News

ມາເບິ່ງ!! 8 ມາດຕະການຊຸກຍູ້ເສດຖະກິດ ຂອງ ສປປ ລາວ.

ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ອອກຄຳສັ່ງ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018 ເພື່ອເຮັດໃຫ້ 08 ມາດຕະການ ໃນການຊຸກຍູ້ເສດຖະກິດ ໄດ້ຮັບການຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ທັງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 06 ເດືອນທ້າຍປີ 2018 ແລະ ສືບຕໍ່ຈັດຕັ້ງປະຕິບັດໃນປີ 2019 ໃຫ້ມີປະສິດທິຜົນ, ສາມາດຂັບເຄື່ອນເສດຖະກິດໃຫ້ມີຄວາມຄ່ອງຕົວ. ອີງຕາມຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ສຸມໃສ່ປະຕິບັດບັນດາມາດຕະການຊຸກຍູ້ເສດຖະກິດ ທີ່ຕິດພັນກັບພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດຂອງຕົນ. ນອກຈາກນັ້ນ, ນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ 8 ມາດຕະການ ມີດັ່ງນີ້: ມາດຕະການທີ 01: ການສະກັດກັ້ນໄພງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ...

Read More »

ວັນທີ 8 ຫາ 14 ມັງກອນ ແຂວງພາກເໜືອອາກາດຈະເຢັນ ແລະ ມີຝົນຕົກ

ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ແຈ້ງການເລກທີ 002/ຂຊອ.ຊຍ ລົງວັນທີ 8 ມັງກອນ 2019 ຄາດຄະເນສະພາບອາກາດ ແຕ່ວັນທີ 8-13 ມັງກອນ 2019 ຈະມີຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງສືບຕໍ່ແຜ່ລາມລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ , ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ ໄລຍະວັນທີ 8-13 ມັງກອນ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ  ອາກາດຍັງຈະໜາວເຢັນ (ລາຍລະອຽດດ້ານລຸ່ມ) ພ້ອມກັນນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ກໍໄດ້ແຈ້ງການເລກທີ 124/ພຊສ.ອຊ ລົງວັນທີ 8 ມັງກອນ 2019 ຄາດຄະເນທ່າອ່ຽງສະພາບການປ່ຽນແປງຂອງດິນຟ້າອາກາດ ແຕ່ວັນທີ 8 ຫາ 14 ມັງກອນ 2019 ອີງຕາມການຕິດຕາມ,ວັດແທກສະພາບອາກາດຕົວຈິງຢູ່ພາຍໃນແຂວງ ...

Read More »

ທ່ານ ດຣ ພັນຄໍາ ວິພາວັນ ຢ້ຽມຢາມພົບປະການນໍາແຂວງໄຊສົມບູນ

ໃນວັນທີ 8 ມັງກອນ 2019 ທີ່ຜ່ານມາ ທ່ານ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງພົບປະຢ້ຽມຢາມການນໍາແຂວງ ໄຊສົມບູນ ລາຍລະອຽດຕິດຕາມຊົມຄຣິບດ້ານລຸ່ມ: ຂ່າວ ປກສ ແຂວງໄຊສົມບູນ ທ່ານ ດຣ ພັນຄຳ ວິພາວັນ ຮອງປະທ່ານປະເທດ ແຫ່ງ ສປປ ລາວ ລົງພົບປະ ຢ້ຽມຢາມ ການນຳ ແຂວງໄຊສົມບູນ Posted by ຂ່າວ ປກສ ແຂວງໄຊສົມບູນ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ຂ່າວ ປກສ ແຂວງ ໄຊສົມບູນ.

