ຮ້ານເກມ ເປັນຈຸດທີ່ມີຄວາມສ່ຽງສູງຕໍ່ບັນຫາ ສິ່ງເສບຕິດ

ໃນປີ 2018 ທົ່ວເມືອງໄຊທານີ ມີສະຖານທີ່ ຈຸດທີ່ມີຄວາມສ່ຽງໃນການເຄື່ອນໄຫວຄ້າຂາຍຢາເສບຕິດເຖິງ 30 ຈຸດ; ໃນນັ້ນຫຼາຍກວ່າໝູ່ແມ່ນຮ້ານເກມອິນເຕີເນັດ ເຊິ່ງມີເຖິງ 19 ຈຸດ.


ທ່ານ ພັນໂທ ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2018 ຂອງເມືອງໄຊທານີ ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ແກ້ໄຂສະຖານທີ່ທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ 30 ຈຸດ; ໃນນັ້ນມີຮ້ານເກມອິນເຕີເນັດ 19, ຮ້ານສະນຸກເກີ້ 9, ໂຮງແຮມ 2; ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ປະກອບການຈໍານວນ 35 ຄົນ.

ນອກຈາກນີ້ຍັງສາມາດແກ້ໄຂຈຸດມົ້ວສຸມຄ້າຂາຍ ແລະ ເສບຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 4 ຄົນ; ໃນນັ້ນ 7 ຄົນ, ຍິງ 2 ຄົນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ອີກ 32 ຄົນ, ຍິງ 2 ຄົນແມ່ນເປົ້າໝາຍເສບຢາເສບຕິດ ຢຶດຂອງກາງຢາບ້າ 18.271 ເມັດ, ປືນສັ້ນ k 59 ຈໍານວນ 1 ກະບອກ, ພ້ອມລູກກະປືນຈໍານວນ 6 ລູກ, ປືນສັ້ນ 9ມມ 2 ກະບອກ, ພ້ອມລູກກະປືນຈໍານວນ 21 ລູກ ແລະ ປືນ k 54 ຈໍານວນ 1 ກະບອກ ພ້ອມລູກປືນ 5 ລູກ. ນອກນັ້ນຍັງໄດ້ກວດກາການພັກເຊົາ ແລະ ການເໜັງຕີງຂອງຄົນຕ່າງປະເທດ ແລະ ການປະກອບອາຊີບ ພົບເຫັນວ່າ: ມີຄົນລະເມີດກົດໝາຍ ແລະ ລັກປະກອບອາຊີບ ມີ 180 ຄົນ, ຍິງ 67 ຄົນ, ມີ 4 ສັນຊາດ ແລະ ໄດ້ກັກຕົວສົ່ງນະຄອນຫຼວງມີ 13 ຄົນ, ຍິງ 10 ຄົນ (ສັນຊາດຫວຽດນາມ).

ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນໃນຕອນເຊົ້າມື້ນີ້, ຢູ່ສະໂມສອນ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພັນໂທ  ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ມີ ທ່ານ ພົນຈັດຕະວານ ຄໍາສາຍ ຈັນທະວົງ ຫົວໜ້າກົມ 509 ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງນະຄອນຫຼວງວຽງຈັນ, ມີ ທ່ານ ຈັນທະລາ ອິນທະລັງສີ ເຈົ້າ ເມືອງໄຊທານີ ແລະ ພະນັກງານກໍ່ສ້າງຮາກຖານປະຈໍາເມືອງເຂົ້າຮ່ວມຈໍານວນ 103 ສະຫາຍ, ຍິງ 10 ສະຫາຍ.

ຂອບໃຈແຫຼ່ງຂ່າວ: ພາບ-ຂ່າວ: ປກສ ນວ

Comments