ອາຄານພະແນກແຜນການ, ການລົງທຶນ ແລະ ສູນສະຖິຕິ ແຂວງອຸດົມໄຊ.

ໂຄງການກໍ່ສ້າງອາຄານພະແນກແຜນການ,ການລົງທຶນ ແລະ ສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ ເປັນໂຄງການບູລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານ ກໍຄືແຂວງອຸດົມໄຊ ໂດຍມີຈຸດປະສົງເພື່ອເປັນການພັດທະນາ,ຍົກລະດັບ ອາຄານຫ້ອງການສຳນັກງານ ແລະ ບຸກຄະລາກອນ ເພື່ອໃຫ້ທຽບເທົ່າກັບບັນດາປະເທດໃນກຸ່ມອາຊຽນ ແລະ ພາກພື້ນ.

ໃນວັນທີ 29 ທັນວາ 2018 ຜ່ານມານີ້ ກໍໄດ້ຈັດພິທີມອບ-ຮັບ ພ້ອມທັງເປີດນຳໃຊ້ຢ່າງເປັນທາງການພາຍຫຼັງດໍາເນີນການກໍ່ສ້າງມາເປັນເວລາ 4 ປີ ໂດຍແມ່ນບໍລິສັດ ໄຊມ້ອນ ວິສະວະກໍາກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 22 ຕື້ 7 ລ້ານກວ່າກີບ.

ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງ.

ຂໍ້ມູນຈາກ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ.

Comments