ສປປ ລາວ ໄດ້ຮັບການຊ່ວຍເຫຼືອເຂົ້າສານ ໜຶ່ງພັນໂຕນ

ໃນວັນທີ 4 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ,ໄດ້ມີພິທີມອບ-ຮັບສະບຽງອາຫານ ເຂົ້າສານ ໜຶ່ງພັນໂຕນ ຈາກຄັງແຮສຸກເສີນອາຊຽນ+3 ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫລີ  ເພື່ອແຈກຢາຍໃຫ້ປະຊາຊົນ ຜູ້ທີ່ປະສົບໄພພິບັດ ຢູ່ ສປປ ລາວ ຈັດຕັ້ງປະຕິບັດໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ.

ຕາງໜ້າມອບໂດຍ, ທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ລາວ ແລະ ຕາງໜ້າຮັບໂດຍ, ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

 

ຂອບໃຈແຫຼ່ງຂໍ້ມູນ.

 

Comments