ທ່ານ ຜູ້ນໍາພັກ-ລັດ ຕ້ອນຮັບປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ

ທ່ານ ດຣ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ໄດ້ຕ້ອນຮັບ  ທ່ານ ຕາເກໂອະ ຄາວາມຸຣະ (HE Mr. Takeo KAWAMURA), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ໃນຕອນເຊົ້າວັນທີ 27 ທັນວາ 2018, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 26-28 ທັນວາ 2018 ນີ້.

ທ່ານ ດຣ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ.

ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.

ໃນໂອກາດດັ່ງກ່າວ ບັນດາຜູ້ນຳຂັ້ນສູງລາວ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຜູ້ແທນ ດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນການ ພົວພັນຮ່ວມມືທີ່ດີລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

HE Dr. Phankham Viphavanh, Vice President of the Lao PDR, HE Ms. Pany Yathotou, President of the National Assembly, and HE Mr. Sonexay Siphandone, Deputy Prime Minister, welcomed HE Mr. Takeo KAWAMURA, Chairman of the Japan-Lao Parliamentary Friendship Association, on December 27 on the occasion of the Japanese Parliamentary delegation’s visit to the Lao PDR from 26-28 December. The Lao high-ranking officials expressed their greetings to the delegation who visited Laos in order to strengthen the fruitful cooperation between the two countries.

ຂໍ້ມູນຈາກ:ເຟສບຸກສະຖານທູດຍີ່ປຸ່ນ.

Comments