ຍຸດທະສາດທາງການຕະຫຼາດສໍາລັບ Startup
ສໍາລັບຜູ້ທີ່ປະກອບທຸລະກິດ Startup ຖ້າລອງຖາມຕົວເອງເບິ່ງວ່າ ທຸກມື້ນີ້ສິນຄ້າຂອງເຮົາສາມາດສ້າງຍອດຂາຍໄດ້ດ້ວຍຕົນເອງແລ້ວບໍ່? ຄົງຕ້ອງບອກວ່່າ ຍັງ ເພາະເຖິງວ່າສິນຄ້າດີເດັ່ນຂະໜາດໃດ ແຕ່ຖ້າຂາດຊ່ອງທາງການຈໍາໜ່າຍ ແລະຕະຫຼາດທີ່ດີ ທຸລະກິດຍ່ອມບໍ່ປະສົບຄວາມສໍາເລັດຢ່າງແນ່ນອນ. ສໍາລັບຜູ້ປະກອບການ ຫຼືບໍລິສັດໃຫຍ່ໆ ການທຸ່ມເທເງິນເພື່ອເຮັດການຕະຫຼາດບໍ່ແມ່ນເລື່ອງໃຫຍ່ ແຕ່ສໍາລັບຜູ້ປະກອບການໃໝ່ໆ ທີ່ຫາກະເຂົ້າມາສູ່ໂລກທຸລະກິດ ອາດຈະຕ້ອງມາຮຽນຮູ້ກັບຍຸດທະສາດທີ່ມີປະສິດທິພາບ ແລະຊ່ວຍສ້າງຄວາມສໍາເລັດໃນໄລຍະທໍາອິດແບບບໍ່ຕ້ອງເປືອງເງິນຫຼາຍເຊັ່ນ:
- ການໃຊ້ Affiliate Marketing
Affiliate Marketing ຄືຍຸດທະສາດການຕະຫຼາດທີ່ເຮົາໄດ້ຮັບ Commission ຈາກການນໍາສິນຄ້າ ຫຼືບໍລິການໄປPromote ໃຫ້້ Website ຫຼື Social media ແລະເຮົາໄດ້ສ່ວນແບ່ງກໍາໄລຈາກຍອດຂາຍນັ້ນໆ. ເບິ່ງອີກແງ່ໜຶ່ງ ເມື່ອເຮົາເປັນນ້ອງໃໝ່ໃນວົງການທຸລະກິດ ເຮົາສາມາດໃຊ້ Affiliate Marketing ໂດຍການໄປຝາກຂາຍສິນຄ້າຕາມ Website ທີ່ມີຄົນຮູ້ຈັກຫຼາຍໆ ເພື່ອເພີ່ມຍອດຂາຍໄດ້ຢ່າງສົມເຫດສົມຜົນ ດັ່ງນັ້ນ ພະຍາຍາມບອກຈຸດເດັ່ນຂອງສິນຄ້າໃຫ້ໄດ້ ເພື່ອກະຕຸ້ນໃຫ້ຜູ້ທີ່ໄດ້ຮັບສິນຄ້າໄປ Promote ຫຼືຈໍາໜ່າຍຕໍ່ ສາມາດກະຕຸ້ນລູກຄ້າໃຫ້ຕ້ອງການຊື້ສິນຄ້າຂອງເຮົາ.
- ພັດທະນາ Content Marketing
ໃນປັດຈຸບັນທຸລະກິດ 100 ລະ 90 ລ້ວນແຕ່ໃຊ້ Content Marketing ເພື່ອພັດທະນາ ແລະຂະຫຍາຍທຸລະກິດກັນຢ່າງຕໍ່ເນື່ອງ ແນວໃດກໍຕາມ ເຖິງວ່າການຕະຫຼາດປະເພດນີ້ຈະໄດ້ຮັບຄວາມນິຍົມ ແຕ່ບໍ່ແມ່ນວ່າທຸກຄົນທີ່ນໍາໄປໃຊ້ຈະປະສົບຄວາມສໍາເລັດໄດ້ ເຊິ່ງເຮົາຕ້ອງພະຍາຍາມພິຈາລະນາໃຫ້ດີວ່າ ເຮົາສ້າງເນື້ອໃນໃຫ້ໃຜອ່ານ (ກຸ່ມເປົ້າໝາຍ) ຕ້ອງການຈະບອກຫຍັງ ແລະປະໂຫຍດທີ່ກຸ່ມເປົ້າໝາຍຈະໄດ້ຮັບແມ່ນຫຍັງ? ຫາກຂາດ 3 ສິ່ງນີ້ Content Marketing ທີ່ເຮົາພະຍາຍາມຢ່າງດີຍ່ອມບໍ່ປະສົບຜົນຕາມທີ່ຕັ້ງໃຈ.
