News

ທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ

ກອງປະຊຸມ ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາປີ 2019 ໄຂຂື້ນຢ່າງ ເປັນທາງການໃນຕອນເຊົ້າ ວັນທີ 12 ກຸມພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ, ມີ ຮອງລັດຖະມົນຕີ,ຮອງເຈົ້າແຂວງ,ຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ຖວທ, ຄະນະນໍາພະແນກ ຖວທ ມາຈາກ17ແຂວງທົ່ວປະເທດ ພ້ອມດ້ວຍບັນນາທິການສື່ຕ່າງໆເຂົ້າຮ່ວມ. ທ່ານ ລັດຖະມົນຕີກະຊວງ ຖວທ ມີຄໍາເຫັນວ່າ: ວຽກງານ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ຊຸກຍູ້ສົ່ງເສີມ ໃນການພັດທະນາຄົນ ແລະ ສັງຄົມ ແມ່ນການສ້າງພື້ນຖານອະລິຍະທໍາ ດ້ານຈິດໃຈຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄລຍະຜ່ານມາສາມາດຕີລາຄາໄດ້ວ່າ: ວຽກງານໃນທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນດີພໍສົມຄວນ. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການຊີ້ນໍານໍາພາວຽກງານ ຖວທ ຢ່າງໃກ້ຊິດຕິດແທດຫຼາຍຂຶ້ນ ເຊິິ່ງສະແດງອອກໃນການເອົາໃຈໃສ່ ກໍານົດບັນດາແຜນງານ ...

Read More »

ກຽມຮັບມື ທັງຝົນ ທັງໜາວໃນວັນທີ 12-13 ກຸມພານີ້ ໃນເຂດພາກເໜືອ

ໃນໄລຍະວັນທີ 11- 13 ກຸມພາ 2019 ຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸມຢູ່ທົ່ວໄປໃນແຕ່ລະພາກໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸມຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 14 ຫາ 17 ກຸມພາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ ອຸນຫະພູມອາກາດສືບຕໍ່ເຢັນໃນຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11- 13 ກຸມພາ 2019 ອາກາດຍັງຈະໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ. ຈາກນັ້ນ ວັນທີ 14-17 ກຸມພາ 2019 ອຸນຫະພູມອາກາດຍັງຈະເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11- ...

Read More »

ດ່ວນ!!! ເປີດຮັບສະໝັກ ທຶນສຶກສາຕໍ່ ຈາກລັດຖະບານຫວຽດນາມ

ທຶນການສຶກສາ ຈາກລັດຖະບານຫວຽດນາມທັງພາກລັດ ແລະ ເອກະຊົນ ສາມາດສະໝັກໄດ້ !!! ທຶນ 100% ຮັບຜິດຊອບໝົດທຸກຢ່າງ. ປິດຮັບສະໝັກ: 10/04/2019 ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນຳຂອງສອງລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກ່ຽວກັບການເປີດຮັບສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສົກຮຽນ 2019-2020 ຂອງລັດຖະບານ ສສ ຫວຽດນາມ ແມ່ນຈະໄດ້ເປີດກວ້າງຄືກັບປີຜ່ານມາ ໝາຍຄວາມວ່າທຶນຂອງແຕ່ລະຂະແໜງການ ຈະບໍ່ໄດ້ເຈາະຈົງໃຫ້ສະເພາະຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ ເປັນຕົ້ນ ວິຊາໃດທີ່ພົວພັນກັບຫຼາຍພາກສ່ວນ,​ ທຸກຄົນສາມາດສະໝັກແຂ່ງກັນໄດ້ ລວມທັງພາກລັດ ແລະ ພາກເອກະຊົນ. ລາຍລະອຽດຕາມແຈ້ງການລຸ່ມນີ້ ມີຫຼາຍຂະແໜງການ ແລະ ຫຼາຍທຶນ ໃຫ້ເລືອກຮຽນ!!!

