ສູນ ICT ອຸດົມໄຊ ຕ້ອນຮັບການຢ້ຽມຢາມຖອດຖອນບົດຮຽນຂອງສູນ ICT 3 ແຂວງ ພາກເໜືອ

ໃນທ້າຍເດືອນທັນວາ 2018 ຜ່ານມານີ້ຢູ່ທີ່ ໂຮງຮຽນ ມ.ສ ເມືອງໄຊ ແຂວງອຸດົມໄຊ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶກສາ ( ICT ) ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມຂອງຄະນະນໍາສູນ ICT ຈາກ 3 ແຂວງ ພາກເໜືອ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ສີລາທອດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ແລະ ທ່ານ ຈັນເພັງ ປັນຍາສັກ ຜູ້ອຳນວຍການສູນ ICT ແຂວງ ອຸດົມໄຊ, ທ່ານ ໄມ່ສີທອງ ທັນຂັນຕິ ຜູ້ອຳນວຍການໂຮງ ຮຽນມ.ສ ເມືອງໄຊ ພ້ອມດ້ວຍວິຊາການທີ່ມາຈາກບັນດາຂະແໜງຢູ່ພະແນກສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານພາຍໃນສູນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະທິມງານທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນຄັ້ງນີ້ໂດຍມີ ທ່ານ ຖະໜອມສັກ ແກ້ວວັນຕັນຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ ບຸນຮັກ ລໍວັນຈິດ ອໍານວຍການສູນ ICT ແຂວງຫຼວງນໍ້າທາ, ທ່ານ ບົວເງິນ ສີສຸມັງ ອຳນວຍການສູນ ICT ແຂວງບໍ່ແກ້ວ ແລະ ທ່ານ ສົມພອນ ວິໄລຈິດ ອໍານວຍການສູນ ICT ແຂວງ ຜົ້ງສາລີ ພ້ອມດ້ວຍພະນັກງານສູນຈາກ 3 ແຂວງດັ່ງກ່າວກໍເປັນກຽດເດີນທາງມາຮ່ວມຖອດຖອນບົດຮຽນນຳໃນຄັ້ງນີ້.


ຈຸດປະສົງໃນການເດີນທາງມາໃນຄັ້ງນີ້ກໍເພື່ອເປັນການຢ້ຽມຢາມຖອດຖອນບົດຮຽນກ່ຽວວຽກງານທາງດ້ານວິຊາການລະຫວ່າງ ICT ສຶກສາທິການ ແລະ ກິລາ ແຂວງ 4 ແຂວງ ພາກເໜືອ ( ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ຜົ້ງສາລີ ) ເປັນຕົ້ນແມ່ນການທົບທວນກ່ຽວກັບວິທີການຈັດຕັ້ງປະຕິບັດວຽກງານຂອງ ສູນ ICT ແລະ ເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ສ້າງໃຫ້ສູນ ICT ຂອງການສຶກສາ ກາຍເປັນບ່ອນສຶກສາຮໍ່າຮຽນເອົາເຕັກໂນໂລຊີໃໝ່ໆ ແລະ ທັງເປັນບ່ອນ ບໍລິການຄວາມຮູ້ໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ ແລະ ກຸ້ມຄ່າກັບການລົງທຶນກໍ່ສ້າງຈາກພາກສ່ວນທີ່ໃຫ້ທຶນ,

ບັນຫາທີ່ຍົກຂຶ້ນມາແລກປ່ຽນສົນທະນາປະກອບດ້ວຍບັນຫາຕ່າງໆຄື: ກາານບໍລິການ- ຄຸ້ມຄອງ ສູນ ICT ໂດຍໄດ້ລົງເລິກກ່ຽວກັບ ການບໍລິຫານ-ບໍລິການໃຫ້ສັງຄົມ, ການບັນຈຸບຸກຄະລາກອນ, ການຈັດຖານຂໍ້ມູນ ( ເວັບໄຊ໌ ) ຂອງພະແນກສຶກສາທິການ ແລະ ກິລາ, ການບັນຈຸນັກ ຮຽນແຕ່ຊັ້ນ ມ.5 -ມ.7 ຂອງສູນ ICT , ບັນຫາພະນັກງານສູນໄດ້ຮັບນະໂຍບາຍເງິນເດືອນລັດຖະກອນຄູ, ພະນັກງານສູນ ICT ບໍ່ທັນໄດ້ຮັບການແຕ່ງຕັ້ງເປັນຫົວໜ້າໜ່ວຍງານ.

ຂໍ້ມູນຈາກ: ສກຂ ອຸດົມໄຊ.

Comments