ພະແນກສຶກສາທິການ ແລະ ກິລາ ອວຍພອນທ່ານເຈົ້າແຂວງອຸດົມໄຊ ເນື່ອງໃນໂອກາດປີໃໝ່

ຕາງໜ້າພະນັກງານບໍລິຫານ, ຄູອາຈານ ແລະ ນັກຮຽນນັກສຶກສາ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ນໍາໂດຍທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເຂົ້າຍ້ຽມຢາມ ແລະ ອວຍພອນການນຳຂອງແຂວງ ເນື່ອງໃນໂອກາດປີໃໝ່ ຄສ 2019 ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂອງແຂວງ ທີ່ຍາມໃດທາງຂັ້ນເທິງກໍໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານການສຶກສາຕະຫຼອດມາເຮັດໃຫ້ ບັນດາໂຮງຮຽນແຫ່ງຕ່າງໆ ໄດ້ດໍາເນີນການຮຽນ-ການສອນໄປຕາມລະບົບ, ສອດຄ່ອງ ແລະ ສາມາດສ້າງຊັບພະຍາກອນມະນຸດອອກມາຮັບໃຊ້ສັງຄົມ ໄປຕາມ 5 ຫຼັກມູນຂອງການສຶກສາ ໄດ້ຢ່າງມີຄຸນນະພາບ.

ໃນໂອກາດນີ້ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ກໍໄດ້ມີຄຳເຫັນຕໍ່ຂະແໜງການສຶກສາ-ກິລາ ວ່າໃນສົກຮຽນຜ່ານມານີ້ ວຽກງານບໍລິຫານການສຶກສາ-ກິລາ, ການດໍາເນີນການຮຽນ-ການສອນໃນບັນດາໂຮງຮຽນແຫ່ງຕ່າງໆ ເຫັນວ່າໄດ້ດໍາເນີນໄປດ້ວຍດີ, ມີປະສິດທິພາບ ເຮັດໃຫ້ຕົວເລກຄາດໝາຍທີ່ວາງໄວ້ສາມາດບັນລຸຕາມແຜນການ.

ທ່ານໄດ້ຮຽກຮ້ອງມາຍັງພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍ ບັນດາໂຮງຮຽນແຫ່ງຕ່າງໆ ໃຫ້ສືບຕໍ່ຕັ້ງໜ້າປະຕິບັດໜ້າທີຂອງຕົນໃຫ້ມີຜົນສໍາເລັດ, ສູ້ຊົນຍາດໄດ້ຜົນງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ, ຫ້າວຫັນໃນໜ້າທີ່ການງານ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສໍາເລັດທຸກປະການ, ເພື່ອພ້ອມກັນປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດ ກໍຄືການພັດທະນາແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆໄປ.

ຂໍ້ມູນຈາກ: ສກຂ ອຸດົມໄຊ.

 

Comments