News

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງຄັ້ງທີ 9 ສະໃໝ່ ທີ່ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໃໝ່ທີ່ VIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 8 ມັງກອນ ປີ 2019 ຢູ່ທີ່ສະໂມສອນແຂວງສາລະວັນໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ໂດຍມີທ່ານ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານສະມາຊິກສະພາແຫ່ງຊາດປະຈຳເຂດເລຶອກຕັ້ງທີ 14 ແຂວງສາລະວັນ ແລະ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້າເມືອງໃນ 8 ຕົວເມືອງເຂົ້າຮ່ວມ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ ໄດ້ຂຶ້ນຜ່ານບົດຕີລະຄາ ການນຳພາຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ຈາກນັ້ນກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະ ຈຳປີ 2018 ທິດທາງຈຸດສຸມປີ 2019, ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການເງິນ-ງົບ ປະມານປີ 2018 ແລະທິດທາງແຜນການປີ 2019, ບົດລາຍງານການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມທົ່ວແຂວງປີ 2018 ທິດທາງແກ້ໄຂໃນຕໍ່ໜ້າ, ພ້ອມດ້ວຍບົດລາຍງານການຈັດຕັ້ງປະຕິບັດແຜນການຜະລິດກະສີກຳຕິດພັນກັບການແກ້ໄຂຄວາມທຸກຍາກປີ 2018 ແລະທິດທາງແກ້ໄຂຕໍ່ໜ້າ, ໄດ້ຮັບຟັງບົດລາຍງານການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບຕະຫຼາດປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າ, ...

Read More »

ຄົນຕ່າງປະເທດໄດ້ຮັບບັດອະນຸຍາດຊົ່ວຄາວ 42.000 ກວ່າຄົນ

ລັດຖະບານແຫ່ງ ສປປ ລາວ ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍໄດ້ທັງໝົດ 42.434 ຄົນ, ຍິງ 11.767 ຄົນ ນັບຕັ້ງແຕ່ກາງເດືອນທັນວາ 2015 ຫາ ເດືອນພະຈິກ 2017, ​ໃນ​ນັ້ນ ສາມາດ​ແກ້​ໄຂ​ໄດ້ 7.506 ຄົນ ​ແລະ ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂ 34.928 ຄົນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ທ່ານ ບຸນ​ຄົງ ຫລ້າ​ສຸ​ກັນ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຂໍ້ມູນດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທົ່ວປະເທດ ໃນວັນທີ 7-8 ມັງກອນ 2019 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດ ຈຳນວນ ...

Read More »

ຢາກໄດ້ທຶນໄປສຶກສາຕໍ່ ທີ່ປະເທດ ຮົງກາລີ ອ່່ານດ່ວນ…..

ທຶນໃຫມ່ ຈາກປະເທດ ຮົງກາຣີ ?? ຄົນລາວ ສະໝັກໄດ້ ! ປິດຮັບສະໝັກ 01/02/2019 ດ່ວນເລີຍ ! Hungary Central European University(CEU) Fully Funded Graduate Scholarships 2019 CEU fully funded ທຶນເຕັມຮູບແບບ ສາຂາໃຫ້ເລືອກຮຽນ: cognitive science, economics and business, environmental sciences and policy, gender studies, history, international relations, legal studies, mathematics and its applications, medieval studies, nationalism studies, network science, philosophy, political science, public policy, sociology, social anthropology. ຫຼັກສູດ ...

Read More »

ເປີດຮັບສະໝັກ ທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF)

Call for Application: ASEAN-India Research Training Fellowship, India ?? ?? ?? ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທຳມະຊາດ ແລະ ວິສະວະກຳສາດ ໄລຍະ 2 – 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship ກຳນົດເປີດ-ປິດຮັບສະໝັກ/ສົ່ງ Proposal ວັນທີ 1 ເມສາ ...

Read More »

ຢາກໄປຮຽນຕໍ່ປະລິນຍາເອກ ຢູ່ປະເທດ ຍີ່ປຸ່ນ ອ່ານດ່ວນ….

