News

ປະທານປະເທດ ມອບສານແຕ່ງຕັ້ງ ໃຫ້ທູດລາວ ປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ...

Read More »

ຮ້ານເກມ ເປັນຈຸດທີ່ມີຄວາມສ່ຽງສູງຕໍ່ບັນຫາ ສິ່ງເສບຕິດ

ໃນປີ 2018 ທົ່ວເມືອງໄຊທານີ ມີສະຖານທີ່ ຈຸດທີ່ມີຄວາມສ່ຽງໃນການເຄື່ອນໄຫວຄ້າຂາຍຢາເສບຕິດເຖິງ 30 ຈຸດ; ໃນນັ້ນຫຼາຍກວ່າໝູ່ແມ່ນຮ້ານເກມອິນເຕີເນັດ ເຊິ່ງມີເຖິງ 19 ຈຸດ. ທ່ານ ພັນໂທ ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2018 ຂອງເມືອງໄຊທານີ ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ແກ້ໄຂສະຖານທີ່ທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ 30 ຈຸດ; ໃນນັ້ນມີຮ້ານເກມອິນເຕີເນັດ 19, ຮ້ານສະນຸກເກີ້ 9, ໂຮງແຮມ 2; ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ປະກອບການຈໍານວນ 35 ຄົນ. ນອກຈາກນີ້ຍັງສາມາດແກ້ໄຂຈຸດມົ້ວສຸມຄ້າຂາຍ ແລະ ເສບຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 4 ຄົນ; ໃນນັ້ນ 7 ຄົນ, ຍິງ 2 ຄົນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ອີກ 32 ຄົນ, ...

Read More »

ສະພາປະຊາຊົນ ແຂວງສະຫວັນນະເຂດ ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 6

ທ່ານ ຫວັນຄຳ ອິນທິຈັກ ຄະນະປະຈຳສະພາ ເລຂາທິການສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວໃນທ້າຍເດືອນທັນວາ 2018 ຜ່ານມາວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຊຸດທີ I ຈະໄດ້ໄຂຂຶ້ນຢ່າງເປັນທາງ ການໃນລະຫວ່າງວັນທີ 8-11 ມັງກອນ 2019 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ຊຶ່ງກອງປະຊຸມຈະໄດ້ຮັບຟັງ, ພິຈະລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນແມ່ນ: ພິຈະລະນາ ແລະ ຮັບຮອງເອົາ ການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງສະຫວັນນະເຂດກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2018 ແລະ ທິດທາງແຜນການ 2019, ຮັບຟັງບົດລາຍງານຂອງຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງ ແຂວງປີ 2018 ແລະ ແຜນການ ປີ 2019, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳໃຊ້ສານເຄມີເກີນຄ່າມາດຕະຖານ, ພິຈະລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດປະຈຳພາກກາງປີ 2018 ແລະ ແຜນການປີ 2019, ບົດລາຍງານແກ້ໄຂຜົນການກວດກາ ຕາມຜົນການກວດສອບສົກປີ 2015-2016 ຄືນຫຼັງ, ...

Read More »

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດ

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດໃນວັນທີ 3 ມັງກອນ 2019 ພາຍຫຼັງທີ່ຂຶ້ນສູ່ອະວະກາດ ໃນວັນທີ 8 ທັນວາ 2018. ຖືເປັນຜົນສໍາເລັດທາງອະວະກາດຂອງ ສປ ຈີນ ຍິ່ງໃຫຍ່ທີ່ສຸດຂອງໂລກ.   China's Chang'e-4 probe soft-lands on moon's far side A historic first landing! China's Chang'e-4 probe touches down on far side of moon xhne.ws/zPoty Posted by China Xinhua News on Wednesday, January 2, 2019  

Read More »

