ປະທານປະເທດ ມອບສານແຕ່ງຕັ້ງ ໃຫ້ທູດລາວ ປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້:

ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມລິກາ. ທ່ານ ຄຳພັນ ອັ່ນລາວັນ ດຳລົງຕຳແໜ່ງເປັນຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ກ່ອນໄປປະຕິ ບັດໜ້າທີ່ການທູດໃນຄັ້ງນີ້ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳມາເລເຊຍ ແລະ ປາປົວນີວກີນີ.

ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ເຮືອງແສງ ຄຳດາລາວົງ ເພື່ອໄປດຳ ລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບມຽນມາ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ເຮືອງແສງ ຄໍາດາລາວົງ ດໍາລົງຕໍາແໜ່ງເປັນຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນອຸປະທູດຊົ່ວຄາວ ປະຈຳສະຖານທູດລາວ ທີ່ ຈາກາຕາ ປະເທດອິນໂດເນເຊຍ.

ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານທູດ ທີ່ຈະໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ປະເທດຕ່າງໆນັ້ນ ຈົ່ງປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອປະກອບ ສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດ ກໍຄື ການຮ່ວມມືດ້ານອື່ນໆ ລະ ຫວ່າງສອງປະເທດໃຫ້ເກີດດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ.

Comments