ສົນໃຈສະໝັກໄປຮຽນຕໍ່ ເອກ ທີ່ປະເທດຍີ່ປຸ່ນ ມະຫາວິທະຍາໄລ Kochi ເປີດໃຫ້ທ່ານໄດ້ສະໝັກແລ້ວ !!! ປິດຮັບສະໝັກ: 15/03/2019 ?KUT’s Special Scholarship Program ?KUT’s Special Scholarship Program is a 3-year English-medium doctoral program designed for highly capable doctoral students. Successful applicants are entitled to receive following benefits: 1. Exempted from all the required student fees 2. 150,000 yen per month for research project work 3. 150,000 yen for travel and ...

Read More »

ເທສະການອາຫານລາວ ປະຈຳປີ ຈະຈັດຂຶ້ນໃນວັນທີ 23-26 ມັງກອນນີ້

ໃນຕອນບ່າຍວັນ 7 ມັງກອນ 2019 ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວກຽມເປີດງານ ເທສະການ ອາຫານລາວ ປະຈຳປີ 2019 ຂຶ້ນໃນວັນທີ 23-26 ເດືອນມັງກອນ 2019 ທີ່ຈະໃກ້ມາຮອດນີ້ ເປັນເວລາ 4 ມື້ ຢູ່ທີ່ເດີນສວນເຈົ້າອານຸວົງ (ແຄມຂອງ). ງານຖະແຫຼງຂ່າວຄັ້ງນີ້ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ທັງເປັນຄະນະກຳມະການຈັດງານເທສະການອາຫານລາວ. ໂດຍໃຫ້ກຽດເຂົ້າຮ່ວມງານໂດຍທ່ານນາງ ບົວຈັນ ສີຫານາດ ຮອງປະທານສະຫະພັນແມ່ຍິງ ແຫ່ງຊາດລາວ, ມີບັນດາຄະນະຈັດງານ ແລະ ຜູ້ສະໜັບສະໜູນຫຼັກຂອງງານ ແລະ ສື່ມວນຊົນເຂົ້າຮ່ວມງານ. ຈຸດປະສົງໃນການຈັດງານຄັ້ງ ກໍເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດຂອງແມ່ຍິງລາວ, ເພື່ອເປັນການສ້າງໂອກາດໃຫ້ຜູ້ປະກອບການແມ່ຍິງທັງຫຼາຍ ມີໂອກາດໄດ້ແລກປ່ຽນປະສົບການໃນການພັດທະນາຜົນຜະລິດຂອງຕົນໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ, ເພື່ອເປັນການປຸກລະດົມໃຫ້ຜູ້ປະກອບການແມ່ຍິງໃຫ້ມີຄວາມຄິດສັງສັນໃນການຜະລິດເປັນສິນຄ້າ ແລະ ສາມາດຂາຍອອກສູ່ຕະຫຼາດສາກົນ, ທັງເປັນການສ້າງເຄື່ອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ.​ນອກນີ້, ປັດໄຈຫຼັກໆຂອງງານ ກໍເພື່ອເປັນການໂຄສະນາເຜີຍແຜ່ອາຫານພື້ນເມືອງລາວ ໃນຂອບເຂດທົ່ວປະເທດ. ສຳລັບປີນີ້, ຈະມີຮ້ານວາງສະແດງສິນຄ້າທັງໝົດ 180 ...

Read More »

ລາວ-ຫວຽດນາມ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ໃນປີ 2019

ໃນຕອນເຊົ້າ ວັນທີ 6 ມັງກອນ 2019; ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ຮ່ວມເປັນປະທານ ຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 40 ກໍ່ຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ໃນປີ 2019. ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືໃນປີ 2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ການແລກ ປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ...

Read More »

ໃນ 9 ເດືອນ ສາມາດຈັດເກັບລາຍຮັບໄດ້ 51,44% ຂອງແຜນການປີ

ທ່ານ ຄຳຫຼ້າ ວິສີສົມບັດ ຮອງຫົວໜ້າດ່ານພາສີສາກົນບໍ່ເຕັນ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2018 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 284 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ (ມັງກອນ-ກັນຍາ 2018) ການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ ຂອງດ່ານພາສີສາກົນບໍ່ເຕັນ, ດ່ານປະເພນີ, ດ່ານພາສີທ້ອງຖິ່ນ ທີ່ຂຶ້ນກັບ ສາມາດຈັດເກັບລາຍຮັບໄດ້ທັງໝົດ 146 ຕື້ກວ່າກີບ, ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ, ໃນນີ້: ດ່ານພາສີສາກົນບໍ່ເຕັນ ປະຕິບັດໄດ້ 132 ຕື້ກີບ ເທົ່າກັບ 66,91%; ດ່ານພາສີທ້ອງຖິ່ນ ປາງໄຮປະຕິບັດໄດ້ 13 ຕື້ກີບ, ເທົ່າກັບ 88,93%; ດ່ານພາສີປະເພນີ ຊຽງກົກ ປະຕິບັດໄດ້ 23 ກວ່າລ້ານກີບ ເທົ່າກັບ 29,36%; ດ່ານພາສີປະເພນີ ບ້ານມອມ ປະຕິບັດໄດ້ 556 ລ້ານກີບ ...