ສະໜາມກິລາ ແຂວງອຸດົມໄຊ ຕົ້ນປີ 2019

ສະພາບຂອງສະໜາມກິລາ ແຂວງອຸດົມໄຊ ໃນປີ 2019 ພາຍຫຼັງທີ່ໄດ້ຈັດງານ​ມະ​ຫະ​ກຳ​ກີລາ​ແຫ່ງຊາດ​ ຄັ້ງ​ທີ X ທີ່ ​ແຂວງ​ອຸດົມ​ໄຊ ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ແຕ່​ວັນ​ທີ 13 -21 ທັນວາ 2014 ຜ່ານມາ. ໃນ​ງານ​ຄັ້ງ​ນັ້ນ ມີນັກກີລາ​ຈາກ​ບັນດາ​ແຂວງ ແລະ 7 ກະຊວງ​ເຂົ້າ​ຮ່ວມ ເຊິ່ງ​ຜົນການ​ແຂ່ງຂັນອັນ​ດັບ 1 ໄດ້ແກ່ກະຊວງ​ປ້ອງ​ກັນ​ປະເທດໄດ້ 61 ຫຼຽນ​ຄຳ 29 ຫຼຽນ​ເງິນ 37 ຫຼຽນທອງ, ອັນ​ດັບ​ທີ 2 ໄດ້ແກ່​ນະຄອນ​ຫຼວງ​ວຽງ​ຈັນໄດ້ 55 ຫຼຽນຄໍາ 31 ຫຼຽນ​ເງິນ 49 ຫຼຽນ​ທອງ, ອັນ​ດັບ​ທີ 3 ໄດ້ແກ່​ກະຊວງ​ປ້ອງກັນ​ຄວາມ​ສະຫງົບໄດ້ 42 ຫຼຽນຄໍາ 43 ຫຼຽນ​ເງິນ 51 ຫຼຽນ​ທອງ ສ່ວນ​ອັນ​ດັບ 4 ແມ່ນ​ແຂວງ​ອຸດົມ​ໄຊໄດ້ 33 ຫຼຽນ​ຄຳ 24 ຫຼຽນເງິນ 53 ຫຼຽນ​ທອງ. ຂອບໃຈພາບຈາກ: Daily News Oudomxay

Read More »

ບ້ານຫ້ວຍໝື່ນ ປະກາດເປັນບ້ານໃຫຍ່ ຄ້າຍຕົວເມືອງນ້ອຍໃນຊົນນະບົດ

ພິທີປະກາດຮັບຮອງເອົາບ້ານ ຫ້ວຍໝື່ນ ເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ,ຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມານີ້,  ໂດຍການເປັນປະທານຂອງທ່ານ ພູວັງ ເກດແກ້ວ ພົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ, ມີພະແນກການ ຂອງແຂວງ, ຫ້ອງການຕ່າງໆ ຂອງເມືອງ, ຕາງໜ້າການນຳ ຈາກເມືອງອ້ອມຂ້າງ, ອົງການຈັດຕັ້ງຂອງບ້ານທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວບ້ານຫ້ວຍໝື່ນເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ. ທ່ານ ສຸລິພົງ ລາດສະໂພ ເລຂາຄະນະພັກຮາກຖານ ຫົວໜ້າກຸ່ມບ້ານຫ້ວຍໝື່ນ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງບ້ານໂດຍສັງເຂບວ່າ: ບ້ານ ຫ້ວຍໝື່ນ ແມ່ນບ້ານໜຶ່ງທີ່ຂຶ້ນ ກັບກຸ່ມບ້ານທີ 3 ຂອງເມືອງທ່າປາງທອງ ເຊິ່ງຕັ້ງຫ່າງຈາກສຳນັກງານເມືອງອອກໄປປະມານ 8 ກິໂລແມັດ, ມີເນື້ອທີ່ທັງໝົດ 1.338,67 ເຮັກຕາ, ມີ 290 ຄອບຄົວ, ມີ 405 ຫຼັງຄາເຮືອນ, ມີ 17 ໜ່ວຍ, ມີພົນລະເມືອງທັງໝົດ 3.053 ຄົນ, ຍິງ 1.509 ຄົນ, ປະຊາຊົນພາຍໃນບ້ານດັ່ງກ່າວມີຄວາມຕື່ນ ຕົວຕໍ່ແນວທາງຂອງພັກ ແລະ ໄດ້ຕັ້ງໜ້າປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ...

Read More »

ອາຄານພະແນກແຜນການ, ການລົງທຶນ ແລະ ສູນສະຖິຕິ ແຂວງອຸດົມໄຊ.

ໂຄງການກໍ່ສ້າງອາຄານພະແນກແຜນການ,ການລົງທຶນ ແລະ ສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ ເປັນໂຄງການບູລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານ ກໍຄືແຂວງອຸດົມໄຊ ໂດຍມີຈຸດປະສົງເພື່ອເປັນການພັດທະນາ,ຍົກລະດັບ ອາຄານຫ້ອງການສຳນັກງານ ແລະ ບຸກຄະລາກອນ ເພື່ອໃຫ້ທຽບເທົ່າກັບບັນດາປະເທດໃນກຸ່ມອາຊຽນ ແລະ ພາກພື້ນ. ໃນວັນທີ 29 ທັນວາ 2018 ຜ່ານມານີ້ ກໍໄດ້ຈັດພິທີມອບ-ຮັບ ພ້ອມທັງເປີດນຳໃຊ້ຢ່າງເປັນທາງການພາຍຫຼັງດໍາເນີນການກໍ່ສ້າງມາເປັນເວລາ 4 ປີ ໂດຍແມ່ນບໍລິສັດ ໄຊມ້ອນ ວິສະວະກໍາກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 22 ຕື້ 7 ລ້ານກວ່າກີບ. ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງ. ຂໍ້ມູນຈາກ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ.