Read More »

ເປີດນຳໃຊ້ຂົວອູ່ ຂ້າມນໍ້າບາກ ລະຫວ່າງບ້ານຟ້າ ແລະ ບ້ານໂຄ້ງ

ໃນວັນທີ 9 ກຸມພາ 2019, ທີ່ເມືອງນໍ້າບາກ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ ຂົວອູ່ຂ້າມນ້ຳບາກ ລະຫວ່າງ ບ້ານຟ້າ ແລະ ບ້ານໂຄ້ງ ເມືອງນ້ຳບາກ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂອງແຂວງຫຼວງພະບາງ, ອົງການປົກຄອງເມືອງ ຕະຫຼອດຮອດ ປະຊາຊົນທັງ 2 ບ້ານເຂົ້າຮ່ວມ. ຂົວອູ່ຂ້າມນ້ຳບາກ ລະຫວ່າງບ້ານຟ້າ ຫາ ບ້ານໂຄ້ງ ເມືອງນ້ຳບາກ ໄດ້ເລີ່ມກໍ່ສ້າງໃນເດືອນເມສາປີ 2018, ໂດຍທີ່ສອງສົ້ນຂອງຂົວແມ່ນຕັ້ງດ້ວຍເສົາເບຕົງເສີມເຫຼັກ ແລະ ມີສາຍກາບຂະໜາດໃຫຍ່ຈ່ອງດຶງ, ໂຕຂົວເປັນເຫຼັກ ຂະໜາດກ້ວາງ 2 ແມັດ, ຍາວ 125 ແມັດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການສັນຈອນສະເພາະຄົນຍ່າງ, ລົດຖີບ ແລະ ລົດຈັກ.   ທຶນກໍ່ສ້າງໃນເບື້ອງຕົ້ນ ແມ່ນ 1 ຕື້ 259 ລ້ານກ່ວາກີບ ແຕ່ເນື່ອງຈາກໂຄງລ່າງໄດ້ຮັບຜົນກະທົບຈາກລະດູຝົນຜ່ານມາ ແລະ ມີໜ້າວຽກເພີ່ມ ຈຶ່ງໄດ້ເພີ່ມມູນຄ່າການກໍ່ສ້າງເປັນ 1 ຕື້ ...

Read More »

ລັດຖະບານ ເພີ່ມທະວີການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ

ໃນວັນທີ 11 ກຸມພາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ຄະນະລັດຖະບານ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ປະຈໍາເດືອນກຸມພາ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້: 1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ); 2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່); 3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ແລະ 4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ). ເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ...

Read More »

ປີທ່ອງທ່ຽວລາວ ສ້າງລາຍຮັບເຂົ້າປະເທດ ເພີ່ມຂຶ້ນ 17%

ຜ່ານການເປີດປີທ່ອງທ່ຽວ 2018 ແມ່ນໄດ້ຮັບຜົນສໍາເລັດຫຼາຍດ້ານ ຊຶ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ຫຼື ປະມານ 6 ພັນຕື້ກວ່າກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະນະຊີີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ແຈ້ງໃຫ້ຮູ້ຕື່ມວ່າ: ພ້ອມນີ້ກໍມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ:ກຸ່ມຕະຫຼາດອາຊີປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16 %, ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96%, ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ມີພຽງກຸ່ມປະເທດ ອາຟຣິກກາ ແລະ ຕາເວັນອອກກາງທີ່ມີອັດຕາຫຼຸດ ລົງ 0,5% ແຕ່ກໍ່ກວມເອົາອັດຕາສ່ວນພຽງ ...

Read More »

ເຖິງວ່າຈະເປັນ SME ຂະໜາດນ້ອຍ ກໍຕ້ອງມີການວາງແຜນທຸລະກິດ! ເພື່ອຊ່ວຍໃນການບໍລິຫານຈັດການໃຫ້ສະລາບລື່ນຂຶ້ນ!!