Read More »

ນາຍົກ ເນັ້ນໃຫ້ກະຊວງການເງິນເລັ່ງແກ້ໄຂ 6 ບັນຫາຂໍ້ຄົງຄ້າງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ – ການເງິນ ປະຈຳປີ 2018 ແລະ ທິດທາງປີ 2019 ວ່າ: ເພື່ອເປັນການຊຸກຍູ້ລະບົບເສດຖະກິດໃຫ້ກ້າວໄປຂ້າງໜ້າທຸກຂະແໜງການ ຈະຕ້ອງໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເຕັມກຳລັງ ເປັນຕົ້ນແມ່ນ 6 ບັນຫາຂໍ້ຄົງຄ້າງ ແລະ ຈຸດສຸມໃຫ້ເປັນໄປຕາມສະພາແຫ່ງຊາດຮັບຮອງ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍບາງຂະແໜງການທີ່ປະຕິບັດໄດ້ ໃນປີ 2018 ຄຽງຄູ່ກັບຜົນສຳເລັດກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກບາງຈຳນວນທີ່ຈະຕ້ອງໄດ້ສຸມໃສ່ ແລະ ແກ້ໄຂ ເຊັ່ນ: 1 .ເສດຖະກິດຂອງ ສປປ ລາວ ເຕີບໂຕຊ້າກວ່າທີ່ກຳນົດໃນປີຜ່ານມາ ແລະ ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນພື້ນຖານຫົວໜ່ວຍເສດຖະກິດຍັງບໍ່ທັນເຂັ້ມແຂງ ແລະ ຍັງມີຂໍ້ຈຳກັດໃນການສ້າງຖານລາຍຮັບທີ່ແນ່ນອນ ເຮັດໃຫ້ການເພີ່ມຂຶ້ນຂອງງົບປະມານບໍ່ທັນມີຄວາມໝັ້ນທ່ຽງສ່ວນໃຫຍ່ຍັງອີງໃສ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຕົ້ນຕໍ. 2. ການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດຍັງມີຄວາມຊັກຊ້າ ເປັນຕົ້ນມາດຕະການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ມາດຕະການພັດທະນາ SME, ການສົ່ງເສີມການຜະລິດຢູ່ພາຍໃນປະເທດ, ມາດຕະການແກ້ໄຂໜີ້ສິນພາຍໃນ ໂດຍສະເພາະການແກ້ໄຂໜີ້ສິນການລົງທຶນຂອງລັດດ້ວຍການຈັດສັນງົບປະມານເຂົ້າແຜນແຕ່ລະປີ ແລະ ແກ້ໄຂດ້ວຍຮູບແບບການອວ່າຍໜີ້ສາມແຈຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນບໍ່ສາມາດແກ້ໄຂໜີ້ສິນຕົວຈິງ, ຍ້ອນເຮົາຍັງຂາດກ້ອນເງິນທີ່ຈະອັດສີດເຂົ້າໃນລະບົບເສດຖະກິດ ແລະ ...

Read More »

ງານບຸນຊົນເຜົ່າ ແຂວງບໍ່ແກ້ວ ຈະຈັດຂຶ້ນທີ່ເດີ່ນກິລາແຂວງ

ທ່ານ ສຸທິດ ມິດສໍາພັນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ບໍ່ແກ້ວ,ກອງເລຂາຄະນະຮັບຜິດຊອບຈັດງານບຸນປະເພນີຊົນເຜົ່າ ໄດ້ເຊີນຊວນບັນດາທ່ານນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານ ບຸນຊົນເຜົ່າ ໃນວັນທີ 12-13 ມັງກອນ 2019 ທີ່ເດີ່ນກິລາແຂວງ. ລາຍລະອຽດສາມາດຕິດຕາມໃນຄຣິບດ້ານລຸ່ມ: ເຊີນຊວນຊາວແຂວງບໍ່ແກ້ວ ທ່ຽວງານບຸນຊົນເຜົ່າ ໃນວັນທີ 12-13 ມັງກອນ 2019 ທີ່ເດີ່ນກິລາແຂວງ ບ້ານປ່າອ້ອຍ ວັນທີ 8/1/2019 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ

Read More »

