Secret of Japanese Business

ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

ຜົນການເລືອກຕັ້ງ ສະມາຊິກ​ສະພາ​ລຸ່ມ​ Lower House Lawmakers Election ຂອງປະເທດຍີ່ປຸ່ນ ໃນວັນທີ​ 31​ ຕຸລາ​ 2021​ທີ່ຜ່ານມາ,​ ອາຍຸສະເລ່ຍຂອງ​ ສສຊ​ ຊຸດໃໝ່​ແມ່ນຫັນເປັນໜູ່ມ ຈາກຄ່າສະເລ່ຍ 59,0 ປີ​ ຫລຸດລົງ​ມາເປັນ​ 55,5 ປີ.​ ໃນນັ້ນ​ ທ່ານ​ ຢຸກິ ບະບະ (Mr. Yuki Baba) ຈາກພັກ CDP ມີອາຍຸໜູ່ມສຸດໃນຈຳນວນ 465 ທ່ານ,​ ເຊິ່ງມີອາຍຸພຽງແຕ່ 29​ ປີເທົ່ານັ້ນ.ສສຊ ທີ່ອາຍຸໜູ່ມສຸດຂອງປະເທດລາວແມ່ນຈັກປີ ທ່ານຮູ້ຫຼືບໍ່?​ ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

Read More »

ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

ໜັງສືພິມ Yomiuri Shimbun ຂອງ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ, ລັດຖະບານ​ຍີ່ປຸ່ນ​ມີ​ແຜນ​ຈະ​ໃຊ້​ງົບປະມານ​ ປະມານ 2 ພັນ​ຕື້​ເຢນ (ປະມານ 188,000 ຕື້ກີບ) ​ເພື່ອ​ແຈກ​ຢາຍ​ໃຫ້​ຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕຳ່ກວ່າ 18 ປີ ​ເປັນ​ເງິນ 100,000 ​ເຢນ (ປະມານ 9,400,000ກີບ. ) ຕໍ່ເດັກໜຶ່ງຄົນ. ໂດຍທີ່ບໍ່ຄໍານຶງເຖິງລາຍຮັບຂອງຄົວເຮືອນຂອງເຂົາເຈົ້າ ຄາດວ່າຈະສາມາດດຳເນີນການໃນລະດູໃບໄມ້ປົ່ງຂອງປີໜ້າ (ເດືອນມີນາ-ພຶດສະພາ) ເຊິ່ງເປັນສ່ວນໜຶ່ງຂອງແຜນການກະຕຸ້ນເສດຖະກິດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກວິກິດການ COVID-19 ໃຫ້ແກ່ປະຊາຊົນ. ແນວ​ຄວາມ​ຄິດ​ຂອງ​ການ​ສະ​ເຫນີ​ເງິນ​ສົດ​ໃຫ້​ຄອບ​ຄົວ​ທີ່​ມີ​ເດັກ​ນ້ອຍ​ແມ່ນ​ນະ​ໂຍ​ບາຍ​ໂຄ​ສະ​ນາ​ຕົ້ນ​ຕໍ​ຂອງ​ພັກ Komeito​. ພັນທະມິດຂອງພັກເສລີປະຊາທິປະໄຕ (LDP), ພັກປົກຄອງ ນັ້ນແມ່ນຂ້ອນຂ້າງແຕກຕ່າງຈາກການສະເຫນີຂອງນາຍົກລັດຖະມົນຕີ Fumio Kishida ທີ່ຈະຈ່າຍເປົ້າຫມາຍທີ່ຕ້ອງການດ່ວນທີ່ສຸດ. ລັດຖະບານຍັງພິຈາລະນາການແຈກຢາຍເງິນສົດໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່າ ແລະຄົນງານຊົ່ວຄາວ.ຂໍ້ມູນຈາກ: ໄທລັດ ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

Read More »

ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ຈາກບົດຄວາມທີ່ແລ້ວ”ຄູເຊັ່ງ”ໄດ້ແບ່ງປັນຄວາມຮູ້ກ່ຽວກັບຜູ້ປະກອບການທີ່ດີຄວນມີຈິດວິນຍານແຫ່ງຄວາມເປັນມະນຸດສູງ. ຈິດວິນຍານຂອງຄວາມເປັນມະນຸດກໍໝາຍເຖິງ ໃນຖານະເຮົາທີ່ກໍາເນີດເກີດມາເປັນມະນຸດຄົນໜຶ່ງເຮົາຄວນເຮັດສິ່ງທີ່ຖືກຕ້ອງ ແລະ ເປັນທໍາແກ່ຕົນເອງ, ແກ່ຄອບຄົວ, ແກ່ພະນັກງານໃນອົງກອນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດ. ຍົກຕົວຢ່າງຖ້າຫາກວ່າເຮົາທໍາລາຍສິ່ງແວດລ້ອມດ້ວຍການຕັດຕົ້ນໄມ້ 100 ຕົ້ນ ເພື່ອຂະຫຍາຍຫົນທາງ. ເຮົາກໍຄວນປູກທົດແທນຄືນໃຫ້ຫຼາຍກວ່າ 100 ຕົ້ນ ນີ້ແມ່ນສິ່ງທີ່ຖືກຕ້ອງ ແລະສົມຄວນເຮັດໃນຖານະທີ່ເປັນມະນຸດ ເພາະຖ້າຫາກບໍ່ແມ່ນກໍລະນີຈໍາເປັນທີ່ສຸດ ແລ້ວການຕັດຕົ້ນໄມ້ 100 ຕົ້ນນັ້ນ ຖືເປັນສິ່ງທີ່ຜິດຕໍ່ທຳມະຊາດຢ່າງມະຫັນ. ຖ້າເຮົາເປັນພະນັກງານລັດ ຫຼື ພະນັກງານເອກະຊົນ ທີ່ເຮັດວຽກມື້ລະ 8 ຊົ່ວໂມງ. ເຮົາກໍຄວນເຮັດວຽກໃຫ້ຄົບຖ້ວນ 8 ຊົ່ວໂມງ ຫຼື ຫຼາຍກ່ວານັ້ນ ຈຶ່ງເປັນສິ່ງຖືກຕ້ອງ ແລະ ເປັນທໍາໃນຖານະທີ່ເປັນມະນຸດ, ຖ້າຫາກເຮົາລັກລອບເວລາ, ລັກອອກໄປເຮັດວຽກສ່ວນຕົວ ຫຼື ກັບບ້ານກ່ອນໂມງ ນີ້ແມ່ນການທໍາລາຍຈິດວິນຍານຂອງຄວາມເປັນມະນຸດຂອງຕົວທ່ານເອງ ເປັນການບໍ່ໃຫ້ກຽດ ແລະ ບໍ່ນັບຖືຕົນເອງ ຈຶ່ງເຮັດໃຫ້ແສງສະຫວ່າງແຫ່ງຈິດວິນຍານຂອງຄົນຜູ້ນັ້ນເສື່ອມໂຊມລົງໄປ.  ມື້ນີ້”ຄູເຊັ່ງ”ຂໍເລົ່າຊີວະປະຫວັດ ແລະ ເວົ້າເຖິງຈຸດພິເສດໃນການບໍລິຫານທຸລະກິດ ຂອງບັນດາຜູ້ນໍາອົງກອນທີ່ໃຊ້ຈິດວິນຍານແຫ່ງຄວາມເປັນມະນຸດສູງ ເພື່ອໃຫ້ພວກເຮົາໄດ້ນໍາເອົາບົດຮຽນທີ່ສາມາດໃຊ້ໄດ້ຈິງ ໄປໝູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ວຽກງານທຸລະກິດຂອງພວກທ່ານ.  ບຸກຄົນທີ່ໜຶ່ງກໍຄື ທ່ານ ໂຄໂນະຊຶເກະ ມັດຊຶຊິຕະ ...

Read More »

