ກະຊວງການເງິນອອກແຈ້ງການເລື່ອງ: ເສຍຄ່າທາງ ປີ 2019

ກະຊວງການເງິນອອກແຈ້ງການ ເລື່ອງ ເສຍຄ່າທາງ ປີ 2019  ແລະ  ນະໂຍບາຍ ສໍາລັບຜູ່ຊື້ລົດໃໝ່ທ້າຍປີ. ຖ້າຊື້ພາຍໃນເດືອນ ຕຸລາ-ທັນວາ ແມ່ນຈະຍົກເວັ້ນ ຫຼື ໃຫ້ເສຍໃນປີຖັດໄປ.

ເພື່ອເຮັດໃຫ້ການເກັບຄ່າທຳນຽມປະຈຳປີ 2019 ຖືກຈັດຕັ້ງປະຕິບັດຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະດັ່ງນີ້:

  1. ໄລຍະເວລາປົກກະຕິຂອງການເສຍຄ່າທຳນຽມທາງແມ່ນແຕ່ເດືອນ ມັງກອນ ຫາເດືອນມີນາ ຂອງທຸກໆປີ, ຖ້າບໍ່ເສຍຕາມເວລາທີ່ທາງການກຳນົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ VI ຂໍ້ 2 ຄຳແນະນຳ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.
  2. ໃນກໍລະນີຫາກຍັງບໍ່ໄດ້ເສຍຄ່າທຳນຽມຂອງປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້:
  • ຖືກປັບໃໝ 60% ຂອງມູນຄ່າທຳນຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທາງນັບແຕ່ປີ 2017
  • ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ 2018 ກໍລະນີຍັງບໍ່ໄດ້ເສຍຂອງປີ 018.

3. ນັບແຕ່ປີ 2019 ເປັນຕົ້ນໄປ ສຳລັບ ບຸກຄົນ,​ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ອອກຈາກຮ້ານ) ໃນເດືອນຕຸລາ – ເດືອນທັນວາ ຂອງປີ ແມ່ນໃຫ້ເລີ່ມເສຍຄ່າທາງໃນປີຖັດໄປ.
ລາຍລະອຽດອ່ານແຈ້ງການເລີຍ..

Comments