News

ຍີ່ປຸ່ນສະໜັບສະໜູນ 2,4 ຕື້ກວ່າກີບ ສ້າງລາຍຮັບໃຫ້ຄົນພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອລ້າ ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບ ສຳລັບຄົນພິການ ໂດຍສະເພາະແມ່ນແມ່ຍິງພິການ ຢູ່ ສປປ ລາວ ປີທຳອິດ.   ພິທີລົງນາມຈັດຂຶ້ນລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຊຸມິ ຄຸໂບຕະ ຕາງໜ້າຈາກສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ.   ໂຄງການດັ່ງກ່າວ, ເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 292.195 ໂດລາສະຫະລັດ ຫຼື 2,4 ຕື້ກວ່າກີບ ເພື່ອສະໜັບສະໜູນການສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ, ເຊິ່ງໄລຍະໂຄງການແມ່ນ 2 ປີ ແລະ ການເຊັນສັນຍາຄັ້ງນີ້ ແມ່ນການສະໜັບສະໜູນທຶນປີທຳອິດ. ໂຄງການນີ້,ໄດ້ເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມພິການໃຫ້ຊຸມຊົນ ຜ່ານການຈັດກິດຈະກໍາເສີມສ້າງຄວາມຮູ້ໃຫ້ປະຊາຊົນ ເພື່ອສ້າງໂອກາດໃຫ້ຜູ້ພິການ ໄດ້ຮ່ວມມືກັນສ້າງສະພາບແວດລ້ອມ ທີ່ທຸກຄົນເຂົ້າຮ່ວມໄດ້ ...

Read More »

ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທຸລະກິດ

ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຫຼື ຄຂທ ແມ່ນໄດ້ຮັບການແຕ່ງຕັ້ງໂດຍ ທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ຄຂທ ເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດກົດໝາຍແຂ່ງຂັນທາງທຸລະກິດຂອງ ສປປລາວ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຄຂທ ໂດຍແຕ່ງຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ຄຂທ ແລະ ແຕ່ງຕັ້ງໃຫ້ ທ່ານ ຫົວໜ້າກົມຄຸມຄອງ, ພັດທະນາວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ ຄຂທ. ຄຂທ ປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 50 ຂອງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ...

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປນວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນໍາພັກ-ລັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນວ ສະມາຊິກ ສປນວ ບັນດາຄະນະນໍາ ນວ ເມືອງ ພະແນກການອ້ອມຂ້າງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 4 ວັນ ເພື່ອຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງ ນວ, ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2018 ...

Read More »

ສ້າງແບຣນແນວໃດໃຫ້ເປັນທີ່ຮູ້ຈັກ ຫຼືໂດ່ງດັງ ໂດຍບໍ່ຕ້ອງຈ້າງຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບ! ທ່ານສາມາດລົງມືເຮັດເອງໄດ້… ປະຢັດງົບໄປໃນຕົວ.