- ເຮັດ PR ດ້ວຍຕົວເອງ
ລອງຄິດເບິ່ງຫຼິ້ນໆວ່າແຕ່ລະມື້ ມີທຸລະກິດເລີ່ມໃໝ່ຈັກທຸລະກິດ ມີຜະລິດຕະພັນໃໝ່ໆໂລດແລ່ນໃນໂລກ Online ເພີ່ມຂຶ້ນຈັກຢ່າງ ຕົວເລກເຫຼົ່ານັ້ນຄືການແຂ່ງຂັນທັງທາງກົງ ແລະທາງອ້ອມ ເຊິ່ງສາມາດດຶງດູດຄວາມສົນໃຈຈາກກຸ່ມເປົ້າໝາຍຂອງເຮົາໄປໄດ້; ການລົງມືສ້າງການປະຊາສໍາພັນຜະລິດຕະພັນ ຫຼືທຸລະກິດໃນຮູບແບບຕ່າງໆ ທັງໂລກ Online ແລະ Offline ລວມເຖິງສ້າງຄວາມສໍາພັນທີ່ດີກັບນັກຂ່າວ, ນັກຂຽນ ຜູ້ມີອິດທິພົນເທິງໂລກ Online ຍ່ອມເປັນຕົວເລືອກທີ່ດີ. ທັງນີ້ ຕ້ອງກຽມພ້ອມຮັບມືຄວາມຜິດຫວັງໄວ້ແດ່ ເພາະເຮົາອາດຈະບໍ່ໄດ້ຮັບການຕອບສະໜອງຈາກນັກຂ່າວເທົ່າທີ່ຄວນ ຍົກເວັ້ນແຕ່ວ່າຜະລິດຕະພັນ ຫຼືບໍລິການຂອງເຮົາເປັນສິ່ງໃໝ່ ແຕກຕ່າງຈາກຄູ່ແຂ່ງໃນຕະຫຼາດ ແລະໜ້າສົນໃຈແທ້ໆ.
- ເປີດໃຈໃຫ້ Fin Tech
Fin Tech ຄືການປະຍຸກໃຊ້ເຕັກໂນໂລຊີມາບໍລິການດ້ານການເງິນ ແລະການລົງທຶນໃນການເຮັດທຸລະກິດໃຫ້ມີປະສິດທິພາບຍິ່ງຂຶ້ນເຊັ່ນ ການຊໍາລະເງິນ Online ເປັນຕົ້ນ ເຊິ່ງ Fin Tech ນັ້ນ ມີປະໂຫຍດກັບທຸລະກິດໃນປັດຈຸບັນຫຼາຍ ເພາະຜູ້ຊື້ບໍ່ຈໍາເປັນຕ້ອງຈັບເງິນເປັນຈໍານວນຫຼາຍເພື່ອໄປຊື້ເຄື່ອງ ແຕ່ຈະຊໍາລະເງິນຄ່າສິນຄ້າຈາກ Wallet ຊໍາລະຜ່ານ Application ເທິງໂທລະສັບມືຖື ຫຼືແມ່ນແຕ່ຮ້ານຂາຍເຄື່ອງຝາກທີ່ລະນຶກບາງແຫ່ງ ກໍສາມາດເພີ່ມຊ່ອງທາງການຊໍາລະເງິນເປັນການໂອນເງິນຜ່ານບັນຊີທະນາຄານໄດ້ອີກດ້ວຍ ເຮັດໃຫ້ເຮົາມີໂອກາດໄດ້ເງິນຈາກຫຼາຍໆທາງ ແລະສ້າງໂອກາດໃນການຂາຍໄດ້ຫຼາຍຂຶ້ນ.
ຂອບໃຈທີ່ມາ: SMETHAILANDCLUB