ແຜນທຸລະກິດດີ!!! ມີປະໂຫຍດແນວໃດ?   SME ຫຼາຍຄົນມັກເຂົ້າໃຈວ່າ ຈະຂຽນແຜນທຸລະກິດກໍຕໍ່ເມື່ອຈະຂໍສິນເຊື່ອຈາກສະຖາບັນການເງິນເທົ່ານັ້ນ ຫຼືບາງຄົນຄິດວ່າທຸລະກິດຂອງຕົນເອງເປັນພຽງ SME ນ້ອຍໆ ມີຍອດຂາຍບໍ່ເທົ່າໃດ. ຈຶ່ງບໍ່ມີຄວາມຈໍາເປັນຕ້ອງເຮັດແຜນທຸລະກິດກໍໄດ້. ແຕ່ຄວາມຈິງແລ້ວ ເຖິງວ່າຈະບໍ່ຂໍສິນເຊື່ອຈາກສະຖາບັນການເງິນ, ການຂຽນແຜນທຸລະກິດເປັນສິ່ງສໍາຄັນ ເພາະແຜນທຸລະກິດເປັນເໝືອນເຄື່ອງມືທີ່ຈະເຮັດໃຫ້ສາມາດບໍລິຫານຈັດການທຸລະກິດ ທັງໃນມື້ນີ້ ແລະ ໃນຕໍ່ໜ້າໄດ້ຢ່າງລາບລື່ນ… ລອງມາເບິ່ງນໍາກັນວ່າແຜນທຸລະກິດມີປະໂຫຍດແນວໃດ? ມີສິ່ງຕ່າງໆຫຼາກຫຼາຍທີ່ຕ້ອງຄໍານຶງເຖິງເມື່ອເຮັດທຸລະກິດເຊັ່ນ: ໂລເຄຊັ່ນ, ອຸປະກອນ, ບຸກຄະລາກອນ, ໄລຍະເວລາ ແລະອື່ນໆ. ຫາກສາມາດລະບຸສິ່ງຕ່າງໆເຫຼົ່ານີ້ລົງໃນແຜນທຸລະກິດ ກໍຈະເຮັດໃຫ້ບໍ່ລືມ, ເຮັດໃຫ້ສາມາດກວດສອບ, ທົບທວນ, ແກ້ໄຂຂໍ້ບົກຜ່ອງຕ່າງໆ ແລະ ໄດ້ຄິດຢ່າງຮອບຄອບຫຼາຍຂຶ້ນ ເຮັດໃຫ້ຄາດເດົາ ແລະ ກໍານົດທິດທາງຂອງທຸລະກິດໄດ້ຊັດເຈນຂຶ້ນ ຫຼາຍທຸລະກິດອາດຈະບອກວ່າ ເປັນການຍາກທີ່ຈະຄາດເດົາເຫດການອະນາຄົດໄດ້. ແຕ່ຖ້າຂຽນແຜນທຸລະກິດ ໂດຍການຄາດເດົາການຂາຍ, ເບິ່ງເທຣນຕະຫຼາດ, ການວິເຄາະການແຂ່ງຂັນ ແລະອື່ນໆ ກໍຈະເຮັດໃຫ້ສາມາດຄາດເດົາເຫດການໃນອະນາຄົດຂອງທຸລະກິດ ແລະ ເບິ່ງເຫັນທິດທາງຂອງທຸລະກິດຊັດເຈນຂຶ້ນ ແລະ ສິ່ງສໍາຄັນຄື ຈະສາມາດປ້ອງກັນ ຫຼືແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໄດ້ຢ່າງທ່ວງທັນ ຊ່ວຍວາງແຜນທາງການເງິນ ເພາະຜົນລັບທາງທຸລະກິດຄືກໍາໄລ-ຂາດທຶນ. ດັ່ງນັ້ນ ແຜນການເງິນຈຶ່ງເປັນສິ່ງທີ່ຕ້ອງມີໃນແຜນທຸລະກິດ ທີ່ສໍາຄັນຄົງບໍ່ມີໃຜສາມາດກາລັນຕີໄດ້ວ່າ ຈະສາມາດຊອກເງິນໄດ້ຕະຫຼອດໄປ. ການປະມານຍອດຂາຍ, ປະມານຕົ້ນທຶນ, ປະມານຄ່າໃຊ້ຈ່າຍ, ງົບດຸນ, ກະແສເງິນສົດ ...

