Columnist

ການເຮັດວຽກຢູ່ເຮືອນໄປພ້ອມກັບການເບິ່ງແຍງລູກ (Working From Home with Kids)

ຈາກບົດຄວາມເດືອນແລ້ວນີ້ ຜູ້ອ່ານຫຼາຍທ່ານອາດໄດ້ລອງນຳເອົາບາງເຕັນິກໄປປັບໃຊ້ໃນການເຮັດວຽກຢູ່ເຮືອນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ ຊຶ່ງອາດເໝາເໝາະສົມກັບທ່ານທີ່ຍັງໂສດຫຼາຍກວ່າ ແຕ່ສໍາລັບທ່ານທີ່ມີລູກແລ້ວ ອາດ ເຫັນວ່າ ຍັງບໍ່ພຽງພໍ ເພາະຍັງມີຄວາມທ້າທາຍຍິ່ງກວ່ານັ້ນ ເມື່ອທ່ານຕ້ອງເຮັດວຽກຢູ່ບ້ານ ໃນຂະນະທີ່ລູກໆຂອງ ທ່ານກໍພັກໂຮງຮຽນຢູ່ເຮືອນເຊັ່ນດຽວກັນ ກາຍເປັນວ່າ ວຽກກໍຕ້ອງເຮັດໃຫ້ສຳເລັດ ລູກກໍຕ້ອງລ້ຽງນຳອີກ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍຍົກເອົາບາງເຕັກນິກເພີ່ມຕື່ມ ຈາກບົດຄວາມກ່ອນມາໃຫ້ບັນດາຜູ້ອ່ານໄດ້ເອົາໄປນຳໃຊ້ ເພື່ອເປັນປະໂຫຍດໃນການຮັບມືກັບການເຮັດວຽກຢູ່ເຮືອນ ພ້ອມທັງເບິ່ງແຍງເດັກນ້ອຍໄປນຳ ດັ່ງຕໍ່ໄປນີ້: ສື່ສານກັບລູກຢ່າງຊັດເຈນ: ສໍາລັບເດັກນ້ອຍໃນອາຍຸທີ່ສາມາດລົມຮູ້ເລື່ອງ ແລະ ເຂົ້າໃຈແລ້ວ ພໍ່ແມ່ຄວນພະ ຍາຍາມເຮັດໃຫ້ລູກເຂົ້າໃຈສະຖານະການທີ່ເປັນຢູ່ໃຫ້ຫຼາຍທີ່ສຸດ ດ້ວຍການອະທິບາຍໃຫ້ພວກເຂົາເຫັນ ເຖິງການປ່ຽນແປງທີ່ເກີດຂຶ້ນ ມີຜົນເປັນແນວໃດ ແລະ ທ່ານຕ້ອງການໃຫ້ພວກເຂົາຊ່ວຍແນວໃດ ເພື່ອເຮັດໃຫ້ ຄອບຄົວສາມາດຜ່ານພົ້ນສະຖານະການດັ່ງກ່າວໄປໄດ້ດ້ວຍດີ. ທີ່ສຳຄັນແມ່ນໃຫ້ພວກເຂົາເຂົ້າໃຈວ່າ ການທີ່ພໍ່ແມ່ຢູ່ ເຮືອນ ແຕ່ກໍມີວຽກທີ່ຕ້ອງເຮັດໃຫ້ສໍາເລັດ ເຮັດໃຫ້ບໍ່ສາມາດມາຫຼິ້ນນໍາເຂົາໄດ້ຕະຫຼອດເວລາ ຈົນກວ່າຈະຮອດເວ ລາພັກຜ່ອນ,  ລອງສ້າງກົດລະບຽບພື້ນຖານໃນເຮືອນທີ່ສາມາດເຂົ້າໃຈງ່າຍໃຫ້ພວກເຂົາປະຕິບັດຕາມ ພ້ອມທັງອະທິບາຍໃຫ້ເຫັນເຖິງທີ່ມາທີ່ໄປ ແລະ ຄວາມຈໍາເປັນຂອງກົດລະບຽບດັ່ງກ່າວ ເຊັ່ນ: ກໍານົດເວລາວ່າ ຍາມໃດຄວນເຂົ້າມາ ຫາພໍ່ແມ່ ຫຼື ຍາມໃດບໍ່ຄວນເຂົ້າໄປລົບກວນ, ເພື່ອໃຫ້ງ່າຍຂຶ້ນທ່ານອາດເລືອກຮູບກາຕູນທີ່ລູກຮູ້ຈັກ 2-3 ໂຕມາ ເປັນສັນຍາລັກວ່າ ຖ້າເຫັນກາຕູນໂຕນີ້ຕິດໜ້າຫ້ອງແມ່ນ ພໍ່ແມ່ກໍາລັງປະຊຸມທາງໄກທີ່ຢູ່ ຫຼື ພວມເຮັດທີ່ວຽກສໍາຄັນຢູ່ ລູກໆຄວນຢູ່ມິດໆບໍ່ເຂົ້າໄປລົບກວນເທື່ອ ...

