ສະພາປະຊາຊົນ ແຂວງສະຫວັນນະເຂດ ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 6

ທ່ານ ຫວັນຄຳ ອິນທິຈັກ ຄະນະປະຈຳສະພາ ເລຂາທິການສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວໃນທ້າຍເດືອນທັນວາ 2018 ຜ່ານມາວ່າ:


ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຊຸດທີ I ຈະໄດ້ໄຂຂຶ້ນຢ່າງເປັນທາງ ການໃນລະຫວ່າງວັນທີ 8-11 ມັງກອນ 2019 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ຊຶ່ງກອງປະຊຸມຈະໄດ້ຮັບຟັງ, ພິຈະລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນແມ່ນ:

ພິຈະລະນາ ແລະ ຮັບຮອງເອົາ ການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງສະຫວັນນະເຂດກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2018 ແລະ ທິດທາງແຜນການ 2019,

ຮັບຟັງບົດລາຍງານຂອງຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງ ແຂວງປີ 2018 ແລະ ແຜນການ ປີ 2019,

ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳໃຊ້ສານເຄມີເກີນຄ່າມາດຕະຖານ, ພິຈະລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດປະຈຳພາກກາງປີ 2018 ແລະ ແຜນການປີ 2019,

ບົດລາຍງານແກ້ໄຂຜົນການກວດກາ ຕາມຜົນການກວດສອບສົກປີ 2015-2016 ຄືນຫຼັງ, ບົດສະຫຼຸບຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ຂອງແຂວງໃນປີ 2017,

ພິຈະລະນາ ແລະ ຮັບຮອງເອົາບົດສະຫຼຸບປະຈຳປີ 2018 ແລະ ແຜນການເຄື່ອນໄຫວປີ 2019 ຂອງ ອົງການໄອຍະການປະຊາຊົນ ແຂວງ ແລະ ສານປະຊາຊົນແຂວງ,

ຮັບຟັງການລາຍງານ ຂອງຫົວໜ້າພະແນກຍຸຕິທຳ ແຂວງກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ພິຈະລະນາ ແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານກາງສະໄໝ (2016-2018), ທິດທາງແຜນການ 2020 ແລະ ແຜນວຽກຈຸດສຸມ ປີ 2019 ຂອງສະພາປະຊາຊົນແຂວງຊຸດທີ I,

ຮັບຟັງການປະກອບຄຳເຫັນຈາກອົງການແນວລາວສ້າງຊາດແຂວງຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະຜ່ານມາ, ພິຈະລະນາ ແລະ ຮັບຮອງເອົາຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍ ກົດລະບຽບໃນການຄຸ້ມຄອງ ກອງທຶນສັງຄົມສົງເຄາະແຂວງ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments