ນັກກິລາລາວ ສາມາດຍາດໄດ້ ອັນດັບ 6 ຂອງຕາຕະລາງແຂ່ງຂັນ

ວັນທີ 29 ທັນວາ 2018 ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີຍ້ອງຍໍຊົມເຊີຍຜົນສໍາເລັດການສົ່ງນັກກິລາ ເຂົ້າຮ່ວມງານມະຫາກຳ ກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 19 ທີ່ຈັດຂຶ້ນຢູ່ປະເທດມຽນມາ ລະຫວ່າງວັນທີ 10 ຫາ 19 ທັນວາ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 94 ຄົນໃນ 9 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ໂວວີນາມ (Vovinam), ຍິງທະນູ, ວູຊູ, ເປຕັງ, ກະຕໍ້, ດອກປີກໄກ່ ແລະ ກ໊ອຟ, ນໍາໃຊ້ງົບ ປະມານທັງໝົດ 6 ຕື້ກ່ວາກີບ ສາມາດຍາດໄດ້ 7 ຫຼຽນຄໍາ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 6 ຂອງຕາຕະລາງຈາກທັງໝົດ 11 ປະເທດທີ່ເຂົ້າຮ່ວມການແຂ່ງຂັນ.

ສໍາລັບ 7 ຫຼຽນຄໍາ ໄດ້ຈາກ ວໍວີນາມ (Vovinam) ແລະ ເປຕັງ ປະເພດລະ 2 ຫຼຽນຄໍາ ແລະ ໄດ້ຈາກແລ່ນ-ລານ, ວູຊູ ແລະ ກະຕໍ້ ປະເພດລະ 1 ຫຼຽນຄໍາ.
ນອກນີ້ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ບັນດາສະຫະພັນ ແລະ ນັກກິລາແຕ່ລະປະເພດທີ່ໄດ້ຮັບຫລຽນລາງວັນການແຂ່ງຂັນໃນງານດັ່ງກ່າວ.

ງານມະຫາກຳກິລາ ມະຫາວິທະຍາໄລອາຊຽນ ຈັດຂຶ້ນທຸກ 2 ປີ ໂດຍແມ່ນປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຜັດປ່ຽນກັນເປັນເຈົ້າພາບ ໂດຍລຽງລໍາດັບຕາມຕົວອັກສອນພາສາອັງກິດ. ຄັ້ງທໍາອິດຈັດຂຶ້ນທີ່ປະເທດ ໄທໃນປີ 1980. ສ່ວນລາວເຮົາເລີ່ມສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວນັບແຕ່ຄັ້ງທີ 10 ທີ່ຈັດຂຶ້ນຢູ່ປະເທດ ໄທໃນປີ 1999 ເປັນຕົ້ນມາ ແລະ ເຄີຍເປັນເຈົ້າພາບຈັດການແຂ່ງຂັນງານນີ້ມາແລ້ວ 1 ຄັ້ງ ຄື ຄັ້ງທີ 16 ໃນປີ 2012.

ສ່ວນເຈົ້າພາບຈັດງານງານມະຫາກຳກິລາມະຫາວິທະຍາໄລອາຊຽນຄັ້ງຕໍ່ໄປ ຄື ຄັ້ງທີ 20 ປະເທດ ຟິລິບປິນ ຍັງບໍ່ທັນຢັ້ງຢືນ ຢ່າງເປັນທາງການເທື່ອວ່າຈະເປັນເຈົ້າພາບຈັດງານນີ້ ໃນປີ 2020 ຫຼື ບໍ່.

ຂ່າວ: ບຸນຕຽງ ຈັນທະວົງ
ພາບ: Ura

Comments