Read More »

ສຳຜັດທຳມະຊາດ ນ້ຳຕົກຕາດ 7 ຊັ້ນ ຕຳນານ ເສິກຊິງນາງ

ເດີນທາງສູ່ໃຈກາງພາກເໜືອ ເມືອງແຫ່ງທະເລໝອກ ຊົນເຜົ່າພູສູງ ແລະ ສຳຜັດທຳມະຊາດອາກາດບໍລິສຸດ… ໄລຍະ ເດືອນກັນຍາ ຕໍ່ໃສ່ ເດືອນພະຈິກນີ້ ຖືວ່າເປັນຊ່ວງລະດູການທີ່ລະດັບນໍ້າຝົນເລີ່ມຫຼຸດລົງ ແມ່ນ້ຳຫຼາຍສາຍ ກໍມີລະດັບນ້ຳທີ່ຫຼຸດລົງໄປຕາມໆກັນ. ແນ່ນອນການທ່ອງທ່ຽວ ເພື່ອການສຳຜັດບັນຍາກາດພູຜາປ່າໄມ້, ສາຍນໍ້າລໍາທານຫຼາຍແຫ່ງ ອາດຈະມີບໍ່ຫຼາຍຄືຊ່ວງລະດູຝົນ ໂດຍສະເພາະຊ່ວງທ້າຍປີ ເຊື່ອວ່າຫຼາຍໆທ່ານຢາກຫາໂອກາດພາຄອບຄົວໄປທ່ຽວພັກຜ່ອນ ພາຍຫຼັງທີ່ໄດ້ສຸມໃສ່ໃນການເຮັດວຽກຕະຫຼອດໜຶ່ງປີ. ແລ້ວການທ່ອງທ່ຽວແບບທຳມະຊາດ, ນ້ຳຕົກຕາດ ແລະ ປ່າໄມ້ ຊິຫາທ່ຽວໄດ້ຢູ່ໃສໃນລະດູການແບບນີ້…? ມື້ນີ້ທີມງານຂອງພວກເຮົາຊິພາທ່ານໄປຮູ້ຈັກກັບສະຖານທີ່ທ່ອງທ່ຽວແບບທຳມະຊາດ 100% ເດີນທາງສູ່ໃຈກາງພາກເໜືອ, ເມືອງແຫ່ງທະເລໝອກ, ໄປສຳຜັດກັບທຳມະຊາດ, ອາກາດບໍລິສຸດ ທ່າມກາງປ່າດົງອັນເຢັນສະບາຍ, ທ່ຽວນໍ້າຕົກຕາດແບບຫຼາກຫຼາຍ ພ້ອມສຽງນົກນ້ອຍ ອ້ອຍອິ່ນອອນຊອນ ກັບ  ນ້ຳຕົກຕາດຕະແລ ຕາດຕະແລ  ເປັນອີກໜຶ່ງນໍ້າຕົກຕາດຂອງພາກເໜືອ ທີ່ມີຄວາມສວຍງາມ ມີຫຼາຍຊັ້ນ-ຂັ້ນໄປຕາມສາຍນໍ້າຕະແລ ທີ່ເຕັມໄປດ້ວຍຄວາມງົດງາມແຕກຕ່າງກັນໄປ, ມີທັງຕາດນ້ອຍ-ຕາດໃຫ່ຍ, ຕາດສູງ-ຕາດຕໍ່າ ແລະ ມີປ່າໄມ້ປົກຫຸ້ມຂຽວສົດງົດງາມຕະຫຼອດລະດູການ, ມີສາຍນໍ້າໃສເຢັນໄຫຼຜ່ານ, ພ້ອມອາກາດບໍລິສຸດ. ອັນເປັນມົນສະເໜ່ຂອງຕາດແຫ່ງນີ້ ທີ່ຢາກໃຫ້ທ່ານໄດ້ລອງມາສຳຜັດ ກັບທຳມະຊາດທ່າມກາງປ່າດົງດິບ. ຕາດຕະແລ  ຕັ້ງຢູ່ ບ້ານຕະແລ, ເມືອງ ຮຸນ, ແຂວງ ອຸດົມໄຊ  ຫ່າງຈາກເທດສະບານເມືອງ ປະມານ 41 ...

