ມອບໃບຍ້ອງຍໍໃຫ້ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ

ຕົວແທນນັກຮຽນເກັ່ງລະດັບມັດທະຍົມຕອນປາຍ ທີ່ສາມາດຍາດໄດ້ຕໍາແໜ່ງຮອງຊະນະເລີດໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8, ASEAN Quiz ທີ່ເມືອງບາຫລີ, ປະເທດອິນໂດເນເຊຍ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-7 ທັນວາ 2018 ຜ່ານມາ ໄດ້ຮັບການຍ້ອງຍໍຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊຶ່ງໃຫ້ກຽດນມອບໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ (ຖວທ).

ພິທີຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມາທີ່ໂທລະພາບແຫ່ງຊາດລາວ, ໃນໂອກາດຈັດພິທີມອບລາງວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ ໃນຫົວຂໍ້ “ ປີທ່ອງທ່ຽວລາວ 2018 ” ໃຫ້ບັນດານັກຂຽນ ແລະ ນັກຂ່າວ ຢູ່ອົງການສື່ ແລະ ສຳນັກພິມຕ່າງໆ.

ນັກຮຽນດີເດັ່ນທີ່ເຂົ້າແຂ່ງຂັນ ASEAN Quiz ຂອງ ສປປ ລາວ ໃນຄັ້ງນີ້ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນມັດທະຍົມສົມບູນ ປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ ສຸກສຳລານ ໂຮງຮຽນມັດທະ ຍົມສົມບູນ ແສງດາລາ ນະຄອນຫຼວງວຽງຈັນ ແລະ ທ້າວ ສົມໃຈ ຈວງໃບ ໂຮງຮຽນມັດທະຍົມສົມ ບູນສະຫວັນນະເຂດ, ແຂວງ ສະຫວັນນະເຂດ.

ຂໍ້ມູນຈາກ: ຂປລ.

 

 

Comments