ແຈ້ງການ!!! ນຳໃຊ້ແບບຟອມ ການຂໍນຳເຂົ້າ-ສົ່ງອອກ ຜະລິດຕະພັນສິນຄ້າກ່ຽວກັບສັດ

ກະຊວງ ກະສິກຳ ແລະ ປ່າໄມ້ແຈ້ງການນຳໃຊ້ແບບຟອມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ

ອີງຕາມ ແຈ້ງການ ກ່ຽວກັບ ການນຳໃຊ້ແບບພິມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ, ລົງວັນທີ 27 ກໍລະກົດ 2018. ການນຳໃຊ້ແບບພິມສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ແມ່ນວິທີການນຶ່ງທີ່ຈະເປັນການອຳນວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນທົ່ວໄປທີ່ປະກອບທຸລະກິດນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງໃຫ້ມີຄວາມສະດວກ ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ກົດໝາຍວ່າດ້ວຍການປະມົງ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ລະບຽບການອື່ນລວມທັງລະບຽບການພາຍໃນ ແລະ ລະບຽບສາກົນທີ່ ສປປ ລາວເປັນພາຄີ ໃຫ້ເປັນເອກະພາບກັນ. ໂດຍສະເພາະ ລະບຽບຂັ້ນຕອນການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ.

ກົມລ້ຽງສັດ ແລະ ການປະມົງອະນຸມັດໃຫ້ນຳໃຊ້ແບບຟອມມີທັງໝົດ 10 ແບບຟອມດັ່ງນີ້:

ແບບພິມ ຂອຜ 1 – ໃບຄຳຮ້ອງຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;
ແບບພິມ ຂອຜ 2 – ບົດບັນທຶກ ການກວດກາດ້ານວິຊາການກ່ຽວກັບການຂໍນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ກ່ອນການນຳເຂົ້າ;
ແບບພິມ ຂອຜ 3 – ບົດລາຍງານ;
ແບບພິມ ຂອຜ 4 – ໃບຢັ້ງຢືນການກວດກາເອກະສານ;
ແບບພິມ ຂອຜ 5 – ໃບແຈ້ງອະນຸມັດ;
ແບບພິມ ຂອຜ 6 – ໃບຢັ້ງຢືນການກວດກາເອກະສານ;
ແບບພິມ ຂອຜ 7 – ໃບຢັ້ງຢືນການກວດກາ;
ແບບພິມ ຂອຜ 8 – ບົດບັນທຶກ ການຕິດຕາມກວດກາການເຄື່ອນຍ້າຍ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຫຼັງການນຳເຂົ້າ;
ແບບພິມ ຂອຜ 9 – ບົດບັນທຶກການລົງຕິດຕາມກວດກາສຸຂະພາບສັດ, ສັດນ້ຳ ໄລຍະກັກກັນ;
ແບບພິມ ຂອຜ 10 – ໃບຢັ້ງຢືນສຸຂະພາບສັດ ຫຼື ສັດນ້ຳ (ໄລຍະກັກກັນ….ວັນ).
ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ທີ່:

ກະຊວງ ກະສິກຳ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ
ໂທ: +856 21 215242
ເວັບໄຊທ໌: http://dlf.maf.gov.la

ຄຣິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມ

ທີ່ມາ: ສູນຂໍ້ມູນຂ່າວສານການຄ້າ ແຫ່ງ ສປປ ລາວ.

Comments