ທ່ານ ທອງລຸນ ສີສຸລິດ ໃຫ້ກຽດປະດັບຫຼຽນໄຊແຮງງານ

ວັນທີ 28 ທັນວາ 2018 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ປະດັບຫຼຽນ ໄຊແຮງງານ ໃຫ້ນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 18, ເອຊຽນພາລາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ແລະ ການເຂົ້າຮ່ວມແຂ່ງຂັນລະດັບສາກົນ ປີ 2018.

ຂໍ້ມູນຈາກ: ຂປລ.

Comments