ບ້ານຫ້ວຍໝື່ນ ປະກາດເປັນບ້ານໃຫຍ່ ຄ້າຍຕົວເມືອງນ້ອຍໃນຊົນນະບົດ

ພິທີປະກາດຮັບຮອງເອົາບ້ານ ຫ້ວຍໝື່ນ ເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ,ຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມານີ້,  ໂດຍການເປັນປະທານຂອງທ່ານ ພູວັງ ເກດແກ້ວ ພົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ, ມີພະແນກການ ຂອງແຂວງ, ຫ້ອງການຕ່າງໆ ຂອງເມືອງ, ຕາງໜ້າການນຳ ຈາກເມືອງອ້ອມຂ້າງ, ອົງການຈັດຕັ້ງຂອງບ້ານທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວບ້ານຫ້ວຍໝື່ນເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ.

ທ່ານ ສຸລິພົງ ລາດສະໂພ ເລຂາຄະນະພັກຮາກຖານ ຫົວໜ້າກຸ່ມບ້ານຫ້ວຍໝື່ນ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງບ້ານໂດຍສັງເຂບວ່າ: ບ້ານ ຫ້ວຍໝື່ນ ແມ່ນບ້ານໜຶ່ງທີ່ຂຶ້ນ ກັບກຸ່ມບ້ານທີ 3 ຂອງເມືອງທ່າປາງທອງ ເຊິ່ງຕັ້ງຫ່າງຈາກສຳນັກງານເມືອງອອກໄປປະມານ 8 ກິໂລແມັດ, ມີເນື້ອທີ່ທັງໝົດ 1.338,67 ເຮັກຕາ, ມີ 290 ຄອບຄົວ, ມີ 405 ຫຼັງຄາເຮືອນ, ມີ 17 ໜ່ວຍ, ມີພົນລະເມືອງທັງໝົດ 3.053 ຄົນ, ຍິງ 1.509 ຄົນ, ປະຊາຊົນພາຍໃນບ້ານດັ່ງກ່າວມີຄວາມຕື່ນ ຕົວຕໍ່ແນວທາງຂອງພັກ ແລະ ໄດ້ຕັ້ງໜ້າປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ, ເຂົາເຈົ້າມີຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ, ມີລະບົບການ ເມືອງ-ການປົກຄອງທີ່ເຂັ້ມແຂງ, ມີໜ່ວຍພັກນໍາພາທີ່ເຂັ້ມແຂງ ແລະ ບັນດາອົງການຈັດຕັ້ງຂັ້ນຕ່າງໆກໍເຂັ້ມແຂງ, ການສົ່ງເສີມຜະລິດເປັນສິນຄ້າ ເປັນຕົ້ນແມ່ນການປູກ-ການລ້ຽງ ປະກົດວ່າມີການຂະຫຍາຍຕົວ ດີເຮັດໃຫ້ຊີວິດນັບມື້ນັບດີຂຶ້ນ, ດ້ານວັດທະນະທຳ-ສັງຄົມ ແມ່ນໄດ້ຮັບການພັດທະນາ ຢ່າງສົມຄູ່ເປັນຕົ້ນແມ່ນມີໂຮງຮຽນ, ສຸກສາລາ, ປະຊາຊົນ ພາຍໃນບ້ານໄດ້ຕັ້ງໜ້າປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າອັນໄດ້ເຮັດໃຫ້ປະກົດການຫຍໍ້ທໍ້ພາຍໃນທ້ອງຖິ່ນ, ບ້ານມີໜ້ອຍທີ່ສຸດ.

 

ຈາກນັ້ນ, ທ່ານ ສີອຸບົນ ແສນບຸດຕະລາດ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຜ່ານຂໍ້ຕົກຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຮັບຮອງເອົາບ້ານຫ້ວຍໝື່ນ ເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວ ເມືອງນ້ອຍໃນຊົນນະບົດ, ພ້ອມດ້ວຍຂໍ້ຕົກວ່າດ້ວຍການຮັບຮອງເອົາ 10 ບ້ານເປັນບ້ານພັດທະນາຮອບດ້ານ, ຂໍ້ຕົກລົງວ່າ ດ້ວຍການຮັບຮອງອົາ 9 ເປັນບ້ານວັດທະນະທໍາ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ 10 ບ້ານເປັນບ້ານສາມັກຄີປອງດອງ, ຂໍ້ຕົກລົງວ່າດ້ວຍການ ຮັບຮອງເອົາ 5 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ຂໍ້ຕົກ ລົງວ່າດ້ວຍການຮັບຮອງເອົາ 11 ບ້ານເປັນບ້ານພັດທະນາແຮງງານ ແລະ ສະຫວັດດີ ການສັງຄົມ ແລະ ຂໍ້ຕົກລົງວ່າ ດ້ວຍການຮັບຮອງເອົາ 12 ບ້ານເປັນບ້ານແບບຢ່າງປະຕິບັດກົດໝາຍດີ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments