ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວ 3 ທ່ານ ໄປປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້:
ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.


ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ. ທ່ານ ຄຳພັນ ອັ່ນລາວັນ ດຳລົງຕຳແໜ່ງເປັນຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ກ່ອນໄປປະຕິບັດໜ້າທີ່ການທູດໃນຄັ້ງນີ້ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ແລະ ປາປົວນີວກີນີ.

ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ເຮືອງແສງ ຄຳດາລາວົງ ເພື່ອໄປດຳ ລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບມຽນມາ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ເຮືອງແສງ ຄໍາດາລາວົງ ດໍາລົງຕໍາແໜ່ງເປັນຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນອຸປະທູດຊົ່ວຄາວ ປະຈຳສະຖານທູດລາວ ທີ່ ຈາກາຕາ ປະເທດ ອິນໂດເນເຊຍ.

ຂໍ້ມູນຈາກ: ຂປລ.

Comments