Read More »

ສາມາດສ້າງລາຍຮັບໃຫ້ແຂວງໄດ້ ຫຼາຍກວ່າ 14 ລ້ານໂດລາ

ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນໃຫ້ສຳພາດໃນວັນທີ 4 ມັງກອນ 2019 ວ່າ: ການທ່ອງທ່ຽວຢູ່ແຂວງສາລະວັນ ໃນປີທ່ອງທ່ຽວລາວ 2018 ມີບັນຍາກາດຄືກຄື້ນສົມຄວນ. ເນື່ອງຈາກແຂວງ ສາລະວັນ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳ ຫຼາຍແຫ່ງ ທີ່ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນແຂວງໄດ້ເປັນຈຳນວນຫຼວງຫຼາຍເຊັ່ນ: ຕາດເລາະ,ຕາດຮັງ,ຫ້ວຍຫຸນ(ບ້ານຫັດຖະກຳຕຳແຜ່ນຊົນເຜົ່າກະຕູ)ອຸທິຍານພູຜາສຸກ,ຫໍໄຕ,ສວນແຄນ ແລະ ອື່ນໆ ບວກກັບອົງການປົກຄອງແຂວງໄດ້ອໍານວຍຄວາມສະດວກການເຂົ້າອອກດ່ານ ລວມທັງສ້າງສິ່ງຮອງຮັບແລະ ບໍລິການນັກທ່ອງທ່ຽວເຊັ່ນ:ໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານໃຫ້ພຽງພໍຈຶ່ງເຮັດໃຫ້ຕົວເລກດຶງດູດນັກທ່ອງທ່ຽວໃນປີ 2018 ບັນລຸ 110.000 ເທື່ອຄົນ ລື່ນຄາດໝາຍທີ່ວາງໄວ້ 10.000 ເທື່ອຄົນ ສາມາດສ້າງລາຍຮັບໃຫ້ແຂວງໄດ້ 14.752.750 ໂດລາສະຫະລັດ. ທ່ານໃຫ້ຮູ້ຕື່ມວ່າ: ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວແຂວງສາລະວັນສ່ວນໃຫຍ່ແມ່ນນັກທ່ອງທ່ຽວຫວຽດນາມ,ໄທ ແລະ ປະເທດເອີຣົບ ຈຳນວນໜຶ່ງ. ສຳລັບແຜນການດຶງດູດນັກທ່ອງທ່ຽວຂອງແຂວງວາງໄວ້ໃນປີ 2019 ແມ່ນໃຫ້ໄດ້ 111.790 ເທື່ອຄົນ ເພື່ອສ້າງລາຍຮັບເຂົ້າແຂວງຈາກການທ່ອງທ່ຽວໃຫ້ໄດ້ 15.249.000 ໂດລາສະຫະລັດ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ ພາບປະກອບຈາກອິນເຕີເນັດ.

Read More »

ສປປ ລາວ ໄດ້ຮັບການຊ່ວຍເຫຼືອເຂົ້າສານ ໜຶ່ງພັນໂຕນ

ໃນວັນທີ 4 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ,ໄດ້ມີພິທີມອບ-ຮັບສະບຽງອາຫານ ເຂົ້າສານ ໜຶ່ງພັນໂຕນ ຈາກຄັງແຮສຸກເສີນອາຊຽນ+3 ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫລີ  ເພື່ອແຈກຢາຍໃຫ້ປະຊາຊົນ ຜູ້ທີ່ປະສົບໄພພິບັດ ຢູ່ ສປປ ລາວ ຈັດຕັ້ງປະຕິບັດໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ. ຕາງໜ້າມອບໂດຍ, ທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ລາວ ແລະ ຕາງໜ້າຮັບໂດຍ, ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.   ຂອບໃຈແຫຼ່ງຂໍ້ມູນ.  

Read More »