Business

ບົດສຳພາດແບບ Exclusive! ກັບເຈົ້າຂອງແບຣນ VANNALY, ແບຣນ LT Sole Co.,Ltd ແລະ ແບຣນ Beyond 693 Hospital Laos. ພົບກັນທີ່ 1 ກັນຍາ 9ໂມງ.

Read More »

ມາເບິ່ງກັນວ່າຄົນຍີ່ປຸ່ນ ກິນຢູ່ໝົດຫຼາຍປານໃດໃນເດືອນໜຶ່ງ?

ມາເບິ່ງກັນວ່າຄົນຍີ່ປຸ່ນ ກິນຢູ່ໝົດຫຼາຍປານໃດໃນເດືອນໜຶ່ງ? ຕົວຢ່າງລາຄາຢູ່ຮ້ານອາຫານ:ອາຫານໜຶ່ງຄາບຕໍ່ໜຶ່ງທ່ານ ຢູ່ທີ່: 102,000ກີບ (ຮ້ານທຳມະດາ) ແລະ ຖ້າແມ່ນຢູ່ຮ້ານລະດັບກາງ ລາຄາກໍຈະປະມານ 280,000ກີບຕໍ່ທ່ານສ່ວນລາຄາເບຍນຳເຂົ້າ 330ມລ ປະມານ 51,000ກີບຕໍ່ປອງ, ແລະ ເບຍພາຍໃນ ລາຄາປະມານ 34,000 ກີບຕໍ່ປອງ ຕົວຢ່າງລາຄາຢູ່ຕະຫຼາດ:ລາຄາໄຂ່ໄກ່ຢູ່ຕະຫຼາດ ແມ່ນ 2,250ກີບ ຕໍ່ໜວ່ຍ,ສ່ວນລາຄາເບຍນຳເຂົ້າຢູ່ຕະຫຼາດຂາຍຍ່ອຍ ປະມານ 41,000ກີບຕໍ່ປອງ 330ມລ.ເຂົ້າສານຂັດຂາວ 1ກີໂລ ແມ່ນ 57,266 ກີບໝາກເລັ່ນ 1ກິໂລ ແມ່ນ 70,905 ກີບ ຕົວຢ່າງຄ່າໃຊ້ຈ່າຍພາຍໃນຄອບຄົວ:ຄ່າອິນເຕີເນັດ Internet (60 Mbps or More, Unlimited Data, Cable/ADSL) 526,186ກີບຄ່າໄຟຟ້າ, ນ້ຳ ແລະ ຖີ້ມຂີ້ເຫຍື້ອ ໂດຍພື້ນຖານ Basic (Electricity, Heating, Cooling, Water, Garbage) for 85m2 Apartment 2,467,706ກີບ ຄ່າເດີນທາງ:ຄ່າໂດຍສານລົດເມ ແລະ ລົດໄຟຟ້າປະຈຳທາງ ...

Read More »

ໃນຄອບຄົວໜຶ່ງຂອງ ຍີ່ປຸ່ນ ຈະມີຄ່າໃຊ້ຈ່າຍປະມານເທົ່າໃດ?

ໃນຄອບຄົວໜຶ່ງຂອງ ຍີ່ປຸ່ນ ຈະມີຄ່າໃຊ້ຈ່າຍປະມານເທົ່າໃດ? ຄາດຄະເນ ຄ່າໃຊ້ຈ່າຍປະຈຳເດືອນຂອງໜຶ່ງຄອບຄົວ (4ຄົນ) ມີຄ່າໃຊ້ຈ່າຍແມ່ນ 3,159.83$ (48,502,169 ກີບ) ໂດຍບໍ່ລວມຄ່າເຊົ່າ.ຄາດຄະເນ ຄ່າໃຊ້ຈ່າຍປະຈໍາເດືອນຂອງຄົນໂສດຄົນດຽວ ແມ່ນ 880.53$ (13,511,939 ກີບ) ໂດຍບໍ່ລວມຄ່າເຊົ່າ.ຄ່າ​ຄອງ​ຊີບ​ຢູ່​ຍີ່​ປຸ່ນ​ໂດຍ​ສະ​ເລ່ຍແລ້ວແມ່ນ​ສູງ​ກວ່າ​ຢູ່​ປະ​ເທດ​ລາວ 15.39%.ສະເລ່ຍຄ່າເຊົ່າໃນຍີ່ປຸ່ນແມ່ນສູງກວ່າຢູ່ລາວ 44.22%. ທີ່ມາ: https://www.numbeo.com/cost-of-living/country_result.jsp?country=Japan targetmagazine #costjapan

Read More »

ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນປີ 2021 ມີບໍລິສັດໃດແດ່?

ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນໂລກ ມີບໍລິສັດໃດແດ່? ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນປີ 2021ການລະບາດຂອງພະຍາດໂຄວິດ 19 ໄດ້ນໍາເອົາກະແສລົມທີ່ຮຸນແຮງຕໍ່ ອຸດສາຫະກໍານຳ້ມັນ ແລະ ອາຍແກັສ, ແລະຜູ້ບໍລິຫານນຳ້ມັນເອງ ຮູ້ສຶກໄດ້ເຖິງຄວາມເສຍຫາຍ. ການ​ບໍ​ລິ​ໂພກ​ພະ​ລັງ​ງານ​ພື້ນ​ຖານ​ທົ່ວ​ໂລກ​ຫຼຸດ​ລົງ 4.5% ທຽບ​ກັບ​ປີ 2019 ແລະ ​ຄວາມ​ຕ້ອງ​ການ​ນຳ້​ມັນ​ຫຼຸດ​ລົງ 9%. ສໍາລັບໄລຍະເວລາສັ້ນໆໃນເດືອນເມສາ 2020, ການຄາດການລາຄາຂອງນຳ້ມັນດິບຂອງ West Texas Intermediate (WTI) ໃນອະນາຄົດແມ່ນໄດ້ຫຼຸດລົງກວ່າເກົ່າຫລາຍທີ່ສຸດ, ເຊິ່ງຫມາຍເຖິງການຫຼຸດລົງທີ່ໃຫຍ່ທີ່ສຸດໃນມື້ຫນຶ່ງນັບຕັ້ງແຕ່ 1983.ໄດ້ຄາດການ​ກ່ຽວກັບ​ຄວາມ​ຕ້ອງ​ການວ່າ ​ຈະ​ມີ​ຜົນ​ກະ​ທົບ​ຕໍ່ບັນດາ​ອຸດ​ສາ​ຫະ​ກໍາ​, ແຕ່​ກໍສາມາດເວົ້າໄດ້ວ່າປີ 2021ຈະເປັນປີທີ່ການຊົມໃຊ້ນຳ້ມັນເປັນໄປຕາມແຜນທີ່ວ່າງໄວ້.ແລະ ເຮົາໄດ້ສັງລວມ 10 ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດຂອງໂລກດັ່ງນີ້:ເນື່ອງຈາກພວກເຮົາມັກຈະເຫັນໂລໂກ້ຂອງພວກເຂົາຢູ່ສະຖານີອາຍແກັສ, ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໂດຍທົ່ວໄປແມ່ນຂ້ອນຂ້າງເປັນທີ່ຮູ້ຈັກ. ນີ້ແມ່ນວິທີການທີ່ເຂົາເຈົ້າຈັດລຽງຕາມອັດຕາຂອງຕະຫຼາດ: 1 Saudi Aramco $1,979 ຕື້ໂດລາ ເປັນຂອງປະເທດ Saudi Arabia 🇸🇦2 ExxonMobil $257.30 ຕື້ໂດລາ ເປັນຂອງປະເທດ U.S. 🇺🇸3 Chevron ...

Read More »

FACEBOOK ຫາເງິນໄດ້ 9 ຕື້ໂດລາ ເຖິງວ່າຈະມີການສໍ້ໂກງ

ເຟສບຸກໄດ້ສະແດງຜົນກໍາໄລທີ່ດີກວ່າທີ່ຄາດໄວ້ສໍາລັບໄຕມາດທີສາມ, ເຖິງວ່າພວກເຂົາຍັງຕ້ອງສືບຕໍ່ປະເຊີນກັບຄວາມກົດດັນທີ່ບໍ່ດີຕໍ່ເອກະສານພາຍໃນທີ່ຮົ່ວໄຫລ.ຍັກໃຫຍ່ສື່ມວນຊົນສັງຄົມສ້າງກໍາໄລ 9 ຕື້ໂດລາ (6.5 ຕື້ປອນ) ໃນສາມເດືອນຫາເດືອນກັນຍາ, ເພີ່ມຂຶ້ນຈາກ 7,8 ຕື້ໂດລາສະຫະລັດໃນປີກາຍນີ້.ຢ່າງໃດກໍ່ຕາມ, ເຟສບຸກໄດ້ຮັບຜົນກະທົບຈາກການປັບປຸງຄວາມເປັນສ່ວນຕົວໃຫມ່ໃຫ້ກັບລະບົບປະຕິບັດການ iOS 14 ຂອງ Apple, ເຊິ່ງມັນເປັນການຍາກ ແລະ ທ້າທາຍສໍາລັບຍີ່ຫໍ້ທີ່ຈະໃຫ້ການໂຄສະນາຂອງເຂົາເຂົ້າເຖິງເປົ້າຫມາຍຜູ້ໃຊ້ທີ່ສະເພາະເຈາະຈົງໄດ້ຄືເກົ່າ.Frances Haugen ໄດ້ເປີດເຜີຍ ເອກະສານພາຍໃນຕໍ່ສາທາລະນະ, ໂດຍກ່າວຫາວ່າ Facebook ເອົາກໍາໄລກ່ອນຄວາມປອດໄພຂອງຜູ້ໃຊ້.ສື່​ມວນ​ຊົນຫລາຍແຫ່ງໄດ້ກ່າວວ່າ ໄດ້ມີ​ເອກະສານ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ໂດຍປົກກະຕິແລ້ວ Facebook ​ແມ່ນ​ບໍ່​ສາມາດ​ດັດ​ແກ້​ເນື້ອ​ໃນ​ ທີ່​ສົ່ງ​ເສີມ​ຄຳ​ເວົ້າ​ທີ່​ກຽດ​ຊັງ ​ແລະ​ ການ​ຢຽດ​ເພດໄດ້ ໂດຍສະເພາະແມ່ນ​ໃນຫລາຍປະເທດ ທີ່ບໍ່ນອນຢູ່ໃນ​ສະຫະລັດ.#TargetMagazine