7 ວິທີຕ້ອງຮູ້! ບໍ່ມີເງິນກໍສ້າງແບຣນໃຫ້ໂດ່ງດັງໄດ້… ຫຼາຍໆຄົນອາດຈະຄິດວ່າ ແບຣນ ຈະດີ ຫຼືຈະໂດ່ງດັງໄດ້ຕ້ອງອາໄສຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບເທົ່ານັ້ນ ແຕ່ໃນຄວາມເປັນຈິິງແລ້ວມັນບໍ່ແມ່ນສະເໝີໄປ ເພາະການລົງມືເຮັດເອງ ເຖິງຈະມີງົບໜ້ອຍ ຫຼືບໍ່ມີເລີຍກໍສາມາດສ້າງແບຣນໃຫ້ເຕີບໃຫຍ່ໄດ້ ເຊິ່ງຕ້ອງເຮັດແນວໃດແດ່ນັ້ນ ລອງມາເບິ່ງ 7 ເຄັດລັບດັ່ງຕໍ່ໄປນີ້: ກໍານົດນິຍາມຂອງແບຣນ ສິ່ງທໍາອິດທີ່ຕ້ອງເຮັດຄື ການກໍານົດນິຍາມໃຫ້ກັບແບຣນ ໂດຍເບິ່ງຈາກວ່າ ທຸລະກິດທີ່ນໍາສະເໜີນັ້ນຄືຫຍັງ? ລູກຄ້າເປົ້າໝາຍຄືໃຜ? ແລະຈະໃຊ້ Solutions ຫຍັງເຂົ້າໄປອັດຊ່ອງວ່າງໃນຕະຫຼາດ ເພື່ອສ້າງຄວາມແຕກຕ່າງ? ຄໍາຖາມເຫຼົ່ານີ້ລ້ວນຕ້ອງການຄໍາຕອບ ເພື່ອຄວາມຊັດເຈນສໍາລັບເປັນທິດທາງໃນການດໍາເນີນວຽກຂອງທຸລະກິດ. ທຸກ Platform ຕ້ອງສະທ້ອນເຖິງແບຣນ ພະລັງຂອງແບຣນຢູ່ທີ່ການສ້າງປະສົບການດ້ານການເບິ່ງເຫັນທີ່ດີສໍາລັບລູກຄ້າ ອາດຈະເປັນແງ່ຂອງການໃຊ້ໂລໂກ້ ທີ່ເຖິງຈະລຽບງ່າຍແຕ່ແຝງໄປດ້ວຍພະລັງ ຫຼືຈະເປັນເວັບໄຊ້ກໍ່ຕ້ອງມີຄວາມຊອດຄ່ອງ ແລະສະທ້ອນໃຫ້ເຫັນເຖິງ Style ແລະວິໄສທັດຂອງແບຣນ ລວມເຖິງ Platform ທີ່ໃຊ້ຕ່່າງໆທີ່ຕ້ອງໃຫ້ຄວາມຮູ້ສຶກໄປໃນທາງດຽວກັນ ບໍ່ວ່າຈະເປັນ Social Media ການຂາຍສິນຄ້າ, ການສື່ສານ ເຊິ່ງເມື່ອລູກຄ້າເຫັນແລ້ວຕ້ອງສາມາດນຶກເຖິງຄວາມເປັນແບຣນໄດ້. ເຮັດການຕະຫຼາດຜ່ານ Social ທຸກມື້ນີ້ສິ່ງທີ່ບໍ່ຄວນເບິ່ງຂ້າມຄື ການໃຊ້ Social ເປັນເຄື່ອງມືໃນການເຮັດການຕະຫຼາດ ເຊິ່ງປຽບດັ່ງສຽງຂອງແບຣນທີ່ສົ່ງໄປເຖິງລູກຄ້າທັງເກົ່າ ແລະໃໝ່ ລວມໄປເຖິງບັນດາພະນັກງານ ດັ່ງນັ້ນ ຄວນໃຊ້ພາສາງ່າຍໆເພື່ອໃຫ້ລູກຄ້າສາມາດເຂົ້າໃຈໃນສິ່ງທີ່ຕ້ອງການຈະສື່ໃຫ້ໄດ້ຫຼາຍທີ່ສຸດ ຫຼືຈະລອງເຮັດການຕະຫຼາດຜ່ານ VDO ...

Read More »

ເຕັກໂນໂລຊີເຮັດໃຫ້ຄົນເຮົາລໍຄອຍບໍ່ເປັນ ແຕ່ການລໍຄອບທີ່ທຸກຄົນຕ່າງບໍ່ມັກ ກັບກາຍມາເປັນບົດຮຽນດີໆໃຫ້ຜູ້ກໍ່ຕັ້ງທຸລະກິດ ແລະນັກລົງທຶນໄດ້ຮຽນຮູ້…