ປະທານທະນາຄານໂລກ ປະກາດລາອອກ ເຖິງວ່າຈະມີວາລະຢູ່ຕຳແໜ່ງນີ້ອີກ 3 ປີ

ສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 7 ມັງກອນ 2019 ວ່າ ທ່ານຈິມ ຢອງ ຄິມ ອາຍຸ 59 ປີ ປະທານທະນາຄານໂລກຊາວອາເມຣິກາ ເຊື້ອສາຍເກົາຫຼີ ປະກາດ ຈະລາອອກຈາກຕໍາແໜ່ງໃນວັນທີ 1 ກຸມພາ 2019 ນີ້ ທັງທີ່ມີວາລະຢູ່ໃນຕຳແໜ່ງນີ້ອີກ 3  ປີ (ລວມ 6 ປີ ໃນຕໍາແໜ່ງນີ້) ແລະ ອາດຈະເຮັດໃຫ້ປະທານາທິບໍດີໂດນັລ ທຣັມ ຂອງສະຫະລັດມີອໍານາດໃນການຕັດສິນໃຈກ່ຽວກັບຫົວໜ້າຄົນໃໝ່ຂອງສະຖາບັນການເງິນເພື່ອພັດທະນາເສດຖະກິດໂລກ ຖະແຫຼງການຂອງທ່ານ ຄິມ ລະບຸວ່າ ນັບເປັນກຽດຢ່າງຍິ່ງສໍາລັບທ່ານໃນການເຮັດໜ້າທີ່ປະທານສະຖາບັນການເງິນທີ່ດີທີ່ສຸດແຫ່ງນີ້ເຊິ່ງເຕັມໄປດ້ວຍບຸກຄົນຜູ້ອຸທິດຕົນໃຫ້ກັບພາລະກິດການຢຸດຄວາມຍາກຈົນໃນໄລຍະຊີວິດຂອງຕົນ ເຊິ່ງທະນາຄານໂລກໄດ້ກໍານົດເປົ້າໝາຍກໍາຈັດບັນຫາຄວາມຍາກຈົນໃຫ້ໝົດໄປພາຍໃນປີ 2030 ທ່ານ ຄິມ ເຂົ້າຮັບຕໍາແໜ່ງປະທານທະນາຄານໂລກເມື່ອປີ 2012 ມີແຜນການຈະໄປຮ່ວມງານກັບບໍລິສັດດ້ານການລົງທຶນເຊິ່ງຍັງບໍ່ໄດ້ເປີດເຜີຍຊື່ໃນປະເທດກໍາລັງພັດທະນາ ແລະ ຍັງຈະກັບໄປເປັນກໍາມະການບໍລິຫານອົງການ Partners-in-Health ເຊິ່ງທ່ານຮ່ວມກໍ່ຕັ້ງຂຶ້ນມາ ຖະແຫຼງການຂອງທະນາຄານໂລກລະລະບຸວ່າ ນາງ ຄຣິສຕາລິນາ ປະທານເຈົ້າໜ້າທີ່ບໍລິຫານຂອງທະນາຄານໂລກຈະເຮັດໜ້າທີ່ຮັກສາການປະທານທະນາຄານໂລກ ສືບແທນທ່ານ ຄິມ

Read More »

ສາມາດດຶງດູດນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ 500 ກວ່າບໍລິສັດ

