ຂໍ້ມູນຈາກ: ເວບໄຊ໌ ວຽງຈັນໃໝ່

Comments