Read More »

ເຕັກນິກການນອນໃຫ້ເກີດປະສິດທິພາບສູງສຸດ

ທ່ານເຄີຍສົງໃສບໍ່ວ່າ ເປັນຫຍັງຊ່ວງເວລາຕອນເຊົ້າທີ່ຕ້ອງດຶງຕົນເອງໃຫ້ລຸກຈາກບ່ອນນອນຈຶ່ງເປັນໜຶ່ງໃນຊ່ວງເວລາທີ່ລໍາບາກທີ່ສຸດໃນແຕ່ລະມື້ ຫຼາຍທ່ານອາດໃຫ້ເຫດຜົນໄປໃນທາງດຽວກັນວ່າ ຍ້ອນນອນບໍ່ພຽງພໍ ແຕ່ທ່ານເຄີຍສັງເກດຕົນເອງບໍ່ວ່າ ບາງມື້ເຖິງຈະນອນເປັນເວລາດົນສົມຄວນແລ້ວ ເມື່ອຕື່ນຂຶ້ນມາກໍຍັງຮູ້ສຶກອ່ອນເພຍ ສະລຶມສະລື ບໍ່ສົດຊື່ນ ບາງມື້ນອນໜ້ອຍກວ່າ ແຕ່ພັດຮູ້ສຶກວ່າຕື່ນມາແລ້ວຍັງສົດຊື່ນຫຼາຍກວ່າມື້ນອນຫຼາຍ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນໍາການຄົ້ນຄວ້າທີ່ໜ້າສົນໃຈກ່ຽວກັບ ຮອບວຽນການນອນຕາມຫຼັກການ 90 ນາທີ ມາແບ່ງປັນ ເພື່ອຊ່ວຍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານ ແລະ ລອງນໍາໄປປັບໃຊ້ໃຫ້ເກີດປະໂຫຍດໃນຊີວິດປະຈໍາວັນ. ແນ່ນອນວ່າ ການນອນຖືເປັນການພັກຜ່ອນທີ່ດີທີ່ສຸດ ແລະ ຈໍາເປັນຕໍ່ຮ່າງກາຍເປັນຢ່າງຍິ່ງ ເພາະຫາກນອນພຽງພໍກັບຄວາມຕ້ອງການຂອງຮ່າງກາຍແລ້ວ ຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບດີຂຶ້ນ ຍ້ອນຮ່າງກາຍໄດ້ຮັບການຟື້ນຟູ ຊ່ວຍເຮັດໃຫ້ລະບົບຕ່າງໆຂອງຮ່າງກາຍເຮັດວຽກໄດ້ຢ່າງເປັນປົກກະຕິ ບໍ່ວ່າຈະເປັນ ການຟຶື້ນຟູການເຜົາຜານພະລັງງານ ການຈະເລີນເຕີບໂຕ ພູມຄຸ້ມກັນ ລະບົບປະສາດ ແລະ ສະໝອງທີ່ເປັນພາກສ່ວນສຳຄັນໃນ ການການຮຽນຮູ້ ແລະ ຈົດຈໍາ ໆລໆ ພ້ອມທັງສົ່ງຜົນໃຫ້ຈິດໃຈປອດໂປ່ງ ສົດຊື່ນ ແລະ ອາລົມດີ ເພື່ອກຽມພ້ອມໃນການເລີ່ມຕົ້ນມື້ໃໝ່ ແລະ ພ້ອມຮັບມືກັບສະຖານະການຕ່າງໆທີ່ເກີດຂຶ້ນໃນລະຫວ່າງມື້. ທ່ານຮູ້ ຫຼື ບໍ່ວ່າ ການນອນຫຼັບທີ່ພຽງພໍນັ້ນ ບໍ່ໄດ້ໝາຍເຖິງແຕ່ໄລຍະເວລາທີ່ພຽງພໍເທົ່ານັ້ນ  ແຕ່ໝາຍເຖິງການນອນພຽງພໍຢ່າງມີຄຸນນະພາບ ຈຶ່ງຈະເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນຢ່າງມີປະສິດທິພາບສູງສຸດ. ຈາກຜົນການຄົ້ນຄວ້າຫຼາຍໆບົດຈາກຕ່າງປະເທດພົບວ່າ ໄລຍະເວລາໃນການນອນບໍ່ແມ່ນປັດໄຈດຽວທີ່ເຮັດໃຫ້ເຮົາຕື່ນມາແລ້ວສົດຊື່ນໄດ້ ຍັງມີປັດໄຈທີ່ກ່ຽວຂ້ອງກັບຄຸນນະພາບ ແລະ ຮອບວຽນຂອງການນອນນໍາອີກ. ໃນທາງວິທະຍາສາດແລ້ວ ໃນຂະນະທີ່ຄົນເຮົານອນຫຼັບ ...