ບໍລິສັດຍີ່ປຸ່ນໃຫ້ຄວາມສໍາຄັນໃນການພັດທະນາຄົນເປັນອັນດັບໜຶ່ງ

ເມື່ອເວົ້າເຖິງວັດທະນະທໍາໃນການບໍລິຫານທຸລະກິດສະໄຕລ໌ອາເມລິກາ ແລະ ຍີ່ປຸ່ນແມ່ນແຕກຕ່າງກັນຢ່າງຂາດຂັ້ນ. ບໍລິສັດອາເມລິກາຈະໃຫ້ຄວາມສໍາຄັນ ແລະ ຈັດບຸລິມະສິດເອົາຜູ້ຖືຫຸ້ນເປັນອັນດັບໜຶ່ງ ເພາະຜູ້ຖືຫຸ້ນຄືຜູ້ໃຫ້ທຶນໃນການເຮັດທຸລະກິດ ສິດທິ ແລະ ຜົນປະໂຫຍດຂອງຜູ້ຖືຫຸ້ນຕ້ອງມາກ່ອນສະເໝີ, ລູກຄ້າ ແລະ ສັງຄົມເປັນອັນດັບສອງ, ຄູ່ຄ້າທາງທຸລະກິດເປັນອັນດັບສາມ ແລະ ສຸດທ້າຍພະນັກງານໃນອົງກອນເປັນອັນດັບສີ່. ບຸກຄົນໃດ ຫຼື ພະນັກງານຜູ້ໃດທີ່ມີຄວາມສາມາດໂດດເດ່ັນ, ມີຄວາມຮູ້ສູງ ແລະ ເຮັດວຽກໄດ້ປະສິດທິຜົນສູງ, ບໍລິສັດອາເມລິກາຈະດຶງຜູ້ນັ້ນໄວ້ໃຫ້ຢູ່ກັບບໍລິສັດດົນໆໂດຍການເອົາເງິນເດືອນໃຫ້ສູງໆ, ເອົາເງິນໂບນັສໃຫ້ຫຼາຍໆ ແລະ ໃຫ້ສະຫວັດດີການທີ່ດີ. ກົງກັນຂ້າມ, ຖ້າວ່າບຸກຄົນໃດ ຫຼື ພະນັກງານຜູ້ໃດມີຄວາມຄວາມສາມາດຕໍ່າ, ຄວາມຮູ້ບໍ່ສູງ ແລະ ເຮັດວຽກບໍ່ເກັ່ງ, ສ່ວນໃຫຍ່ຈະຖືກໄລ່ອອກໄປ. ນີ້ຄືອົງກອນ ແລະ ວັດທະນະທໍາໃນການເຮັດວຽກແບບອາເມລິກາ. ສ່ວນບໍລິສັດຍີ່ປຸ່ນຈະໃຫ້ຄວາມສໍາຄັນ ແລະ ຈັດບຸລິມະສິດເອົາພະນັກງານໃນອົງກອນມາເປັນອັນດັບໜຶ່ງ, ບໍລິສັດຍີ່ປຸ່ນຈະໃຫ້ຄວາມສໍາຄັນກັບຄົນເປັນພິເສດ, ເຖິງແມ່ນວ່ານະວັດຕະກໍາ, ເທັກໂນໂລຊີ ແລະ ຫຸ່ນຍົນຈະທັນສະໄໝ ແລະ ກ້າວໜ້າຫຼາຍປານໃດ, ສຸດທ້າຍຜູ້ທີ່ຄວບຄຸມເທັກໂນໂລຊີ ແລະ ຫຸ່ນຍົນນັ້ນກໍແມ່ນຄົນຢູ່ດີ. ບໍລິສັດຍີ່ປຸ່ນໃຫ້ຄວາມສໍາຄັນກັບຄູ່ຄ້າທາງທຸລະກິດເປັນອັນດັບສອງ ຖ້າຫາກຍີ່ປຸ່ນໄດ້ຄັດເລືອກຄູ່ຄ້າທາງທຸລະກິດຜູ້ໃດຜູ້ໜຶ່ງເປັນທີ່ຮຽບຮ້ອຍແລ້ວ, ພວກເຂົາຈະໄວ້ເນື້ອເຊື່ອໃຈ ແລະ ຈົ່ງຮັກພັກດີໃຊ້ບໍລິການ ແລະ ສິນຄ້າຂອງຄູ່ຄ້າທາງທຸລະກິດນັ້ນເປັນເວລາຍາວນານໂດຍບໍ່ໄປໃຊ້ການບໍລິການຂອງບໍລິສັດຄູ່ແຂ່ງເຈົ້າໃໝ່. ພ້ອມດຽວກັນພວກເຂົາຈະມີການແບ່ງປັນປະສົບການໃຫ້ຄວາມຮູ້ ແລະ ຝຶກອົບຮົມໃຫ້ແກ່ຄູ່ຄ້າທາງທຸລະກິດຢ່າງສະໝໍ່າສະເໝີເພື່ອໃຫ້ເຕີບໃຫຍ່ ...

Read More »