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນທີ 1)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ມື້ນີ້ ຂ້າພະເຈົ້າຂໍແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດຕາມກົດໝາຍດັ່ງກ່າວ ຄື: 1. ການຟື້ນຟູວິສາຫະກິດ ແມ່ນຫຍັງ? ການຟື້ນຟູວິສາຫະກິດ ແມ່ນການແກ້ໄຂບັນຫາຂອງວິສາຫະກິດ ທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍ່ສາມາດຊຳລະໜີ້ສິນໄດ້ຂອງຕົນໄດ້. ຕົວຢ່າງ: ບໍລິສັດບໍລິການຈັດງານປະຊາສຳພັນແຫ່ງໜຶ່ງປະສົບຄວາມຫຍຸ້ງຍາກຈາກການຂາດສະພາບຄ່ອງຂອງທາງດ້ານການເງິນຢ່າງໜັກໜ່ວງ ຍ້ອນສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດຂອງບໍລິສັດ, ລູກຄ້າຂອງບໍລິສັດຍົກເລີກ ງານປະຊາສຳພັນສິນຄ້າ, ບໍລິສັດຕ້ອງໄດ້ຊໍາລະເງິນກູ້ຢືມຈາກທະນາຄານ, ບໍລິສັດຕ້ອງແບກຫາບເງິນເດືອນກຳມະກອນ ແລະ ພະນັກງານບໍລິສັດ ແລະ ອືື່ນໆ ນີ້ເປັນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍລິສັດ ກຳລັງປະສົບບັນຫາ ແລະ ເຫັນວ່າຕົນເອງອາດຈະຕົກຢູ່ໃນ “ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ”. ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ແມ່ນສະພາບທີ່ວິສາຫະກິດຍັງບໍ່ທັນຢູ່ໃນສະພາວະລົ້ມລະ ລາຍ ແຕ່ວິສາຫະກິດດັ່ງກ່າວຮູ້ວ່າຕົ້ນມີຄວາມຫຍຸ້ງຍາກທາງດ້ານເງິນ ຈະບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະລົ້ມລະລາຍໃນອະນາຄົດອັນໃກ້ໆນີ້. ເມື່ອມີຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຢູ່ໃນສະພາບທີ່ໃກ້ຈະຢູ່ໃນສະພາວະລົ້ມລາຍລາຍດັ່ງກ່າວ ວິສາຫະກິດເອງ, ເຈົ້າໜີ້ຂອງວິສາຫະກິດ, ບັນດາກຳມະກອນ, ຫຼື ພະນັກງານ/ກຳມະກອນຂອງວິສາຫະກິດສາມາດຮ້ອງຂໍຕໍ່ສານໃຫ້ຟື້ນຟູວິສາຫະກິດດັ່ງກ່າວ. 2. ເປັນຫຍັງຈຶ່ງຕ້ອງຂໍຟື້ນຟູວິສາຫະກິດ? ການຟື້ນຟູວິສາຫະກິດຈະຊ່ວຍ: (1). ເຮັດໃຫ້ເຈົ້າຂອງກິດຈະການ ຫຼື ບໍລິສັດໃດໜຶ່ງໄດ້ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໄດ້ຕາມ “ແຜນຟື້ນຟູວິສາຫະກິດ”, ຖ້າໄດ້ຮັບການອະນຸມັດຈາກບັນດາເຈົ້າໜີ້; ແລະ (2). ໄດ້ຮັບການປົກປ້ອງຊັບສິນຂອງຕົນຈາກການດຳເນີນການທາງດ້ານກົດໝາຍຂອງເຈົ້າໜີ້ ເພື່ອເຮັດໃຫ້ລູກໜີ້ໄດ້ສືບຕໍ່ດຳເນີນກິດຈະການຂອງຕົນຕາມແຜນຟື້ນຟູວິສາຫະກິດ, ...

Read More »