ຫາລືສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ

ໃນວັນທີ 26 ທັນວາ 2018, ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີກອງປະຊຸມ ກ່ຽວກັບການສ້າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ກອງປະຊຸມຄັ້ງນີ້, ເພື່ອສືບຕໍ່ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ໃນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນປີ 2013 ຜ່ານມາ ວ່າດ້ວຍການສ້າງຕັ້ງ ສະພາບັນດິວິທະຍາສາດ ແລະ ເຕັກໂນໂລຊີ.

ເພື່ອໃຫ້ວຽກງານດັ່ງກ່າວ, ໄດ້ມີການຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດ ເພື່ອກ້າວເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມ ໃນຍຸກອຸດສາຫະກຳຄັ້ງທີ່ 4 ຫຼື ເອີ້ນວ່າ ຍຸກ 4.0.

 

ຮູບປະກອບຈາກອິນເຕີເນັດ.

ຂໍ້ມູນຈາກ: ຂປລ.

Comments