ປັດຈຸບັນ, ຫຼາຍປະເທດໃນອາຊຽນ ແມ່ນ ມີນະໂຍບາຍພັດທະນາເຂດເສດຖະກິດພິເສດເພື່ອຮອງຮັບການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍການສ້າງພື້ນຖານໂຄງລ່າງທີ່ເປັນລະບົບຄົບຊຸດ ທີ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການລົງທຶນໃນຂະແໜງການທຸລະກິດຕ່າງໆເປັນຕົ້ນ: ອຸດສາຫະກຳ, ຈາກການຕີລາຄາການຈັດຕັ້ງປະຕິບັດຜ່ານມາ ການປະກອບສ່ວນຂອງເຂດ ເສດຖະກິດພິເສດ ເຫັນວ່ານັບມື້ນັບເຫັນຜົນ ແລະ ສອດຄ່ອງກັບແນວທາງຂອງລັດຖະບານ ທີ່ກໍານົດໄວ້ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8. ປັດຈຸບັນ, ທົ່ວປະເທດລວມ ມີ ຂສພ ທັງໝົດຈຳນວນ 12 ເຂດ ສາມາດດຶງດູດນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 532 ບໍລິສັດ, ມີທຶນຈົດທະບຽນທັງໝົດ 8.878.309.990 ໂດລາ, ແຜນການລົງທຶນ 34.761.376.152 ໂດລາ, ມີມູນຄ່າການລົງທຶນຕົວຈິງ 3.279.473.465 ໂດລາ, ປະຕິບັດພັນທະຕາມສັນຍາສຳປະທານເຂົ້າງົບປະມານຂອງລັດ ໄດ້ທັງໝົດ 28.974.364 ໂດລາ, ນຳເຂົ້າວັດຖຸດິບ, ເຄື່ອງ ກົນຈັກ ແລະ ອຸປະກອນເພື່ອມາຮັບໃຊ້ການຜະລິດ ແລະກໍ່ ສ້າງພື້ນຖານໂຄງລ່າງມູນຄ່າ 2.315.546.050 ໂດ ລາ, ສົ່ງອອກສິນຄ້າໄດ້ 1.667.596.064 ...

Read More »

ການສ້າງ Content Marketing ມີຫຼາກຫຼາຍວິທີໃຫ້ປະຕິບັດ! ຈົນບາງຄັ້ງຂໍ້ມູນກໍຕີກັນເອງ ເຮັດໃຫ້ຜູ້ປະກອບການລັງເລວ່າ ຄວນເຮັດວິທີໃດໃຫ້ປະສົບຄວາມເລັດ!!! ມາເບິ່ງ… ການສ້າງ Content Marketing ແນວໃດ ໃຫ້ງ່າຍຄືປອກເປືືອກກ້ວຍ!!!

ສ້າງ Content Marketing ແນວໃດ ໃຫ້ງ່າຍຄືປອກເປືອກກ້ວຍ!!! ການຈະສ້າງ Content Marketing ໃຫ້ປະສົບຄວາມສໍາເລັດນັ້ນ ມີຫຼາກຫຼາຍສູດ, ຫຼາຍວິທີໃຫ້ປະຕິບັດ ເຊິ່ງບາງຄັ້ງຜູ້ປະກອບການກໍລັງເລວ່າ ຄວນເລີ່ມຕົ້ນເຮັດວິທີໃດກ່ອນ ທີ່ສໍາຄັນບາງຄັ້ງອ່ານເລື່ອງນີ້ຫຼາຍເກີນໄປ ຂໍ້ມູນກໍຕີກັນເອງ ດັ່ງນັ້ນ ເພື່ອໃຫ້ຜູ້ປະກອບການເຂົ້າໃຈ ແລະສ້າງ Content Marketing ໄດ້ຢ່າງງ່າຍດາຍ Page Traffic ຜູ້ໃຫ້ບໍລິການດ້ານການ້ຮັດ SEO ຈຶ່ງໄດ້ສະຫຼຸບການສ້າງ Content Marketing ໄວ້ດັ່ງນີ້: ນໍາສະເໜີເທຣນໃຫ້ກົງກັບລູກຄ້າເຊັ່ນ: ຖ້າລູກຄ້າເປັນ Gen Y ບົດຄວາມຕ້ອງເປັນເລື່ອງໃນກະແສ ແລະມີປະໂຫຍດກັບພວກເຂົາ, ຂຽນສັ້ນ, ອ່ານເຂົ້າໃຈງ່າຍ ແລະຫຼີກລ່ຽງການຂຽນຂາຍເຄື່ອງແບບ Hard sale ໂພສບົດຄວາມໃນທຸກ Social ທີ່ມີ: ແຕ່ຢ່າໂພສບົດຄວາມໃນຮູບແບບດຽວກັນ ເພາະແຕ່ລະ Social ມີ Platform ຕ່າງກັນເຊັ່ນ: Twitter ເນັ້ນຂຽນສັ້ນ, Facebook ໂພສຂໍ້ຄວາມຍາວໆ ພ້ອມຮູບປະກອບໄດ້ ແລະ Instagram ຮູບຕ້ອງງາມ ແຮຊແທັກຕ້ອງຂຽນ. ກວດບົດຄວາມຂອງຄູ່ແຂ່ງ: ວ່າເປັນແນວໃດ ...