Read More »

ພະແນກສຶກສາທິການ ແລະ ກິລາ ອວຍພອນທ່ານເຈົ້າແຂວງອຸດົມໄຊ ເນື່ອງໃນໂອກາດປີໃໝ່

ຕາງໜ້າພະນັກງານບໍລິຫານ, ຄູອາຈານ ແລະ ນັກຮຽນນັກສຶກສາ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ນໍາໂດຍທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເຂົ້າຍ້ຽມຢາມ ແລະ ອວຍພອນການນຳຂອງແຂວງ ເນື່ອງໃນໂອກາດປີໃໝ່ ຄສ 2019 ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂອງແຂວງ ທີ່ຍາມໃດທາງຂັ້ນເທິງກໍໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານການສຶກສາຕະຫຼອດມາເຮັດໃຫ້ ບັນດາໂຮງຮຽນແຫ່ງຕ່າງໆ ໄດ້ດໍາເນີນການຮຽນ-ການສອນໄປຕາມລະບົບ, ສອດຄ່ອງ ແລະ ສາມາດສ້າງຊັບພະຍາກອນມະນຸດອອກມາຮັບໃຊ້ສັງຄົມ ໄປຕາມ 5 ຫຼັກມູນຂອງການສຶກສາ ໄດ້ຢ່າງມີຄຸນນະພາບ. ໃນໂອກາດນີ້ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ກໍໄດ້ມີຄຳເຫັນຕໍ່ຂະແໜງການສຶກສາ-ກິລາ ວ່າໃນສົກຮຽນຜ່ານມານີ້ ວຽກງານບໍລິຫານການສຶກສາ-ກິລາ, ການດໍາເນີນການຮຽນ-ການສອນໃນບັນດາໂຮງຮຽນແຫ່ງຕ່າງໆ ເຫັນວ່າໄດ້ດໍາເນີນໄປດ້ວຍດີ, ມີປະສິດທິພາບ ເຮັດໃຫ້ຕົວເລກຄາດໝາຍທີ່ວາງໄວ້ສາມາດບັນລຸຕາມແຜນການ. ທ່ານໄດ້ຮຽກຮ້ອງມາຍັງພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍ ບັນດາໂຮງຮຽນແຫ່ງຕ່າງໆ ໃຫ້ສືບຕໍ່ຕັ້ງໜ້າປະຕິບັດໜ້າທີຂອງຕົນໃຫ້ມີຜົນສໍາເລັດ, ສູ້ຊົນຍາດໄດ້ຜົນງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ, ຫ້າວຫັນໃນໜ້າທີ່ການງານ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສໍາເລັດທຸກປະການ, ເພື່ອພ້ອມກັນປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດ ກໍຄືການພັດທະນາແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆໄປ. ...

Read More »

ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວ 3 ທ່ານ ໄປປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ. ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ...

Read More »

ໂຮມເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນສະຫວັນ.

ໃນຕອນເຊົ້າຂອງວັນທີ 31 ທັນວາ 2018 ນີ້, ຢູ່ທີ່ຫ້ອງ ປະຊຸມຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຈັດພິທີ ປະກາດໂຮມເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນສະຫວັນ, ໃຫ້ກຽດເປັນປະທານ ໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄໍາດີ ຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ, ທ່ານ ປອ ໂພໄຊ ສິດທິຊົນ ຫົວໜ້າເຂດການຄ້າຊາຍແດນ-ບ້ານ ແດນສະຫວັນ, ມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ເຕັ່ງ ເມັ່ງ ຢ່າງລືໄຊ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງທ່ານລັດຖະມົນຕິກະຊວງ ແຜນການ ແລະ ການລົງທຶນ ເລກທີ 3266/ກຜທ, ນະຄອນຫຼວງວຽງຈັນ ລົງວັນທີ 28 ທັນ ວາ 2018, ດ້ວຍການໂຮມເຂດເສດຖະກິດພິເສດສະຫວັນ -ເຊໂນ ແລະ ເຂດການຄ້າຊາຍ ...

Read More »