Read More »

ດອກເບ້ຍຕາມກົດໝາຍ

ກົດໝາຍລາວຮັບຮູ້ສິດເສລີພາບໃນການສະແດງເຈດຈຳນົງຂອງຄູ່ສັນຍາ ແຕ່ເຈດຈຳນົງຂອງຄູ່ສັນຍານີ້ ຕ້ອງບໍ່ຂັດກັບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໝາຍຄວາມວ່າ ຄູ່ສັນຍາຈະຕົກລົງເຫັນດີນຳກັນອັນໃດກໍໄດ້ທີ່ບໍ່ຂັດກັບກົດໝາຍ. ມື້ນີ້ ຂໍນຳສະເໜີກ່ຽວກັບເລື່ອງດອກເບ້ຍຂອງການກກູ້ຢືມ ຊຶ່ງຂ້າພະເຈົ້າໄດ້ສະເໜີກ່ຽວກັບດອກເບ້ຍ ໃນສະບັບກ່ອນໜ້ານີ້ ເຊິ່ງມີທ່ານຜູ້ອ່ານໃຫ້ຄວາມສົນໃຈ ແລະ ສອບຖາມມາຕື່ມອີກ ໂດຍສະເພາະໃນປະເດັນທີ່ວ່າ ຖ້າຫາກຄູ່ສັນຍາສາມາດຕົກລົງກັນກຳນົດດອກເບ້ຍໃນການກູ້ຢືມສູງ ຈະມີຜົນທາງດ້ານກົດໝາຍແນວໃດ. ກ່ອນອື່ນໝົດ, ເພື່ອຕອບຄຳຖາມນີ້ ຂ້າພະເຈົ້າ ສະເໜີໃຫ້ທ່ານຜູ້ອ່ານເບິ່ງບາງສ່ວນສຳຄັນຂອງມາດຕາ 412 ແລະ ມາດຕາ 413 ຂອງປະມວນກົດໝາຍແພ່ງລາວກ່ຽວກັບດອກເບ້ຍຂອງການກູ້ຢືມ (ປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ໄດ້ຮັບຮອງຈາກສະພາແຫ່ງຊາດ ໃນວັນທີ 6 ທັນວາ 2018 ແລະ ຈະໄດ້ປະກາດໃຊ້ໃນໄວໆນີ້) ດັ່ງນີ້:…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Interest under ...

Read More »

ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?

ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ. ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ. ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ  ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ...