ບົດຮຽນຈາກການເຮັດ Startup Startup ຖືເປັນທຸລະກິດທີ່ມາແຮງ ແລະກໍາລັງເປັນທີ່ສົນໃຈຫຼາຍໃນຍຸກປັດຈຸບັນ ເຊິ່ງໃຈການເຮັດ Startup ນັ້ນ ຈະແຕກຕ່າງຈາກການເຮັດທຸລະກິດທົ່ວໄປຄືບໍ່ແມ່ນມີແຕ່ເຈົ້ານາຍ ແລະລູກນ້ອງ ແຕ່ຈະປະກອບດ້ວຍ ຜູ້ກໍ່ຕັ້ງ ແລະນັກລົງທຶນ ສະນັ້ນແລ້ວຖ້າຢາກໃຫ້ທຸລະກິດນີ້ປະສົບຜົນສໍາເລັດໄດ້ ທັງສອງຈະຕ້ອງມີຄວາມເຂົ້າໃຈຕົງກັນໃນເລື່ອງຕ່າງໆ… ມື້ນີ້ຜູ້ຂຽນຂໍມາແນະນໍາໃຫ້ຮູ້ເຖິງບົດຮຽນຈາກການເຮັດ Startup! ຖ້າຢາກໃຫ້ທຸລະກິດນັ້ນປະສົບຄວາມສໍາເລັດຕ້ອງຮູ້ຫຍັງແດ່?   ບົດຮຽນທໍາອິດ: ຄວາມລ່າຊ້າບໍ່ກ່ຽວກັບຄວາມສາມາດ ນັກລົງທຶນເຂົ້າໃຈວ່າ ທຸລະກິດມີໂອກາດພົບບັນຫາທີ່ເຮັດໃຫ້ເກີດຄວາມລ່າຊ້າໃນການເຮັດວຽກໄດ້ ດັ່ງນັ້ນ ເພື່ອປ້ອງກັນກັບບັນຫາທີ່ສ້າງໃຫ້ເກີດຄວາມລ່າຊ້າ ຜູ້ກໍ່ຕັ້ງ ແລະນັກລົງທຶນຕ້ອງຮ່ວມກັນສະເໜີວິທີຮັບມືກັບບັນຫາ, ມີແຜນສໍາຮອງໄວ້ໃຊ້ໃນກໍລະນີທີ່ແຜນຮັບມືທໍາອິດບໍ່ໄດ້ຜົນ. ບົດຮຽນທີສອງ: ຫຼີກລ່ຽງຜູ້ກໍ່ຕັ້ງ ແລະນັກລົງທຶນທີ່ບໍ່ມີເຫດຜົນ ຜູ້ກໍ່ຕັ້ງຢ່າລະດົມທຶນຈາກນັກລົງທຶນທີ່ໃຈຮ້ອນ ເພາະພວກເຂົາຈະຕໍາໜິເຖິງຄວາມລ່າຊ້າໃນການເຮັດວຽກຕັ້ງແຕ່ປີທໍາອິດທີ່ລົງທຶນ. ໂດຍນັກລົງທຶນທີ່ຕ້ອງຫຼີກລ່ຽງຄື ກໍາລັງຖືກຮ້ອງຟ້ອງ, ອີໂກ້ສູງ, ແຜນທຸລະກິດໃຫຍ່ກວ່າເຈົ້າຂອງທຸລະກິດ, ສອນກ່ຽວກັບວິທີເຮັດທຸລະກິດຢູ່ຕະຫຼອດ ແລະບໍ່ຮູ້ຈັກທຸລະກິດທີ່ຮ່ວມລົງທຶນ; ສ່ວນຜູ້ກໍ່ຕັ້ງທີ່ນັກລົງທຶນຕ້ອງຫຼີກລ່ຽງຄື ອ້າງວ່າຈະໄດ້ຜົນຕອບແທນໄວ ແລະໃຈຮ້ອນ ເຊິ່ງອາດຈະສ້າງບັນຫາຕ່າງໆ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍກັບທຸລະກິດ. ບົດຮຽນສຸດທ້າຍ: ນັກລົງທຶນມັກຄິດວ່າຕົນມີໜ້າທີ່ລົງເງິນ ຜູ້ກໍ່ຕັ້ງມີໜ້າທີ່ຮຽນຮູ້ ແຕ່ຄວາມຈິງແລ້ວທັງສອງຕ້ອງຮຽນຮູ້ຢ່າງຕໍ່ເນື່ອງເພື່ອໃຫ້ທັນກັບໂລກທີ່ປ່ຽນແປງຢູ່ຕະຫຼອດ ນັກລົງທຶນຄວນສ້າງຄວາມສໍາພັນອັນດີກັບຜູ້ກໍ່ຕັ້ງ ແລະທີມງານ ຂະນະທີ່ຜູ້ກໍ່ຕັ້ງກໍໃຊ້ເວລາໄປກັບການນຶກເຖິງສິ່ງດີໆໃນກາເຮັດທຸລະກິດ ທີ່ມາ: www.smethailandclub.com

Read More »

ທ່ານ ທອງລຸນ ສີສຸລິດ ສົ່ງສານສະແດງຄວາມເຫັນໃຈ ອິນໂດເນເຊຍ

ໃນວັນທີ 24 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ອິນໂດເນເຊຍ ຕໍ່ເຫດການໄພພິບັດຄື້ນຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ. ເນື້ອໃນສານລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການ ໄພພິບັດຄື້ນ ຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍແກ່ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ໃນເຂດດັ່ງກ່າວ. ໃນນາມຕາມໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ...

Read More »

ມີທຶນໃຫ້ ຄູ-ອາຈານ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ອ່ານດ່ວນ….

ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວຂໍປະກາດວ່າທຶນການສຶກສາ “Teacher Training Students”, ເຊິ່ງເປີດຮັບສະໝັກສະເພາະຄູ-ອາຈານໃນບັນດາສະຖາບັນການສຶກສາໃນລະດັບສາມັນສຶກສາ ແລະ ບັນດາອາຈານໃນວິທະຍາໄລຄູ (ບໍ່ລວມມະຫາວິທະຍາໄລ) ເພື່ອໄປສຶກສາຢູ່ທີ່ປະເທດຍີ່ປຸ່ນເປັນເວລາ 1 ປີ ແລະ 6 ເດືອນ. ລາຍລະອຽດສາມາດຕິດຕໍ່ສອບຖາມໄດ້ທີ່: 020-2855-3533 (ທ່ານ ບົວເພັດ), ກົມສ້າງຄູ ແລະ 020-5811-5533 (ນາງ ສິດພະໄຊ) ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ. ສາມາດເບິ່ງລາຍລະອຽດຕາມລີ້ງດ້ານລຸ່ມນີ້ໄດ້: ໜ້າຫຼັກເວັບໄຊ້ຂອງ MEXT: https://www.studyjapan.go.jp/jp/smap_stopj-applications.html ແບບຟອມທີ່ກ່ຽວຂ້ອງຕ່າງໆ: https://www.studyjapan.go.jp/…/smap_stopj-applications_teac… Embassy of Japan would like to announce that the Scholarship for “Teacher Training Students”, which is for teachers at primary and secondary educational institutes, and ...