Read More »

ທຸລະກິດມາພ້ອມກັບຄວາມສ່ຽງ! ໂດຍສະເພາະຜູ້ປະກອບການມືໃໝ່ທີ່ຫາກໍເລີ່ມຕົ້ນເຮັດທຸລະກິດຄວາມສ່ຽງຍິ່ງຫຼາຍ… ຕ້ອງຊອກວິທີຮັບມືກ່ອນ! ຖ້າຢາກນໍາພາທຸລະກິດໄປໃຫ້ເຖິງຝັນ…

ເລີ່ມຕົ້ນທຸລະກິດແນວໃດ? ໃຫ້ສ່ຽງໜ້ອຍທີ່ສຸດ…   ຄວາມສ່ຽງເປັນເລື່ອງປົກກະຕິໃນການເຮັດທຸລະກິດ ໂດຍສະເພາະໃນໄລຍະເລີ່ມຕົ້ນເປັນຜູ້ປະກອບການ ເຊິ່ງຖືວ່າຍັງເປັນມືໃໝ່ໃນວົງການ ແຕ່ຖ້າເຮົາກຽມມືກຽມໃຈໃຫ້ພ້ອມ ຫາກມີບັນຫາອຸປະສັກເຮົາກໍຈະສາມາດຜ່ານໄປໄດ້ດ້ວຍດີ ສໍາລັບມືໃໝ່ທີ່ຍັງກັງວົນເລື່ອງຄວາມສ່ຽງ ວ່າທຸລະກິດຈະໄປລອດ ຫຼືບໍ່? ລອງມາເບິ່ງເຄັດລັບເຫຼົ່ານີ້!!! ເລີ່ມຕົ້ນຈາກສິ່ງນ້ອຍໆ ຕາມກໍາລັງເງິນ ແລະ ຄົນທີ່ມີ ແຕ່ຖ້າກໍາລັງຄົນບໍ່ພໍໃຫ້ລອງໃຊ້ Out short ເພື່ອຈະໄດ້ບໍ່ຕ້ອງແບກຮັບພາລະຄ່າໃຊ້ຈ່າຍຂອງພະນັກງານປະຈໍາ ແລະ ຖ້າຢ້ານຄວາມສ່ຽງຫຼາຍໆ ກໍລອງເຮັດທຸລະກິດຄວບຄູ່ກັບວຽກປະຈໍາໄປ ເມື່ອທຸລະກິດຢູ່ຕົວຈຶ່ງຄ່ອຍລາອອກມາເຮັດທຸລະກິດແບບເຕັມຕົວ ຢ່າຕັ້ງເປົ້າທີ່ເກີນຄວາມຈິງ ເຖິງວ່າການຕັ້ງເປົ້າໝາຍຈະເປັນເລື່ອງທີ່ດີ ແຕ່ຄວນຕັ້ງເປົ້າທີ່ຄວນຈະເຮັດໄດ້ແທ້ ແລ້ວຄ່ອຍໆເພີ່ມເປົ້າໝາຍຂຶ້ນເທື່ອລະໜ້ອຍ ແຕ່ຖ້າບໍ່ສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ກໍຕ້ອງກັບມາທົບທວນວ່າເປັນຍ້ອນຫຍັງ? ແລະຫາທາງແກ້ໄຂບັນຫານັ້ນ ຮັບຟັງູວາມຄິດເຫັນຄົນອື່ນ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກທັງລູກນ້ອງ, ໝູ່ເພື່ອນ ແລະ ຄູ່ຮ່ວມທຸລະກິດ ຈະຊ່ວຍໃຫ້ເຮົາເບິ່ງເຫັນຈຸດອ່ອນຂອງທຸລະກິດ ແລະ ສາມາດປັບປຸງໃຫ້ດີຂຶ້ນໄດ້ ຄວບຄຸມຄ່າໃຊ້ຈ່າຍໃຫ້ຢູ່ໃນລະດັບຕໍ່າ ໃນການເຮັດທຸລະກິດສິ່ງສໍາຄັນທີ່ສຸດແມ່ນເງິນ ໃນສ່ວນຂອງກະແສເງິນສົດເຊິ່ງເປັນເລື່ອງທີ່ຮັບເຂົ້າ ແລະຈ່າຍອອກໄປ ສະນັ້ນ ຕ້ອງຮູ້ຈັກເຮັດບັນຊີ ແລະເກັບເງິນໃຫ້ດີ ຢ່ານໍາເງິນຈໍານວນທີ່ເຮັດທຸລະກິດໄປໃຊ້ໃນເລື່ອງສ່ວນຕົວ ແລະ ໝັ່ນກວດສອບໃນສະຖານະໃນການເຮັດທຸລະກິດຕົນຢ່າງສະໝໍ່າສະເໝີ ໃຊ້ເທັກໂນໂລຍີຊ່ວຍ ປັດຈຸບັນເທັກໂນໂລຍີມີຄວາມກ້າວໜ້າຫຼາຍ ນອກຈາກຈະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກແລ້ວ ຍັງຊ່ວຍປະຢັດຕົ້ນທຶນເຊັ່ນ ການໃຊ້ຊ່ອງທາງອອນລາຍເຮັດການຕະຫຼາດເປັນຕົ້ນ. ຂອບໃຈທີ່ມາ: ww.smethailandclub.com