Read More »

ແມ່ນໃຜມີອໍານາດຕັດສິນບັນຫາໃນບໍລິສັດຈຳກັດ

ທ່ານຜູ້ອ່ານເຄີຍສົງໄສບໍ່ວ່າ ໃນບໍລິສັດຈຳກັດໃດໜຶ່ງ ແມ່ນໃຜເປັນຜູ້ມີສິດຕັດສີນບັນຫາຕ່າງໆຂອງບໍລິສັດ ລະຫວ່າງ ຜູ້ລົງທຶນ ຫຼື ຜູ້ຖືຮຸ້ນ ຫຼື ປະທານ ຫຼື ຜູ້ອຳນວຍການບໍລິສັດນັ້ນ. ມື້ນີ້ ຄໍລຳກົດໝາຍທຸລະກິດຂອງເຮົາ ຂໍນຳສະເໜີ ແລະ ແລກປ່ຽນຫຼັກການກ່ຽວກັບການຄຸ້ມຄອງບໍລິຫານບໍລິສັດຈຳກັດ. ກ່ອນອື່ນໝົດຂໍໃຫ້ຜູ້ອ່ານເຂົ້າໃຈວ່າ ບໍລິສັດຈຳກັດ ທີ່ຂ້າພະເຈົ້າໝາຍເຖິງແມ່ນ ບໍລິສັດທີ່ສ້າງຕັ້ງຂຶ້ນຢ່າງຖືກ ຕ້ອງຕາມກົດໝາຍ ໄດ້ຮັບການຈົດທະບຽນເປັນບໍລິສັດ “ຈຳກັດ” ຕາມກົດໝາຍວ່າດ້ວຍວິສາຫະກິດຄັກແນ່. ສະນັ້ນ ຮູບແບບວິສາຫະກິດອື່ນ ທີ່ມີການຮ່ວມທຶນກັນແຕ່ບໍ່ໄດ້ສ້າງຕັ້ງ ແລະ ຈົດທະບຽນເປັນບໍລິສັດຈຳກັດ ແມ່ນບໍ່ນອນຢູ່ໃນຄວາມໝາຍຂອງການແລກປ່ຽນສົນທະນາໃນເທື່ອນີ້..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)   who has the power to make decisions in ...

Read More »

ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ

ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...

Read More »

ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?

ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ. ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ. ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ  ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ...

Read More »

ສາເຫດຂອງການອ່ອນຄ່າ ຂອງເງິນກີບ

ບັນຫາເສດຖະກິດທີ່ເປັນປະເດັນຮ້ອນໃນໄລຍະນີ້ກໍຄົງຈະໜີບໍ່ພົ້ນເລື່ອງອັດຕາແລກປ່ຽນ ຫຼື ຄ່າເງິນ  ເຊິ່ງເປັນ ສິ່ງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເພາະກ່ຽວຂ້ອງໂດຍກົງກັບການໃຊ້ຊີວິດຂອງປະຊາຊົນລາວສ່ວນໃຫຍ່.  ຈາກ ບົດຄວາມໃນເດືອນຕຸລາທີ່ຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍເຂົ້າໃຈແດ່ແລ້ວວ່າ ການອ່ອນຄ່າຂອງເງິນກີບ ຈະສົ່ງຜົນດີແກ່ການສົ່ງອອກ ແຕ່ຈະສົ່ງຜົນກະທົບໃນດ້ານລົບແກ່ການນຳເຂົ້າ. ເມື່ອມາວິເຄາະເບິ່ງສະພາບເສດຖະກິດຂອງປະເທດທີ່ເພິ່ງພາການນຳເຂົ້າ ແລະ ຂາດດຸນການຄ້າມາຕະຫຼອດສິບປີທີ່ຜ່ານມາ ຄື ສປປ ລາວ ແລ້ວ ເຫັນວ່າ ປະເທດເຮົາຈະເສຍປະໂຫຍດຫຼາຍກວ່າໄດ້ປະໂຫຍດ ຈາກການອ່ອນຄ່າຂອງເງິນກີບ. ໃນບົດຄວາມເດືອນນີ້ ຜູ້ຂຽນຈຶ່ງຂໍນຳ ສະເໜີໃຫ້ເຫັນເຖິງສາເຫດຂອງການອ່ອນຄ່າຂອງເງິນກີບທີ່ເລີ່ມຮຸນແຮງຂຶ້ນຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ. ການເໜັງຕີງຂອງຄ່າເງິນມີສາເຫດມາຈາກ ອຸປະສົງ (ຄວາມຕ້ອງການ) ແລະ ອຸປະທານ (ການສະໜອງ) ຂອງເງິນໃນລະບົບເສດຖະກິດ. ເວົ້າງ່າຍໆກໍຄື ເງິນກີບຈະອ່ອນຄ່າ ຫຼື ແຂງຄ່າ ແມ່ນຂຶ້ນກັບຄວາມຕ້ອງການ ແລະ ການສະໜອງເງິນກີບພາຍໃນປະເທດ ເມື່ອມີຄວາມຕ້ອງການໃຊ້ເງິນກີບຫຼາຍຂຶ້ນ ຄ່າເງິນກີບກໍຈະສູງຂຶ້ນ ຫຼື ແຂງຄ່າຂຶ້ນ, ເມື່ອມີຄວາມຕ້ອງການໃຊ້ເງິນກີບໜ້ອຍລົງ ກໍຈະເຮັດໃຫ້ຄ່າເງິນກີບຫຼຸດລົງ ຫຼື ອ່ອນຄ່າລົງ. ປັດໄຈພາຍໃນ: ການຂາດດຸນບັນຊີຊຳລະປົກກະຕິ (Current Account Deficit) ເປັນຜົນມາຈາກການຂາດດຸນການຄ້າ (ການ ນຳເຂົ້າສິນຄ້າຫຼາຍກວ່າການສົ່ງອອກ) ແລະ ການຂາດດຸນບໍລິການ (ມີລາຍຮັບຈາກການບໍລິການລະຫວ່າງປະເທດ ...