Read More »

ການຈະໃຊ້ Micro-Influencers ໃຫ້ປະສົບຄວາມສໍາເລັດ ຕ້ອງເລືອກໃຊ້ຄົນທີ່ມີຄວາມສໍາພັນກັບຍີ່ຫໍ້! ຊອກເຂົາເຈົ້າໃຫ້ພົບໃນເວລາສັ້ນໆດ້ວຍວິທີຕໍ່ໄປນີ້!!!

Micro-Influencers ທີ່ແມ່ນ! ຊອກໄດ້ແນວໃດ? ການເຮັດວຽກຮ່ວມກັນລະຫວ່າງ ຍີ່ຫໍ້ກັບ Influencers ເປັນເທຣນການຕະຫຼາດທີ່ໄດ້ຮັບຄວາມນິຍົມຫຼາຍ ແລະບໍ່ມີວີ່ແວວວ່າຈະຕົກແທຣນໄປງ່າຍໆ ແຕ່ກໍຍັງມີເທຣນການຕະຫຼາດທີ່ໜ້າສົນໃຈບໍ່ແພ້ກັນນັ້ນກໍຄື ການເຮັດການຕະຫຼາດດ້ວຍ Micro-Influencers (ບຸກຄົນທີິ່ມີຍອດຕິດຕາມໃນ Social ຕັ້ງແຕ່ 1.000-100.000 ຄົນ) ເທຣນນີ້ກໍາລັງໄດ້ຮັບຄວາມນິຍົມໃນຕ່າງປະເທດ ແລະໃນປະເທດເຮົາກໍເລີ່ມມີການໍາເຂົ້າມາໃຊ້ແດ່ແລ້ວ ເຊິ່ງສິ່ງທີ່ເຮັດໃຫ້ປະສົບຄວາມສໍາເລັດໃນການໃຊ້ Micro-Influencers ຄື: ເລືອກໃຊ້ຄົນທີ່ມີຄວາມສໍາພັນກັບຍີ່ຫໍ້ ລວມເຖິງຜູ້ຕິດຕາມຂອງເຂົາເຈົ້າ ເປັນກຸ່ມດຽວກັນກັບຜູ້ຕິດຕາມສິນຄ້າຂອງເຮົາ ຊອກພວກເຂົາໃຫ້ພົບໃນເວລາສັ້ນໆ ເຊິ່ງເຮັດໄດ້ດັ່ງນີ້: ຄົ້ນຫາຈາກຜູ້ຕິດຕາມຂອງຍີ່ຫໍ້: ດ້ວຍຄວາມທີ່ພວກເຂົາຕິດຕາມສິນຄ້າຢູ່ແລ້ວຍ່ອມຮູ້ຈັກກັບສິນຄ້າເຮົາດີ ຮູ້ວ່າຕົວຕົນຂອງຍີ່ຫໍ້ເປັນແນວໃດ? ຍິ່ງຖ້າເປັນລູກຄ້າຂອງຍີ່ຫໍ້ແລ້ວ ຍິ່ງເຮັດໃຫ້ການຣີວິວມີພະລັງ ແລະມີຄວາມໜ້າເຊື່ອຖືຫຼາຍຂຶ້ນ. ຄົ້ນຫາຈາກແຮຊແທັກ: ຍີ່ຫໍ້ຕ້ອງໃຊ້ແຮຊແທັກ (#) ທີ່ມີຄວາມສະເພາະເຈາະຈົງ ແລະກ່ຽວຂ້ອງກັບຍີ່ຫໍ້ເຊັ່ນ ເສື້ອຜ້າ, ຂະໜາດຄວນໃຊ້ #plussizefashion ຫຼາຍກວ່າ #fashion ເຊິ່ງຈະເຮັດໃຫ້ຄົນທີ່ມີຄວາມມັກ ມີຄວາມສົນໃຈດຽວກັນກັບຍີ່ຫໍ້ ຄົ້ນພົ້ບຍີ່ຫໍ້ໄດ້ງ່າຍຂຶ້ນ. ຄົ້ນຫາຈາກສະຖານທີ່: ຖ້າຍີ່ຫໍ້ມຸ່ງເຈາະກຸ່ມລູກຄ້າໃນພື້ນທີ່ໃດພື້ນທີ່ໜຶ່ງ ວິທີການນີ້ຕອບໂຈດຫຼາຍ ສິ່ງທີ່ຕ້ອງເຮັດຄື ລະບຸສະຖານທີ່ລົງໄປໃນການຄົ້ນຫາເຊັ່ນ: Blocker ສາວໄຊ້ໃຫຍ່; ສໍາລັບການໃຊ້ Micro-Influencers ທີ່ມີຊື່ສຽງໃນພື້ນທີ່ນັ້ນ, ເຈາະກຸ່ມລູກຄ້າທີ່ຢູ່ບ່ອນນັ້ນມີແນວໂນ້ມເພີ່ມຍອດຂາຍໄດ້. ທີ່ມາ: www.smethailandclub.com