Read More »

ຫ້ອງວ່າການສູນກາງພັກ ແຈ້ງການດ່ວນທີ່ສຸດ

ຫົວໜ້າຫ້ອງວ່າການສູນກາງພັກ ແຈ້ງການດ່ວນທີ່ສຸດ ເຖິງເລຂາຄະນະພັກ ນະຄອນຫຼວງວຽງຈັນ ບັນດາ ເລຂາຄະນະພັກແຂວງ ເລື່ອງ:ການຈັດຕັ້ງເຂົ້າຮ່ວມຂະບວນການ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ. ເນື້ອໃນສໍາຄັນໃນແຈ້ງການດ່ວນທີ່ສຸດແມ່ນ: ຖ້າແຂວງໃດ ຫຼື ການຈັດຕັ້ງຂັ້ນໃດ ໄດ້ມີການລະດົມການປະກອບສ່ວນຈາກສັງຄົມ ແມ່ນໃຫ້ແຈ້ງໂຈະການປະຕິບັດ,ສ່ວນເງິນທີ່ລະດົມໄດ້ແລ້ວ ກໍໃຫ້ສົ່ງເງິນຄືນເຂົາເຈົ້າ. ຂໍ້ມູນຈາກ: Support Prime Minister Thongloun Sisoulith

Read More »

ອັດຕະປື ຈັດງານປີທ່ອງທ່ຽວ ຕິດພັນງານນະມັດສະການເຈົ້າໄຊເສດຖາ

ໃນຕອນແລງ ຂອງວັນທີ 24 ທັນວາ 2018 ແຂວງອັດຕະປື ໄດ້ຈັດງານປີທ່ອງທ່ຽວລາວ 2018 ໃນບຸນນະມັດສະການພະເຈົ້າໄຊຍະເສດຖາທິຣາດ ຂຶ້ນທີ່ວັດທ່າພະໄຊ, ເມືອງໄຊເສດຖາ; ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ຈັດງານປີທ່ອງທ່ຽວລາວ; ມີທ່ານ ຈູມມາລີ ໄຊຍະສອນ, ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາແຂວງຈຳປາສັກ, ກົງສູນໃຫຍ່ ແຫ່ງ ລາຊະອານາຈັກໄທ ປະຈຳສະຫວັນນະເຂດ ຕະຫຼອດຮອດ ສື່ມວນຊົນ ແລະ ປະຊາຊົນຊາວແຂວງອັດຕະປື ເຂົ້າຮ່ວມຢ່າງຫຼວງຫຼາຍ. ກ່ອນເລີ່ມພິທີຢ່າງເປັນທາງການ,ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທຳ, ຮີດຄອງປະເພນີ, ວິຖີດໍາລົງລົງຊີວິດ, ຄວາມສາມັກຄີຮັກແພງ, ຄວາມອຸດົມຮັ່ງມີ ແລະ ອື່ນໆ ຂອງປະຊາຊົນບັນດາເຜົ່າ ແລະ ທ້ອງຖິ່ນແຂວງອັດຕະປື. ຫຼັງຈາກນັ້ນ, ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື, ປະທານຈັດງານປີທ່ອງທ່ຽວລາວ 2018 ...

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ຈັດພິທີສະຫຼຸບຜົນງານປະຈຳປີ 2018

ວັນທີ 22 ທັນວາ 2019 ໄດ້ມີພິທີສະຫຼຸບຜົນງານສະມາຄົມນັກທຸລະກິດແມ່ຍິງລາວປະຈໍາປີ 2018 ແລະ ວາງທິດທາງແຜນການປະຈໍາປີ 2019 , ພ້ອມນີ້ກໍມີການຈັດພິທີຮັບສະມາຊິກໃຫມ່ ແລະ ອວຍພອນປີໃຫມ່ສາກົນ, ນໍາພາໂດຍ ທ່ານປະທານສະມາຄົມນັກທຸລະກິດຍິງ ທ່ານ ນາງ ຈັນທະຈອນ ວົງໄຊ ພ້ອມດ້ວຍຄະນະບໍລິຫານທັງ 9 ທ່ານ ແລະ ສະມາຊິກ.   

Read More »