Read More »

ສິດໃນການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ

ການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ ຖືເປັນສິດທິຂັ້ນພື້ນຖານຂອງຄູ່ຄວາມ ໃນການເນີນຄະດີຢູ່ສານ ທັງນີ້ກໍ່ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມກົດໝາຍ. ຄໍາວ່າ “ອາຍັດຊັບ” ໃນດ້ານກົດໝາຍແລ້ວ ໝາຍເຖິງ ການບໍ່ອະນຸຍາດໃຫ້ຊື້, ຂາຍ, ມອບ, ໂອນ, ແລກປ່ຽນ, ຊວດຈໍາ, ຄໍ້າປະກັນ, ຕໍ່ເຕີມ, ສ້ອມແປງ, ທໍາລາຍ ຫຼື ປ່ຽນແປງ ແລະ ອື່ນໆກ່ຽວກັບຊັບເຄື່ອນທີ່ ຫຼື ຊັບຄົງທີ່ ລວມທັງບັນຊີເງິນຝາກຢູ່ທະນາຄານ ທີ່ພົວພັນກັບຄະດີ ຕາມຄໍາສັ່ງຂອງສານ ຕາມທີ່ກໍານົດໄວ້ໃນມາດຕາ 3(19) ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012. ການອາຍັດຊັບສິນ ແມ່ນມາດຕະການໜຶ່ງຂອງສານທີ່ສໍາຄັນ ເພື່ອຮັບປະກັນ ບໍ່ໃຫ້ໂຈດ ຫຼື ຈໍາເລີຍ ຫຼື ຜູ້ທີ່ເປັນເຈົ້າຂອງ ຊັບສິນດັ່ງກ່າວ ກະທໍາການໃດໆທີ່ຈະເປັນການສ້າງຄວາມເສຍຫາຍ ຫຼື ສ້າງຂໍ້ຜູກພັນເພີ່ມເຕີມຕໍ່ຊັບສິນດັ່ງກ່າວ ໃນລະຫວ່າງ ການດໍາເນີນຄະດີ ຈົນກວ່າ ສານຈະມີຄໍາສັ່ງປ່ຽນແປງ ເປັນຢ່າງອື່ນເຊັ່ນ: ການອາຍັດຮຸ້ນໃນບໍລິສັດ, ບັນຊີທະນາຄານ, ທີ່ດິນ, ອາຄານ, ເຮືອນ ແລະ ຊັບສິນອື່ນໆ, ເຊິ່ງສານສາມາດ ...

Read More »