ຫຼວງພະບາງ ໄດ້ຮັບລາງວັນ ເມືອງທ່ອງທ່ຽວຍອດນິຍົມຂອງໂລກ ອີກຄັ້ງ

ປີ 2019 ວາລະສານ ວັນເດີລັດ (Wanderlust Magazine) ຂອງອັງກິດ ໄດ້ຈັດໃຫ້ ນະຄອນຫຼວງພະບາງ ເປັນເມືອງທ່ອງທ່ຽວຍອດນິຍົມໃນໂລກ ອີກຄັ້ງ ຫຼັງຈາກທີ່ເຄີຍເປັນລຳດັບ 1 ມາແລ້ວ 8 ຄັ້ງ ແລະ ເຄີຍຕິດ 1 ໃນ 10 ລຳດັບ ເຖິງ 12 ຄັ້ງ.

ວິທີການຈັດລຳດັບຂອງ ວາລະສານ ວັນເດີລັດ ແມ່ນເປີດໂອກາດໃຫ້ສະມາຊິກ ຂອງ ວາລະສານ ຈາກທົ່ວໂລກ ເລືອກເອົາເມືອງທີ່ພວກຕົນເອງມັກທີ່ສຸດ.

10 ເມືອງ ທີ່ນັກທ່ອງທ່ຽວ ໃຫ້ຄະແນນ ວ່າ ເປັນເມືອງຍອດນິຍົມໃນການທ່ອງທ່ຽວ ໃນປີ 2019 ລວມມີ: ນະຄອນຫຼວງພະບາງ 95.25%, ຮອງລົງມາແມ່ນ Granada (ສະເປນ) 94.78%, Seville (ສະເປນ) 94.62%, Cape Town (ອັບຝຣິກາໃຕ້) 94.44%, Krakow (ໂປແລນ) 94.08%, Edinburgh (ສະກອດແລນ) 93.91%, Kyoto (ຍີ່ປຸ່ນ) 93.56%, Venice (ອີຕາລີ) 93.23%, Copenhagen (ເດນມາກ) 92.92% ແລະ York (ອັງກິດ) 92.84%.

ໃນປີ 2018 ມີນັກທ່ອງທ່ຽວ ເດີນທາງໄປທ່ຽວ ແຂວງ ຫຼວງພະບາງ ຫຼາຍກວ່າ 755,000 ເທື່ອຄົນ.

ຂອບໃຈຂໍ້ມູນຈາກ: UPDATE LAOS

https://travmedia.com/showPRPreview/100058574

Comments