Read More »

ມູນຄ່າການຄ້າຂອງສອງປະເທດໃນປີ 2018 ລັນລຸ 1 ຕື້ໂດລາ

ໃນຊຸມປີຜ່ານມາ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍ ເປັນຕົ້ນແມ່ນການສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີ ແລະ ມິດຕະພາບ 2017, ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ (1962-2017) ແລະ ວັນເຊັນສົນທິສັນຍາວ່າດ້ວຍການຮ່ວມມື ແລະ ມິດຕະພາບລາວ-ຫວຽດນາມຄົບຮອບ 40 ປີ (1977-2017). ສອງປະເທດໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ໄດ້ສົ່ງເສີມການປະສານງານລະຫວ່າງທ້ອງຖິ່ນກັບທ້ອງຖິ່ນໂດຍສະເພາະໃນເຂດຊາຍແດນ, ມີການສ້າງພື້ນຖານໂຄງລ່າງ, ຕອບສະໜອງຄວາມຕ້ອງການທາງດ້ານສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຕາມແນວຊາຍແດນ. ສອງປະເທດຍັງມີການສົ່ງເສີມການຮ່ວມມືໃນຂະແໜງການອື່ນໆເປັນຕົ້ນການຂົນສົ່ງ, ການສຶກສາ-ເຝິກອົບຮົມ, ວັດທະນະທຳ-ທ່ອງທ່ຽວ, ແລະ ສາທາລະນະສຸກ. ປັດຈຸບັນ ຈໍານວນນັກສຶກສາ ລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ ມາຮອດເດືອນຕຸລາ 2018, ຫວຽດນາມຍັງສືບຕໍ່ເປັນໜຶ່ງໃນສາມຜູ້ລົງທຶນທີ່ໃຫຍ່ທີ່ສຸດໃນສປປ.ລາວ ມີທັງໝົດ 409 ໂຄງການມູນຕ່າ 4,1 ຕື້ໂດລາສະຫະລັດ. ມູນຄ່າການຄ້າຂອງສອງປະເທດໃນປີ ...

Read More »