ສະໜາມກິລາ ແຂວງອຸດົມໄຊ ຕົ້ນປີ 2019

ສະພາບຂອງສະໜາມກິລາ ແຂວງອຸດົມໄຊ ໃນປີ 2019 ພາຍຫຼັງທີ່ໄດ້ຈັດງານ​ມະ​ຫະ​ກຳ​ກີລາ​ແຫ່ງຊາດ​ ຄັ້ງ​ທີ X ທີ່ ​ແຂວງ​ອຸດົມ​ໄຊ ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ແຕ່​ວັນ​ທີ 13 -21 ທັນວາ 2014 ຜ່ານມາ.

ໃນ​ງານ​ຄັ້ງ​ນັ້ນ ມີນັກກີລາ​ຈາກ​ບັນດາ​ແຂວງ ແລະ 7 ກະຊວງ​ເຂົ້າ​ຮ່ວມ ເຊິ່ງ​ຜົນການ​ແຂ່ງຂັນອັນ​ດັບ 1 ໄດ້ແກ່ກະຊວງ​ປ້ອງ​ກັນ​ປະເທດໄດ້ 61 ຫຼຽນ​ຄຳ 29 ຫຼຽນ​ເງິນ 37 ຫຼຽນທອງ, ອັນ​ດັບ​ທີ 2 ໄດ້ແກ່​ນະຄອນ​ຫຼວງ​ວຽງ​ຈັນໄດ້ 55 ຫຼຽນຄໍາ 31 ຫຼຽນ​ເງິນ 49 ຫຼຽນ​ທອງ, ອັນ​ດັບ​ທີ 3 ໄດ້ແກ່​ກະຊວງ​ປ້ອງກັນ​ຄວາມ​ສະຫງົບໄດ້ 42 ຫຼຽນຄໍາ 43 ຫຼຽນ​ເງິນ 51 ຫຼຽນ​ທອງ ສ່ວນ​ອັນ​ດັບ 4 ແມ່ນ​ແຂວງ​ອຸດົມ​ໄຊໄດ້ 33 ຫຼຽນ​ຄຳ 24 ຫຼຽນເງິນ 53 ຫຼຽນ​ທອງ.

ຂອບໃຈພາບຈາກ: Daily News Oudomxay

Comments