Read More »

ປີ 2019 ຫຼວງພະບາງ ໄດ້ຮັບລາງວັນເມືອງທ່ອງທ່ຽວຍອດນິຍົມ

ໃນວັນທີ 7-8 ກຸມພາ 2019 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວແຂວງ ປະຈໍາປີ 2018-2019 ໂດຍໄດ້ໄດ້ສຸມໃສ່ການສະຫຼຸບຄືນ ການປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານມາ, ພ້ອມວາງທິດທາງແຜນການໃນປີຕໍ່ໜ້າ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ທ່ານ ສຸລິທີບ ໜໍ່ຄຸນຜົນ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານຖະແຫຼງຂ່າວໄດ້ພັດທະນາດ້ານວິທີການ ແລະ ຮູບແບບການນໍາສະເໜີຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງຜ່ານສື່ຕ່າງໆ ເປັນຕົ້ນແມ່ນ: ວິທະຍຸ, ໂທລະພາບ ແລະໜັງສືພິມ ເຮັດໃຫ້ສັງ ຄົມໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆ ຊັດເຈນ ແລະ ວ່ອງໄວ້ກວ່າເກົ່າ; ວຽກງານວັດທະນະທໍາ ໄດ້ຢຶດໝັ້ນທິດນໍາ: ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ...

Read More »

ຊົມເຊີຍ!!! ທ່ານນາຍົກ ໄດ້ຮັບການປະດັບຫຼຽນສູງສຸດ ຈາກລັດຖະບານໂອຕຼິດ ຍ້ອນ….

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ໃນຕອນແລງ ວັນທີ 8 ກຸມພາ 2019 ທີ່ຜ່ານມາ, ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ປະທານກິດຕິມະສັກ ຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ໂດຍແມ່ນ ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຼິດ ເປັນຜູ້ປະດັບຫຼຽນດັ່ງກ່າວ, ເຊິ່ງຖືວ່າເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຼິດ ມອບໃຫ້ຕ່າງປະເທດ, ການປະດັບຫຼຽນດັ່ງກ່າວນີ້ ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ໃນການປະກອບສ່ວນ ຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ເຊິ່ງທ່ານນາຍົກລັດຖະມົນຕີ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ, ຍາມໃດ ທ່ານກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ, ເອົາໃຈໃສ່ເປັນພິເສດ ຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູເດັກ ກໍາພ້າ-ກໍາພອຍ ທີ່ດ້ອຍໂອກາດ ...

Read More »