ສະຖານທູດ ສປ ຈີນ ມອບລົດເມ ໃຫ້ກັບມະຫາວິທະຍາໄລແຫ່ງຊາດລາວ

ໃນຕອນເຊົ້າຂອງວັນທີ 27 ທັນວາ 2018,  ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບລົດເມໃຫຍ່ ຈໍານວນ 2 ຄັນ ໃຫ້ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະກ່າວຮັບໂດຍທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍມີ ຕາງໜ້າຈາກກໍາມາທິການ ຮ່ວມມືລາວ-ຈີນ, ທີ່ປຶກສາດ້ານການເມືອງ ສປ ຈີນ, ຕາງໜ້າຈາກກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະກິລາ, ຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ການມອບລົດເມ ຍີ່ຫໍ້ ໂຟຕອນ 25 ບ່ອນນັ່ງ ຈໍານວນ 2 ຄັນ ຈາກເອກອັກຄະລັດຖະທູດແຫ່ງ ສປ ຈີນ ໃຫ້ແກ່ ມຊ ໃນຄັ້ງນີ້ ກໍເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ຄູອາຈານ ລວມທັງນັກສຶກສາ ມຊ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ລວມທັງການປະຕິບັດກິດຈະກໍານອກຫຼັກສູດ ກໍຄືການນໍາໃຊ້ເພື່ອໄປທັດສະນະສຶກສາ ແລະຍັງເປັນການຮັດແໜ້ນສາຍພົວພັນອັນດີງາມລະຫວ່າງ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ກັບມະຫາວິທະຍາໄລແຫ່ງຊາດ ກໍ່ຄືສອງປະເທດ ສປ ຈີນ ແລະ ສປປ ລາວ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.

ທີ່ມາ: CRI

Comments